ສວສສຊ ສຳມະນາວິທະຍາສາດທີ່ ແຂວງຊຽງຂວາງ
ໃນຕອນເຊົ້າຂອງວັນທີ 05 ພຶດສະພາ 2026 ທີ່ຜ່ານມາ, ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງຊຽງຂວາງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄ333ດ້ຈັດກອງປະຊຸມສຳມະນາວິທະຍາສາດ ແລະ ເຜີຍແຜ່ຜົນການຄົ້ນຄວ້າພົ້ນເດັ່ນ ຕິດພັນກັບພາລະບົດບາດຂອງ ສວສສຊ. ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ປອ. ສະຖາບັນດິດ ອິນສີຊຽງໃຫມ່, ຮອງປະທານ ສວສສຊ ແລະ ທ່ານ ຫົງຄຳ ພິມມະສານ, ຮອງປະທານຄະນະກຳມະການປົກຄອງແຂວງຊຽງຂວາງ. ມີບັນດານັກຄົ້ນຄວ້າ ສວສສຊ, ພະນັກງານຫຼັກແຫຼ່ງຈາກພະແນກການ, ນັກສຶກສາ ທິດສະດີການເມືອງຂັ້ນກາງ ຮຸ່ນທີ V ໂຮງຮຽນການເມືອງ ແລະ ການປົກຄອງແຂວງເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອສ້າງຄວາມຮັບຮູ້ກ່ຽວກັບພາລະບົດບາດຂອງ ສວສສຊ ພ້ອມທັງເຜີຍແຜ່ຜົນງານການຄົ້ນຄວ້າພົ້ນເດັ່ນ ຕິດພັນກັບສະພາບເສດຖະກິດຂອງລາວ ແລະ ສະພາບການຂອງໂລກທີ່ມີການປ່ຽນແປງທີ່ຈະສົ່ງຜົນກະທົບໃນປັດຈຸບັນ.
ກອງປະຊຸມໄດ້ຮັບຟັງການນໍາສະເໜີທີ່ຕັ້ງພາລະບົດບາດໂດຍລວມຂອງ ສວສສຊ ແລະ ບົດບາດຂອງ ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົບ ໃນຖານະເປັນຄັງສາງຂໍ້ມູນຂອງສະຖາບັນ, ໃນວາລະດຽວກັນ ກໍໄດ້ເຜີຍແຜ່ຜົນງານການຄົ້ນຄວ້າວິທະຍາສາດທີ່ພົ້ນເດັ່ນຂອງ ສວສສຊ ເຊັ່ນ: ຫົວຂໍ້ຍົກສູງຄວາມສັກສິດຂອງກົດໝາຍ ໃນການປົກຄອງອໍານາດລັດຂັ້ນທ້ອງຖິ່ນ ຕາມແນວທາງຂອງພັກ, ຜົນກະທົບຕໍ່ເສດຖະກິດ ຈາກການປະລະການຮຽນ ແລະ ການຄ້າງຫ້ອງ ຍ້ອນພາວະຂາດສານອາຫານ, ບົດປະເມີນເສດຖະກິດມະຫາພາກຂອງ ສປປ ລາວ ແລະ ທ່າອ່ຽງ 2026 . ກອງປະຊຸມຄັ້ງນີ້ ເປັນການສ້າງໂອກາດການຮ່ວມມື ແລະ ພົວພັນແລກປ່ຽນລະຫວ່າງທ້ອງຖິ່ນກັບສູນກາງ ກໍຄືແຂວງຊຽງຂວາງ ແລະ ສວສສຊ ໃນການສະໜອງຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ, ເປັນຂົວຕໍ່ທີ່ສຳຄັນໃນການນຳເອົາຂໍ້ມູນວິທະຍາສາດ ແລະ ຜົນການຄົ້ນຄວ້າຕົວຈິງມາຮັບໃຊ້ໃຫ້ແກ່ການຊີ້ນຳ-ນຳພາຂອງອຳນາດການປົກຄອງແຂວງ, ເພື່ອຊ່ວຍໃນການແກ້ໄຂບັນຫາດ້ານເສດຖະກິດ ແລະ ການພັດທະນາສັງຄົມຢູ່ພາຍໃນແຂວງຊຽງຂວາງ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງມີລັກສະນະວິທະຍາສາດ.
ໃນໂອກາດດັ່ງກ່າວ ທ່ານ ຫົງຄຳ ພິມມະສານ ໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ບັນຍາກາດການດຳເນີນກອງປະຊຸມ ທີ່ເຕັມໄປດ້ວຍເນື້ອໃນອັນເລິກເຊິ່ງ ແລະ ມີຄຸນຄ່າທາງດ້ານວິທະຍາສາດ ສອດຄ່ອງກັບທິດທາງການພັດທະນາຂອງແຂວງຊຽງຂວາງ ໂດຍສະເພາະເປັນບ່ອນອີງທາງດ້ານທິດສະດີ ແລະ ພຶດຕິກຳ; ຂໍ້ມູນເຫຼົ່ານີ້ ຈະຊ່ວຍໃຫ້ແຂວງສາມາດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ຕິດພັນກັບການເຊື່ອມໂຍງຢ່າງເປັນເຈົ້າການໄດ້ຢ່າງມີປະສິດທິຜົນ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງມີຄວາມສອດຄ່ອງກັບທິດທາງລວມຂອງສູນກາງ ແລະ ແທດເໝາະກັບຈຸດພິເສດທ່າແຮງທີ່ແທ້ຈິງຂອງທ້ອງຖິ່ນ, ເປັນກ້າວເລີ່ມຕົ້ນຂອງການນຳເອົາຜົນການຄົ້ນຄວ້າໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ມີປະສິດທິພາບ.
ກອງປະຊຸມດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະ ມີການສົນທະນາແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ເຊິ່ງຈະເປັນຂໍ້ມູນອັນສໍາຄັນໃນການປັບປຸງວຽກງານການຄົ້ນຄວ້າວິທະຍາສາດ ແລະ ປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ໃນການຮ່ວມມືໃນຂົງເຂດການຄົ້ນຄວ້າທາງດ້ານວິຊາການລະຫວ່າງ ສວສສຊ ແລະ ແຂວງຊຽງຂວາງໃນຕໍ່ໜ້າ.
ຂຽນຂ່າວ ແລະ ຖ່າຍພາບ: ມຸນິນ ພົນສັກດາ