ເດືອນ: ຕຸລາ 2026

WhatsApp Image 2026-10-29 at 08.08.31 (1)

ສຳມະນາວິທະຍາສາດຄັງປັນຍາ ລາວ-ຈີນ ປະຈຳປີ 2026

WhatsApp Image 2026-10-29 at 08.08.31 (1)

        ກອງປະຊຸມສຳມະນາວິທະຍາສາດຄັງປັນຍາ ລາວ-ຈີນ ປະຈຳປີ 2026 ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ໂຮງ ແຮມລາດຊະວົງ ພາຍໃຕ້ຫົວຂໍ້: “ເພີ່ມທະວີການເຊື່ອມໂຍງ, ເຊື່ອມຈອດ ແລະ ການປະສານງານດ້ານອຸດສາ ຫະກຳ: ເພື່ອຜັນຂະຫຍາຍການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ໃນລະດັບສູງ”. ພາຍໃຕ້ການເປັນປະທານຂອງ ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES), ທ່ານ ຫວງ ຜິງ (Huang Ping) ຫົວໜ້າສະຖາບັນຄົ້ນຄວ້າວິຊາການຈີນ ປະຈໍາຮົງກົງ, ທ່ານ ຫຼີວ ລີ່ປິນ (Liu Libin) ຮອງຫົວໜ້າສະຖາບັນຄົ້ນຄວ້າຍຸດທະສາດອາຊີ-ປາຊີຟິກ ແລະ ໂລກ (CASS), ມີບັນດາຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາກອນ ແລະ ສໍາມະນາກອນຈາກທັງສອງປະເທດເຂົ້າຮ່ວມ. 

        ຈຸດປະສົງຕົ້ນຕໍແມ່ນເພື່ອເປັນເວທີສົນທະນາປຶກສາຫາລື, ແລກປ່ຽນຄວາມຄິດເຫັນ ແລະ ສະໜອງຂໍ້ມູນ, ຄຳຄິດຄຳເຫັນ ພ້ອມທັງຂໍ້ສະເໜີແນະໃຫ້ແກ່ການວາງນະໂຍບາຍ, ການສ້າງຍຸດທະສາດ ແລະ ແຜນການເຊື່ອມໂຍງເສດຖະກິດ-ສັງຄົມ ລະຫວ່າງສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງຊາດ ເຊິ່ງຄັ້ງນີ້ໄດ້ຈັດຂຶ້ນ ເນື່ອງໃນໂອກາດສະຫຼອງວັນສ້າງສາຍພັນທະມິດການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ. ທັງເປັນການຜັນຂະຫຍາຍກອບການຮ່ວມມືສອງຝ່າຍ ລະຫວ່າງ ສວສສຊ (LASES) ແລະ ສະຖາບັນວິທະຍາສາດສັງຄົມຈີນ (CASS) ເຊິ່ງໄດ້ຈັດຕັ້ງປະຕິບັດຮ່ວມກັນມາຕັ້ງແຕ່ປີ 2011.

​        ປອ. ສະຖາບັນດິດ ອິນສີຊຽງໃໝ່ ໄດ້ກ່າວວ່າ: ສປປ ລາວ ແລະ ສປ ຈີນ ມີອຸດົມການທາງການເມືອງ ແລະ ລະບອບການປົກຄອງຄ້າຍຄືກັນ ພ້ອມທັງເປັນຄູ່ຮ່ວມຊາຕາກໍາດຽວກັນ; ການເພີ່ມທະວີການເຊື່ອມໂຍງ-ເຊື່ອມຈອດ ແລະ ການປະສານງານດ້ານອຸດສາຫະກຳ ຈຶ່ງເປັນຄວາມຮີບດ່ວນ ເພື່ອຜັນຂະຫຍາຍການເປັນຄູ່ຮ່ວມຊາຕາກຳໃຫ້ປະກົດຜົນເປັນຮູບປະທຳ. ທັງສອງສະຖາບັນມຸ່ງຫວັງທີ່ຈະຍົກລະດັບການຮ່ວມມືຈາກການຈັດສຳມະນາ ໄປສູ່ການຄົ້ນຄວ້າວິທະຍາສາດຮ່ວມກັນ, ການແລກປ່ຽນນັກວິຊາການ ແລະ ການພັດທະນາຊັບພະຍາກອນມະນຸດຢ່າງຍືນຍົງ.

WhatsApp Image 2026-10-29 at 08.08.30 (1)
WhatsApp Image 2026-10-29 at 08.08.29 (1)

        ກອງປະຊຸມ ໄດ້ຮັບຟັງການບັນຍາຍພິເສດຈາກ ທ່ານ ຫວງ ຜິງ ເຊິ່ງທ່ານໄດ້ເນັ້ນໜັກວ່າ ຄວາມທັນສະໄໝແມ່ນໝາກຜົນຂອງໂລກ ແລະ ເປັນບົດຮຽນທີ່ແຕ່ລະປະເທດສາມາດຮຽນຮູ້, ແລກປ່ຽນ ແລະ ນຳໄປໝູນໃຊ້ຢ່າງປະ ດິດສ້າງ; ໂດຍມີການພັດທະນາຊັບພະຍາກອນມະນຸດ ເປັນປັດໄຈຕົ້ນຕໍ ແລະ ເປັນຖານຮອງຮັບການຂະຫຍາຍຕົວທາງເສດຖະກິດ, ການເຊື່ອມໂຍງອຸດສາຫະກຳ ແລະ ການຜັນຂະຫຍາຍການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ໃນລະດັບສູງ. ພ້ອມດຽວກັນ, ຍັງໄດ້ຮັບຟັງການບັນຍາຍພິເສດຈາກ ທ່ານ ນາງ ແສງເດືອນ ໄຊຍະສອນ, ຮອງປະທານຜູ້ປະຈຳການຄະ ນະກຳມະການຮ່ວມມື ລາວ-ຈີນ ໄດ້ລົງເລິກສະພາບລວມການຮ່ວມມືດ້ານເສດຖະກິດ-ເຕັກນິກ, ການຄ້າ ແລະ ການລົງທຶນ ລາວ-ຈີນ ປີ 2026 ແລະ ທິດທາງປີ 2027. ໃນນັ້ນ, ໄດ້ຍົກໃຫ້ເຫັນເຖິງການເຕີບໂຕຂອງມູນຄ່າການຄ້າສອງຝ່າຍ ແລະ ຜົນສໍາເລັດຂອງໂຄງການຍຸດທະສາດ ເຊັ່ນ: ເສັ້ນທາງລົດໄຟ ລາວ-ຈີນ ທີ່ໄດ້ຂົນສົ່ງຜູ້ໂດຍສານແລ້ວກວ່າ 80 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າກວ່າ 90 ລ້ານໂຕນ.

