ຂ່າວການເຄື່ອນໄຫວ

1

ກອງປະຊຸມເຜີຍແຜ່ ບົດປະເມີນສະພາບເສດຖະກິດມະຫາພາກ ປະຈໍາປີ 2024 ແລະ ທ່າອຽງປີ 2025

1

     ສະຖາບັນຄົ້ນນຄວ້າເສດຖະກິດມະຫາພາກ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ ບົດປະເມີນເສດຖະກິດມະຫາພາກ ຂອງ ສປປ ລາວ ປີ 2024 ແລະ ທ່າອ່ຽງ 2025 ຂື້ນໃນຕອນບ່າຍຂອງວັນທີ 27 ມິຖຸນາ 2024 ທີີ່ຫ້ອງປະຊຸມຊັົ້ນ 3 ຕິກວິຊາການຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ປອ. ກິແກ້ວ ຈັນທະບູຣີ, ຮອງປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES), ມີບັນດາທ່ານຜູ້ຕາງໜ້າຈາກ ບັນດາຂະແໜງ ການກ່ຽວຂ້ອງ ພາກລັດ, ພາກເອກະຊົນ, ມະຫາວິທະຍາໄລແຫ່ງຊາດ, ບັນດາສະຖານທູດປະຈໍາ ສປປ ລາວ ແລະ ອົງການຈັດຕັ້ງສາກົນປະຈໍາ ສປປ ລາວ ເຂົ້າຮ່ວມຫຼາຍວ່າ 60 ທ່ານ.

2
3

     ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການນໍາສະເໜີຜົນການປະເມີນສະພາບເສດຖະກິດມະຫາພາກຂອງ ສປປ ລາວ ໃນປີ 2024 ແລະ ທ່າອ່ຽງເສດຖະກິດປີ 2025 ຈາກ ທ່ານ ນ. ລັດດາວັນ ຊົງວິໄລ ຫົວໜ້າສະຖາບັນຄົົ້ນຄວ້າເສດຖະກິດມະຫາພາກ (MRI) ເຊິີ່ງສະແດງໃຫ້ຮູ້ວ່າ ສະພາບເສດຖະກິດມະຫາພາກ ເຫັນວ່າ ມີສະຖຽນລະພາບຂື້ນ ເນື່ອງຈາກວ່າ ອັດຕາເງິນເຟີ້ ໄດ້ຄ່ອຍເລີີ່ມສະລໍຕົວລົງ ແລະ ການເໜັງຕີງຂອງອັດຕາແລກປ່ຽນ ມີຄວາມສະຫງົບຂື້ນ ໂດຍສະເພາະ ໃນທ້າຍປີ 2024 ເປັນຕົ້ນມາ ຍ້ອນການຈັດຕັ້ງປະຕິບັດຫຼາຍມາດຕະການສໍາຄັນຂອງລັດຖະບານ. ອັດຕາການເຕີບໂຕເສດຖະກິດ (GDP) ໃນປີ 2024 ຢູ່ໃນລະດັບ 4.3% ເພີ່ມຂື້ນເລັກນ້ອຍຈາກ 4.2% ໃນປີ 2023 ເຊິີ່ງຂະແໜງການສົ່ງອອກ ເປັນຕົວຂັບເຄື່ອນຕົ້ນຕໍທີ່ສໍາຄັນໃຫ້ແກ່ການຂະຫຍາຍຕົວຂອງເສດຖະກິດລາວ ໂດຍສະເພາະການສົ່ງອອກພະລັງງານໄຟຟ້າ, ສິນຄ້າປະເພດອຸດສາຫະກໍາ ແລະ ພືດ. ໃນຂະນະດຽວກັນ, ການນໍາເຂົ້າສິນຄ້າ ໄດ້ສະລໍຕົວລົງ ຕາມທ່າອ່ຽງຂອງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ຄວາມຕ້ອງການພາຍໃນ ຈາກການປະຕິບັດນະໂຍບາຍຮັດກຸມທາງດ້ານການເງິນ-ເງິນຕາຂອງລັດຖະບານ. ເຖິງຢ່າງໃດກໍ່ຕາມ, ເສດຖະກິດມະຫາພາກຂອງ ສປປ ລາວ ຍັງຢູ່ໃນສະພາບທີີ່ມີຄວາມບອບບາງ ແລະ ປະເຊີນກັບຄວາມຫຍຸ້ງຍາກ ຍ້ອນອັດຕາເງິນເຟີ້ ແລະ ລາຄາສິນຄ້າຍັງຢູ່ໃນລະດັບສູງ ໃນຂະນະທີີ່ ລາຍໄດ້ຕົວຈິງຍັງບໍ່ທັນເພີີ່ມຂື້ນຢ່າງສົມສ່ວນ ແລະ ພາລະໜີ້ສາທາລະນະຍັງຢູ່ໃນລະດັບສູງ. ໃນຕໍ່ໜ້າ, ເສດຖະກິດຂອງ ສປປ ລາວ ຍັງຈະປະເຊີນກັບສະພາບຄວາມບໍ່ແນ່ນອນຂອງສາກົນ ໂດຍສະເພາະ ຄວາມຂັດແຍ່ງດ້ານການຄ້າ ແລະ ຄວາມບໍ່ສະຫງົບໃນຂົງເຂດຕາເວັນອອກກາງ ເຊິີ່ງຄາດວ່າ ຈະສົ່ງຜົນໃຫ້ເສດຖະກິດຂອງສາກົນ ເຕີບໂຕຊ້າລົງ, ອັດຕາເງິນເຟີ້ມີທ່າອ່ຽງເພີ່ມສູງຂື້ນ ແລະ ຄ່າເງິນຂອງຫຼາຍປະເທດມະຫາອໍານາດມີທ່າອ່ຽງເພີ່ມຂື້ນ. ອີງຕາມທ່າອ່ຽງດັ່ງກ່າວ, ສວສສຊ ຄາດວ່າ ເສດຖະກິດຂອງ ສປປ ລາວ ຈະເຕີບໂຕຊ້າລົງ ຢູ່ໃນລະດັບ 3.9% ໃນປີ 2025 ແລະ 4.0% ໃນປີ 2026.

