ສວສສຊ ແລກປ່ຽນທາງວິຊາການກັບນັກຄົ້ນຄວ້າ ແຂວງຢຸນນານ ສປ ຈີນ
ໃນຕອນບ່າຍວັນທີ 25 ພະຈິກ 2026 ທີ່ຜ່ານມາ, ທ່ານ ປອ. ບຸນສີ ພຸດທະວົງ, ຫົວໜ້າສະຖາບັນຄົ້ນ ຄວ້າສັງຄົມວິທະຍາ ພາຍໃຕ້ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຕ້ອນຮັບທ່ານ ນາງ ເຈີນ ຢຸນເຟຍ Ms. Deng Yunfei, ນັກຄົ້ນຄວ້າຮ່ວມຂອງສະຖາບັນຄົ້ນຄວ້າລາວ, ທ່ານ ນາງ ຈ້າວ ຊູ່ລານ Ms. Zhao Shulan, ນັກຄົ້ນຄວ້າອາວຸໂສ, ຫົວໜ້າສະຖາບັນຄົ້ນຄວ້າອາຊີຕາເວັນອອກສຽງໃຕ້, ສະຖາບັນວິທະຍາສາດສັງຄົມ ແຂວງຢຸນນານ ສປ ຈີນ ເພື່ອປຶກ ສາຫາລືແລກປ່ຽນຄວາມຄິດເຫັນທາງວິຊາການກ່ຽວກັບການຮ່ວມມືທາງດ້ານຄົມມະນາຄົມ, ດິຈິຕ້ອນ ແລະ ການສຶກສາລະຫວ່າງ ລາວ-ຈີນ.
ທັງສອງຝ່າຍໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນໃນຫຼາຍປະເດັນທີ່ສຳຄັນ ໂດຍສະເພາະບົດຮຽນ ແລະ ປະສົບການການຮ່ວມມືໃນໄລຍະ 5 ປີ ຈາກຜົນສຳເລັດການເປີດໃຫ້ບໍລິການທາງລົດໄຟ ລາວ-ຈີນ ເພື່ອຄົ້ນຄວ້າສົ່ງເສີມ ແລະ ຊອກຫາຄວາມຮ່ວມກັນລະຫວ່າງຂົງເຂດອື່ນໆທີ່ປິ່ນອ້ອມ; ປະສິດທິພາບການນໍາໃຊ້ເຕັກໂນໂລຊີດິຈິຕ້ອນກັບຕ່າງປະເທດ ໃນຂົງເຂດບູລິມະສິດທີ່ ສປປ ລາວ ຄາດຫວັງຈະຊຸກຍູ້ໃຫ້ມີຄວາມຄືບໜ້າ ແລະ ຂົງເຂດທີ່ຢາກໃຫ້ ສປ. ຈີນ ຮ່ວມມືຢ່າງເລິກເຊິ່ງ; ຜົນສໍາເລັດການດຳເນີນວຽກງານການສຶກສາຂັ້ນພື້ນຖານ ໂດຍສະເພາະໂຄງການການສຶກສາຊັ້ນສູງ, ປະສິດທິພາບຂອງການຮ່ວມມືດ້ານການສຶກສາເຕັກນິກວິຊາຊີບ ລວມທັງຂົງເຂດການສຶກສາທີ່ ສປປ ລາວ ຄາດຫວັງຈະຮ່ວມມືກັບ ສປ. ຈີນ ຫຼາຍທີ່ສຸດໃນຕໍ່ໜ້າ. ການພົບປະໃນຄັ້ງນີ້ ເປັນການສືບຕໍ່ຮ່ວມມືທາງວິຊາການລະຫວ່າງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ສະຖາບັນວິທະຍາສາດສັງຄົມ ແຂວງຢຸນນານ ສປ ຈີນ ຕາມບົດບັນທຶກຄວາມຮ່ວມມືລະຫວ່າງສອງຝ່າຍທີ່ໄດ້ເຊັນກັນ.
ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