ສວສສຊ ຈັດສຳມະນາກ່ຽວກັບ ການຄຸ້ມຄອງການຂຸດຄົ້ນແຮ່ຫີນ ແລະ ຊາຍ ແບບຍືນຍົງຢູ່ ສປປ ລາວ

6

     ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດກ່ຽວກັບ “ການຄຸ້ມຄອງການຂຸດຄົ້ນແຮ່ຫີນ ແລະ ຊາຍ ແບບຍືນຍົງ ຕາມລໍາແມ່ນໍ້າຂອງ ແລະ ສາຂາແມ່ນໍ້າຢູ່ ສປປ ລາວ”  ຂຶ້ນໃນວັນທີ 14 ພຶດສະພາ 2026 ທີ່ໂຮງແຮມ ຄຣາວພລາຊາ (Crown Plaza), ໂດຍການເປັນປະທານຮ່ວມຂອງທ່ານ ປອ. ລີເບີ ລີບົວປາວ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ປອ. ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ, ທ່ານ ລູອິສ ເມົາວານີ (Louis Mulvaney) ຫົວໜ້າພະແນກຮ່ວມມື, ສະຖານທູດອັງກິດ ປະຈຳລາວ ແລະ ທ່ານ ນາງ ເຮຣອນ ໂຮໂລເວ (Heron Holloway) ຜູ້ ອຳນວຍການອົງການອະນຸລັກສັດປ່າ ປະຈໍາລາວ (WWF-LAOS). ເປັນກຽດເຂົ້າຮ່ວມໃນກອງປະຊຸມສຳມະນາວິທະ ຍາສາດຄັ້ງນີ້ ມີບັນດາຄະນະນຳຂອງກະຊວງ ແລະ ຂະແໜງການກ່ຽວຂ້ອງ ຂັ້ນສູນກາງ ແລະ ນະຄອນຫຼວງວຽງຈັນ; ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສັງຄົມ (CSOs) ພາຍໃນທີ່ກ່ຽວຂ້ອງ; ຜູ້ຕາງໜ້າພາກທຸລະກິດ, ບັນດາຜູ້ຊ່ຽວຊານ ແລະ ນັກຄົ້ນຄວ້າ ເຂົ້າຮ່ວມທັງໝົດ 70 ກ່ວາທ່ານ.

1
5

     ກອງປະຊຸມໄດ້ຮັບຟັງການບັນຍາຍພິເສດ ປະທານ ແລະ ຄະນະປະທານ ທັງ 4 ທ່ານ ແລະ ໄດ້ຮັບຟັງການສະເໜີ ຜົນການຄົ້ນຄວ້າວິທະຍາສາດ ທັງໝົດ 2 ບົດ ຄື: “ການທົບທວນ ສະຖານະພາບຂອງ ແມ່ນ້ຳຂອງ” ແລະ “ຜົນການປະເມີນການຂຸດຄົ້ນແຮ່ຫີນ ແລະ ຊາຍຕາມລຳແມ່ນ້ຳຂອງ ແລະ ແມ່ນ້ຳສາຂາ ໃນ ສປປ ລາວ: ທົບທວນຄືນບັນດານະໂຍບາຍ, ລະບຽບ, ກົດໝາຍ, ກົນໄກປະສານງານ, ຊ່ອງຫວ່າງ ແລະ ຂໍ້ສະເໜີແນະທາງດ້ານນະໂຍບາຍ”. ເຊິ່ງເນື້ອໃນຈິດໃຈຫຼັກ ຂອງບົດລາຍງານຜົນການສຶກສາດັ່ງກ່າວ ສາມາດສະຫຼຸບສັງລວມ ໂດຍຫຍໍ້ດັ່ງນີ້: ແຮ່ຫີນ ແລະ ຊາຍແມ່ນຊັບພະຍາກອນທຳມະຊາດ ທີ່ໄດ້ຮັບການນຳໃຊ້ຫຼາຍ, ໂດຍສະເພາະ ແມ່ນນຳໃຊ້ເຂົ້າໃນການກໍ່ສ້າງພື້ນຖານໂຄງລາງ, ເສັ້ນທາງຄົມມະນາຄົມ, ອາຄານທີ່ຢູ່ອາໄສ, ຕົວເມືອງ ແລະ ອື່ນໆ; ເຖິງແມ່ນວ່າ ການຂຸດຄົ້ນ ແລະ ນຳໃຊ້ແຮ່ຫີນ ແລະ ຊາຍ ຈະໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ຂະຫຍາຍຕົວຂອງເສດຖະກິດ, ແຕ່ການຂຸດຄົ້ນ ແລະ ນຳໃຊ້ແຮ່ຫີນ ແລະ ຊາຍ ກໍ່ຕິດພັນກັບຄວາມສ່ຽງທາງສັງຄົມ ແລະ ສິ່ງແວດລ້ອມຫຼາຍປະການ, ໂດຍສະເພາະແມ່ນຕາຝັງເຈື່ອນ, ສົ່ງຜົນກະທົບຕໍ່ຄຸນນະພາບນ້ຳ, ຖິ່ນອາໄສຂອງສັດນ້ຳ, ຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ວິຖີການດຳລົງຊີວິດຂອງປະຊາຊົນ; ສູນກາງພັກ ແລະ ລັດຖະບານຂອງ ສປປ ລາວ ຂອງພວກເຮົາ ໄດ້ໃຫ້ຄວາມສຳຄັນຕໍ່ການປົກປັກຮັກສາສິ່ງແວດລ້ອມ, ການພັດທະນາແບບຍືນຍົງ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດ ທີ່ມີຢູ່ຢ່າງຈຳກັດ ໃຫ້ເກີດຜົນປະໂຫຍດສູງສຸດ; ແຕ່ເຖິງຢ່າງໃດກໍ່ຕາມ, ກົນໄກການຄຸ້ມຄອງການຂຸດຄົ້ນແຮ່ຫີນ ແລະ ຊາຍ ຢູ່ ສປປ ລາວ ຂອງພວກເຮົາ ກໍ່ຍັງມີຈຸດອ່ອນ ແລະ ຊ່ອງຫ່ວາງ ບາງປະການ ທີ່ຈະຕ້ອງໄດ້ຮັບການປັບປຸງໃຫ້ເຂັ້ມແຂງຂື້ນຕື່ມ, ເປັນຕົ້ນແມ່ນ: ການປະສານງານ ແລະ ນຳພາໃນການຄຸ້ມຄອງມາຍັງພາຍໃຕ້ຂະແໜງການ, ຍັງຂາດແຜນການ ແລະ ແຜນງານການຂຸດຄົ້ນທີ່ມີປະສິດທິພາບ ແລະ ປະສິດທິຜົນສູງ; ການອະນຸມັດໂຄງການຂຸດຄົ້ນແຮ່ຫີນ ແລະ ຊາຍ ໃນປະຈຸບັນ ຍັງອີງໃສ່ການສະເໜີຂອງຜູ້ລົງທຶນເປັນຕົ້ນຕໍ່ ເຮັດໃຫ້ມີຄວາມສຽງຕໍ່ສັງຄົມ ແລະ ສິ່ງແວດລ້ອມ, ການຄຸ້ມຄອງຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມຍັງບໍ່ທັນມີປະສິດທິດພາບ ແລະ ປະສິດທິຜົນເທົ່າທີ່ຄວນ ເນື່ອງຈາກຫຼາຍສາເຫດໃນນັ້ນລວມມີ: ຄວາມສາມາດ ແລະ ປະສົບການ ສະເພາະດ້ານຂອງພະນັກງານຂະແໜງການກ່ຽວຂ້ອງ, ຄວາມບໍ່ເປັນອິດສະຫຼະດ້ານການເງິນ-ງົບປະມານ, ຊ່ອງຫ່ວາງ ຂອງລະບຽບກົດໝາຍ ແລະ ອື່ນໆ, ລະບຽບກົດໝາຍທີ່ກ່ຽວຂ້ອງບາງສະບັບຍັງບໍ່ທັນ ສອດຄ່ອງກັນ ແລະ ການຕິດຕາມ ແລະ ຄວບຄຸມການຂຸດຄົ້ນ, ການລັກລອບຂຸດຄົ້ນຍັງບໍ່ທັນເຂັ້ມແຂງ.