     ຜ່ານການຮັບຟັງການນໍາສະເໜີຂອງ ທ່ານ ນ. ລັດດາວັນ ຊົງວິໄລ ຫົວໜ້າສະຖາບັນຄົົ້ນຄວ້າເສດຖະກິດມະຫາພາກ (MRI), ຜູ້ເຂົ້າຮ່ວມກອງປະຊຸມ ແມ່ນໄດ້ສົນທະນາແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ເຊິີ່ງໂດຍລວມແມ່ນເຫັນດີຕໍ່ກັບການຕີລາຄາຂອງທີມງານ. ກອງປະຊຸມດັ່ງກ່າວ ແມ່ນດໍາເນີນເປັນເວລາເຄິ່ງວັນ ເຊິີ່ງຜູ້ເຂົ້າຮ່ວມກໍ່ໄດ້ປຶກສາຫາລືແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ດ້ວຍບັນຍາກາດທີ່ຟົດຟື້ນ ເຊິ່ງເຮັດໃຫ້ກອງປະຊຸມປະສົບຜົນສໍາເລັດຕາມລະດັບຄາດໝາຍທີີ່ໄດ້ກໍານົດໄວ້ຢ່າງຈົບງາມ.

4

ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ

01

ກອງປະຊຸມປຶກສາຫາລືແລກປ່ຽນຄຳຄິດເຫັນຕໍ່ກັບການປະເມີນຜົນເບື້ອງຕົ້ນ ໃນການເກັບກຳຂໍ້ມູນກ່ຽວກັບລາຄາຊີ້ນໝູ ແລະ ເຂົ້າ ຢູ່ ແຂວງ ຈຳປາສັກ

