ສວສສຊ ຮ່ວມກັບ CMG ຈັດກອງປະຊຸມສົນທະນາ ລາວ-ຈີນ 2026 ກ່ຽວກັບ “ການສ້າງຄູ່ຮ່ວມຊະຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ”
ໃນຕອນເຊົ້າວັນທີ 6 ພະຈິກ 2026 ທີ່ຜ່ານມາ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ຮ່ວມກັບ ວິທະຍຸ-ໂທລະພາບສູນກາງຈີນ (CMG) ປະຈຳ ລາວ ໄດ້ຈັດກອງປະຊຸມສົນທະນາ ລາວ-ຈີນ ຂຶ້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມໃຫຍ່ ສວສສຊ ພາຍໃຕ້ຫົວຂໍ້: “ການສ້າງຄູ່ຮ່ວມຊະຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ”. ກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ປອ. ນາງ ແກ້ວວີວອນ ອຸດທະຈັກ, ຮອງປະທານ ສວສສຊ ແລະ ທ່ານ ນາງ ຟາງ ຫົງ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ໂດຍມີ ທ່ານ ນາງ ແສງແກ້ວ (Mo Xiaoling), ຫົວໜ້າ CMG ປະຈຳ ລາວ, ພ້ອມດ້ວຍ ບັນດາຫົວໜ້າຫ້ອງການ, ສະຖາບັນຄົ້ນຄວ້າ, ຕາງໜ້າອົງການອ້ອມຂ້າງຫຼັກ 6, ນັກວິຊາການ ແລະ ແຂກທີ່ມີກຽດຈາກທັງສອງປະເທດ ເຂົ້າຮ່ວມ.
ທ່ານ ປອ. ນາງ ແກ້ວວີວອນ ອຸດທະຈັກ ໄດ້ກ່າວວ່າ ກອງປະຊຸມຄັ້ງນີ້ເປັນສັນຍາລັກແຫ່ງມິດຕະພາບອັນເລິກເຊິ່ງ ແລະ ຄວາມໄວ້ເນື້ອເຊື່ອໃຈທາງການເມືອງລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ. ໃນສະພາບການໂລກທີ່ມີການປ່ຽນແປງຢ່າງຮຸນແຮງ, ການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ ໃຫ້ນັບມື້ນັບແໜ້ນແຟ້ນ ເປັນຄວາມຕ້ອງການທາງດ້ານຍຸດທະສາດ ເພື່ອຮັບປະກັນຜົນປະໂຫຍດຮ່ວມ ແລະ ສັນຕິພາບອັນຍືນຍົງ. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນບົດຮຽນລ້ຳຄ່າວ່າ ການຄຸ້ມຄອງພັກທີ່ເຂັ້ມແຂງ ແລະ ໂປ່ງໃສ ແມ່ນປັດໄຈຕັດສິນຕໍ່ຄວາມສຳເລັດຂອງການສ້າງຊາດໃຫ້ຈະເລີນ; ພ້ອມທັງຕີລາຄາສູງຕໍ່ຜົນສຳເລັດຂອງໂຄງການຍຸດທະສາດ ເຊັ່ນ: ເສັ້ນທາງລົດໄຟ ລາວ-ຈີນ ທີ່ໄດ້ຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ມາເປັນປະເທດທາງຜ່ານ ແລະ ຄ່ອຍໆກ້າວຂຶ້ນເປັນສູນກາງການຂົນສົ່ງ ແລະ ການຄ້າໃນອະນຸພາກພື້ນ.
ທ່ານ ນາງ ຟາງ ຫົງ ໄດ້ປະກອບຄຳເຫັນ ແລະ ເຜີຍແຜ່ບົດຮຽນຜົນສຳເລັດຂອງພັກກອມມູນິດຈີນ ໃນການວາງແຜນ ແລະ ຄຸ້ມຄອງພັກຢ່າງເຂັ້ມງວດ, ຮອບດ້ານ ຢ່າງສະເໝີຕົ້ນສະເໝີປາຍ ເປັນຕົ້ນແມ່ນ 1) ການກໍ່ສ້າງຖັນແຖວພະນັກງານທີ່ມີຄຸນນະພາບສູງ ເພື່ອສະໜອງບຸກຄະລາກອນ ແລະ ການຈັດຕັ້ງທີ່ເຂັ້ມແຂງໃຫ້ແກ່ການພັດທະນາປະເທດຊາດ, 2) ການສ້າງລະບົບອົງການຈັດຕັ້ງພັກທີ່ສະໜິດແໜ້ນ ເພື່ອເຊື່ອມໂຍງແຕ່ເທິງລົງລຸ່ມ ແລະ ມີກຳລັງຈັດຕັ້ງປະ ຕິບັດ, ຮັບປະກັນໃຫ້ການວາງແຜນງານຍຸດທະສາດຂອງພັກຫັນເປັນແຜນງານພັດທະນາຕົວຈິງ, 3) ການປັບປຸງແບບແຜນ ແລະ ລະບຽບວິໄນຢ່າງບໍ່ຢຸດຢັ້ງ, 4) ການຍຶດໝັ້ນຊຸກຍູ້ເປັນເອກະພາບກັນແບບ “ບໍ່ກ້າສໍ້ລາດບັງຫຼວງ, ບໍ່ສາມາດສໍ້ລາດບັງຫຼວງ, ບໍ່ຢາກສໍ້ລາດບັງຫຼວງ” ຢ່າງບໍ່ຄອນແຄນ, ເຮັດໃຫ້ອຳນາດຖືກນຳໃຊ້ເຂົ້າໃນການຮັບໃຊ້ປະຊາຊົນຢ່າງແທ້ຈິງ.
