ເສີມສ້າງຄວາມສາມາດດ້ານການຄົ້ນຄວ້າ ໃນການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບຢູ່ ສປປ ລາວ

01

     ຫ້ອງການຄຸ້ມຄອງວິທະຍາສາດ, ສະຖາບັນວິທະຍາສາດເສດຖະກິດ ແລະ  ສັງຄົມແຫ່ງຊາດ ຮ່ວມກັບຫ້ອງການຂ້າຫຼວງໃຫຍ່ແຫ່ງສະຫະປະຊາຊາດດ້ານສິດທິມະນຸດ (OHCHR) ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ (UNDP) ຈັດກອງປະຊຸມຝຶກອົບຮົມພາຍໃຕ້ຫົວຂໍ້ “ການເສີມສ້າງຂີດຄວາມສາມາດໃນການສົ່ງເສີມແນວທາງການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ ແລະ ດ້ານສິດທິມະນຸດ” ທີ່ໂຮງແຮມເສດຖາພາເຣດ, ໃນວັນທີ 6-7 ພຶດສະພາ 2026; ໂດຍການເປັນປະທານຮ່ວມຂອງທ່ານ ປອ. ນ. ແກ້ວວິວອນ ອຸດທະຈັກ ຮອງປະທານ ສວສສຊ, ທ່ານ ນາງ ມາຕີນ ເທເຣ ເຣີ (Ms. Martine Thérer) ຜູ້ຕາງໜ້າອົງການ UNDP ປະຈຳ ສປປ ລາວ ແລະ ທ່ານ ນາງ ລໍຣາ ມາຊິນີ (Ms. Laura Macini) ເຈົ້າໜ້າທີ່ດ້ານສິດທິມະນຸດຂອງ OHCHR, ມີບັນດາທ່ານຜູ້ຕາງໜ້າຈາກສະພາແຫ່ງຊາດ, ກະຊວງການເງິນ, ກະຊວງອຸດສະຫະກຳ ແລະ ການຄ້າ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມະຫາວິທະຍາໄລແຫ່ງຊາດ, ຄູ່ຮ່ວມພັດທະນາ, ຊ່ຽວຊານ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມຫຼາຍກວ່າ 45 ທ່ານ.

     ກອງປະຊຸມໄດ້ນໍາສະເໜີບັນດາຫົວຂໍ້ທີ່ສໍາຄັນ ເປັນຕົ້ນແມ່ນການດຳເນີນທຸລະກິດ ແລະ ຫຼັກການສິດທິມະນຸດ ພາຍໃຕ້ກອບວຽກສາກົນ ສູ່ການເຊືີ່ອມສານລົງສູ່ບໍລິບົດລາວ; ຂໍ້ມູນພື້ນຖານຂອງ BHR ແຫ່ງຊາດ; ຜົນການຄົ້ນຄວ້າກ່ຽວກັບຜົນກະທົບທາງທຸລະກິດຕໍ່ສິດທິມະນຸດ; ບັນດາກົດໝາຍ, ນະໂຍບາຍ ແລະ ສະຖາບັນກ່ຽວຂ້ອງທີ່ຕ້ອງປະເມີນ; ກິດຈະກຳອອກແບບການຄົ້ນຄວ້າຂໍ້ມູນພື້ນຖານ ທີ່ເນັ້ນໃສ່ບໍລິບົດ ສປປ ລາວ ແລະ ຈາກການຄົ້ນຄວ້າ ກາຍເປັນຜົນໄດ້ຮັບທີີ່ດີ ເຮັດໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມມີຄວາມສົນໃຈ ແລະ ແລກປ່ຽນປະກອບຄໍາຄິດຄໍາເຫັນຢ່າງສ້າງສັນ.

