ຂ່າວການເຄື່ອນໄຫວ

95dbe9c4-3e29-4ddb-9f5d-f3524aead2b5

ກອງປະຊຸມເຊື່ອມຊຶມມະຕິກອງປະຊຸມສູນກາງ ຄັ້ງທີ 6 ສະໄໝ XI ແລະ ການເຜີຍແຜ່ຍຸດທະສາດການພັດທະນາຊັບພະຍາກອນມະນຸດ ຂອງ ສວສສຊ

4

       ວັນທີ 27 ກໍລະກົດ 2023 ຢູ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມສູນກາງ ຄັ້ງທີ 6 ສະໄໝ XI ແລະ ການເຜີຍແຜ່ຍຸດທະສາດການພັດທະນາຊັບພະຍາກອນມະນຸດ ຂອງ ສວສສຊ ພາຍໃຕ້ການເປັນປະທານກອງປະຊຸມຂອງ ສະຫາຍ ປອ. ສອນທະນູ ທຳມະວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ, ມີບັນດາຄະນະປະຈຳພັກ, ຄະນະພັກ, ບັນດາຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ ແລະ ສູນ, ຕະຫຼອດຮອດສະມາຊິກພັກ, ພະນັກງານພາຍໃນ ສວສສຊ ເຂົ້າຮ່ວມ.

      ໃນກອງປະຊຸມ ທ່ານ ປອ. ສອນທະນູ ທຳມະວົງ ໄດ້ໃຫ້ກຽດເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI, ຈາກນັ້ນ, ທ່ານ ປອ. ກິແກ້ວ ຈັນທະບູຣີ ຄະນະປະຈຳພັກ, ຮອງເລຂາຄະນະພັກ, ຮອງປະທານ ສວສສຊ ກໍໄດ້ເຜີຍແຜ່ຍຸດທະສາດການພັດທະນາຊັບພະຍາກອນມະນຸດ ຂອງ ສວສສຊ ຮອດປີ 2025 ເຊິ່ງບັນດາເນື້ອໃນເອກະສານທີ່ກ່າວມານັ້ນ ລ້ວນແລ້ວແຕ່ມີຄວາມໝາຍສຳຄັນ ເພື່ອເຮັດໃຫ້ຄະນະພັກ-ຄະນະນຳ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງນໍາພາ-ຄຸ້ມຄອງ ໃນທົ່ວ ສວສສຊ ມີຄວາມຮັບຮູ້ຄວາມເຂົ້າໃຈ, ກຳແໜ້ນເຊື່ອມຊຶມ ແລະ ເປັນເອກະພາບສູງຕໍ່ບັນດາເນື້ອໃນທີ່ສຳຄັນຂອງມະຕິຄົບຄະນະ ຄັ້ງທີ 6 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກໍຄືຍຸດທະສາດການພັດທະນາຊັບພະຍາກອນມະນຸດ ຮອດປີ 2025 ຂອງ ສວສສຊ ບົນພື້ນຖານນັ້ນ ເພື່ອຫັນມະຕິ ແລະ ຍຸດທະສາດດັ່ງກ່າວ ມາເປັນທິດທາງ, ວຽກງານ ແລະ ແຜນປະຕິບັດງານລະອຽດຂອງຕົນ ແລະ ສືບຕໍ່ຜັນຂະຫຍາຍໝາກຜົນເບື້ອງຕົ້ນ ຂອງກອງປະຊຸມຄົບຄະນະກາງສະໄໝທີ I ຂອງຄະນະບໍລິຫານງານພັກ ສວສສຊ.

2
3

ບົດຂ່າວ: ພູຄຽງ ໄຊສິລິ

ຖ່າຍພາບ: ແກ້ວວິວັນ ສີວິໄລ

2

ສະຫະພັນແມ່ຍິງ ສວສສຊ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 68 ປີ

2

ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ (ວັນທີ 20 ກໍລະກົດ 1955 ຫາ ວັນທີ 20 ກໍລະກົດ 2023) ສະຫະພັນແມ່ຍິງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຂຶ້ນໃນວັນທີ 25 ກໍລະກົດ 2023; ຢູ່ທີ່ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ຫຼັກ 6). ໃຫ້ກຽດເຂົ້າຮ່ວມພິທີໃນຄັ້ງນີ້ໂດຍ ທ່ານ ປອ. ກິແກ້ວ ຈັນທະບູຣີ, ຄະນະປະຈໍາພັກ, ຮອງເລຂາຄະນະພັກ, ຮອງປະທານ ສວສສຊ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ມີຄະນະພັກ-ຄະນະນຳ ສວສສຊ, ບັນດາຄະນະນໍາຂອງຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ສູນ, ຜູ້ຕາງໜ້າອົງການຈັດ ຕັ້ງກໍາມະບານ, ຊາວໝຸ່ມ, ສະມາຊິກແມ່ຍິງທົ່ວ ສວສສຊ ເຂົ້າຮ່ວມທັງໝົດ 94 ທ່ານ.