ທ່ານ ນາງ ແສງແກ້ວ ໄດ້ນຳສະເໜີເນື້ອໃນສຳຄັນຂອງຖະແຫຼງການກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະກໍາມະການສູນກາງພັກກອມມູນິດຈີນ ສະໄໝທີ XX ຢ່າງເລິກເຊິ່ງ. ເນື້ອໃນຖະແຫຼງການດັ່ງກ່າວແມ່ນການຮັບຮອງເອົາ “ຂໍ້ຕົກລົງກ່ຽວກັບການຍຶດໝັ້ນຊຸກຍູ້ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານໃຫ້ສືບຕໍ່ຍາວນານ” ໂດຍແນ່ໃສ່ 5 ຫຼັກ ການພື້ນຖານ ຄື: ການຍຶດໝັ້ນການນຳພາທາງການເມືອງ ແລະ ຫຼັກການລວມສູນປະຊາທິປະໄຕ, ການສ້າງຖັນແຖວພະ ນັກງານທີ່ມີຄຸນນະພາບສູງ ແລະ ອົງການຈັດຕັ້ງພັກທຸກຂັ້ນໃຫ້ເຂັ້ມແຂງ, ການປັບປຸງແບບແຜນວິທີເຮັດວຽກ ແລະ ລະບຽບວິໄນຢ່າງເດັດດ່ຽວ, ການດຳເນີນຍຸດທະສາດຕ້ານການສໍ້ລາດບັງຫຼວງຢ່າງເປັນລະບົບ, ພ້ອມທັງການເຊື່ອມໂຍງການກໍ່ສ້າງພັກກັບການຊຸກຍູ້ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ທີ XV ແລະ ການສ້າງຄວາມທັນສະໄໝແບບຈີນ. ພ້ອມນີ້, ຍັງໄດ້ນໍາສະເໜີຖະແຫຼງການຂອງກອງປະຊຸມດັ່ງກ່າວ ກ່ຽວກັບການຕົກລົງ ແລະ ຮັບຮອງເອົາແຜນການຈັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XXI ຂອງພັກຄອມມູນິດຈີນ ເຊິ່ງແມ່ນກອງປະຊຸມທີ່ມີຄວາມໝາຍສຳຄັນສຸດຍອດ ແລະ ເປັນເຫດການໃຫຍ່ໃນຊີວິດການເມືອງຂອງພັກ ແລະ ປະເທດຊາດ ທ່າມກາງໄລຍະສຳຄັນແຫ່ງການບັນລຸເປົ້າໝາຍສັງຄົມນິຍົມທັນສະໄໝໂດຍພື້ນຖານ ແລະ ການກ້າວສູ່ການເດີນທາງຄັ້ງໃໝ່ແຫ່ງເປົ້າໝາຍສູ້ຊົນຮ້ອຍປີເຫດການທີສອງ. ທ່ານຍັງໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງສື່ມວນຊົນ ແລະ ຄັງປັນຍາ ໃນການເປັນຂົວຕໍ່ສື່ສານ, ການເຜີຍແຜ່ບົດຮຽນການບໍລິຫານລັດ-ຄຸ້ມຄອງພັກ ແລະ ການສົ່ງເສີມຄວາມເຂົ້າໃຈອັນດີລະຫວ່າງ ປະຊາຊົນສອງຊາດ ລາວ-ຈີນ.
ບັນດານັກຄົ້ນຄວ້າ, ຜູ້ຊ່ຽວຊານ ແລະ ນັກວິຊາການຂອງທັງສອງຝ່າຍ ໄດ້ຮ່ວມກັນປະກອບຄຳເຫັນ ແລະ ແລກປ່ຽນບົດຮຽນຢ່າງເປີດກວ້າງ, ກົງໄປກົງມາ ໂດຍສຸມໃສ່ການກໍ່ສ້າງ ແລະ ຄຸ້ມຄອງພັກຢ່າງເຂັ້ມງວດ, ການພັດທະ ນາເສດຖະກິດມະຫາພາກ, ການປັບປຸງແບບແຜນວິທີເຮັດວຽກ, ການຕ້ານການສໍ້ລາດບັງຫຼວງ ພ້ອມທັງການພັດທະນາຊັບພະຍາກອນມະນຸດ ແລະ ການແລກປ່ຽນຂໍ້ມູນຂ່າວສານ; ທັງນີ້ ເພື່ອສັງລວມເປັນບົດຮຽນທາງດ້ານທິດສະດີ ແລະ ຂໍ້ສະເໜີແນະທາງນະໂຍບາຍ ອັນຈະເປັນບ່ອນອີງໃຫ້ແກ່ການບໍລິຫານລັດ-ຄຸ້ມຄອງພັກ ແລະ ການຜັນຂະຫຍາຍການເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ ໃຫ້ມີໝາກຜົນຍິ່ງໃຫຍ່ຂຶ້ນກວ່າເກົ່າ. ກອງປະຊຸມຄັ້ງນີ້ ຖືເປັນຂີດໝາຍ ແລະ ເວທີອັນສຳຄັນ ໃຫ້ແກ່ຄັງປັນຍາ, ນັກຄົ້ນຄວ້າ ແລະ ຂະແໜງສື່ມວນຊົນ ໃນການປະກອບສ່ວນສະຕິປັນຍາ, ຫົວຄິດປະດິດສ້າງ ເຂົ້າໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ແລະ ການຜັນຂະຫຍາຍການເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ ໃນທຸກສະພາບການຂອງຍຸກສະໄໝໃຫ້ມີຄວາມແໜ້ນແຟ້ນ ແລະ ຍືນຍົງຍິ່ງໆຂຶ້ນ.
ຖ່າຍພາບ: ທະນົງສຸກ ບຸນປະເສີດ
ຂຽນຂ່າວ: ພະແນກຂໍ້ມູນຂ່າວສານ ສວສສຊ