ປະທານ ສວສສຊ ຕ້ອນຮັບເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ
ໃນຕອນເຊົ້າຂອງວັນທີ 15 ພຶດສະພາ 2026, ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ), ທ່ານ ປອ. ລີເບີ ລີບົວປາວ, ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຢາມຂອງທ່ານ ນາງ ເມແກນ ຈອນສ (Megan Jones), ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ.
ໃນໂອກາດນີ້, ປະທານ ສວສສຊ ໄດ້ລາຍງານຫຍໍ້ກ່ຽວກັບທີ່ຕັ້ງພາລະບົດບາດ ແລະ ສະພາບການເຄື່ອນ ໄຫວວຽກງານຂອງສະຖາບັນ ໂດຍສະເພາະຄວາມສຳຄັນໃນການຄົ້ນຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມ ຈາກຜົນກະທົບຈາກສະພາບເສດຖະກິດໂລກ ເປັນຕົ້ນແມ່ນບັນຫາລາຄານ້ຳມັນ, ອັດຕາເງິນເຟີ້ ແລະ ອື່ນໆ ທີ່ເປັນ ຄວາມສ່ຽງຕໍ່ຄວາມບອບບາງທາງເສດຖະກິິດລາວ ເພື່ອວາງແຜນຮັບມື ແລະ ກະກຽມຄວາມພ້ອມໃນທຸກດ້ານໃຫ້ແກ່ ສປປ ລາວ ອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນອະນາຄົດ. ພ້ອມດຽວກັນນັ້ນ ທ່ານຍັງໄດ້ກ່າວຕື່ມວ່າ: ສປປ ລາວ ແລະ ອົດສະຕຣາລີ ມີສາຍພົວພັນມິດຕະພາບທີ່ດີມາຍາວນານ, ມີການຮ່ວມມື ແລະ ຊ່ວຍເຫຼືອລັດຖະບານລາວໃນພັດທະນາເສດຖະກິດ ແລະ ສັງຄົມ ເປັນຕົ້ນການພັດທະນາຊັບພະຍາກອນມະນຸດ, ການສົ່ງເສີມການລົງທຶຶນ, ການສົ່ງເສີມສຸຂະພາບ ແລະ ອື່ນໆ ທີ່ເນັ້ນໃສ່ຄຸນນະພາບ ແລະ ສ້າງຄວາມຍືນຍົງ. ສໍາລັບ ສວສສຊ ແລະ ອົດສະຕຣາລີ ໃນໄລຍະຜ່ານ ໄດ້ມີການເຄື່ອນໄຫວຮ່ວມມືກັນຢ່າງຕໍ່ເນື່ອງ ເຊັ່ນ: ການຈັດຝຶກອົບຮົມແລກປ່ຽນບົດຮຽນວິິຊາການກັບຊ່ຽວຊານອົດສະຕຣາລີ, ການຍົກລະດັບພາສາອັງກິດ ແລະ ວິຊາສະເພາະ; ແລະ ສະເໜີໃຫ້ອົດສະຕຣາລີຊ່ວຍຊຸກຍູ້ການສ້າງໂຄງການທົດລອງ” (Pilot Project) ພາຍໃຕ້ການຮ່ວມມືລະຫວ່າງນັກ ວິຊາການລາວ ແລະ ອົດສະຕຣາລີ ເພື່ອຫັນເອົາຜົນການຄົ້ນຄວ້າທາງດ້ານທິດສະດີ ໄປສູ່ການຈັດຕັ້ງປະຕິບັດຕົວຈິງໃນພື້ນທີ່, ສ້າງຜົນປະໂຫຍດສູງສຸດໃຫ້ແກ່ປະຊາຊົນ ແລະ ສອດຄ່ອງກັບມາດຕະຖານສາກົນ.
ນາງ ເມແກນ ຈອນສ ໄດ້ກ່າວວ່າ: ອົດສະຕຣາລີ ສະໜັບສະໜູນ ສປປ ລາວ ໃນການບັນລຸການອອກຈາກ ສະຖານະປະເທດດ້ອຍພັດທະນາ ແລະ ຈະສືບຕໍ່ໃຫ້ການຊ່ວຍເຫຼືອລາວທາງດ້ານທຶນຊ່ວຍເຫຼືອລ້າ (ODA) ໂດຍ ສະເພາະໃນການພັດທະນາຊັບພະຍາກອນມະນຸດຂອງລາວ ເຊິ່ງປັດຈຸບັນມີບຸກຄະລາກອນຂອງລາວໃນຂົງເຂດຂອງ ລັດ ແລະ ເອກະຊົນ ທີ່ສຳເລັດການສຶກສາຈາກອົດສະຕຣາລີຫຼາຍກວ່າ 1.500 ຄົນ; ໂຄງການລົງທຶນໃນລາວຂອງ ອົດສະຕຣາລີມີການປູກໝາກບູເບີຣີຢູ່ແຂວງຈຳປາສັກ ແລະ ການບໍລິການຂົນສົ່ງຢູ່ພາກເໜືອ ສປປ ລາວ. ໃນເດືອນ ມິຖຸນາ 2026 ທີ່ຈະມາເຖິງນີ້ ອົດສະຕຣາລີຍັງຈະມີການຈັດຝຶກອົບໃນຫົວຂໍ້ທີ່ສໍາຄັນຮ່ວມກັບສະຖາບັນວິທະຍາ ສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ສະຖາບັນການຕ່າງ ປະເທດ.
ການພົບປະກັນຄັ້ງນີ້ ເປັນການປຶກສາຫາລື ແລະ ຍົກລະດັບການຮ່ວມມືທາງດ້ານວິຊາການໃນການຄົ້ນ ຄວ້າວິທະຍາສາດ, ແລກປ່ຽນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ລະຫວ່າງລາວ ແລະ ອົດສະຕຣາລີ, ເປັນການເສີມ ຂະຫຍາຍສາຍພົວພັນມິດຕະພາບຂອງສອງປະເທດໃຫ້ໝັ້ນຄົງ, ກ້າວໄປສູ່ການເປັນຄູ່ຮ່ວມຍຸດທະສາດ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຢ່າງຍືນຍົງ.
ຂຽນຂ່າວ ແລະ ຖ່າຍພາບ: ສາຍເພັດ ພັດກົມຄຳ