ໃນພິທີ, ທ່ານ ນ. ອໍາທິລໍ ລັດຖະຍອດ, ປະທານ ສະຫະພັນແມ່ຍິງ ສວສສຊ ໄດ້ເລົ່າມູນເຊື້ອປະຫວັດຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຂອງສະຫະພັນແມ່ຍິງລາວໃນໄລຍະຜ່ານມາ ເພື່ອຫວນຄືນມູນເຊື້ອ ພາລະກໍາປະຫວັດສາດ ແລະ ບົດບາດຂອງເອື້ອຍນ້ອງແມ່ຍິງລາວໃນການປະກອບສ່ວນຕໍ່ພາລະກິດຕໍ່ສູ້ກູ້ຊາດ ກໍຄືໃນໄລຍະແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ. ນອກຈາກນີ້ ກໍຍັງໄດ້ຈັດໃຫ້ມີເວທີເສວະນາ ແລະ ແລກປ່ຽນຄໍາຄິດເຫັນພາຍໃຕ້ຫົວຂໍ້: “ບົດບາດຂອງແມ່ຍິງລາວໃນການອະນຸລັກຮັກສາ ແລະ ສົ່ງເສີມວັດທະນະທໍາໃນຍຸກສະໄໝໃໝ່” ໂອກາດນີ້ ທ່ານ ປອ ນ. ອໍາໄພວັນ ຄໍາແສງສີວິໄລ ຄະນະປະຈຳພັກ, ປະທານກວດກາພັກ, ຮອງປະທານ ສວສສຊ ກໍໄດ້ໃຫ້ກຽດປະກອບຄໍາເຫັນກ່ຽວກັບສິ່ງທີ່ຄວນເອົາໃຈໃສ່ຕໍ່ໜ້າໃນການຮັກສາ ແລະ ອະນຸຮັກວັດທະນະທໍາ, ນອກນີ້ ທ່ານ ປອ ນ. ຂັນລາສີ ແກ້ວບຸນພັນ ກໍາມະການຄະນະພັກ, ຮອງປະທານ ສວສສຊ ກໍໄດ້ໃຫ້ກຽດປະກອບຄໍາເຫັນກ່ຽວກັບການສົ່ງເສີມພູມປັນຍາທ້ອງຖິ່ນແບບດັ້ງເດີມຂອງແມ່ຍິງລາວ.

1

ໃນໂອກາດນີ້ ທ່ານ ປອ. ກິແກ້ວ ຈັນທະບູຣີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ອວຍພອນເອື້ອຍນ້ອງແມ່ຍິງ ພ້ອມທັງມີຄໍາເຫັນໂອ້ລົມກ່ຽວກັບການເສີມຂະຫຍາຍມູນເຊື້ອອັນດີງາມຂອງແມ່ຍິງລາວ ແລະ ໄດ້ເນັ້ນໃຫ້ຄະນະນໍາສະຫະພັນແມ່ຍິງ ເອົາໃຈໃສ່ໃນການສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກແມ່ຍິງຢ່າງກວ້າງຂວາງ ເພື່ອຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆໃນໄລຍະທີ່ປະເທດຊາດພວມຕົກຢູ່ໃນສະພາບຄວາມຫຍຸ້ງຍາກດ້ານເສດ ຖະກິດ-ການເງິນ, ສ້າງເງື່ອນໄຂ ແລະ ກາລະໂອກາດ ໃຫ້ເອື້ອຍນ້ອງແມ່ຍິງ ໄດ້ປະກອບສ່ວນໃນວຽກງານຂອງພັກ-ລັດໃຫ້ຫຼາຍຂຶ້ນກວ່າເກົ່າ, ຄຽງຄູ່ກັບການອະນຸຮັກວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ກໍຄືຂອງເອື້ອຍນ້ອງແມ່ຍິງລາວແລ້ວເອື້ອຍນ້ອງແມ່ຍິງທຸກຄົນກໍຕ້ອງເປັນເຈົ້າການໃນການສ້າງຄວາມເຂັ້ມແຂງໃຫ້ຕົນເອງ, ຊອກຮູ້ຮໍ່າຮຽນ, ຍົກລະດັບຄວາມຮູ້ຄວາມສາມາດໃຫ້ສູງຂຶ້ນເທື່ອລະກ້າວ.

ພ້ອມກັນນີ້ ເພື່ອເຮັດໃຫ້ພີທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປິ, ເປັນຂະບວນຟົດຟື້ນ ແລະ ມີສີສັນ ຄະນະສະຫະພັນແມ່ຍິງ ແລະ ບັນດາໜ່ວຍແມ່ຍິງ ອ້ອມຂ້າງ ສວສສຊ ຍັງໄດ້ຈັດງານວາງສະແດງສິນຄ້າ ແລະ ອາຫານ ຢູ່ທີ່ ສວສສຊ.

4

ບົດຂ່າວ: 

ຖ່າຍພາບ: ສິລິສິດ ໄຊສົມແພງ

1

ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ສວສສຊ ສະໄໝທີ I

1

ໃນວັນທີ 14 ກໍລະກົດ 2023 ຄະນະບໍລິຫານງານພັກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດໄດ້ດຳເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ສະໄໝທີ I ຂຶ້ນທີ່ ຫ້ອງປະຊຸມໃຫຍ່ຂອງສະຖາບັນ, ໂດຍການໃຫ້ກຽດເຂົ້າຮ່ວມຊີ້ນຳ ໂດຍສະຫາຍ ປອ. ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະທານສະພາທິດສະດີສູນກາງພັກ, ມີສະຫາຍ ປອ. ສອນທະນູ ທຳມະວົງ ກຳມະການສູນກາງພັກ ເລຂາຄະນະພັກ ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ມີບັນດາສະຫາຍຄະນະປະຈຳພັກ, ຄະນະບໍລິຫານງານພັກ ສວສສຊ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ສອນທະນູ ທຳມະວົງ ໄດ້ກ່າວວ່າ: ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ສວສສຊ ສະໄໝທີ I ໄດ້ເປີດຂຶ້ນ ໃນທ່າມກາງບັນດາກາດທີ່ທົ່ວພັກ, ທົ່ວກຳລັງປະກອບອາວຸດ ທົ່ວປວງຊົນລາວ ທັງຊາດ ພວມຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ໃນໄລຍະກາງສະໄໝ ຢ່າງເປັນຂະບວນຟົດຟື້ນ ເວົ້າສະເພາະແມ່ນຢູ່ໃນໄລຍະການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ ຂອງອົງຄະນະພັກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຊຶ່ງຈຸດປະສົງຫຼັກ ຂອງກອງປະຊຸມໃນຄັ້ງນີ້, ເພື່ອທົບທວນ, ຕີລາຄາຄືນ ການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານພັກ ສວສສຊ ຕະຫຼອດໄລຍະເຄິ່ງສະໄໝ ນັບແຕ່ກອງປະຊຸມໃຫຍ່ຜ່ານມາ ແລະ ກຳນົດທິດທາງສູ້ຊົນ ໃນທ້າຍສະໄໝ. ກອງປະຊຸມຄັ້ງນີ້, ໄດ້ມີການທາບທາມຄວາມໃວ້ວາງໃຈ ຕໍ່ການນຳພາລວມ ແລະ ບຸກຄົນ ໃນຄະນະບໍລິຫານງານພັກ ສວສສຊ ຈາກບັນດາສະຫາຍພະນັກງານຫຼັກແຫຼ່ງ ພາຍໃນ ສວສສຊ. ໃນໂອກາດນີ້ສະຫາຍ ສອນທະນູ ທຳມະວົງ ຍັງໄດ້ຍົກໃຫ້ເຫັນ ຄວາມໝາຍຄວາມສຳຄັນ ຂອງກອງປະຊຸມໃນຄັ້ງນີ້, ຕໍ່ການນຳພາຂອງພັກເພື່ອກໍ່ສ້າງໃຫ້ການຈັດຕັ້ງພັກ-ລັດ ໃຫ້ມີຄວາມເຂັ້ມແຂງ, ຕີຖອຍທຸກປະກົດການຫຍໍ້ທໍ້ຕ່າງໆ ແລະ ປະຕິບັດຄາດໝາຍທີ່ໄດ້ຮັບການມອບໝາຍໃຫ້ສຳເລັດ ຕາມທີ່ໄດ້ກຳນົດໃວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິບັດລາວ.

ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ສວສສຊ ສະໄໝທີ ໃນຄັ້ງນີ້ຍັງໄດ້ຮັບຟັງການໂອ້ລົມ ຊີ້ນຳຂອງສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ນຳອີກ.

3

ບົດຂ່າວ: 

ຖ່າຍພາບ: ສິລິສິດ ໄຊສົມແພງ

3.1

ຄະນະຜູ້ແທນ ສວສສຊ ເຂົ້າຮ່ວມກອງປະຊຸມສຳມະນາສາກົນຢູ່ ສສ ຫວຽດນາມ

3.1

ໃນວັນທີ 29 ມີຖຸນາ 2023 ທີ່ຜ່ານມານີ້ ຄະນະນຳຜູ້ແທນສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາສາກົນ ພາຍໃຕ້ຫົວຂໍ້ ການລະດົມ ແລະ ນຳໃຊ້ທຶນ ແລະ ເຕັກໂນໂລຊີຢ່າງມີປະສິດທິຜົນຮັບປະກັນການພັດທະນາຢູ່ລາວ ແລະ ຫວຽດນາມ ທີ່ ແຂວງລາວກາຍ  ສສ. ຫວຽດນາມ ໂດຍການນໍາພາຂອງ ທ່ານ ປອ. ສອນທະນູ ທຳມະວົງ ປະທານສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດ; ພ້ອມດ້ວຍຄະນະຈໍາ ນວນ 15 ທ່ານ.

 ກອງປະຊຸມນັກສໍາມະນາກອນໄດ້ຜັດປ່ຽນກັນຂຶ້ນນຳສະເໜີບົດມີທັງໝົດ 40 ຫົວຂໍ້ ແລະ ໄດ້ແບ່ງເປັນ 3 ວາລະຄື: ວາລະທີ 1: ທຶນສໍາລັບການພັດທະນາຢູ່ລາວ ແລະ ຫວຽດນາມ, ວາລະທີ 2: ເຕັກໂນໂລຊີຕໍ່ກັບການພັດທະນາຢູ່ລາວ-ຫວຽດນາມ ແລະ ວາລະທີ 3 ສົນທະນາໂຕະມົນ ບົດຮຽນຂອງສາກົນ ແລະ ວິທີການແກ້ໄຂຊຸກຍູ້ການລະດົມ, ນຳໃຊ້ທຶນ ແລະ ເຕັກໂນໂລຊີໃນ ການພັດທະນາ, ທັງ 3 ວາລະບັນດານັກວິທະຍາສາດ 4 ຝ່າຍທີ່ມາຈາກສະຖາບັນດິດວິທະຍາສາດສັງຄົມຫວຽດນາມ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ, ໄດ້ລາຍງານບົດ, ປຶກສາຫາລື, ວິເຄາະ, ແລກປ່ຽນບົດ ຮຽນເຊິ່ງກັນ ແລະ ກັນກ່ຽວກັບການລະດົມ, ນຳໃຊ້ທຶນ ແລະ ນຳໃຊ້ເຕັກໂນໂລຊີເຂົ້າໃນການພັດທະນາປະເທດຊາດ ແມ່ນຄວາມ ຮຽກຮ້ອງຕ້ອງການແຫ່ງການພັດທະນາໃນຍຸກສະໄໝໃໝ່ເວົ້າລວມ, ຢູ່ ສປປ ລາວ ເວົ້າສະເພາະ. ໃນການ “ສ້າງການຫັນປ່ຽນອັນເປັນພື້ນຖານ ແລະ ແຂງແຮງໃນການດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ”; ດ້ວຍການ ປັບປຸງໂຄງປະກອບການລົງທຶນ, ສຸມໃສ່ບັນດາໂຄງການພັດທະນາດ້ານພື້ນຖານໂຄງລ່າງ ທີ່ມີປະສິດທິຜົນອັນແທ້ຈິງຕາມບໍລິເວນເຂດ ແຄວ້ນ, ໂດຍສະເພາະໂຄງການທີ່ຈຳເປັນ, ເປັນໄມ້ງັດໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ປ້ອງກັນຊາດ, ປ້ອງກັນຄວາມ ສະຫງົບ, ລວມທັງການລົງທຶນພັດທະນາພື້ນຖານໂຄງລ່າງ-ວັດຖຸເຕັກນິກ ອັນຈຳເປັນໃນເຂດຈຸດສຸມຜະລິດສິນຄ້າ. ລັດໄດ້ມີນະໂຍ ບາຍສົ່ງເສີມໃຫ້ທຸກພາກສ່ວນເສດຖະກິດ ແລະ ຜູ້ປະກອບການຈາກພາຍໃນ ແລະ ຕ່າງປະເທດຂະຫຍາຍບັນດາກິດຈະການລົງທຶນ ໃນທຸກຂົງເຂດ ແລະ ທຸກລະດັບ.

