ພົບປະແລກປ່ຽນ ລະຫວ່າງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ກັບ ວິທະຍາຄານວິທະຍາສາດການທະຫານ ກະຊວງປ້ອງກັນປະເທດຫວຽດນາມ

     ກອງປະຊຸມພົບປະແລກປ່ຽນ ລະຫວ່າງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ກັບ ວິທະຍາຄານວິທະຍາສາດການທະຫານ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 23 ກັນຍາ 2024 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ. ຝ່າຍລາວນຳໂດຍ ປອ. ສາຍຄຳ ວໍລະເດດ ຫົວໜ້າຫ້ອງການຄຸ້ມຄອງວິທະຍາສາດ, ຝ່າຍຫວຽດນາມນຳໂດຍ ພົວຈ ຫງວຽນ ດິງ ຈຸງ ຫົວໜ້າການເມືອງວິທະຍາຄານ ວິທະຍາສາດການທະຫານ ພ້ອມຄະນະທັງສອງຝ່າຍ ເຂົ້າຮ່ວມ.

     ຈຸດປະສົງຂອງການພົບປະຄັ້ງນີ້ແມ່ນເພື່ອຄົ້ນຄວ້າເກັບກຳຂໍ້ມູນກ່ຽວກັບເບື້ອງລາວໃນຫົວຂໍ້ບົດ “ ພື້ນຖານຍຸດທະສາດ ຫວຽດນາມ – ລາວ – ກໍາປູເຈຍ ໃນສະພາບການ ໃໝ່” ເພື່ອນໍາໄປເຮັດບົດນິພົນປະລິນຍາເອກ ຂອງສະຫາຍ ພົນເອກ ຟານ ວັນ ຢາງ, ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ການແລກປ່ຽນໃນຄັ້ງນີ້ ມີ 04 ເນື້ອໃນຫຼັກ ຄື: 1). ຕີລາຄາບັນດາປັດໄຈ ສົ່ງຜົນກະທົບຕໍ່ຍຸດທະສາດ ລາວ – ຫວຽດນາມ – ກໍາປູເຈຍ ຮອດປີ 2023, ວິໄສທັດ ປີ 2045; 2). ຕີລາຄາກ່ຽວກັບຂໍ້ດີ, ຂໍ້ເສຍ ແລະ ສິ່ງທ້າທາຍໃນດ້ານດຽວ, ຊຸກຍູ້ສາຍພົວພັນລະຫວ່າງ 3 ປະເທດ ລາວ-ຫວຽດນາມ-ກຳປູເຈຍ ໃນສະພາບການໃໝ່ ແລະ ວິທີແກ້ໄຂ; 3). ແກ່ງແຍ່ງປະເທດມະຫາອຳນາດ, ພິເສດແມ່ນການແກ່ງແຍ່ງລະຫວ່າງ ຈີນ-ອາເມລິກາ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ກະທົບເຖິງຊ່ອງຫວ່າງຍຸດທະສາດ ລາວ-ຫວຽດນາມ-ກຳປູເຈຍ ແລະ ວີທີແກ້ໄຂ; 4). ການຕີລາຄາພາລະບົດບາດ ແລະ ຄວາມສຳຄັນຂອງສາຍພົວພັນລາວ-ຫວຽດນາມ ໃນປະຈຸບັນ, ລາວ ແລະ ຫວຽດນາມ ຄວນເຮັດແນວໃດ ເພື່ອຊຸກຍູ້ການພົວພັນລະຫວ່າງປະເທດໃນໄລຍະທີ່ຈະມາເຖິງ.

    ໂອກາດນີ້ ທັງສອງຝ່າຍໄດ້ຕອບສະໜອງຂໍ້ມູນ ແລກປ່ຽນບົດຮຽນເຊິ່ງກັນ ແລະກັນ ພ້ອມທັງເປັນການຜັນຂະຫຍາຍມູນເຊື້ອອັນໃສແຈ້ງທີ່ມີມາແຕ່ດຶກດຳບັນ ພາຍໃຕ້ການຮ່ວມມືແບບພິເສດຮອບດ້ານ ທັງເປັນການເພີ່ມພູມຄູນສ້າງສາຍພົວພັນ ລາວ-ຫວຽດນາມ ໃນນາມຄົນຮຸ້ນສືບທອດໃຫ້ມີຄວາມໜັ້ກແໜ້ນ ແລະ ໝັ້ນຄົງທະນົງແກ່ນຂຶ້ນເລື້ອຍໆ.

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