        ກອງປະຊຸມໄດ້ລົງເລິກສົນທະນາ-ແລກປ່ຽນໃນການວິເຄາະການເຊື່ອມໂຍງທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ພາຍໃຕ້ກອບ RCEP ແລະ ແລວທາງເສດຖະກິດ ລາວ-ຈີນ, ໂດຍເນັ້ນໃສ່ການສ້າງມູນຄ່າເພີ່ມໃນທ້ອງຖິ່ນ, ການປະສານງານດ້ານອຸດສາຫະກຳ ແລະ ກົນໄກການເງິນ-ການຊຳລະທີ່ທັນສະໄໝ, ຄວບຄູ່ໄປກັບການປະເມີນຜົນສຳເລັດຂອງການພັດທະນາໂຄງລ່າງພື້ນຖານຄົມມະນາຄົມ ແລະ ເສັ້ນທາງລົດໄຟ ລາວ-ຈີນ ທີ່ເປັນກຳລັງຂັບເຄື່ອນຕົ້ນຕໍ; ພ້ອມກັນນັ້ນ ຍັງໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການພັດທະນາຊັບພະຍາກອນມະນຸດ, ການສຶກສາວິຊາຊີບ ແລະ ການແລກປ່ຽນທາງດ້ານວິທະຍາສາດ ເພື່ອຮອງຮັບການຂະຫຍາຍຕົວທາງເສດຖະກິດ ບົນພື້ນຖານທັດສະນະທີ່ວ່າຄວາມທັນສະໄໝແມ່ນໝາກຜົນຂອງໂລກ, ບັນດາຜົນໄດ້ຮັບ ແລະ ສິ່ງທ້າທາຍຕົວຈິງ ເຊັ່ນ: ຂໍ້ຈຳກັດດ້ານເຄືອຂ່າຍໂຄງລ່າງ, ການອຳນວຍຄວາມສະດວກຂອງພາກລັດ, ແລະ ຕົ້ນທຶນຄ່າຂົນສົ່ງ ເພື່ອສັງລວມເປັນຂໍ້ສະເໜີແນວທາງດ້ານທິດສະດີ ແລະ ນະໂຍບາຍ ທີ່ຈະນຳໄປຜັນຂະຫຍາຍສູ່ພາກປະຕິບັດຕົວຈິງໃຫ້ປະກົດຜົນເປັນຮູບປະທຳ. 

​          ຜົນການສໍາມະນາຄັ້ງນີ້ ບໍ່ພຽງແຕ່ເປັນຄັງຄວາມຮູ້ອັນມີຄຸນຄ່າເທົ່ານັ້ນ, ແຕ່ຍັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມສ້າງຄວາມເຂົ້າໃຈ, ເພີ່ມທະວີຄວາມເຊື່ອໝັ້ນ ແລະ ຜັນຂະຫຍາຍການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ມີຄວາມແໜ້ນແຟ້ນ ແລະ ເປັນຮູບປະທຳ, ສ່ອງແສງເຖິງຄວາມສາມັກຄີຮັກແພງ ແລະ ຄວາມເຊື່ອມໂຍງຢ່າງແໜ້ນແຟ້ນລະຫວ່າງສອງພັກ, ສອງລັດ, ສອງຊາດ ແລະ ສອງສະຖາບັນຄັງປັນຍາ. ຜົນສໍາເລັດດັ່ງກ່າວ ຈະສັງລວມເປັນຂໍ້ມູນລາຍງານສະເໜີຕໍ່ພາກສ່ວນກ່ຽວຂ້ອງ ເພື່ອໃຊ້ເປັນພື້ນຖານດ້ານທິດສະດີ ແລະ ເປັນບ່ອນອີງໃນການວາງນະໂຍບາຍ ສູ່ການປະຕິບັດຕົວຈິງຢ່າງມີປະສິດທິຜົນ.

WhatsApp Image 2026-10-29 at 08.08.31
WhatsApp Image 2026-10-29 at 08.08.29
WhatsApp Image 2026-10-29 at 08.08.30

ຂຽນຂ່າວ ແລະ ຖ່າຍພາບ: ພະແນກຂໍ້ມູນຂ່າວສານ

WhatsApp Image 2026-10-23 at 10.16.05

ສວສສຊ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຸກຍູ້ການຫັນເປັນດິຈິຕ້ອນ ໄລຍະປີ 2026-2031

WhatsApp Image 2026-10-23 at 10.16.06

        ວັນທີ 22 ຕຸລາ 2026, ທີ່ສູນການຄ້າ ລາວ-ໄອເຕັກ, ໃນງານສັບປະດາດິຈິຕ້ອນລາວ 2026, ສະຖາບັນວິທະ ຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຮ່ວມກັບກະຊວງເຕັກໂນໂລຊີ ແລະ ການສື່ສານ ລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດ້ານເຕັກໂນໂລຊີ ແລະ ການສື່ສານ ໃນຂົງເຂດວິທະຍາສາດເສດຖະກິດ ແລະ ສັງ ຄົມ ໄລຍະປີ 2026-2031. ຕາງໜ້າລົງນາມໃນຄັ້ງນີ້ມີ ທ່ານ ປອ. ລີເບີ ລີບົວປາວ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ທ່ານ ປອ. ສັນຕິສຸກ ສິມມາລາວົງ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ; ມີບັນດາຮອງປະທານ, ຮອງລັດຖະມົນຕີ ແລະ ແຂກຖືກເຊີນຈາກທັງສອງພາກສ່ວນເຂົ້າຮ່ວມເປັນສັກຂີພະຍານ.