1.1

ກອງປະຊຸມໄດ້ຍົກໃຫ້ເຫັນບັນຫາສໍາຄັນ ໃນການນຳໃຊ້ທຶນເຂົ້າໃນການພັດທະນານັ້ນໂດຍການ “ສົ່ງເສີມການຄົ້ນຄວ້າ ແລະ ນຳໃຊ້ຜົນສຳເລັດການຄົ້ນຄວ້າວິທະຍາສາດເຕັກໂນໂລຊີເຕັກນິກວິຊາການນະວັດຕະກຳໃໝ່ ແລະ ພູມປັນຍາເຂົ້າໃນການຊຸກຍູ້ ການພັດທະນາເສດຖະກິດ-ສັງຄົມ”. ດ້ວຍການຮັບຮູ້ແຈ້ງວ່າ: ເຕັກໂນໂລຊີ ແມ່ນຂະບວນການຫັນປ່ຽນຊັບພະຍາກອນໃຫ້ກາຍເປັນ ຜະລິດຕະພັນ ເພື່ອຮັບໃຊ້ສັງຄົມດ້ວຍການນຳໃຊ້ລະບົບເຄື່ອງມືພະລັງງານພາຫະນະວິທີການ ແລະ ກຳມະວິທີການຜະລິດສະ ເພາະ. ປະເທດໃດບໍ່ສາມາດປັບໂຕທັນ ແລະ ນຳໃຊ້ເຕັກໂນໂລຊີເຂົ້າໃນການພັດທະນາຢ່າງມີປະສິດທິຜົນ ແມ່ນບໍ່ສາມາດຕາມທັນຍຸກ ສະໄໝໄດ້. ບົນຈິດໃຈດັ່ງກ່າວການລະດົມນຳໃຊ້ທຶນ ແລະ ນຳໃຊ້ເຕັກໂນໂລຊີເຂົ້າໃນການພັດທະນາ ສປປ ລາວ ແມ່ນໄດ້ຮັບການ ຈັດຕັ້ງຜັນຂະຫຍາຍມີຜົນສຳເລັດໃນຫຼາຍດ້ານການລະດົມ ແລະ ນຳໃຊ້ທຶນຈາກການລົງທຶນຂອງລັດການລົງທຶນຂອງເອກະຊົນ ແລະ ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA).

ໃນການຮ່ວມມືດ້ານການລົງທຶນລະຫວ່າງລາວ ແລະ ຫວຽດນາມແມ່ນໄດ້ຮັບການເສີມຂະຫຍາຍ ແລະ ໄດ້ຮັບໝາກຜົນທີ່ພົ້ນ ເດັ່ນແບບກ້າວກະໂດດນັບແຕ່ປີ 1989 ເຖິງປີ 2021 ສອງປະເທດໄດ້ມີການລົງທຶນຮ່ວມກັນທັງໝົດ 410 ໂຄງການມູນຄ່າການ ລົງທຶນ 4,1 ຕື້ໂດລາສະຫະລັດ ເຊິ່ງຈັດຢູ່ໃນອັນດັບທີ 3  ໃນຈໍານວນ 54 ປະເທດ ແລະ ເຂດແຄວ້ນທີ່ມີການລົງທຶນຢູ່ ສປປ ລາວ, ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ.

2.1

ບົດຂ່າວ ແລະ ຖ່າຍພາບ: ດວງໃຈ ໂລວັນ

3

ຄຊປປລ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ
ຈັດພິທີປາຖະກະຖາວັນສ້າງຕັ້ງ ຄຊປປລ ຄົບຮອບ 68 ປີ

3

      ໃນຕອນບ່າຍຂອງວັນທີ 20 ມີຖຸນາ 2023 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ(ສວສສຊ) ໄດ້ຈັດພິທີປາຖະກະຖາມູນເຊື້ອຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 68 ປີ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ສອນທະນູ ທຳມະວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ ແລະ  ທ່ານ ມອນໄຊ ລາວມົ່ວຊົງ ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ, ເລຂາຄະນະບໍລິຫານງານສູນກາງ ຊປປລ; ມີບັນດາຄະນະພັກ-ຄະນະນຳ, ຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ , ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ພ້ອມດ້ວຍສະມາຊິກຊາວໜຸ່ມທົ່ວ ສວສສຊ ເຂົ້າຮ່ວມຢ່າງພ້ອມພຽງ.

        ໃນພິທີ ສະຫາຍ ນາງ ກຽງຄຳ ກັນຫາວົງ ກໍາມະການຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດ ລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ສວສສຊ ໄດ້ຂຶ້ນລາຍງານຫຍໍ້ເຖິງຜົນງານການເຄື່ອນໄຫວທີ່ພົ້ນເດັ່ນ ໃນໄລຍະຜ່ານມາ, ຈາກນັ້ນກອງປະຊຸມຍັງໄດ້ຮັບຟັງການປາຖະກະຖາເລົ່າມູນເຊື້ອເນື່ອງໃນໂອກາດວັນສ້າງຕັ້ງ ຄຊປປລ ຄົບຮອບ 68 ປີ (14 ເມສາ 1955–14 ເມສາ 2023) ໂດຍ ທ່ານ ມອນໄຊ ລາວມົວຊົ່ງ ເຊິ່ງທ່ານໄດ້ຍົກໃຫ້ເຫັນຕົ້ນກຳເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ມູນເຊື້ອອັນດີ ຂອງ ຄຊປປລ ໃນຕະຫຼອດໄລຍະ 68 ປີ ທີ່ຜ່ານມາ; ພ້ອມດຽວກັນນີ້ ທ່ານຍັງໄດ້ເນັ້ນໜັກໃຫ້ສະມາຊິກຊາວໜຸ່ມ ເພີ່ມທະວີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຮູ້ຄວາມສາມາດ, ສ້າງຄວາມສາມັກຄີພາຍໃນໃຫ້ເຂັ້ມແຂງ, ປະຕິບັດໜ້າທີ່ການເມືອງຂອງຕົນຕາມການຈັດຕັ້ງມອບໝາຍດ້ວຍຄວາມຮັບຜິດຊອບສູງ.