2
4

     ເພື່ອຍົກປະສິດທິພາບ, ປະສິດທິຜົນ ແລະ ຄວາມຍືນຍົງຂອງການຂຸດຄົ້ນແຮ່ຫີນ ແລະ ຊາຍ ຢູ່ ສປປ ລາວ ໃຫ້ສູງຂື້ນຕື່ມ ບົດລາຍງານຜົນການສຶກສາຄັ້ງນີ້ ມີຂໍ້ສະເໜີແນະຫຼາຍຂໍ້ໃຫ້ ສູນກາງພັກ, ລັດຖະບານ ແລະ ຂະແໜງການກ່ຽວຂ້ອງ ໄປພິຈາລະນາປັບປຸງໃຫ້ເຂັ້ມແຂງຂື້ນຕື່ມ. ເຊິ່ງໃນນັ້ນລວມມີ: ຍົກລະດັບຈຸດປະສານການຄຸ້ມຄອງໃຫ້ສູງຂື້ນຕື່ມ, ພິຈາລະນາອະນຸມັດ ແລະ ຄຸ້ມຄອງການຂຸດຄົ້ນແຮ່ຫີນ ແລະ ຊາຍ ຕາມກົດໝາຍບໍ່ແຮ່ ປີ 2017 ເຊັ່ນດຽວກັບບໍ່ແຮ່ອື່ນໆ, ເພີ່ມທະວີຄວາມເຂັ້ມແຂງໃນການຄຸ້ມຄອງຜົນກະທົບທາງສັງຄົມ ແລະ ສິ່ງແວດລ້ອມ, ທົບທວນ ແລະ ປັບປຸງບັນດາກົດໝາຍ ແລະ ກົດລະບຽບທີ່ຂັດກັນ ໃຫ້ສອດຄອງກັນ, ດຳເນີນການສຶກສາ, ຄາດຄະເນຄວາມຕ້ອງການ, ຊອກຄົ້ນ-ສຳຫຼວດ ແລະ ສ້າງແຜນການຂຸດຄົ້ນ ທີ່ມີປະສິດທິພາບ ແລະ ປະສິດທິຜົນ, ເພີ່ມທະວີການຈັດຕັ້ງປະຕິບັດກົດໝາຍ ແລະ ກົດລະບຽບທີ່ກ່ຽວຂ້ອງ ໃຫ້ເຂັ້ມງວດຂື້ນຕື່ມ ແລະ ເພີ່ມທະວີການສະກັດກັ້ນ ແລະ ປາບປາມ ການລັກລອບຂຸດຄົ້ນທີ່ບໍ່ຖືກຕ້ອງຕາມກົດໝາຍ.

7
3

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