        ຈຸດປະສົງການລົງນາມ MoU ຮ່ວມກັນຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍການຫັນເປັນດີຈີຕ້ອນຂອງ ສປປ ລາວ ໄປສູ່ການຈັດຕັ້ງປະຕິບັດຕົວຈິງ ໂດຍສະເພາະການຮ່ວມມືກັນໃນການຄົ້ນຄວ້າ, ການພັດທະນາ, ການນຳໃຊ້, ການບໍລິການ ແລະ ການຄຸ້ມຄອງການຫັນເປັນດິຈິຕ້ອນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ. ສຳລັບເນື້ອໃນຕົ້ນຕໍ ແມ່ນສຸມໃສ່ການຄົ້ນຄວ້າວິທະຍາສາດເສດຖະກິດ-ສັງຄົມ ແລະ ວິທະຍາສາດທຳມະຊາດ ທີ່ຕິດພັນກັບການນຳໃຊ້ເຕັກໂນໂລຊີ, ນະວັດຕະກຳໃໝ່ ແລະ ການຫັນເປັນດິຈິຕ້ອນ, ຍົກລະດັບການນຳໃຊ້ເຄື່ອງມື ແລະ ໂປຣແກຣມ ເພື່ອປັບປຸງລະບົບການຄຸ້ມຄອງ-ບໍລິຫານຂອງບັນດາຫ້ອງການ, ກົມ ແລະ ສະຖາບັນຄົ້ນຄວ້າຢູ່ພາຍໃນ ສວສສຊ ໃຫ້ທັນສະໄໝ. ຊ່ວຍພັດທະນາຊັບພະຍາກອນມະນຸດດ້ານໄອຊີທີ, ຈັດກອງປະຊຸມວິທະຍາສາດ, ສ້າງເຄືອຂ່າຍວິຊາການ ແລະ ລະດົມທຶນຮອນ, ພ້ອມທັງສະໜອງການບໍລິການຜົນການຄົ້ນຄວ້າແກ່ພັກ, ລັດຖະບານ ແລະ ສັງຄົມ ໂດຍມີການຄຸ້ມຄອງ ຄວາມປອດໄພ ແລະ ປ້ອງກັນບໍ່ໃຫ້ຂໍ້ມູນຮົ່ວໄຫຼ.

        ການຮ່ວມມືຄັ້ງນີ້ ຖືເປັນບາດກ້າວໜຶ່ງສຳຄັນໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X. ຜົນສຳເລັດຂອງການຮ່ວມມື ຈະເປັນພື້ນຖານອັນໜັກແໜ້ນໃນການວາງແນວທາງນະໂຍບາຍ ແລະ ປະຕິບັດວິໄສທັດ, ແຜນຍຸດທະສາດລວມ ຮັບໃຊ້ການພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຢ່າງຍືນຍົງ.

WhatsApp Image 2026-10-23 at 10.16.16
WhatsApp Image 2026-10-23 at 10.16.18

                      ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ

WhatsApp Image 2026-10-23 at 08.59.35

ສວສສຊ ແລະ ສະຖາບັນຄົ້ນຄວ້າຂົນສົ່ງ ສປ. ຈີນ ແລກປ່ຽນບົດຮຽນການເຊື່ອມຈອດຄົມມະນາຄົມຂົນສົ່ງ

WhatsApp Image 2026-10-23 at 08.59.35

        ຕອນບ່າຍວັນທີ 21 ຕຸລາ 2026 ທີ່ຜ່ານມາ, ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ຈັນສະໝອນ ວົງໄພສິດ, ຮອງຫົວໜ້າສະຖາບັນຄົ້ນຄວ້າພັດທະນາວິສາຫະກິດ ໄດ້ຕ້ອນຮັບທ່ານ ດຣ. ຟ່ານ ຢີ່ຈຽງ (Fan Yijiang), ຮອງຫົວໜ້າສະຖາບັນຄົ້ນຄວ້າຂົນສົ່ງ, ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດ ສປ. ຈີນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາພົບປະແລກປ່ຽນບົດຮຽນ ກ່ຽວກັບການເຊື່ອມຈອດຄົມມະນາຄົມ-ຂົນສົ່ງ ລາວ-ຈີນ.

        ໃນໂອກາດນີ້, ທ່ານ ຈັນສະໝອນ ວົງໄພສິດ ໄດ້ນໍາສະເໜີເປົ້າໝາຍທີ່ສໍາຄັນຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ແລະ ແຜນພັດທະນາຂະແໜງໂຍທາທິການ ແລະ ຂົນສົ່ງ ໄລຍະປີ 2026-2030 ເພື່ອຍົກລະດັບການເຊື່ອມຈອດຄົມມະນາຄົມ-ຂົນສົ່ງລະດັບອະນຸພາກພື້ນ ແລະ ພາກພື້ນ. ພ້ອມນີ້ ຍັງໄດ້ລາຍງານຄວາມຄືບໜ້າ ແລະ ຜົນສໍາເລັດຂອງທາງລົດໄຟລາວ-ຈີນ ທີ່ຊ່ວຍຊຸກຍູ້ການຄ້າ, ການທ່ອງທ່ຽວ ແລະ ການລົງທຶນຂະຫຍາຍຕົວສູງຂຶ້ນ ເຮັດ ໃຫ້ເສດຖະກິດມະຫາພາກມີສະເຖຍລະພາບ ແລະ  ໝັ້ນທ່ຽງ. ສອງຝ່າຍຍັງໄດ້ລົງເລິກປຶກສາຫາລືກ່ຽວກັບໂຄງການເຊື່ອມຈອດຍຸດທະສາດຄື: ການຂະຫຍາຍທາງລົດໄຟ ລາວ-ຈີນ, ທາງດ່ວນວຽງຈັນ-ບໍ່ເຕັນ ແລະ ທາງດ່ວນນະຄອນ ຫຼວງວຽງຈັນ-ປາກເຊ. ການເຊື່ອມຈອດທາງລົດໄຟ ແລະ ທາງດ່ວນ ລາວ-ຫວຽດນາມ ເພື່ອຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໄປສູ່ປະເທດເຊື່ອມໂຍງ-ເຊື່ອມຈອດພາກພື້ນຢ່າງຄົບວົງຈອນ.