01

     ຕອນເຊົ້າໃນວັນທີ 20 ມິຖຸນາ 2025 ທີ່ຜ່ານມາ ທີ່ຫ້ອງວ່າການປົກຄອງແຂວງຈຳປາສັກ ໄດ້ຈັດກອງປະຊຸມປຶກສາຫາລືແລກປ່ຽນຄຳຄິດເຫັນຕໍ່ກັບການສະເຫນີຜົນເບື້ອງຕົ້ນຈາກການລົງໄປເກັບກຳຂໍ້ມູນກ່ຽວກັບລາຄາຊີ້ນໝູ ແລະ ເຂົ້າ ຂອງທີມງານຄົ້ນຄວ້າກອງເລຂາຊ່ວຍວຽກຄະນະ 83/ນຍ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ບຸນຍົງ ສູນທອນ ຮອງຫົວໜ້າຫ້ອງວ່າການແຂວງ ຈຳປາສັກ ແລະ ທ່ານ ປອ ວັນໄຊ ໄຊຍະວົງ ຮອງຫົວຫນ້າສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ແລະ ແຂກທີ່ຖືກເຊີນຈາກພະແນກກະສິກຳ ແລະ ປ່າໄມ້, ພະແນກອຸດສາຫະກຳ ແລະ ການຄ້າ, ທະນາຄານແຫ່ງ ສປປ ລາວ ຂາສາຈຳປາສັກ, ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງອ້ອມຂ້າງແຂວງຈຳປາສັກ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມ ໃນຄັ້ງນີ້ ແມ່ນເພື່ອສະເຫນີຜົນເບື້ອງຕົ້ນຈາກການລົງເກັບກຳຂໍ້ມູນຂອງທີມງານຄົ້ນຄວ້າໃນໄລຍະ 4 ວັນຜ່ານມາ ແລະ ປຶກສາຫາລືສົນທະນາກ່ຽວກັບການຕີລາຄາບັນຫາດ້ານຕົ້ນທຶນ ແລະ ລາຄາສິນຄ້າ ໃນຫົວຂໍ້: ການສຶກສາຄວາມເປັນໄປໄດ້, ຜົນກະທົບ ແລະ ຜົນໄດ້ຈາກການຫຼຸດຜ່ອນຕົ້ນທຶນ ແລະ ລາຄາຂອງບາງລາຍການສິນຄ້າຈຳເປັນ ແລະ ກະທົບໄວຕໍ່ເງິນເຟີ້, ກໍລະນີສຶກສາ: ລາຄາ ເຂົ້າ ແລະ ຊີ້ນໝູ ຢູ່ ແຂວງຈຳປາສັກ. ເຊິ່ງຄະນະທີມງານ ຄົ້ນຄວ້າຈາກກອງເລຂາຊ່ວຍວຽກດ້ານເນື້ອໃນ ໃຫ້ແກ່ຄະນະສະເພາະກິດ 83/ນຍ ທີ່ລົງເລິກຄົ້ນຄວ້າບັນຫາອັດຕາເງິນເຟີ້ ແລະ ລາຄາສິນຄ້າທີ່ເພີ່ມຂຶ້ນສູງ ນຳທີມໂດຍ ປອ. ວັນໄຊ ໄຊຍະວົງ ໄດ້ລົງມາເກັບກຳຂໍ້ມູນຕົວຈິງນຳຂະແໜງການຕ່າງໆເຊັ່ນ: ພະແນກກະສິກຳ ແລະ ປ່າໄມ້, ພະແນກອຸດສາຫະກຳ ແລະ ການຄ້າ, ຟາມໝູ, ໂຮງງານຂ້າສັດ, ຕະຫຼາດ, ກຸ່ມຊາວນາ, ໂຮງສີເຂົ້າ, ບໍລິສັດສົ່ງອອກ-ນໍາເຂົ້າ ແລະ ທະນາຄານທຸລະກິດ ຢູ່ບັນດາເມືອງຕ່າງໆ ທີ່ຂຶ້ນກັບແຂວງຈຳປາສັກ.

