ກອງປະຊຸມແລກປ່ຽນກັບອະດີດການນຳຂັ້ນສູງ ກ່ຽວກັບ ການແກ້ໄຂບັນຫາ ລາຄາສິນຄາ້ ແລະ ອັດຕາເງິນເຟີ້ ທີ່ເພີ່ມຂຶ້ນສູງ

      ໃນວັນທີ 19 ສິງຫາ 2024, ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຄະນະສະເພາະກິດ ເພື່ອລົງເລິກຄົ້ນຄວ້າບັນຫາ ລາຄາສິນຄ້າ ແລະ ອັດຕາເງິນເຟີ້ ທີ່ເພີ່ມສູງຂຶ້ນ (ຄະນະສະເພາະກິດ83/ນຍ) ໄດ້ຈັດກອງປະຊຸມ ປຶກສາຫາລື ແລກປ່ຽນຄວາມຄິດເຫັນຮ່ວມກັບອະດີດການນຳຂັ້ນສູງ ແລະ ຜູ້ຊົງຄຸນວຸດທິກ່ຽວກັບ ການແກ້ໄຂບັນຫາລາຄາສິນຄ້າ ແລະ ອັດຕາເງິນເຟີ້ ທີ່ສູງຂຶ້ນ ໂດຍການເປັນປະທານຂອງ ທ່ານ ປອ. ກອງແກ້ວ ໄຊສົງຄາມ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຫົວໜ້າຄະນະສະເພາະກິດດັ່ງກ່າວ. 

      ທ່ານ ປອ. ກອງແກ້ວ ໄຊສົງຄາມ ກ່າວວ່າ: ກອງປະຊຸມຄັ້ງນີ້, ຖືວ່າເປັນກອງປະຊຸມ ທີ່ມີຄວາມສຳຄັນຢ່າງຍິ່ງ ເພື່ອຈະໄດ້ຮັບຟັງຄຳຄິດຄຳເຫັນ ແລະ ຄຳແນະນໍາຕ່າງໆຈາກບັນດາທ່ານທີ່ມີບົດຮຽນ ແລະ ປະສົບປະການສູງ ເພື່ອເຮັດໃຫ້ການຄົ້ນຄວ້າລົງເລິກຂອງຄະນະສະເພາະກິດດຳເນີນໄປຢ່າງຖືກທິດ, ມີລັກສະນະຄົບຊຸດ ແລະ ມີປະສິດທິພາບສູງ ເພື່ອບັນລຸເປົ້າໝາຍ ເຮັດໃຫ້ການຄົ້ນຄວ້າລົງເລິກລົງເລິກສາມາດຊອກເຫັນໄດ້ຈຸດສຸມທີ່ຈະຕ້ອງແກ້ໄຂ ແລະ ນຳສະເໜີບັນດາວິທີການ ແລະ ມາດຕະການທີ່ເໝາະສົມໃນຂັ້ນຕໍ່ໄປ.

      ໃນກອງປະຊຸມ, ທ່ານ ປອ. ກອງແກ້ວ ໄຊສົງຄາມ ໄດ້ລາຍງານຜົນໄດ້ຮັບຈາກກອງປະຊຸມປຶກສາຫາລືຮ່ວມກັບພາກທຸລະກິດໃນວັນທີ 2 ສິງຫາ ຜ່ານມາ ທີ່ໄດ້ລົງເລິກ 2 ບັນຫາໃຫຍ່ຄື: “ການຫຼຸດຜ່ອນຕົ້ນທຶນການຜະລິດສິນຄ້າ ແລະ ບໍລິການ” ແລະ “ການປະຢັດເງິນຕາຕ່າງປະເທດ ເພື່ອຫຼຸດຜ່ອນແຮງກົດດັນຕໍ່ຄ່າເງິນກີບ” ແນໃສ່ເພື່ອການແກ້ໄຂສະພາບເຄັ່ງຮ້ອນສະເພາະໜ້າ. ພ້ອມທັງໃຫ້ຮູ້ກ່ຽວກັບສະພາບ, ສາເຫດ ແລະ ແນວທາງແກ້ໄຂທີ່ພາກທຸລະກິດຍົກຂຶ້ນ ເປັນຕົ້ນ: ບັນດາປັດໄຈການຜະລິດ, ປູກຝັງ ແລະ ລ້ຽງສັດ; ສະພາບການຂາດແຄນແຮງງານ; ຂອດພໍ່ຄ້າຄົນກາງໃນການຈໍາໜ່າຍ ແລະ ກະຈາຍສິນຄ້າໃນຕະຫຼາດ ທີ່ເປັນອີກປັດໄຈສໍາຄັນຕໍ່ກັບການກຳນົດ ແລະ ການເພີ່ມຂຶ້ນຂອງລາຄາສິນຄ້າ; ລາຄານໍ້າມັນທີ່ແພງຂຶ້ນ; ບັນດາຂະແໜງການທີ່ມີຄວາມຕ້ອງການນຳໃຊ້ເງິນຕາຕ່າງປະເທດຫຼາຍກວ່າໝູ່ ແລະ ໄດ້ຮັບບຸລິມະສິດໃນການເຂົ້າເຖິງເງິນຕາ ເພື່ອຊໍາລະການນຳເຂົ້າສິນຄ້າ; ການຊື້-ຂາຍເງິນຕາຜ່ານລະບົບອອນລາຍຂອງທະນາຄານ, ນອກນີ້ກໍໄດ້ໃຫ້ຮູ້ເຖິງແນວທາງແກ້ໄຂທີ່ພາກທຸລະກິດຍົກຂຶ້ນ.