        ການພົບປະແລກປ່ຽນຄັ້ງນີ້ ເປັນການແລກປ່ຽນທັດສະນະທາງດ້ານນະໂຍບາຍໃນການກຳນົດທິດທາງການພັດ ທະນາຮ່ວມກັນຂອງແລວການຄ້າທາງບົກ-ທາງທະເລສາກົນໃໝ່ ທັງເປັນບົດຮຽນໃຫ້ ສວສສຊ ໃນການຄົ້ນຄວ້າຕົວຊີ້ວັດໃນການຕິດຕາມປະເມີນຜົນປະສິດທິພາບດ້ານໂລຈິສຕິກ, ການຫຼຸດຕົ້ນທຶນການຂົນສົ່ງ ແລະ ການຄຸ້ມຄອງຄວາມສ່ຽງດ້ານການເງິນໃນໄລຍະປີ 2026-2030.

WhatsApp Image 2026-10-23 at 08.59.34
WhatsApp Image 2026-10-23 at 08.59.34 (1)
WhatsApp Image 2026-10-23 at 08.59.32

                         ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ

WhatsApp Image 2026-10-20 at 09.53.51 (1)

ສວສສຊ ສຳເລັດຊຸດຝຶກອົບຮົມ TOT ລະບົບຫ້ອງການທັນສະໄໝ (e-Office)

WhatsApp Image 2026-10-20 at 09.53.51 (1)

         ເພື່ອຜັນຂະຫຍາຍທິດລວມຂອງລັດຖະບານໃນການຫັນເປັນລັດຖະບານດິຈິຕອນໃຫ້ເປັນຮູບປະທໍາ; ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ຮ່ວມກັບ ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຊຸດຝຶກອົບຮົມສ້າງຄູຝຶກ (Training of Trainers: TOT) ກ່ຽວກັບລະບົບຫ້ອງການທັນສະໄໝ (e-Office) ຂຶ້ນໃນລະຫວ່າງວັນທີ 12-16 ຕຸລາ 2026 ທີ່ ສວສສຊ. ກອງປະຊຸມຝຶກອົບຮົມດັ່ງກ່າວ ດໍາເນີນໄປໂດຍການເປັນປະທານຮ່ວມຂອງ ທ່ານ ເພັດໃສ ເພຍເທບ, ຫົວໜ້າຫ້ອງການ ສວສສຊ ແລະ ທ່ານ ຄຳຜາຍ ອິນທະຣາ, ຮອງຫົວໜ້າສູນບໍລິຫານລັດດິຈິທອນ ໂດຍມີພະນັກງານ-ລັດຖະກອນເຂົ້າຮ່ວມ.

        ຕະຫຼອດໄລຍະການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ຍົກລະດັບຄວາມສາມາດທັງພາກທິດສະດີ ແລະ ປະຕິ ບັດຕົວຈິງ ເພື່ອຫັນປ່ຽນຈາກການບໍລິຫານເອກະສານແບບດັ້ງເດີມໄປສູ່ລະບົບດິຈິຕອນຢ່າງເຕັມຮູບແບບ. ຫຼັກສູດໄດ້ເນັ້ນໃສ່ຂະບວນການຄຸ້ມຄອງ, ການຈໍລະຈອນເອກະສານຂາເຂົ້າ-ຂາອອກ, ການພິຈາລະນາ, ການລົງລາຍເຊັນເອເລັກໂຕຣນິກ ພ້ອມທັງການຕິດຕັ້ງ ແລະ ນຳໃຊ້ລະບົບຜ່ານຄອມພິວເຕີ, ໂທລະສັບມືຖື ແລະ ອຸປະກອນຕ່າງໆ ເພື່ອສ້າງມາດຕະຖານການເຮັດວຽກທີ່ໂປ່ງໃສ, ວ່ອງໄວ ແລະ ຫຼຸດຜ່ອນການນໍາໃຊ້ເຈ້ຍ. ຊຸດຝຶກອົບຮົມ ໄດ້ປິດລົງໃນຕອນເຊົ້າວັນທີ 16 ຕຸລາ ຜ່ານມາ; ໂດຍແມ່ນ ທ່ານ ຄຳຜາຍ ອິນທະຣາ ເປັນກຽດມອບໃບຢັ້ງຢືນໃຫ້ນັກຝຶກອົບຮົມ.

         ໃນໂອກາດກ່າວສະຫຼຸບປິດພິທີ, ທ່ານ ເພັດໃສ ເພຍເທບ ໄດ້ເນັ້ນໜັກເຖິງຄວາມສຳຄັນ ແລະ ຄວາມມຸ່ງຫວັງຂອງ ສວສສຊ ຕໍ່ການນຳໃຊ້ເຄື່ອງມືດິຈິຕອນ ແລະ ຜົນສຳເລັດຊຸດຝຶກອົບຮົມ TOT ຄັ້ງນີ້ ຖືເປັນບາດກ້າວສຳຄັນເຮັດໃຫ້ ສວສສຊ ມີທີມງານຄູຝຶກປະຈຳທີ່ສາມາດຖ່າຍທອດຄວາມຮູ້ຕໍ່ໃຫ້ກັບພະນັກງານ-ລັດຖະກອນພາຍໃນ, ເພື່ອເພີ່ມປະສິດທິພາບ, ຄວາມສະດວກ ແລະ ຄວາມວ່ອງໄວໃນການບໍລິຫານງານລັດ ມຸ່ງສູ່ການເປັນອົງກອນດິຈິຕອນຢ່າງແທ້ຈິງ.