1
3

     ການສະເໜີການຕີລາຄາເບື້ອງຕົ້ນຂອງທີມງານ ໃຫ້ຮູ້ວ່າ ລາຄາເຂົ້າ ແລະ ຊີ້ນໝູ ແມ່ນໄດ້ມີທ່າອ່ຽງເພີ່ມຂຶ້ນສູງໃນໄລຍະຜ່ານມາ ໂດຍມີຫຼາຍປັດໄຈທີ່ພາໃຫ້ລາຄາເພີ່ມຂຶ້ນສູງ. ໃນຂອດຟາມ ເຫັນວ່າ ການເໜັງຕີງຂອງອັດຕາແລກປ່ຽນທີ່ອ່ອນຄ່າ ແລະ ຄ່າຄອງຊີບທີ່ເພີ່ມຂຶ້ນສູງເປັນປັດໄຈຕົ້ນຕໍທີ່ເຮັດໃຫ້ລາຄາແນວພັນ, ປຸ້ຍ, ຫົວອາຫານ, ຄ່າແຮງງານ ແລະ ໄຟຟ້າ ທີ່ເພີ່ມຂຶ້ນສູງກະທົບຕໍ່ຕົ້ນທຶນການຜະລິດ ສົ່ງຜົນໃຫ້ຊາວນາ ແລະ ຊາວກະສິກອນ ຕ້ອງໄດ້ຂຶ້ນລາຄາໃນຂອດນີ້. ໃນຂອດໂຮງສີເຂົ້າ ແລະ ໂຮງຂ້າສັດ ເຫັນວ່າ ຕົ້ນທຶນຄ່າໄຟຟ້າ ແລະ ແຮງງານ ແມ່ນເປັນສາເຫດຕົ້ນຕໍທີ່ພາໃຫ້ລາຄາໃນຂອດນີ້ເພີ່ມຂຶ້ນສູງ. ນອກນັ້ນ, ການຂາດແຄນວັດຖຸດິບທີ່ຈະປ້ອນໂຮງງານ ກໍ່ເປັນບັນຫາສຳຄັນໃນຂອດນີ້ ເຊິ່ງກະທົບຕໍ່ການສະໜອງຊີ້ນໝູໃນຕະຫຼາດ. ໃນຂອດພໍ່ຄ້າຄົນກາງ ແລະ ໜ້າຂຽງໃນຕະຫຼາດ ເຫັນວ່າ ຕົ້ນທຶນຄ່າເຊົ່າຮ້ານ ແລະ ຄ່າແຮງງານ ແມ່ນມີຜົນຕໍ່ການເພີ່ມຂຶ້ນຂອງລາຄາ. ສຳຄັນສຸດໃນຂອດນີ້ ເຫັນວ່າ ການເໜັງຕີງຂອງລາຄາເຂົ້າ ແລະ ຊີ້ນໝູ ສ່ວນໃຫຍ່ແມ່ນຖືກກຳນົດໂດຍພໍ່ຄ້າຄົນກາງ.

     ນອກນັ້ນ, ທີມງານຄົ້ນຄວ້າຍັງໄດ້ມີຂໍ້ສະເໜີແນະທາງເລືອກ ແລະ ມາດຕະການໃນການແກ້ໄຂ ໃນໄລຍະສັ້ນ,ໄລຍະກາງ ແລະ ຍາວ ຈາກການວິເຄາະໃນເບື້ອງຕົ້ນ.

     ຜ່ານການຮັບຟັງການນຳສະເໜີຂອງທີມງານຄົ້ນຄວ້າ, ຜູ້ເຂົ້າຮ່ວມກອງປະຊຸມ ແມ່ນໄດ້ສົນທະນາແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ແລະ ເຫັນດີຕໍ່ກັບການຕີລາຄາຂອງທີມງານ ເຊິ່ງເຮັດໃຫ້ກອງປະຊຸມປະສົບຜົນສຳເລັດຕາມລະດັບຄາດໝາຍທີ່ໄດ້ກຳນົດໄວ້ຢ່າງຈົບງາມ.

5
6

ຂຽນຂ່າວ ແລະ ຖ່າຍພາບ: ພຸດສະຫວັນ ບຸບຜາວັນ

1

ສວສສຊ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ XI

1

     ໃນວັນທີ 18 ມິຖຸນາ 2025 ທີ່ຜ່ານມາ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດຕັ້ງກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍຜົນສຳເລັດກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ XI  ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະພັກ ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີຄະນະພັກ-ຄະນະນໍາ ແລະ ມີບັນດາເລຂາໜ່ວຍພັກ, ສະມາຊິກພັກ ແລະ 3 ອົງການຈັດຕັ້ງມະຫາຊົນ ທົ່ວ ສວສສຊ ເຂົ້າຮ່ວມຢ່າງພ້ອມພຽງ.  ຈຸດປະສົງຂອງປະຊຸມແມ່ນຮັບຟັງການເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝ XI, ແຈ້ງການຂອງຄະນະຈັດຕັ້ງສູນກາງພັກກ່ຽວກັບການກະກຽມດຳເດີນກອງປະຊຸມໃຫຍ່ຂອງອົງຄະນະພັກສະຖາບັນຄົ້ນຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ບົດສະຫຼຸບການດຳເນີນກອງປະຊຸມໃຫຍ່ຂັ້ນໜ່ວຍຂອງບັນດາໜ່ວຍພັກ ແລະ ອົງການຈັດຕັ້ງມະຫາຊົນ.

