ສະຫະພັນແມ່ຍິງ ສວສສຊ ຍົກລະດັບທັກສະການນໍາໃຊ້ສະປັນຍາປະດິດ (AI)
ວັນທີ 20 ພະຈິກ 2026, ສະຫະພັນແມ່ຍິງ ສວສສຊ ຮ່ວມກັບມູນນິທິເອເຊຍ ໄດ້ຈັດຝຶກອົບຮົມ “ການນໍາໃຊ້ປັນຍາປະດິດ (AI) ເຂົ້າໃນວຽກງານບໍລິຫານ ແລະ ການວິເຄາະຂໍ້ມູນ” ໃຫ້ແກ່ສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ. ພາຍໃຕ້ການເປັນປະທານຂອງ ທ່ານ ປອ. ນ. ແກ້ວວິວອນ ອຸດທະຈັກ ຮອງປະທານ, ຄະນະພັກ, ຜູ້ຊີ້ນໍາວຽກງານສະຫະພັນແມ່ຍິງ ສວສສຊ, ທ່ານ ນ. ຮາລີອູນໂກ ກັນບັດ (Khaliungoo Ganbat), ຜູ້ຕາງໜ້າ ອົງການມູນນິທິເອເຊຍ, ພ້ອມດ້ວຍຄະນະສະຫະພັນແມ່ຍິງ ແລະ ບັນດາສະມາຊິກຂອງ 3 ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອຍົກລະດັບຄວາມຮູ້ ແລະ ທັກສະການນໍາໃຊ້ເຄື່ອງມືປັນຍາປະດິດ (AI) ໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ມີຄວາມວ່ອງໄວ, ຊັດເຈນ ແລະ ມີປະສິດທິພາບສູງຂຶ້ນ.
ທ່ານ ປອ. ນ. ແກ້ວວິວອນ ອຸດທະຈັກ ໄດ້ກ່າວວ່າ: ປັນຍາປະດິດ ແມ່ນເຄື່ອງຈັກທີ່ຖືກອອກແບບເພື່ອສະແດງຄວາມສາມາດຄ້າຍຄືມະນຸດ ເຊັ່ນ: ການຮຽນຮູ້, ການຄິດໄລ່, ການແກ້ບັນຫາ, ຄວາມຮັບຮູ້ຮູບພາບ/ສຽງ, ຄວາມເຂົ້າ ໃຈພາສາ ແລະ ການຕັດສິນໃຈ. ປະຈຸບັນ, ປັນຍາປະດິດ (AI) ກໍາລັງກາຍເປັນເຄື່ອງມືສຳຄັນທີ່ປ່ຽນແປງວິທີການເຮັດວຽກໃນທົ່ວໂລກ, ການນໍາໃຊ້ AI ຢ່າງຖືກຕ້ອງ ແລະ ມີຈັນຍາບັນ ຈະຊ່ວຍເພີ່ມປະສິດທິພາບໃນການບໍລິຫານ, ຫຼຸດ ຜ່ອນວຽກທີ່ຊໍ້າຊ້ອນ ແລະ ຍົກສູງຄຸນນະພາບການວິເຄາະຂໍ້ມູນ ເພື່ອການຕັດສິນໃຈທີ່ອີງໃສ່ຫຼັກຖານ. ສໍາລັບ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ໃນຖານະເປັນອົງການຄົ້ນຄວ້າ ແລະ ໃຫ້ຄຳປຶກສາທາງດ້ານນະໂຍບາຍໃຫ້ພັກ ແລະ ລັດຖະບານ, ການນໍາໃຊ້ AI ຈະເປັນກຳລັງຂັບເຄື່ອນສຳຄັນ ໃນການຍົກລະດັບຄຸນນະພາບວຽກງານ.
ທ່ານ ນ. ຮາລີອູນໂກ ກັນບັດ ໄດ້ມີຄໍາເຫັນ ໂດຍຍົກໃຫ້ເຫັນເຖິງຄວາມສໍາຄັນຂອງການນໍາໃຊ້ AI ເຂົ້າໃນວຽກງານຄົ້ນຄວ້າວິທະຍາສາດ ເຊິ່ງທ່ານເຫັນວ່າ ສວສສຊ ໃນນາມສະຖາບັນຄົ້ນຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມລະດັບຊາດ ມີຄວາມຈໍາເປັນ ແລະ ສໍາຄັນຫຼາຍທີ່ຈະຕ້ອງຮຽນຮູ້ ແລະ ປະຍຸກໃຊ້ປັນຍາປະດິດ ເພື່ອຍົກສູງຜະ ລິດຕະຜົນ ແລະ ຜະລິດຕະພາບໃນວຽກງານດັ່ງກ່າວ.
ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍ, ແລກປ່ຽນບົດຮຽນ ແລະ ແນະນໍາການລົງມືປະຕິບັດຕົວຈິງ ກ່ຽວກັບພື້ນ ຖານການນໍາໃຊ້ AI, ເຕັກນິກການປ້ອນຄໍາສັ່ງ (Prompt Engineering) ເພື່ອຊ່ວຍໃນການສະຫຼຸບ, ສັງລວມບົດລາຍງານ, ລວມໄປເຖິງການນໍາໃຊ້ AI ເຂົ້າໃນການຈັດການ ແລະ ວິເຄາະຂໍ້ມູນຂະໜາດໃຫຍ່ ເພື່ອສະໜັບສະໜູນວຽກງານຄົ້ນຄວ້າຂອງ ສວສສຊ.
ຂຽນຂ່າວ: ນ. ຈັນທູ ແກ້ວອ່ອນວົງໄຊ
ຖ່າຍພາບ: ມູນິນ ພົນສັກດາ