ສວສສຊ ຈັດສຳມະນາວິິທະຍາສາດກ່ຽວກັບ ຫຼັກມູນພື້ນຖານຂອງທິດສະດີມາກ

01

        ໃນຕອນບ່າຍຂອງວັນທີ 13 ພຶດສະພາ 2026 ທີ່ຜ່ານມາ, ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດກ່ຽວກັບຫຼັກການມູນພື້ນຖານຂອງທິດສະດິມາກ ໂດຍເປັນປະທານຂອງ ທ່ານ ປອ. ລີເບີ ລີບົວປາວ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານ ສວສສຊ ມີບັນດາຮອງປະທານ, ຄະນະພັກ, ບັນດາຫົວໜ້າສະຖາບັນຄົ້ນຄວ້າ, ກົມ, ຫ້ອງການ, ສູນ ພ້ອມດ້ວຍພະນັກງານທົ່ວ ສວສສຊ ເຂົ້າຮ່ວມ. ຈຸດປະສົງເພື່ອຍົກລະດັບຄວາມຮັບຮູ້ທາງດ້ານທິດສະດີການເມືອງໃຫ້ສະມາຊິກພັກ ແລະ ພະນັກງານ-ລັດຖະກອນຂອງສະຖາບັນໃຫ້ສູງຂຶ້ນ, ເປັນພື້ນຖານຄວາມຮູ້ໃນການຄົ້ນຄວ້າວິທະຍາສາດ ຮັບໃຊ້ໃຫ້ແກ່ການປະຕິບັດແນວ ທາງນະໂຍບາຍຂອງພັກ ແລະ ລັດຖະບານ. 

02
03

        ປອ. ລີເບີ ລີບົວປາວ ໄດ້ກ່າວວ່າ: ທິດສະດີມາກເປັນທິດສະດີພື້ນຖານ ທີ່ພັກ ແລະ ລັດຖະບານຂອງພວກເຮົານຳໃຊ້ເປັນເຂັມຊີ້ທິດເຍືອງທາງໃນການນຳພາ-ຊີ້ນຳຂະບວນການຕໍ່ສູ້ປົດປ່ອຍຊາດຈົນໄດ້ຮັບໄຊຊະນະ ກໍ່ຄືສ້າງສາພັດທະນາປະເທດຊາດ ເພື່ອກ້າວຂືຶ້ນສັງຄົມນິຍົມເທື່ອລະກ້າວຢ່າງໜັກແໜ້ນ. ເພາະສະນັ້ນ, ສວສສຊ ພວກເຮົາມີຄວາມຕ້ອງ ການ ແລະ ຈຳເປັນຮີບດ່ວນ ຕ້ອງໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ກຳແໜ້ນພື້ນຖານທິດສະດີດັ່ງກ່າວ ເພື່ອສາມາດເອົາໄປໝູນໃຊ້ເຂົ້າການຄົ້ນຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມ ຕາມພາລະບົດບາດ, ຮັບໃຊ້ການວາງແນວທາງນະໂຍບາຍຂອງພັກ ກໍ່ຄືຍຸດທະສາດ ແລະ ແຜນພັດທະນາເສດຖະກິດ ແລະ ສັງຄົມຂອງລັດ. ແຕ່ເຖິງຢ່າງໃດກໍ່ຕາມ, ຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບພື້ນຖານທິດສະດີດັ່ງກ່າວຂອງພະນັກງານ ແລະ ນັກຄົ້ນຄວ້າຂອງ ສວສສຊ ພວກເຮົາແມ່ນຍັງຈຳກັດ, ເນື່ອງຈາກສະມາຊິກພັກ ແລະ ພະນັກງານສ່ວນຫຼາຍ ຍັງແມ່ນພະນັກງານໝຸ່ມນ້ອຍ, ທີ່ຍັງບໍ່ທັນເຄີຍຜ່ານການຮ່ຳຮຽນ ຫຼື ຝຶກອົບຮົມທິດສະດີການເມືອງຂອງພັກມາຢ່າງເປັນລະບົບ. ຫວັງຢ່າງຍິ່ງວ່າ ການຖ່າຍຖອດບົດ ຮຽນຄວາມຮູ້ເທື່ອນີ້ ຈະຊ່ວຍໃຫ້ສະມາຊິກພັກ-ພະນັກງານຂອງສະຖາບັນ ກຳໄດ້ຢ່າງເປັນລະບົບ ແລະ ຮູ້ຈັກໝູນໃຊ້ຄວາມຮູ້ດ້ານວິທະຍາສາດການເມືອງ, ໂລກະທັດວັດຖຸນິຍົມສັດຈະວິພາກ ແລະ ປະຫວັດສາດ ເຂົ້າໃນການຍົກສູງຄຸນນະພາບວຽກງານຕົວຈິງ ເປັນອາວຸດທາງດ້ານແນວຄິດທີ່ແຫຼມຄົມ ແລະ ຄັງປັນຍາຂອງພັກ-ລັດ.

       ກອງປະຊຸມໄດ້ຮັບຟັງການບັນລະຍາຍຄວາມຮູ້ ແລະ ບົດຮຽນກ່ຽວກັບຫຼັກມູນພື້ນຖານຂອງທິດສະດີມາກ ໂດຍ ສຈ.ປອ. ບຸນທີ ເຄືອມີໄຊ  ອາດີດຫົວໜ້າກົມຄຸ້ມຄອງວິທະຍາສາດ, ອາດີດຮອງປະທານສະພາວິທະຍາສາດ ສະຖາບັນການເມືອງການປົກຄອງແຫ່ງຊາດ ເຊິ່ງໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງທິດສະດີຄຸນຄ່າ (ການຜະລິດສິນຄ້າ; ທຶນ ແລະ ຄຸນຄ່າສ່ວນເກີນ), ການສະສົມທຶນ, ການຜະລິດສໍາທຶນສັງຄົມ, ການໝູນວຽນທຶນ ແລະ ຮອບວຽນທຶນ, ກໍາໄລ, ທຶນການຄ້າ ແລະ ກໍາໄລການຄ້າ, ທຶນໃຫ້ຢືມ ແລະ ດອກເບ້ຍ, ຄ່າເຊົ່າທີ່ດິນ ຂອງທິດສະດີມາກ.

        ການສໍາມະນາວິທະຍາສາດຄັ້ງນີ້ ດໍາເນີນໄປດ້ວຍບັນຍາກາດອັນດີ, ສະມາຊິກພັກ-ພະນັກງານໄດ້ພ້ອມກັນປະ ກອບຄຳເຫັນ, ຕັ້ງຄໍາຖາມ ແລະ ແລກປ່ຽນບົດຮຽນຈາກຕົວຈິງກັບວິທະຍາກອນຢ່າງສ້າງສັນ,  ກົງໄປກົງມາ. ກອງປະ ຊຸມຍັງໄດ້ຮຽກຮ້ອງໃຫ້ພະນັກງານທີ່ເຂົ້າຮ່ວມທັງໝົດ ຈົ່ງນຳເອົາເນື້ອໃນຈິດໃຈທີ່ໄດ້ຮຽນຮູ້ໃນມື້ນີ້ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຢູ່ພາກສ່ວນຂອງຕົນໃຫ້ເກີດດອກອອກຜົນເປັນຮູບປະທຳ.  

04
06

                                                   ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