2
3

     ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ໄດ້ໃຫ້ກຽດເຜີຍແຜ່ເນື້ອໃນມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝ XI ເຊິ່ງຍົກໃຫ້ເຫັນຜົນສຳເລັດ ແລະ ບົດຮຽນໃນການຊີ້ນຳ-ນຳພາຂອງສູນກາງພັກ ໃນໄລຍະ ຜ່ານມາ ເປັນຕົ້ນແມ່ນການຕີລາຄາກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການປະ ຕິບັດແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ, ການປະຕິບັດ 2 ວາລະແຫ່ງຊາດ ລວມທັງການກະກຽມກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ພ້ອມທັງກໍານົດທິດທາງຄາດໝາຍ ແລະ ວຽກງານຈຸດສຸມໃນຕໍ່ໜ້າ ເພື່ອສືບຕໍ່ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຢ່າງໜັກແໜ້ນ, ສູ້ຊົນຈັດຕັ້ງປະຕິບັດບັນດາຄາດໝາຍຂອງມະຕິ ຂອງແຜນການໃຫ້ບັນລຸຜົນ, ສ້າງພື້ນຖານ ແລະ ທວງທ່າໃໝ່ ໃນການນຳພາປະເທດຊາດຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາ, ຍົກສູງບົດບາດນຳພາ ແລະ ລັກສະນະນຳໜ້າຂອງພັກ ເພື່ອຍູ້ແຮງການຜັນຂະຫຍາຍແນວທາງການປ່ຽນແປງໃໝ່ສູ່ລ່ວງເລິກ, ສ້າງການຫັນປ່ຽນແປງໃໝ່ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເປັນອຸປະທານ ພ້ອມທັງເນັ້ນໜັກໃຫ້ສະມາຊິກພັກ-ພະນັກງານ ຈົ່ງພ້ອມກັນນຳເອົາເນື້ອໃນຈິດໃຈອັນສຳຄັນຂອງບັນດາມະຕິ, ຄຳແນະນຳດັ່ງກ່າວ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການປະຕິບັດວຽກງານຕົວຈິງໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນເລື້ອຍໆ. ກອງປະຊຸມຍັງໄດ້ຮັບຟັງການຜ່ານບົດສະຫຼຸບການດຳເນີນກອງປະຊຸມໃຫຍ່ຂອງບັນດາໜ່ວຍພັກ ແລະ ອົງການຈັດຕັ້ງມະຫາຊົນ ໂດຍ ສະຫາຍ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ, ຮອງປະທານ ສວສສຊ ເຊິ່ງຍົກໃຫ້ເຫັນບັນດາຜົນສໍາເລັດ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອນໍາໄປປັບປຸງເຂົ້າໃນຂະບວນການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກ ສວສສຊ ຕໍ່ໜ້າ. ພ້ອມນັ້ນ ຍັງໄດ້ຮັບຟັງແຈ້ງການຂອງຄະນະຈັດຕັ້ງສູນກາງພັກກ່ຽວກັບການກະກຽມດຳເດີນກອງປະຊຸມໃຫຍ່ ແລະ ລາຍງານກະກຽມຄວາມຮັບຜິິດຊອບຂອງບັນດາອະນຸກໍາມະການຕ່າງໆ ໃນກອງປະຊຸມອີກດ້ວຍ.