2

         ໃນໂອກາດດັ່ງກ່າວນີ້ ກໍໄດ້ມີພິທີມອບຫຼຽນກາລະນຶກ 65 ປີ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ແກ່ການຈັດຕັ້ງ ແລະ ບຸກຄົນຜູ້ທີ່ມີຜົນງານອັນພົ້ນເດັ່ນ ປະກອບສ່ວນເຄື່ອນໄຫວເຂົ້າໃນວຽກງານ ຊາວໜຸ່ມປະຊາຊົນປະຕິວັດລາວ ຈຳນວນ 129 ຫຼຽນ ໃນນັ້ນປະກອບມີ: ການຈັດຕັ້ງ 15 ຫຼຽນ ແລະ ບຸກຄົນຈຳນວນ 114 ຫຼຽນ. ພ້ອມທັງຮັບຟັງການໂອ້ລົມຂອງ ທ່ານ ປອ. ສອນທະນູ ທຳມະວົງ ເຊິ່ງເພີ່ນໄດ້ສະແດງຄວາມເປັນເອກະພາບ ແລະ ຕີລາຄາສູງຕໍ່ການນຳຂອງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ  ທີ່ໄດ້ໃກ້ຊິດຕິດແທດ ແລະ ໃຫ້ຄວາມຫ່ວງໃຍຕໍ່ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານຍັງໄດ້ກ່າວ ອີກວ່າ ຄະນະພັກ-ຄະນໍາ ສວສສຊ ແລະ ສຊປລ ມີຄວາມເຊື່ອໝັ້ນສູງ ຕໍ່ຄະນະບໍລິຫານງານຊາວໜຸ່ມສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ທີ່ຈະສຳເລັດໜ້າທີ່ການເມືອງອັນມີກຽດສະຫງ່າ ຕາມການມອບໝາຍຂອງຂັ້ນເທິງ.

1

ບົດຂ່າວ: 

ຖ່າຍພາບ: ສິລິສິດ ໄຊສົມແພງ

1. 15.03.12

ສວສສຊ ຈັດກອງປະຊຸມເຜີຍແຜ່ ແລະ ຝຶກອົບຮົມການກໍານົດຕໍາແໜ່ງງານ

1. 15.03.12

ໃນລະຫວ່າງວັນທີ 13-15 ມິຖຸນາ 2023 ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ຝຶກອົບຮົມການກໍານົດຕໍາແໜ່ງງານຂຶ້ນ ທີ່ຫ້ອງປະຊຸມໃຫຍ່ ສວສສຊ (ຕຶກໃນຫຼັກ 6) ໂດຍການເປັນປະທານຂອງ ທ່ານ ປອ. ນ. ອໍາໄພວັນ ຄໍາແສງສີວິໄລ ຮອງປະທານ ສວສສຊ; ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ສູນ ພ້ອມດ້ວຍພະນັກງານທົ່ວ ສວສສຊ ເຂົ້າຮ່ວມຢ່າງພ້ອມພຽງ.

ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງ ການເຜີຍແຜ່ 3 ເອກະສານສໍາຄັນຄື: ;

1.     ດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການກໍານົດຕໍາແໜ່ງງານ ສະບັບເລກທີ 734/ລບ, ລົງວັນທີ 31 ທັນວາ 2021.

2.     ດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍ ຕໍາແໜ່ງບໍລິຫານຂອງພະນັກງານ-ລັດຖະກອນ ສະບັບເລກທີ 203/ລບ, ລົງວັນທີ 04 ກໍລະກົດ 2017.

3.     ຄໍາສັ່ງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 03/ນຍ, ລົງວັນທີ 09 ກຸມພາ 2018 ວ່າດ້ວຍການປັບປຸງຄຸນນະພາບການເຄື່ອນໄຫວຂອງກົງຈັກການຈັດຕັ້ງ ແລະ ບັນຈຸລັດຖະກອນໃໝ່.

2. 15.03.12

         ນອກຈາກນັ້ນ ກອງປະຊຸມໄດ້ສືບຕໍ່ຮັບຟັງ ການບັນຍາຍຄວາມຮູ້ພື້ນຖານ ແລະ ຂັ້ນຕອນການກໍານົດຕໍາແໜ່ງງານ ຈາກຫົວໜ້າກົມ ແລະ ວິທະຍາກອນຂອງກົມພັດທະນາການບໍລິຫານລັດ ກະຊວງພາຍໃນ; ໂດຍໄດ້ອະທິບາຍເຖິງຂັ້ນຕອນ, ວິທີການກໍານົດຕໍາແໜ່ງງານ ແລະ ຄວາມສໍາຄັນຂອງວຽກງານປັບປຸງກົງຈັກການຈັດຕັ້ງ ຂອງແຕ່ລະອົງການ, ຖ້າຫາກສາມາດກໍານົດຕໍາແໜ່ງງານໃຫ້ຖືກຕ້ອງ, ຊັດເຈນ ແລະ ແທດເໝາະກັບຕົວຈິງໄດ້ ກໍ່ຈະເຮັດໃຫ້ການສອບເສັງຄັດເລືອກ, ບັນຈຸລັດຖະກອນໃໝ່ ແລະ ການຊັບຊ້ອນພະນັກງານ-ລັດຖະກອນ ໃສ່ຕໍາແໜ່ງງານນັ້ນໆ ຈະສອດຄ່ອງຖືກຕ້ອງຕາມວິຊາສະເພາະ ແລະ ຄວາມຮູ້ຄວາມສາມາດຕົວຈິງຂອງພະນັກງານ, ພ້ອມທັງສາມາດແກ້ໄຂບັນຫາພະນັກງານເຫຼືອບໍ່ພໍ ໃນກົງຈັກການຈັດຕັ້ງຂອງແຕ່ລະພາກສ່ວນໄດ້. ເຮັດໃຫ້ການນໍາຂັ້ນພະແນກ ສາມາດສ້າງແຜນກໍານົດຕໍາແໜ່ງງານຕົວຈິງຂອງຕົນ ເພື່ອໃຫ້ສອດຄ່ອງກັບດໍາລັດທີ່ຂັ້ນເທິງວາງອອກ; ກອງປະຊຸມປິດລົງດ້ວຍຜົນສໍາເລັດ ໃນຕອນບ່າຍຂອງວັນທີ 15 ມິຖຸນາ 2023.