WhatsApp Image 2026-10-20 at 09.53.52
WhatsApp Image 2026-10-20 at 09.53.53

                                                         ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ

WhatsApp Image 2026-10-19 at 14.47.47

ສວສສຊ ເຂົ້າຮ່ວມຄົ້ນຄວ້າທິດທາງເສດຖະກິດ-ການເງິນຂຽວທີ່ ສປ.ຈີນ

WhatsApp Image 2026-10-19 at 14.47.47 (1)

        ໃນລະຫວ່າງວັນທີ 13-17 ຕຸລາ 2026, ທ່ານ ປອ. ລີເບີ ລີບົວປາວ, ກໍາມະການສູນກາງພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດລະດັບສູງກ່ຽວກັບການຮ່ວມມື ເພື່ອພັດທະນາຈີນ-ອາຊຽນ (China-ASEAN Development Cooperation Symposium) ແລະ ກອງປະຊຸມສໍາມະນາຄວາມຮ່ວມມືດ້ານການເງິນ ເພື່ອການພັດທະນາສີຂຽວ (China-ASEAN Green Development Financing Cooperation Seminar) ເຊິ່ງຈັດຂຶ້ນຢູ່ ສປ.ຈີນ ເພື່ອຊຸກຍູ້ການເຊື່ອມໂຍງເສດຖະກິດ ແລະ

        ກອງປະຊຸມສໍາມະນາວິທະຍາສາດ ການຮ່ວມມືເພື່ອການພັດທະນາຈີນ-ອາຊຽນ ໄດ້ຈັດຂຶ້ນໃນວັນທີ 14 ຕຸລາ 2026 ທີ່ໂຮງແຮມ ເຣແນສຊອງ ປັກກິ່ງ ຫວັງຟູຈິງ (Renaissance Beijing Wangfujing) ໂດຍການເປັນປະທານຂອງ ທ່ານ ຫຼູ່ ຮາວ (Lu Hao), ລັດຖະມົນຕີ, ປະທານສູນວິໄຈການພັດທະນາສະພາແຫ່ງລັດ ສປ ຈີນ (DRC) ແລະ ປະທານສູນຄວາມຮູ້ສາກົນເພື່ອການພັດທະນາ (CIKD). ກອງປະຊຸມດໍາເນີນໄປພາຍໃຕ້ຮູບແບບການປຶກສາຫາລືແບບ ປິດ (Chatham House Rule) ໂດຍມີຜູ້ແທນລະດັບສູງ, ນັກວິຊາການ ແລະ ຜູ້ຮ່າງນະໂຍບາຍຈາກບັນດາປະເທດອາຊຽນ ເຊັ່ນ: ໄທ, ກໍາປູເຈຍ, ມາເລເຊຍ, ມຽນມາ, ຫວຽດນາມ, ຟີລິບປິນ ແລະ ອິນໂດເນເຊຍ ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ປອ. ລີເບີ ລີບົວປາວ ໄດ້ມີຄໍາເຫັນເນັ້ນໜັກເຖິງກາລະໂອກາດ ແລະ ຜົນປະໂຫຍດອັນມະຫາສານ ພາຍໃຕ້ການຮ່ວມມືຈີນ-ອາຊຽນ ໂດຍສະເພາະການຈັດຕັ້ງປະຕິບັດຂອບການຮ່ວມມືການຄ້າເສລີ ຈີນ-ອາຊຽນ 3.0 (ACFTA 3.0 Upgrade Protocol) ໃຫ້ເປັນຮູບປະະທໍາ ແລະ ການຂະຫຍາຍຕົວຂອງສັນຍາຄູ່ຮ່ວມເສດຖະກິດຮອບດ້ານລະດັບພື້ນ (RCEP) ໃນການເຊື່ອມໂຍງພື້ນຖານໂຄງລ່າງ, ການຄ້າດິຈິຕ້ອນ, ເຕັກໂນໂລຊີປັນຍາປະດິດ (AI), ເຄືອຂ່າຍສູນຂໍ້ມູນຂ້າມແດນ, ພະລັງງານຂຽວ ແລະ ຍານພາຫະນະໄຟຟ້າ (EV). ພ້ອມກັນນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນຜົນສໍາເລັດຂອງການຮ່ວມມືທະວີພາຄີລາວ-ຈີນ ພາຍໃຕ້ແຜນແມ່ບົດການຮ່ວມມື ລາວ-ຈີນ ໄລຍະປີ 2024-2028 ເຊິ່ງໄດ້ສ້າງຄວາມກ້າວໜ້າຢ່າງໂດດເດັ່ນດ້ານການເຊື່ອມໂຍງທາງລົດໄຟ-ທາງບົກ-ທາງອາກາດ, ການລົງທຶນໃນເຂດເສດຖະກິດພິເສດ, ໂຄງການພະລັງງານນໍ້າ, ການຂຸດຄົ້ນແຮ່ທາດ, ການທ່ອງທ່ຽວ ແລະ ການຊ່ວຍເຫຼືອເພື່ອການພັດທະນາ (ODA). ນອກຈາກນັ້ນ ຍັງໄດ້ສະເໜີຕໍ່ລັດຖະບານຈີນ ແລະ ບັນດາປະເທດອາຊຽນ ໃຫ້ສຸມໃສ່ປັບປຸງກົນໄກການປະສານງານ, ຂະຫຍາຍິ່ງອໍານວຍຄວາມສະດວກການຄ້າ-ໂລຈິສຕິກຂ້າມແດນ ແລະ ສົ່ງເສີມການຮ່ວມມືດ້ານການວິໄຈ ແລະ ວິເຄາະນະໂຍບາຍຮ່ວມກັນ ເພື່ອແກ້ໄຂສິ່ງທ້າທາຍທາງດ້ານຄວາມແຕກຕ່າງລະດັບການພັດທະນາ ແລະ ອຸປະສັກທາງການຄ້າ.