2

     ໃນໂອກາດດັ່ງກ່າວ ທ່ານ ປອ.ນ. ແກ້ວວິວອນ ອຸດທະຈັກ ໄດ້ກ່າວວ່າ: ການຂະຫຍາຍຕົວທາງເສດຖະກິດ ຕ້ອງຕິດພັນກັບຄວາມຍຸດຕິທຳທາງສັງຄົມ ບົນພື້ນຖານຍຶດຖືຫຼັກການສິດທິມະນຸດ, ການດຳເນີນທຸລະກິດໄດ້ກາຍເປັນເຄືີ່ອງມືທີີ່ສ້າງຄວາມບໍ່ສະເໝີພາບ, ມີການຂູດຮີດ ແລະ ມີຄວາມເຊື່ອມໂຊມຂອງຊີວິດຊຸມຊົນ. ກົງກັນຂ້າມ ເວລາທຸລະກິດຖືກປະເມີນວິເຄາະ, ໃຫ້ຄໍາແນະນໍາ ແລະ ຈັດຕັ້ງປະຕິບັດ ພາຍໃຕ້ຂອບສິດທິມະນຸດ, ມັນຈະກາຍເປັນພະລັງຊຸກຍູ້ການພັດທະນາແບບຍືນຍົງ ທີີ່ບໍ່ປະຖິ້ມໃຜໄວ້ເບື້ອງຫຼັງ.

3

     ທ່ານ ນາງ ມາຕີນ ເທເຣ ເຣີ (Ms. Martine Thérer), ຜູ້ຕາງໜ້າອົງການ UNDP ປະຈຳ ສປປ ລາວ ໄດ້ກ່າວວ່າ: ນະໂຍບາຍທີ່ເຂັ້ມແຂງ ແລະ ແນວປະຕິບັດທາງທຸລະກິດທີ່ຮັບຜິດຊອບ ບໍ່ສາມາດສ້າງຂຶ້ນໄດ້ຈາກການຄາດເດົາ ແຕ່ຈຳເປັນຕ້ອງອີງໃສ່ຫຼັກຖານຂໍ້ມູນທີ່ໜ້າເຊື່ອຖື ແລະ ຂັບເຄື່ອນໂດຍພາຍໃນປະເທດ.

4

     ທ່ານ ນາງ ລໍຣາ ມາຊິນີ (Ms. Laura Macini), ເຈົ້າໜ້າທີ່ດ້ານສິດທິມະນຸດຂອງ OHCHR ໄດ້ກ່າວວ່າ: ດ້ວຍຫຼັກການຊີ້ນຳແຫ່ງສະຫະປະຊາຊາດ ວ່າດ້ວຍທຸລະກິດ ແລະ ສິດທິມະນຸດ ພວກເຮົາມີກອບການດຳເນີນງານທີ່ຊັດເຈນ ແລະ ໄດ້ຮັບການຍອມຮັບຢ່າງກວ້າງຂວາງ ເຊິ່ງກຳນົດໜ້າທີ່ຂອງລັດ ແລະ ຄວາມຮັບຜິດຊອບຂອງວິສາຫະກິດ. ປັດຈຸ ບັນ, ຈຸດສຸມແມ່ນການນຳຫຼັກການເຫຼົ່ານີ້ໄປປະຕິບັດໃຫ້ເກີດຜົນຢ່າງເປັນຮູບປະທຳໃນບໍລິບົດຂອງແຕ່ລະປະເທດ”. UNDP ແລະ OHCHR ຍັງຄົງຢືນຢັນຄວາມມຸ່ງໝັ້ນໃນການສະໜັບສະໜູນລັດຖະບານ ສປປ ລາວ ແລະ ບັນດາພາກສ່ວນພາຍໃນປະເທດ ໃນການສົ່ງເສີມແນວປະຕິບັດທາງທຸລະກິດຢ່າງຮັບຜິດຊອບ ຜ່ານການເສີມສ້າງວຽກຄົ້ນຄວ້າ, ການສົນທະນານະໂຍບາຍແບບມີສ່ວນຮ່ວມ ແລະ ການປັບໃຫ້ສອດຄ່ອງກັບມາດຕະຖານສາກົນ. 

     ກອງປະຊຸມຝຶກອົບຮົມຄັ້ງນີ້ໄດ້ສ້າງຄວາມຮັບຮູ້ທີ່ສໍາຄັນກ່ຽວກັບເຄື່ອງມື ແລະ ຫຼັກການຕ່າງໆ ທີ່ຕິດພັນກອບວຽກທຸລະກິດ ແລະ ສິດທິມະນຸດ, ສາມາດຊ່ວຍອອກແບບວິທີການໃນການຄົ້ນຄວ້າ ເພື່ອສ້າງຂໍ້ມູນພື້ນຖານທາງດ້ານນະໂຍບາຍ ແລະ ການຄຸ້ມຄອງທຸລະກິດທີ່ເໝາະສົມສອດຄ່ອງກັບສະພາບຕົວຈິງຂອງລາວ.

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