ຂຽນຂ່າວ: ພວງເພັດ ຈັນທະລີວົງ 

ຖ່າຍພາບ: ແກ້ວວິວັນ ສີວິໄລ

2

ສວສສຊ ສ້າງຂະບວນການປູກຕົ້ນໄມ້ຕ້ອນຮັບວັນປູກຕົ້ນໄມ້ແຫ່ງຊາດ

1

   ໃນຕອນເຊົ້າວັນທີ 31 ພຶດສະພາ 2023 ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມີຖຸນາ ຄົບຮອບ 43ປີ (1 ມີຖຸນາ 1980-1 ມີຖຸນາ 2023) ແລະ ວັນສິ່ງແວດລ້ອມໂລກ ກໍຄືວັນສິ່ງແວດລ້ອມແຫ່ງຊາດ ວັນທີ 5 ມີຖຸນາ ຊຶ່ງພິທີດັ່ງກ່າວໄດ້ຈັດຂຶ້ນທີ່ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ຕຶກເສດຖະກິດ) ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ. ສອນທະນູ ທໍາມະວົງ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ; ມີບັນດາຄະນະພັກ ຄະນະນໍາ ສວສສຊ ແລະ ພະນັກງານຈາກ 11 ພາກສ່ວນອ້ອມຂ້າງ ສວສສຊ ເຂົ້າຮ່ວມ; ຈຸດປະສົງຂອງຂະບວນການປູກຕົ້ນໄມ້ໃນຄັ້ງນີ້ ກໍ່ຄືທຸກໆປີທີ່ຜ່ານມາ ເພື່ອເປັນການປູກຈຶດສໍານຶກ ແລະ ປຸກລະດົມໃຫ້ແກ່ພະນັກງານ-ລັດຖະກອນ ໄດ້ສະແດງຄວາມຮັກ, ຫວງແຫນ, ເຫັນຄວາມສໍາຄັນຂອງຕົ້ນໄມ້ ແລະ ສິ່ງແວດລ້ອມ   ເປັນເຈົ້າການຮ່ວມມືກັນປົກປັກຮັກສາສິ່ງແວດລ້ອມອັນລໍ້າຄ່າຂອງພວກເຮົາ ໃນການອະນຸຮັກພື້ນທີ່ສີຂຽວ ເອົາໃຈໃສ່ບົວລະບັດຮັກສາ ແລະ ເຮັດໃຫ້ສໍານັກງານຫ້ອງການເຮັດວຽກຂອງ ສວສສຊ ມີພື້ນທີ່ສີຂຽວ ແລະ ບັນຍາກາດທີ່ດີ ເປັນການປັບຄວາມສົມດູນຂອງສະພາບແວດລ້ອມທໍາມະຊາດ  ພ້ອມທັງບັນເທົາໂລກຮ້ອນນໍາອີກ.

2
ບົດຂ່າວ: ພວງເພັດ ຈັນທະລີວົງ
ຖ່າຍພາບ: ແກ້ວວິວັນ ສີວິໄລ
WhatsApp Image 2023-05-23 at 09.07.05

ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ສໍາເລັດການຝຶກອົບຮົມ ທິດສະດີການເມືອງ-ການປົກຄອງໄລຍະສັ້ນ 45 ວັນ ຊຸດທີ II

Edited

ໃນລະຫວ່າງວັນທີ 13 ມີນາ ຫາວັນທີ 19 ພຶດສະພາ 2023 ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ສໍາເລັດການເປີດຊຸດຝຶກອົບຮົມ ທິດສະດີການເມືອງ-ການປົກຄອງໄລຍະສັ້ນ 45 ວັນ ໃຫ້ແກ່ພະນັກງານ-ສະມາຊິກພັກພາຍໃນ ສວສສຊ ຈໍານວນ 32 ສະຫາຍ, ຍິງ 13 ສະຫາຍ; ເຊິ່ງບັນດານັກສໍາມະນາກອນໃນຊຸດນີ້ ແມ່ນໄດ້ຜ່ານການຄັດເລືອກຈາກບັນດາໜ່ວຍພັກຂອງສະຖາບັນອ້ອມຂ້າງ ສວສສຊ ໂດຍໄດ້ເຊື້ອເຊີນບັນດາອາຈານ ຈາກ ສມປຊ ມາບັນຍາຍໃຫ້ກັບທີ່;

ຕອນເຊົ້າຂອງວັນທີ 19 ພຶດສະພາ 2023 ເປັນມື້ກ່າວປິດພິທີ ແລະ ມອບໃບຢັ້ງຢືນໃຫ້ແກ່ຜູ້ທີ່ສໍາເລັດການຝຶກອົບຮົມ; ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ ຮອງປະທານ ສວສສຊ  ແລະ ໃຫ້ກຽດມອບໃບຢັ້ງຢືນໂດຍ ສະຫາຍ ນ. ຄໍາຫຼັາ  ແກ້ວອຸ່ນຄໍາ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ມີຫ້ອງການ, ກົມ, ສູນ, ບັນດາຫົວໜ້າສະຖາບັນຄົ້ນຄວ້າອ້ອມຂ້າງ ສວສສຊ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນວາລະພິທີ ກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດ ໃຫ້ຈັດຊຸດຝຶກອົບຮົມ ຂອງເລຂາອົງຄະນະພັກ ສວສສຊ ແລະ ຜ່ານບົດສະຫຼຸບໃນໄລຍະການຝຶກອົບຮົມ 45 ວັນ; ໃນວາລະຕອນທ້າຍພິທີ ສະຫາຍ ປອ. ກິແກ້ວ ຈັນທະບູຣີ ໄດ້ມີຄໍາເຫັນໂອ້ລົມໃນກອງປະຊຸມ ກ່ອນອື່ນເພີ່ນໄດ້ກ່າວສະແດງຄວາມຂອບໃຈ ມາຍັງຄະນະຄູອາຈານຈາກ ສມປຊ ພ້ອມທັງຍົກໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ຕັດສິນໃຈສູງຂອງຄະນະພັກ ສວສສຊ   ທີ່ເຫັນໄດ້ເຖິງຄວາມສໍາຄັນທາງດ້ານທິດສະດີການເມືອງ-ການປົກຄອງ; ເປັນຕົ້ນແມ່ນຫຼັກມູນພື້ນຖານຂອງທິດສະດີ ມາກ-ເລນິນ ແລະ ບັນດາແນວທາງນະໂຍບາຍຂອງພັກ, ພ້ອມດຽວກັນນັ້ນກໍ່ເພື່ອຍົກລະດັບທາງດ້ານທິດສະດີການເມືອງໃຫ້ແກ່ພະນັກງານ-ສະມາຊິກພັກພາຍໃນ ສວສສຊ ທັງເປັນການກໍ່ສ້າງຝຶກຝົນຫຼໍ່ຫຼອມເພື່ອໃຫ້ກາຍເປັນພະນັກງານສືບທອດຕາມແຜນພັດທະນາບຸກຄະລາກອນ ແລະ ແຜນກໍ່ສ້າງພະນັກສືບທອດໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ. ກອງປະຊຸມໄດ້ປິດລົງ ເວລາ 11: 30 ໃນຕອນທ່ຽງຂອງວັນດຽວກັນ.