        ໃນວັນທີ 16 ຕຸລາ 2026, ປອ. ລີເບີ ລີບົວປາວ ໄດ້ສືບຕໍ່ເຂົ້າຮ່ວມການສໍາມະນາຄວາມຮ່ວມມືດ້ານການເງິນ ເພື່ອການພັດທະນາສີຂຽວຈີນ-ອາຊຽນ ທີ່ສະຖາບັນກິດຈະການສາກົນ, ມະຫາວິທະຍາໄລຈີນແຫ່ງຮ່ອງກົງ-ເຊີນເຈີ້ນ (CUHK Shenzhen) ນະຄອນເຊີນເຈີ້ນ, ແຂວງກວາງຕຸ້ງ. ໃນກອງປະຊຸມ ປະທານ ສວສສຊ ໄດ້ນໍາສະເໜີ ກອບຍຸດທະສາດການເຕີບໂຕຂຽວແຫ່ງຊາດຂອງ ສປປ ລາວ ຮອດປີ 2030 ເຊິ່ງສຸມໃສ່ການຮັບມືກັບການປ່ຽນແປງພູມອາ ກາດ, ການຄຸ້ມຄອງຊັບພະຍາກອນທໍາມະຊາດ, ກະສິກໍາ-ປ່າໄມ້, ພະລັງງານ ແລະ ການຂົນສົ່ງ, ພ້ອມທັງຮຽກຮ້ອງໃຫ້ມີການລະດົມທຶນ ແລະ ການຮ່ວມມືດ້ານການວິໄຈຂຽວ ລະຫວ່າງ ຈີນ-ອາຊຽນ ຢ່າງແຂງແຮງ.

         ການເຂົ້າຮ່ວມກອງປະຊຸມສໍາມະນາລະດັບສູງຂອງຄະນະນໍາ ສວສສຊ ຄັ້ງນີ້ ເປັນການຢັ້ງຢືນບົດບາດອັນສໍາຄັນຂອງ ສປປ ລາວ ໃນການເປັນຂົວຕໍ່ການເຊື່ອມໂຍງພາກພື້ນ ເພື່ອຍົກສູງການພັດທະນາເສດຖະກິດ-ສັງຄົມຮ່ວມກັນ ແລະ ສ້າງຍຸດທະສາດການເຕີບໂຕທີ່ເປັນມິດຕໍ່ສິ່ງແວດລ້ອມກັບ ສປ. ຈີນ ແລະ ບັນດາປະເທດອາຊຽນຢ່າງຍືນຍົງ.ການພັດທະນາແບບຍືນຍົງໃນພາກພື້ນ.

 

WhatsApp Image 2026-10-19 at 14.47.47 (2)
WhatsApp Image 2026-10-19 at 14.47.48
WhatsApp Image 2026-10-19 at 14.47.48 (1)

                                    ຂຽນຂ່າວ ແລະ ຖ່າຍພາບ: ພະແນກຂໍ້ມູນຂ່າວສານ

WhatsApp Image 2026-10-16 at 15.46.00

ສວສສຊ ເຂົ້າຮ່ວມສໍາມະນາສາກົນ ກ່ຽວກັບ "ທິດສະດີ ໂນໂອໂນມີ: ແນວທາງໃໝ່ຕໍ່ການຫັນປ່ຽນເສດຖະກິດ-ສັງຄົມ"

WhatsApp Image 2026-10-16 at 15.46.00

        ສປປ ລາວ ໄດ້ກໍານົດແນວທາງ ແລະ ຍຸດທະສາດທີ່ສໍາຄັນ ໃນການຫັນປ່ຽນໂຄງສ້າງເສດຖະກິດ-ສັງຄົມ ຈາກການເພິ່ງພາການຂຸດຄົ້ນຊັບພະຍາກອນທໍາມະຊາດ ໄປສູ່ການສ້າງເສດຖະກິດຖານຄວາມຮູ້ທີ່ຍືນຍົງ. ວິໄສທັດດັ່ງກ່າວ ໄດ້ຖືກສາຍໃຫ້ເຫັນຢ່າງຈະແຈ້ງໃນກອງປະຊຸມສໍາມະນາວິທະຍາສາດລະດັບສາກົນ ພາຍໃຕ້ຫົວຂໍ້ “ທິດສະດີ ໂນໂອໂນມີ: ແນວທາງໃໝ່ຕໍ່ການຫັນປ່ຽນເສດຖະກິດ-ສັງຄົມ” (The Theory of Noonomy: New Approaches to Socio-Economic Transformation) ເຊິ່ງຈັດຂຶ້ນຢ່າງເປັນທາງການ ໃນວັນທີ 15 ຕຸລາ 2026 ທີ່ສະຖາບັນຂົງຈື້, ມະຫາວິທະຍາໄລແຫ່ງຊາດ. ກອງປະຊຸມສໍາມະນາຄັ້ງນີ້ ຈັດຂຶ້ນມາຮ່ວມກັນ 4 ພາກສ່ວນ ລະຫວ່າງ ມະຫາວິທະຍາໄລແຫ່ງຊາດ (ມຊ), ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ), ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ແລະ ສະມາຄົມໂນໂອໂນມີໂລກ (World Association of Noonomy-WAN) ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຮສ. ປອ. ພູເພັດ ກ້ຽວພິລາວົງ, ຮອງອະທິການບໍດີ ມຊ, ທ່ານ ປອ. ນ. ແກ້ວວິວອນ ອຸດທະຈັກ, ຮອງປະທານ ສວສສຊ; ທ່ານ ປອ. ສຸພາວະດີ ຫຼ້າໄກສອນ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ທ່ານ ສາດສະດາຈານ ເຊີເກ ດີ. ບອດຣູນອບ (Prof. Sergey D. Bodrunov), ປະທານສະມາຄົມໂນໂອໂນມີໂລກ; ມີຜູ້ຕາງໜ້າຈາກພາກລັດ, ສະຖາບັນຄົ້ນຄວ້າ, ນັກວິທະຍາສາດ ແລະ ນັກສຶກສາ ທັງຮູບແບບເຊິ່ງໜ້າ ແລະ ອອນໄລນ໌ ຈາກ ສປປ ລາວ, ຣັດເຊຍ, ຈີນ, ກີກິດສະຖານ, ຈໍເຈຍ ແລະ ອູການດາ ເຂົ້າຮ່ວມກວ່າ 100 ທ່ານ.

