ສວສສຊ ປຶກສາຫາລື ແລະ ສຳມະນາຕໍ່ຮ່າງຜົນການຄົ້ນຄວ້າ ບັນຊີການໂອນແຫ່ງຊາດ (NTA) ແລະ ບັນຊີການໂອນເວລາແຫ່ງຊາດ (NTTA)

WhatsApp Image 2026-11-11 at 15.41.17 (5)

        ໃນວັນທີ 19 ຕຸລາ 2026 ທີ່ຜ່ານມາ, ສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ (ສຄສພ) ພາຍໃຕ້ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ຈັດກອງປະຊຸມປຶກສາຫາລື ແລະ ສຳມະນາຕໍ່ຮ່າງຜົນການຄົ້ນຄວ້າ ບັນຊີການໂອນແຫ່ງຊາດ (NTA) ແລະ ບັນຊີການໂອນເວລາແຫ່ງຊາດ (NTTA): ການປະເມີນ ແລະ ວິເຄາະຜົນກະທົບຂອງການປ່ຽນແປງທາງດ້ານປະຊາກອນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ທີ່ ໂຮງແຮມ ຄຣາວນ໌ ພລາຊາ ວຽງຈັນ, ໂດຍການສະໜັບສະໜູນຈາກ ກອງທຶນປະຊາກອນແຫ່ງສະຫະປະຊາຊາດ (UNFPA). ໂດຍການເປັນປະທານຂອງ ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່, ຮອງປະທານ ສວສສຊ, ມີຜູ້ຕາງໜ້າຈາກສະພາແຫ່ງຊາດ, ກະຊວງການເງິນ, ກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທະນາຄານແຫ່ງ ສປປ ລາວ, ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງມະຫາຊົນ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ບັນດາຄູ່ຮ່ວມພັດທະນາເຂົ້າຮ່ວມ.

WhatsApp Image 2026-11-11 at 15.41.17

        ປອ. ສະຖາບັນດິດ ອິນສີຊຽງໃໝ່ ໄດ້ກ່າວວ່າ: ສປປ ລາວ ກຳລັງຢູ່ໃນໄລຍະໂອກາດຂອງ “ການປັນຜົນທາງດ້ານປະຊາກອນ”, ແຕ່ໂອກາດດັ່ງກ່າວບໍ່ຄົງຢູ່ຕະຫຼອດໄປ; ຖ້າບໍ່ມີການລົງທຶນໃສ່ມະນຸດຢ່າງທັນການ, ລາວອາດກ້າວເຂົ້າສູ່ສັງຄົມຜູ້ສູງອາຍຸ ກ່ອນທີ່ຈະນຳໃຊ້ໂອກາດນີ້ໄດ້ຢ່າງເຕັມທ່າແຮງ. NTA ແລະ NTTA ເປັນເຄື່ອງມືວັດແທກການບໍລິໂພກ, ລາຍຮັບ ແລະ ເວລາເຮັດວຽກທີ່ບໍ່ໄດ້ຮັບຄ່າຕອບແທນ ຂອງຄົນແຕ່ລະກຸ່ມອາຍຸ ເພື່ອປະເມີນຜົນກະທົບຂອງການປ່ຽນແປງທາງດ້ານປະຊາກອນ ຕໍ່ການພັດທະນາເສດຖະກິດ-ສັງຄົມ.

     NTA ເປັນລະບົບບັນຊີເສດຖະກິດມະຫາພາກ ທີ່ວັດແທກການບໍລິໂພກ ແລະ ລາຍຮັບ ຂອງຄົນແຕ່ລະກຸ່ມອາຍຸ ແລະ ສອດຄ່ອງກັບລະບົບບັນຊີແຫ່ງຊາດຂອງອົງການສະຫະປະຊາຊາດ; ສ່ວນ NTTA ວັດແທກເວລາທີ່ໃຊ້ໃນວຽກບ້ານ ແລະ ວຽກເບິ່ງແຍງ ທີ່ບໍ່ໄດ້ຮັບຄ່າຕອບແທນ. NTA ໃນ ສປປ ລາວ ໄດ້ເລີ່ມພັດທະນາມາແຕ່ປີ 2013. ການປັບປຸງຮອບນີ້ ໄດ້ນຳໃຊ້ຂໍ້ມູນໃໝ່ຫຼ້າສຸດຈາກການສຳຫຼວດລາຍຈ່າຍ ແລະ ການຊົມໃຊ້ ຄັ້ງທີ 5, 6 ແລະ 7 (LECS 2012/13–2024/25), ຂໍ້ມູນການເງິນຂອງລັດ ແລະ ການຄາດຄະເນປະຊາກອນ ຂອງອົງການສະຫະປະຊາຊາດ.