ຝຶກອົບຮົມ2

ບົດຂ່າວ: ພວງເພັດ ຈັນທະລີວົງ

 ພາບຂ່າວ: ແກ້ວວິວັນ ສີວິໄລ 

lases-vass-1

ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງ VASS

lases-vass-1

         ວັນທີ 29 ມີນາ 2023 ຢູ່ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ປອ. ສອນທະນູ ທຳມະວົງ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງ ຊາດ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການຢູ່ ສປປ ລາວ ໃນລະຫວ່າງວັນທີ 29-31 ມີນາ 2023  ນໍາພາໂດຍ ທ່ານ ປອ. ຟ່ານ ຈີ ຫຽວ (Ts. Phan Chi Hieu), ປະທານ ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ພ້ອມດ້ວຍຄະນະ ຈຳນວນ 5 ທ່ານ;

         ໂອກາດນີ້ ທ່ານປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ກ່າວຕ້ອນຮັບ ສະຫາຍ ປອ. ຟ່ານ ຈີ ຫຽວ, ປະທານສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ເປັນປະເທດທຳອິດ ພາຍຫຼັງທີ່ໄດ້ຮັບການແຕ່ງຕັ້ງເປັນປະທານສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ຜູ້ໃໝ່, ພ້ອມທັງຕີລາຄາສູງ ຕໍ່ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ທີ່ໃຫ້ການຮ່ວມມື, ການຊ່ວຍເຫຼືອທີ່ຈິງໃຈ ຕໍ່ ສວສສຊ ໃນຖານ ອ້າຍນ້ອງ ເພື່ອນມິດສະຫາຍ, ຄູ່ຮ່ວມມືຮອບດ້ານ, ທີ່ເຕັມໄປດ້ວຍຄວາມສາມັກຄີຮັກແພງ, ຄວາມສະໜິດສະໜົມ, ນໍ້າໃຈໄມຕີຈິດມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ກໍ່ຄື ສອງສະຖາບັນ.

3-1

       ໃນໂອກາດນີ້ຄະນະຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ VASS-LASES ເພື່ອເປັນການປຶກສາຫາລືກ່ຽວກັບການຮ່ວມມືລະຫວ່າງສອງສະຖາບັນ ເຊິ່ງທັງສອງຝ່າຍໄດ້ລາຍງານສະພາບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຖາບັນຕົນ, ທວນຄືນການຮ່ວມມືຂອງສອງສະຖາບັນໃນໄລຍະຜ່ານມາ ແລະ ທິດທາງແຜນການຮ່ວມມືໃນຕໍ່ໜ້າ ເຊິ່ງໄດ້ຍົກບັນຫາ ເພື່ອປຶກສາຫາລື ແລະ ຕົກລົງເປັນເອກະພາບຮ່ວມກັນ ດັ່ງນີ້: 1) ການກໍານົດທິດ, ຈຸດສຸມການຮ່ວມມືໄລຍະ 5 ປີ, ສຸມໃສ່ການຮ່ວມມືໃນຂົງເຂດທີ່ລັດຖະບານລາວ ກໍາລັງຕ້ອງການ ເຊິ່ງເຫັນວ່າ ສວສສຊ ມີທ່າແຮງການຄົ້ນຄວ້າໃນຂົງເຂດເສດຖະກິດ, 2) ຝ່າຍຫວຽດນາມສະໜອງບັນດາທິດສະດີວິທະຍາສາດໃຫ້ແກ່ການກະກຽມເອກະສານກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ; 3) ການແຕ່ງຕັ້ງ ກອງເລຂາຕິດຕາມການຮ່ວມມື VASS-LASES; 4) ສ້າງໂຄງການຄົ້ນຄວ້າ 01 ໂຄງການຮ່ວມກັນ ກ່ຽວກັບ ເສດຖະກິດ-ສັງຄົມ ໄລຍະ 2023-2025; 5) ການແລກປ່ຽນ ຄະນະຜູ້ແທນ ເພື່ອຈັດກອງປະຊຸມສໍາມະນາວິທະຍາສາດ 2 ຝ່າຍ, ຫຼາຍຝ່າຍ ຂັ້ນສະຖາບັນ VASS/LASES ແລະ ຂັ້ນສະຖາບັນຄົ້ນຄວ້າຂຶ້ນກັບ; 6) ຖ່າຍທອດບົດຮຽນການຄຸ້ມຄອງ ແລະ ປັບປຸງລະບອບລະບຽບ, ໂດຍສະເພາະແມ່ນການດຶງດູດເອົານັກຄົ້ນຄວ້າເກັ່ງ ແລະ ກໍ່ສ້າງພະນັກງານບໍລິຫານຄຸ້ມຄອງຮຸ່ນສືບທອດ, ບົດຮຽນການປະສານງານຮ່ວມມືພາຍໃນປະເທດ ແລະ ສາກົນ; 7) ຈັດຊຸດຝຶກອົບຮົມຍົກລະດັບການຄົ້ນຄວ້າໃຫ້ນັກຄົ້ນຄວ້າລາວ; 8) ແລກປ່ຽນຂໍ້ມູນຂ່າວສານ ແລະ ປະກອບປຶ້ມເພີ່ມເຕີມ ເຂົ້າຫໍສະໝຸດ ສວສສຊ; 9) ການພົບປະແລກປ່ຽນຄະນະຊາວໜຸ່ມ 2 ສະຖາບັນ (LASES-VASS) ແລະ 4 ສະຖາບັນ (LASES-VASS-NAPPA-HCMA); 10) ຊອກຫາແຫຼ່ງທຶນສະໜັບສະໜູນຊ່ວຍເຫຼືອ ສ້າງຫໍສະໝຸດອີເລັກໂຕນິກ ແລະ ຫ້ອງອ່ານອີເລັກໂຕນິກ ໃຫ້ ສວສສຊ.

