ພິທີປະກາດການຈັດຕັ້ງ ແລະ ທາບທາມຄະນະໜ່ວຍພັກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ

     ໃນຕອນເຊົ້າຂອງວັນທີ 16 ສິງຫາ 2024 ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດພິທີປະກາດການຈັດຕັ້ງ ແລະ ທາບທາມຄະນະໜ່ວຍພັກອ້ອມຂ້າງທີ່ຂຶ້ນກັບ ສວສສຊ ພາຍໃຕ້ການເປັນປະທານຂອງ ທ່ານ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານ ສວສສຊ; ມີຫົວໜ້າຫ້ອງການ, ກົມ, ບັນດາຫົວໜ້າສະຖາບັນຄົ້ນຄວ້າ ແລະ ສູນ ຕະຫຼອດຮອດສະມາຊິກພັກສົມບູນ-ສໍາຮອງ ທົ່ວ ສວສສຊ ເຂົ້າຮ່ວມ.

     ກອງປະຊຸມໃນຄັ້ງນີ້ມີສອງຈຸດປະສົງຄື ເພື່ອປະກາດການຈັດຕັ້ງຂັ້ນຮອງປະທານ ສວສສຊ ແລະ ທາບທາມຄະນະໜ່ວຍພັກ 11 ພາກສ່ວນອ້ອມຂ້າງ ສວສສຊ ເພື່ອກະກຽມໃສ່ກອງປະຊຸມໃຫຍ່ຄັ້ງທີ 2 ຂອງບັນດາໜ່ວຍພັກ ກໍ່ຄືກຽມຄວາມພ້ອມດ້ານບຸດຄະລາກອນ ໃນການກະກຽມກອງປະຊຸມໃຫຍ່ ສະມາຊິກພັກຄັ້ງທີ 2 ຂອງອົງຄະນະພັກ ສວສສຊ ທີ່ຈະໄດ້ໄຂຂຶ້ນໃນປີ 2025 ນີ້; ໃນພິທີ ທ່ານ ພູຂົງ ພິລາເພັດ, ຄະນະພັກ, ຫົວໜ້າກົມກໍ່ສ້າງພັກ ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານຄໍາສັ່ງວ່າດ້ວຍການຍົກຍ້າຍ ພະນັກງານໄປຮັບໜ້າທີ່ໃໝ່ ສະບັບເລກທີ 10/ນຍ ລົງວັນທີ 31 ກໍລະກົດ 2024 ວ່າດ້ວຍການຍົກຍ້າຍທ່ານ ປອ. ນ. ແກ້ວວິວອນ ອຸດທະຈັກ ຫົວໜ້າສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ ກະຊວງກະສິກໍາ ແລະ ປ່າໄມ້ ໄປຮັບໜ້າທີ່ໃໝ່ຢູ່ ສວສສຊ ແລະ ດໍາລັດຂອງນາຍົກລັດຖະມົນຕີ ເລກທີ 341/ນຍ, ລົງວັນທີ 31 ກໍລະກົດ 2024 ວ່າດ້ວຍການແຕ່ງຕັ້ງ ທ່ານ ປອ. ນ. ແກ້ວວິວອນ ອຸດທະຈັກ ເປັນຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ.

      ໃນໂອກາດນີ້ ທ່ານ ປອ. ກອງແກ້ວ ໄຊສົງຄາມ ຍັງໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມວ່າ: ພັກ-ລັດເຮົາ ຍາມໄດກໍ່ຖືວຽກພັກ-ພະນັກງານ ເປັນວຽກທີ່ສໍາຄັນ ແລະ ມີລັກສະນະຕັດສິນເຖິງຜົນສໍາເລັດ ແລະ ຄຸນນະພາບຂອງວຽກງານ, ເປັນວຽກທີ່ມີລັກສະນະມີຊີວິດ-ຊີວາ, ມີການເຄື່ອນເໜັງ, ມີການຂະຫຍາຍຕົວຢູ່ເລື້ອຍໆ ດັ່ງ ສວສສຊ ເຮົາໃນປັດຈຸບັນ ມີບາງສະຫາຍກໍ່ໄດ້ຖືກຊັບຊ້ອນໄປຮັບໜ້າທີ່ໃໝ່ ແລະ ກໍ່ມີບາງສະຫາຍອອກຮັບອຸດໜູນບໍານານ ສະນັ້ນກໍ່ຕ້ອງແຕ່ງຕັ້ງຜູ້ໃໝ່ມາປ່ຽນແທນ ກໍ່ຄືທ່ານ ປອ. ນ. ແກ້ວວິວອນ ອຸດທະຈັກ ຮອງປະທານ ສວສສຊ ຜູ້ໃໝ່ທີ່ພວກເຮົາໄດ້ປະກາດຢ່າງເປັນທາງການໃນມື້ນີ້ ເຊິ່ງເປັນວຽກປົກກະຕິຂອງພັກເຮົາ; ພ້ອມດຽວກັນນີ້ ກໍ່ຍັງມີອີກໜຶ່ງວຽກທີ່ສໍາຄັນທີ່ພວກເຮົາຕ້ອງໄດ້ດໍາເນີນໃຫ້ສໍາເລັດ; ເຊິ່ງປັດຈຸບັນ ອົງຄະນະພັກ ສວສສຊ ປະກອບມີ 11 ໜ່ວຍພັກຮາກຖານທີ່ຂຶ້ນກັບ ສວສສຊ; ໃນນັ້ນຈໍານວນໜຶ່ງມີການຍົກຍ້າຍຊັບຊ້ອນ ແລະ ອອກພັກການຮັບອຸດໜູນບໍານານ ຈຶ່ງເຮັດໃຫ້ 11 ພາກສ່ວນນັ້ນ ມີ 9 ໜ່ວຍພັກ ທີ່ມີຄະນະພັກບໍ່ຄົບອົງປະກອບ ກໍ່ຄືຄະນະໜ່ວຍພັກບໍ່ຄົບ 3 ສະຫາຍ ເຊິ່ງຕາມລະບຽບຂອງພັກ ແຕ່ລະໜ່ວຍ ຖ້າຈະໃຫ້ສົມບູນແທ້ໃນຄະນະໜ່ວຍຕ້ອງມີ 3 ສະຫາຍ ສະນັ້ນມື້ນີ້ ພວກເຮົາຈະໄດ້ດໍາເນີນການທາບທາມ ເພື່ອນໍາເອົາຜົນການທາບທາມສົມທົບກັບແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ລາຍງານຕໍ່ຄະນະຈັດຕັ້ງສູນກາງພັກ ເພື່ອຂໍອະນຸຍາດແຕ່ງຕັ້ງຄະນະໜ່ວຍພັກໃຫ້ສົມບູນຂຶ້ນຕື່ມ; ພ້ອມທັງໄດ້ເນັ້ນໜັກໃຫ້ບັນດາຜູ້ເຂົ້າຮ່ວມ ຈົ່ງພ້ອມກັນເອົາໃຈໃສ່ໃຊ້ສິດຂອງຕົນເລືອກເຟັ້ນເອົາຜູ້ທີ່ເໝາະສົມ ແລະ ມີຄຸນນະພາບເພື່ອມາເປັນຜູ້ຊີ້ນໍາ-ນໍາພາໃນການກະກຽມກອງປະຊຸມໃຫຍ່ຂັ້ນໜ່ວຍພັກຂອງຕົນ.

ພາບ ແລະ ຂ່າວ: ພວງເພັດ ຈັນທະລີວົງ