ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຕ້ອນຮັບ ທ່ານ Alexis Drogoul,ນັກຄົ້ນຄວ້າຈາກປະເທດຝຣັ່ງ

     ໃນເວລາ 14:00 ຂອງວັນທີ 10 ກັນຍາ 2024; ທີຫ້ອງຮັບແຂກ ສວສສຊ, ທ່ານ ປອ. ກອງແກ້ວ ໄຊສົງຄາມ, ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຕ້ອນຮັບ ທ່ານ Alexis Drogoul, ນັກຄົ້ນຄວ້າອາວຸໂສ ຂອງສະຖາບັນຄົ້ນຄວ້າເພື່ອການພັດທະນາແບບຍືນຍົງ ປະເທດຝຣັ່ງ (Institut de Recherche pour le Développement: IRD), ທັງເປັນຫົວຫນ້າໂຄງການແກ້ໄຂບັນຫາຄວາມຍືນຍົງ ໂດຍຜ່ານການສ້າງສິ່ງແວດລ້ອມເພື່ອການຮຽນຮູ້ແບບມີສ່ວນຮ່ວມ (Sustainable Issues Metaverse for Building Participatory Learning Environments: SIMPLE) ແລະ ທ່ານ ນາງ Jeanne Cottenceau, ຜູ້ປະສານງານໂຄງການ.

     ຈຸດປະສົງຂອງການພົບປະໃນຄັ້ງນີ້ ແມ່ນເພື່ອແນະນໍາກ່ຽວກັບໂຄງການ ແລະ ປຶກສາຫາລືຄວາມເປັນໄປໄດ້ໃນການຮ່ວມມືລະຫວ່າງໂຄງການດັ່ງກ່າວ ກັບ ສວສສຊ ໃນຕໍ່ໜ້າ. ເຊິ່ງໂຄງການດັ່ງກ່າວ ແມ່ນຢູ່ໃນຄວາມຮັບຜິດຊອບຂອງສະຖາບັນຄົ້ນຄວ້າເພື່ອການພັດທະນາແບບຍືນຍົງປະເທດຝຣັ່ງ ໂດຍໄດ້ຮັບທຶນສະໜັບສະໜູນຈາກສະຫະພາບເອີຣົບ, ເປັນໂຄງການເພື່ອສ້າງການຮຽນຮູ້-ປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ຊາວໜຸ່ມຢູ່ບັນດາປະເທດລຸ່ມແມ່ນໍ້າຂອງ (ສປປ ລາວ, ສສ ຫວຽດນາມ, ຣາຊາອານາຈັກກຳປູເຈຍ ແລະ ຣາຊາອານາຈັກໄທ) ເພື່ອໃຫ້ມີຄວາມຮັບຮູ້ກ່ຽວກັບສິ່ງທ້າທາຍ ແລະ ແນວທາງແກ້ໄຂບັນຫາສິ່ງແວດລ້ອມໃຫ້ມີຄວາມຍືນຍົງ.

     ໃນໂອກາດນີ້, ທ່ານ ປອ. ກອງແກ້ວ ໄຊສົງຄາມ, ປະທານ ສວສສຊ ກໍໄດ້ສະແດງຄວາມຂອບໃຈຕໍ່ຫົວໜ້າໂຄງການພ້ອມດ້ວຍຄະນະ ທີ່ໄດ້ໃຫ້ຄວາມສົນໃຈໃນການຮ່ວມມືກັບ ສວສສຊ, ຊຶ່ງເປັນການຂະຫຍາຍເພື່ອນມິດ ແລະ ຄູ່ຮ່ວມດ້ານການຄົ້ນຄວ້າຂອງ ສວສສຊ ໃນຕໍ່ໜ້າ ແລະ ສວສສຊ ກໍ່ມີຄວາມຍິນດີໃຫ້ການຮ່ວມມື, ສໍາລັບລາຍລະອຽດ ແລະ ຄວາມເປັນໄປໄດ້ໃນການຮ່ວມມືດ້ານການຄົ້ນຄວ້າໃນຕໍ່ໜ້ານັ້ນ ແມ່ນຈະໄດ້ປະສານສົມທົບກັນຕື່ມລະຫວ່າງ ສວສສຊ ແລະ ໂຄງການດັ່ງກ່າວ.

ຂຽນຂ່າວ : ປອ. ກິນນາລອນ ພິມມະວົງ