WhatsApp Image 2026-10-16 at 15.52.26
WhatsApp Image 2026-10-16 at 15.46.01
WhatsApp Image 2026-10-16 at 15.46.01 (1)

        ກອງປະຊຸມໄດ້ນໍາສະເໜີສະພາບວິກິດການຂອງໂຄງສ້າງເສດຖະກິດໂລກ ເຊິ່ງມີຮູບແບບການເຕີບໂຕແບບດັ້ງເດີມ ທີ່ອີງໃສ່ການຂຸດຄົ້ນຊັບພະຍາກອນ ແລະ ກົນໄກຕະຫຼາດແບບເກັງກໍາໄລໄດ້ກ້າວສູ່ຂີດຈໍາກັດ. ທ່ານ ສາດ ສະດາຈານ ເຊີເກ ດີ. ບອດຣູນອບ ກ່າວວ່າ: ທິດສະດີ ໂນໂອໂນມີ (Noonomy) ແມ່ນຂະບວນວິວັດໃໝ່ທີ່ເນັ້ນການຂັບເຄື່ອນເສດຖະກິດດ້ວຍຄວາມຮູ້ເຂັ້ມຂຸ້ນ, ລະບົບອັດຕະໂນມັດ ແລະ ປັນຍາປະສົມປະສານ (Hybrid Intelligence) ເພື່ອຮັບໃຊ້ຄວາມຕ້ອງການທີ່ແທ້ຈິງຂອງມະນຸດ ແທນການສະສົມທຶນ.

        ໃນໂອກາດດັ່ງກ່າວ ທ່ານ ປອ. ນ. ແກ້ວວິວອນ ອຸດທະຈັກ ໄດ້ແລກປ່ຽນຄໍາເຫັນຕໍ່ທິດສະດີໂນໂອໂນມີ ໃນບໍລິບົດຂອງລາວວ່າ: ສປປ ລາວ ໄດ້ກໍານົດເອົາການເຊື່ອມຈອດພາກພື້ນ ເປັນກົນໄກທີ່ສໍາຄັນໃນການຫັນປ່ຽນຈາກ “ເສດຖະກິດທີ່ອີງໃສ່ຊັບພະຍາກອນທໍາມະຊາດ” ໄປສູ່ “ເສດຖະກິດອົງຄວາມຮູ້” ຄື: ເສດຖະກິດພູມປັນຍາ ທີ່ສ້າງມູນຄ່າເພີ່ມຈາກຄວາມຮູ້, ນະວັດຕະກໍາ ແລະ ຂໍ້ມູນຂ່າວສານ ແທນການຂຸດຄົ້ນຊັບພະຍາກອນທໍາມະຊາດ. ທ່ານໄດ້ເນັ້ນໜັກວ່າ: ເສັ້ນທາງລົດໄຟ ລາວ-ຈີນ ໄດ້ເປີດປະຕູສູ່ຍຸກໃໝ່ແຫ່ງການເຊື່ອມຈອດ ເຮັດໃຫ້ລາວກາຍເປັນ “ຂົວທາງບົກ” ຂອງພາກພື້ນ, ບັນຫາຍຸດທະສາດສໍາຄັນໃນການຫັນປ່ຽນ ສປປ ລາວ ຈາກການເປັນພຽງ “ທາງຜ່ານ” (Transit) ໄປສູ່ “ສູນກາງອົງຄວາມຮູ້ ແລະ ການຂົນສົ່ງ” (Knowledge & Logistics Hub) ຄືການສ້າງສູນຂໍ້ມູນ, ສູນຝຶກອົບຮົມ ແລະ ສູນນະວັດຕະກໍາດ້ານການຂົນສົ່ງ ທີີ່ກະທົບໃສ່ຕ່ອງໂສ້ການສ້າງມູນຄ່າເພີ່ມພາຍໃນປະເທດຢ່າງຍືນຍົງ ໂດຍເລັ່ງໃສ່ການສ້າງຄົນ, ສ້າງສະຖາບັນ ແລະ ຄວາມຍືນຍົງຂອງຊັບພະຍາກອນ-ສິ່ງແວດລ້ອມໃນອະນາຄົດ. ໃນນັ້ນ ຕ້ອງເສີມສ້າງພື້ນຖານໂຄງລ່າງທາງກາຍະພາບເຊື່ອມໂຍງເຂົ້າກັບເຕັກໂນໂລຊີດີຈີີຕ້ອນ ເພື່ອຍົກລະດັບການແຂ່ງຂັນ, ຄວາມໂປ່ງໃສ ແລະ ປະສິດທິພາບໃຫ້ສູງຂຶ້ນ; ສົ່ງເສີມການຄ້າ ແລະ ກິດຈະກໍາທາງເສດຖະກິິດ ທີ່ມີມູນຄ່າສູງ; ລົງທຶນໃນການພັດທະນາຊັບພະຍາກອນມະນຸດ ແລະ ຂະຫຍາຍຄວາມຮ່ວມມືກັບສາກົນ ໃນການພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ເພື່ອຍົກລະດັບປະເທດຈາກ “ທາງຜ່ານ” (Transit) ໄປສູ່ “ສູນກາງອົງຄວາມຮູ້ ແລະ ການຂົນສົ່ງ” ຢ່າງຍືນຍົງ.