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ

1

ກົມຈັດຕັ້ງ ແລະ ພະນັກງານ ສຳເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II

1

     ກົມຈັດຕັ້ງ ແລະ ພະນັກງານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງຕົນ ເຊິ່ງຈັດຂຶ້ນໃນຕອນເຊົ້າຂອງວັນທີ 13 ມີຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 3 ຕຶກການນໍາ ສວສສຊ ໂດຍການເປັນປະທານຂອງ ສະຫາຍ ບຸນລັດ ແກ້ວອາສາ ກໍາມະການຄະນະພັກ, ເລຂາໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ, ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ປອ.​ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະພັກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີຄະນະພັກ-ຄະນະນຳ, ຜູ້ຕາງໜ້າຈາກບັນດາໜ່ວຍພັກອ້ອມຂ້າງ ສວສສຊ, ຕາງໜ້າຂອງ 3 ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກພັກສົມບູນ ເຂົ້າຮ່ວມທັງໝົດ 25 ສະຫາຍ.

2

     ກອງປະຊຸມໄດ້ຮັບຟັງ ແລະ ເປັນເອກະພາບຮັບຮອງເອົາເນື້ອໃນຮ່າງບົດລາຍງານການເມືອງ, ແຜນພັດທະນາວຽກງານ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກຊຸດເກົ່າ ພ້ອມນັ້ນຍັງໄດ້ປະກອບຄຳຄິດເຫັນຢ່າງມີພາວະວິໄສ, ກົງໄປກົງມາ ເຮັດໃຫ້ກອງປະຊຸມໃນຄັ້ງນີ້ມີເນື້ອໃນອຸດົມສົມບູນຄົບຖ້ວນ; ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃຫມ່ ຕາມກົດລະບຽບຂອງພັກສະໄໝທີ XI. ກອງປະຊຸມຄັ້ງປະຖົມມະລຶກໄດ້ເອກະພາບເລືອກເອົາ ສະຫາຍ ບຸນລັດ ແກ້ວອາສາ ເປັນເລຂາໜ່ວຍພັກ; ສະຫາຍ ຄຳສຸກ ພອນໄຊສະຫວັດ ເປັນຮອງເລຂາ ແລະ ສະຫາຍ ບຸນຈັນ ໂຊກປະຫວັດ ເປັນກໍາມະການໜ່ວຍພັກ ທັງເປັນປະທານກວດກາ.

3
4

     ໃນໂອກາດນີ້ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ ສວສສຊ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມວ່າ: ຄະນະໜ່ວຍພັກຊຸດໃໝ່ ຈະຕ້ອງເອົາໃຈໃສ່ເພີ່ມທະວີສຶກສາອົບຮົມການເມືອງແນວຄິດ ໃຫ້ບັນດາຫົວໜ່ວຍການຈັດຕັ້ງ ແລະ ສະມາຊິກພັກ ຍຶດໝັ້ນອຸດົມການ, ທາດແທ້ ແລະ ມູນເຊື້ອປະຕິວັດຂອງພັກ, ດໍາເນີນການປັບປຸງບູລະນະກົງຈັກການຈັດຕັ້ງ ແລະ ກົນໄກບໍລິຫານຄຸ້ມຄອງໃຫ້ເຂັ້ມແຂງ. ໃນນັ້ນ ຕ້ອງເອົາໃຈໃສ່ຮັບປະ ກັນ 5 ດ້ານຄື:  ໜຶ່ງ) ກົງຈັກບໍ່ໃຫຍ່ໂຕ, ຕໍາແໜ່ງງານເໝາະສົມ, ພາລະບົດບາດຈະແຈ້ງຄົບຖ້ວນ, ບໍ່ຊ້ໍາຊ້ອນກ້າວກ່າຍກັນ; ສອງ) ສ້າງລະບົບກົນໄກ ແລະ ມີແບບແຜນວິທີເຮັດວຽກທີ່ດີ, ມີລັກສະນະໂລ່ງລ່ຽນ, ວ່ອງໄວມີປະສິດທິພາບ; ສາມ) ສາມາດຂັບເຄື່ອນແນວທາງ, ແຜນນະໂຍບາຍ ແລະ ລະບຽບກົດໝາຍໃຫ້ບັນລຸຕາມແຜນການທີ່ວາງໄວ້; ສີ່) ສ້າງຄວາມປອດໃສ ແລະ ຫ້າ) ບໍລິການຮັບໃຊ້ປະຊາຊົນຢ່າງສຸດໃຈ, ບໍ່ອາດຍາສິດ. ບົນພື້ນຖານການຄົ້ນຄວ້າ ແລະ ກໍານົດມາດຕະການສັບຊ້ອນພະນັກງານຢ່າງລະອຽດ ຈະຊ່ວຍຫລຸດຜ່ອນຕໍາແໜ່ງງານ ແລະ ຈໍານວນຄົນໃນຂົງເຂດບໍລິຫານລົງຢ່າງເໝາະສົມ ເພື່ອຫັນເປັນທັນສະໄໝ ແລະ ຫັນພະນັກງານຈາກຂົງເຂດບໍລິຫານໄປເພີ່ມເຂົ້າໃນຂົງເຂດຄົ້ນຄວ້າວິໄຈໃຫ້ພຽງພໍ ເພື່ອເຊີດຊູບົດບາດໜ້າທີ່ຂອງສະຖາບັນໃຫ້ສູງຍິ່ງຂຶ້ນ.