lases-vass3

ບົດຂ່າວ ແລະ ຖ່າຍພາບ: ພູຄຽງ ໄຊສິລິ

IMG_0984

ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດ ສ. ກູບາ ປະຈໍາ ສປປ. ລາວ

IMG_0984

 ໃນຕອນເຊົ້າຂອງວັນທີ 7 ກຸມພາ 2023 ເວລາ 9:00ໂມງ ຢູ່ຫ້ອງຮັບແຂກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ທ່ານ ປອ. ສອນທະນູ ທໍາມະວົງ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ເອັນນາ ເອສ໌ເທີ ໄວແອ້ນ ວານເດດ (Enna Esther Viant Valdés) ເນື່ອງໃນໂອກາດທີ່ມາຮັບໜ້າທີ່ເປັນ ເອກອັກຄະລັດຖະທູດ ສ. ກູບາ ປະຈໍາ ສປປ. ລາວ.  

     ສປປ. ລາວ ແລະ ສ. ກູບາ ເປັນປະເທດເພື່ອນມິດຍຸດທະສາດ, ມີການພົວພັນ ແລະ ຮ່ວມມືອັນເປັນມູນເຊື້ອທີ່ດີງາມມາແຕ່ດົນນານ, ເຊິ່ງໄດ້ເກີດຂຶ້ນບົນພື້ນຖານອຸດົມການສັງຄົມນິຍົມ. ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດ ແຕ່ວັນທີ 4 ພະຈິກ 1974. ການພົວພັນທີ່ເປັນພື້ນຖານ ແມ່ນການສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີສາກົນ ເປັນຕົ້ນແມ່ນ ໃນຂອບຂອງອົງການສະຫະປະຊາຊາດ, ໃນກອງປະຊຸມສະມັດຊາໃຫຍ່ ຂອງອົງການສະຫະປະຊາຊາດ. 

     ໃນການພົບປະຄັ້ງນີ້, ທ່ານ ປອ. ສອນທະນູ ທໍາມະວົງ, ໄດ້ແຈ້ງສະພາບການຈັດຕັ້ງ ແລະ ເຄື່ອນໄຫວ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃນໄລຍະທີ່ຜ່ານມາຈົນມາເຖິງປັດຈຸບັນ ຕໍ່ທ່ານ ນາງ Enna Esther Viant Valdés, ເອກອັກຄະລັດຖະທູດ ສ. ກູບາ ປະຈໍາ ສປປ. ລາວ. ພ້ອມທັງຕີລາຄາສູງ ຕໍ່ກັບສາຍພົວພັນ, ຮ່ວມມື ລະຫວ່າງ ສປປ. ລາວ ແລະ ສ. ກູບາ ເຊິ່ງເວລາໃດກໍ່ເນັ້ນການຮ່ວມມືດ້ານເສດຖະກິດໄປຄຽງຄູ່ກັບການພົວພັນອັນດີງາມທາງດ້ານການເມືອງ. ໃນນັ້ນ, ສາຍພົວພັນຮ່ວມມືທີ່ພົ້ນເດັ່ນ ເປັນຮູບປະທໍາແມ່ນຂະແໜງ ສາທາລະນະສຸກ, ການສຶກສາ ແລະ ກິລາ.  

    ນອກນີ້, ທັງສອງຝ່າຍຍັງໄດ້ມີການປຶກສາຫາລື ເພື່ອຊອກຫາໂອກາດການຮ່ວມມືໃນຂົງເຂດຕ່າງໆ ໂດຍສະເພາະ ແມ່ນໃນຂົງເຂດການຄົ້ນຄວ້າວິທະຍາສາດຂົງເຂດເສດຖະກິດ-ສັງຄົມ.

   ສະເພາະການພົວພັນຂອງ ສວສສຊ ກັບ ສ. ກູບາ ແມ່ນມີການພົວພັນໂດຍຜ່ານ ເວທີສໍາມະນາສາກົນ ກ່ຽວກັບສັງຄົມນິຍົມ ເຊິ່ງລິເລີ່ມມາແຕ່ປີ 2013 ເປັນຕົ້ນມາ. ໂດຍມີຄະນະຜູ້ແທນ ແລະ ນັກຄົ້ນຄວ້າຈາກ 5 ປະເທດເຂົ້າຮ່ວມຄື: ສປປ. ລາວ, ສປ. ຈີນ, ສສ. ຫວຽດນາມ, ສ. ກູບາ ແລະ ສປປ. ເກົາຫຼີ. ມາເຖິງປັດຈຸບັນ, ເວທີສໍາມະນາສາກົນກ່ຽວກັບສັງຄົມນິຍົມນີ້ ໄດ້ຈັດຕັ້ງຂຶ້ນ ຈໍານວນ 9 ຄັ້ງ ໂດຍການຜັດປ່ຽນກັນເປັນເຈົ້າພາບຂອງແຕ່ລະປະເທດ.