      ທ່ານ ປອ. ກອງແກ້ວ ໄຊສົງຄາມ ກ່າວຕື່ມວ່າ: ຈາກຜົນໄດ້ຮັບຂອງກອງປະຊຸມຮ່ວມກັບພາກທຸລະກິດເຫັນວ່າ ໄດ້ຮັບຂໍ້ມູນຂ່າວສານ ແລະ ການສະເໜີແນວທາງແກ້ໄຂທີ່ເປັນປະໂຫຍດຫຼາຍດ້ານ, ຕາມທັດສະນະວິຊາການພວກເຮົາເຫັນວ່າ ຫຼາຍມາດຕະການທີ່ພາກທຸລະກິດຍົກຂຶ້ນ ແມ່ນມີຄວາມສຳຄັນ ແລະ ຕ້ອງນໍາເອົາໄປສືບຕໍ່ຄົ້ນຄວ້າລົງເລິກ ເພື່ອໃຫ້ເຫັນແນວທາງໃນການຈັດຕັ້ງປະຕິບັດເປັນຕົ້ນແມ່ນ ຄວນລົງເລິກຄົ້ນຄວ້າກ່ຽວກັບຕ່ອງໂສ້ການຜະລິດ ແລະ ໂຄງປະກອບລາຄາສິນຄ້າທີ່ຈຳເປັນ ແລະ ກະທົບຕໍ່ຊິວີິດການເປັນຢູ່ຂອງປະຊາຊົນ (ເຂົ້າສານໜຽວປະເພດ 2, ຊີ້ນໝູ, ໄຂ່, ປາ, ຜັກ), ໂດຍສະເພາະແມ່ນຂອດ ພໍ່ຄ້າຄົນກາງ ທີ່ເຫັນວ່າມີຜົນເຮັດໃຫ້ລາຄາສິນຄ້າຂັ້ນສຸດທ້າຍ ຫຼື ລາຄາຜູ້ບໍລິໂພກສູງຫຼາຍ; ຄວນລົງເລິກຄົ້ນຄວ້າແນວທາງການຊຸກຍູ້ສົ່ງເສີມການຜະລິດພາຍໃນຢ່າງມີເປົ້າໝາຍ ແລະ ເປັນລະບົບຕ່ອງໂສ້ ເພື່ອຮັບປະກັນໃຫ້ສາມາດແກ້ຖືກຈຸດ. ເນື່ອງຈາກນະໂຍບາຍສົ່ງເສີມການຜະລິດພາຍໃນ ຜ່ານມາ ຍັງເປັນລັກສະນະລວມໆ ແລະ ກົນໄກການຈັດຕັ້ງປະຕິບັດ ຍັງເປັນລັກສະນະ ພໍໃຜ ພໍລາວ; ຄວນລົງເລິກຄົ້ນຄວ້າ ກ່ຽວກັບການອຸດໜູນລາຄາ ນໍ້າປະປາ, ໄຟຟ້າ, ນໍ້າມັນເຊື້ອໄຟ, ຖ້າປັບໃຫ້ສອດຄ່ອງຕາມຄວາມເປັນຈິງຈະກະທົບແນວໃດ? ຈະມີກົນໄກອຸດໜູນຜູ້ມີລາຍຮັບຕໍ່າ ຫຼື ກຸ່ມເປົ້າໝາຍແນວໃດ?.

      ທ່ານ ປອ. ກອງແກ້ວ ໄຊສົງຄາມ  ຍັງກ່າວອີກວ່າ: ເຖິງຢ່າງໃດກໍຕາມ, ການສະຫຼຸບສັງລວມຂອງຄະນະວິຊາການພວກເຮົາໃນຄັ້ງນີ້, ອາດຈະຍັງບໍ່ມັນຄົບຖ້ວນສົມບູນ. ສະນັ້ນ, ນອກຈາກ 3 ປະເດັນຂ້າງເທິງ ທີ່ຄະນະວິຊາການພວກເຮົາສະເໜີມາ, ບັນດາທ່ານອະດີດການນໍາຂັ້ນສູງ ແລະ ຜູ້ຊົງຄຸນວຸດທິ ເຫັນວ່າ ພວກເຮົາຄວນຈະເບິ່ງບັນຫາຫຍັງຕື່ມ? ຫຼື ຄວນເອົາໃຈໃສ່ບັນຫາຫຍັງຕື່ມ ໂດຍສະເພາະຕິດພັນກັບ 2 ເນື້ອໃນສຳຄັນຄື: “ການຫຼຸດຜ່ອນຕົ້ນທຶນການຜະລິດສິນຄ້າ ແລະ ບໍລິການ” ແລະ “ການປະຢັດເງິນຕາຕ່າງປະເທດ ເພື່ອຫຼຸດຜ່ອນແຮງກົດດັນຕໍ່ຄ່າເງິນກີບ” ແນໃສ່ເພື່ອການແກ້ໄຂສະພາບເຄັ່ງຮ້ອນສະເພາະໜ້າ.   

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