        ພາຍໃນການສໍາມະນາ ຍັງໄດ້ມີການນໍາສະເໜີເນື້ອໃນຂໍ້ມູນຫຼາຍປະເດັ່ນທີ່ສໍາຄັນ ກ່ຽວກັບມູມມອງດ້ານການເມືອງ ແລະ ບົດບາດຂອງ ສມປຊ ໃນການເຊື່ອມສານທິດສະດີເສດຖະກິດສະໄໝໃໝ່ເຂົ້າໃນວຽກງານການນໍາພາ-ຄຸ້ມຄອງລັດ; ບົດບາດຂອງສະຖາບັນການສຶກສາຊັ້ນສູງ ໃນການເປັນເບົ້າຫຼໍ່ຊັບພະຍາກອນມະນຸດ ຜ່ານການຫັນເປັນທັນສະໄໝທຶນມະນຸດ ແລະ ການປະຕິຮູບນະໂຍບາຍສາທາລະນະ ໃຫ້ຕິດພັນກັບການຫັນເປັນດິຈິຕອນຢ່າງແທ້ຈິງ. ພ້ອມດຽວກັນນັ້ນ, ບັນດານັກວິຊາການສາກົນຈາກມະຫາວິທະຍາໄລເຣິນມິນ (ສປ ຈີນ), ມະຫາວິທະຍາໄລແຫ່ງລັດມົສກູ (ຣັດເຊຍ), ມະຫາວິທະຍາໄລມາເຄີເຣເລ (ອູການດາ), ມະຫາວິທະຍາໄລເສດຖະກິດກຽກກິດສະ ຖານ ແລະ ຈໍເຈຍ ກໍໄດ້ຮ່ວມຖອດຖອນບົດຮຽນການໃຊ້ປະຍຸກໃຊ້ທິດສະດີ ໂນໂອໂນມິ, ການນໍາໃຊ້ປັນຍາປະດິດ, ການພັດທະນາແຮງງານດິຈິຕ້ອນ ເພື່ອແກ້ໄຂວິກິດເສດຖະກິດໃນຂົງເຂດຂອງຕົນ.

        ກອງປະຊຸມຄັ້ງນີ້ ໄດ້ບັນລຸຜົນສໍາເລັດຢ່າງຈົບງາມ ແລະ ເອກະພາບສູງຮ່ວມກັນ ໃນການສ້າງບົດສະຫຼຸບນະໂຍບາຍ (Policy Brief) ວ່າດ້ວຍ “ການເຊື່ອມໂຍງແນວຄິດ ໂນໂອໂນມີ ເຂົ້າໃນຍຸດທະສາດການພັດທະນາເສດ ຖະກິດ-ສັງຄົມຂອງ ສປປ ລາວ ຫຼັງປີ 2030” ສະເໜີຕໍ່ພາກລັດ, ພ້ອມທັງສະເໜີຈັດຕັ້ງ ສູນຄົ້ນຄວ້າໂນໂອໂນມີ ແລະ ເສດຖະກິດຖານຄວາມຮູ້ຢູ່ ສວສສຊ, ມຊ ຫຼື ສມປຊ, ຈັດພິມເອກະສານວິທະຍາສາດສາກົນ, ແລະ ສິ່ງສໍາຄັນແມ່ນການລົງນາມບົດບັນທຶກຄວາມເຂົ້າໃຈ (MOU) 4 ຝ່າຍ ລະຫວ່າງ ສວສສຊ, ມຊ, ສມປຊ ແລະ ສະມາຄົມໂນໂອໂນມີໂລກ ເພື່ອຮັດແໜ້ນຄວາມຮ່ວມມືທາງປັນຍາ, ເຕັກໂນໂລຊີ ແລະ ການພັດທະນາຊັບພະຍາກອນມະນຸດ ໃຫ້ກ້າວຂຶ້ນສູ່ລະດັບສູງ.

WhatsApp Image 2026-10-16 at 15.46.03
WhatsApp Image 2026-10-16 at 15.46.03 (1)
WhatsApp Image 2026-10-16 at 15.52.28

                               ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ

WhatsApp Image 2026-10-16 at 13.57.48

ສວສສຊ ຕ້ອນຮັບສະມາຄົມໂນໂອໂນມີໂລກ ສະຫະພັນຣັດເຊຍ

WhatsApp Image 2026-10-16 at 13.57.48

        ໃນຕອນເຊົ້າວັນທີ 14 ຕຸລາ 2026 ທີ່ຜ່ານມາ, ທີ່ຫ້ອງປະຊຸມ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ປອ. ນາງ ແກ້ວວິວອນ ອຸດທະຈັກ, ຮອງປະທານ ສະຖາບັນວິທະຍາສາດເສດຖະກິດ  ແລະ ສັງຄົມແຫ່ງຊາດ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ສາດສະດາຈານ ປອ. ເຊີເກ ບອດຣູນອບ (Sergey Bodrunov), ປະທານສະມາຄົມ ໂນໂອໂນມີໂລກ (World Noonomy Association) ຈາກສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນ ທາງມາເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດາກົນ ລະຫວ່າງລາວ-ລັດເຊຍ.

        ທັງສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນກ່ຽວກັບພາລະບົດບາດໜ້າທີ່, ການຄົ້ນຄວ້າທາງດ້ານວິຊາການ, ການແລກປ່ຽນຂໍ້ມູນຂ່າວສານ ແລະ ການສ້າງເຄືອຂ່າຍຄວາມຮ່ວມມື ລະຫວ່າງນັກຄົ້ນຄວ້າ ແລະ ບຸກຄະລາກອນວິທະຍາສາດ ເພື່ອສົ່ງເສີມການຮ່ວມມືດ້ານວິທະຍາສາດເສດຖະກິດ ແລະ ສັງຄົມຮ່ວມກັນ ລະຫວ່າງ ສປປ ລາວ ແລະ ສະຫະພັນຣັດເຊຍ ໃຫ້ມີຄວາມແໜ້ນແຟ້ນ ແລະ ນໍາໄປສູ່ພາກປະຕິບັດຕົວຈິງ. ພ້ອມນັ້ນ ຍັງໄດ້ລົງເລິກສົນທະນາເນື້ອໃນບາງປະເດັ່ນທີ່ສໍາຄັນຂອງຫົວຂໍ້ “ທິດສະດີ ໂນໂອໂນມີ (Noonomy): ແນວທາງໃໝ່ ເພື່ອການຫັນປ່ຽນ ເສດຖະກິດ-ສັງຄົມ” ທີ່ຈະບັນລະຍາຍຂຶ້ນທີີ່ ສະຖາບັນຂົງຈື້ ມະຫາວິທະຍາໄລແຫ່ງຊາດ.

WhatsApp Image 2026-10-16 at 13.58.30
WhatsApp Image 2026-10-16 at 13.57.49

                                ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