        ກອງປະຊຸມໄດ້ນຳສະເໜີຜົນການຄົ້ນຄວ້າທີ່ສໍາຄັນ ເຊິ່ງຊີ້ໃຫ້ເຫັນວ່າ: ໃນໄລຍະຜ່ານມາ ສປປ ລາວ ໄດ້ຮັບການປັນຜົນຈາກໂຄງສ້າງອາຍຸປະຊາກອນໄລຍະທີ 1 ເຊິ່ງປະກອບສ່ວນຕໍ່ຜູ້ບໍລິໂພກປະມານ 0.6% ຕໍ່ປີ ໃນຊຸມປີ 2020; ຄົນລາວເຮັດວຽກຫຼາຍຂຶ້ນ ເມື່ອທຽບໃສ່ລາຍຮັບຕໍ່ອາຍຸ ແລະ ການບໍລິໂພກ; ຫຼາຍກວ່າ 90% ຂອງເດັກ ແມ່ນຂາດດຸນວົງຈອນຊີວິດ ແລະ ຕົກຢູ່ໃນການແບກຫາບພາລະຄອບຄົວຫຼາຍຂຶ້ນ; ແມ່ຍິງເຮັດວຽກເບິ່ງແຍງຄອບຄົວທີ່ບໍ່ໄດ້ຮັບຄ່າຈ້າງກວມ 82% ເຊິ່ງແມ່ຍິງໃຊ້ເວລາ 3.2 ຊົ່ວໂມງຕໍ່ມື້ທຽບກັບຜູ້ຊາຍ 0.7 ຊົ່ວໂມງ ແລະ ມີພຽງປະມານ 6% ຂອງຜູ້ສູງອາຍຸທີ່ມີບໍານານ. ການຄົ້ນຄວ້າຍັງໄດ້ກຳນົດນະໂຍ ບາຍບູລິມະສິດ ສຳລັບໄລຍະ 25 ປີທີ່ຍັງເຫຼືອ ເປັນຕົ້ນແມ່ນການສ້າງວຽກເຮັດງານທໍາທີ່ມີຜະລິດຕະພາບໃຫ້ຊາວໜຸ່ມ, ການສົ່ງ ເສີມແມ່ຍິງ ແລະ ຊາວໜຸ່ມເຂົ້າສູ່ຕະຫຼາດແຮງງານ, ການລົງທຶນດ້ານການສຶກສາ ແລະ ສາທາລະນະສຸກຕໍ່ເດັກ, ການສ້າງລະບົບການເບິ່ງແຍງດູແລຜູ້ສູງອາຍຸ ພ້ອມທັງປັບປຸງ NTA ໃຫ້ເປັນລະບົບດີຂຶ້ກວ່າເກົ່າ ເຊິ່ງໄດ້ຖືກບັນຈຸເຂົ້າໃນແຜນດໍາເນີນງານວ່າດ້ວຍຜົນປະໂຫຍດດ້ານປະຊາກອນຂອງ ສປປ ລາວ ໄລຍະປີ 2025-2030.

        ຜົນສຳເລັດການປຶກສາຫາລືຄັ້ງນີ້ ຈະຖືກນຳໄປປັບປຸງໃສ່ຜົນການຄົ້ນຄວ້າໃຫ້ສົມບູນ ເພື່ອເປັນພື້ນຖານທາງວິທະຍາສາດໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ການສ້າງເສດຖະກິດເອກະ ລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ແລະ ເປັນບ່ອນອີງໃນການວາງແຜນ, ກຳນົດນະໂຍບາຍຂອງບັນດາຂະແໜງການຂະແໜງ. ກອງປະຊຸມໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ UNFPA ທີ່ໃຫ້ການສະໜັບສະໜູນມາໂດຍຕະຫຼອດ.

WhatsApp Image 2026-11-11 at 15.41.17 (6)
WhatsApp Image 2026-11-11 at 15.41.17 (2)
WhatsApp Image 2026-11-11 at 15.41.17 (1)
WhatsApp Image 2026-11-11 at 15.41.17 (3)

                           ຂຽນຂ່າວ ແລະ ຖ່າຍພາບ: ສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ// ສວສສຊ