5

ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ

5

ປະທານ ສວສສຊ ຕ້ອນຮັບ ຄະນະຊ່ຽວຊານ ສສ ຫວຽດນາມ

5

     ໃນຕອນເຊົ້າ ວັນທີ 04 ມິຖຸນາ 2025,  ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ພ້ອມດ້ວຍຄະນະພັກ-ຄະນະນໍາ ສວສສຊ; ສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມ, ກະຊວງແຜນການ ແລະ ການລົງທຶນ ແລະ ຄະນະກໍາມາທິການຮ່ວມມືລາວ-ຫວຽດ ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຊ່ຽວຊານ ສສ ຫວຽດນາມ ນໍາພາໂດຍ ທ່ານ ກ່າວ ວຽດ ຊິງ ອະດີດຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ສສ ຫວຽດນາມ, ທັງເປັນຫົວໜ້າຄະນະຊ່ຽວຊານຫວຽດນາມ ທີ່ມາຊ່ວຍສ້າງແຜນຍຸດທະສາດການພັດທະນາເສດຖະກິດ ແລະ ສັງຄົມ (2026-2035) ແລະ ວິໃສທັດຮອດປີ 2045 ຂອງ ສປປ ລາວ ພ້ອມດ້ວຍຄະນະ. ການຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ມີຈຸດປະສົງເພື່ອນໍາສະເໜີເນື້ອໃນ ແລະ ປະກອບຄໍາຄິດເຫັນຕໍ່ແຜນຍຸດທະສາດ ແລະ ວິໃສທັດດັ່ງກ່າວ ໃຫ້ມີຄວາມຄົບຖ້ວນສົມບູນ.

1
3

     ໃນໂອກາດນີ້ ປະທານ ສວສສຊ ໄດ້ຕີລາຄາສູງໃນການມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບຄະນະຊ່ຽວຊານ ສສ ຫວຽດນາມ ເພື່ອແລກປ່ຽນຄວາມຮູ້, ປະສົບການ ແລະ ບົດຮຽນອັນລໍ້າຄ່າ ຈາກພຶດຕິກຳຕົວຈິງ ແຫ່ງຜົນສຳເລັດ ຂອງພັກ ແລະ ລັດຖະບານ ສສ ຫວຽດນາມ ໃນການສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງຄືປັດຈຸບັນ. ທັງສອງຄະນະຜູ້ແທນ ໄດ້ແລກປ່ຽນທັດສະນະຕໍ່ກັບບັນດາມາດຕະການ, ວິທີການຈັດຕັ້ງປະຕິບັດ ແລະ ທິດທາງແຜນການໃນການພັດທະນາ ຕາມຮ່າງຍຸດທະຍາສາດການພັດທະນາເສດຖະກິດ-ສັງຄົມ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2045 ເຊິ່ງສອດຄ່ອງກັບຄວາມເປັນຈິງ ແລະ ສະພາບທີ່ ສປປ ລາວ ປະເຊີນຢູ່. ດ້ວຍຄວາມຮູ້, ຄວາມສາມາດ ແລະ ບົດຮຽນປະສົບການ ເຊື່ອໝັ້ນວ່າຄະນະນັກຊ່ຽວຊານ ສສ ຫວຽດນາມ ແລະ ຄະນະຮັບຜິິດຊອບດັ່ງກ່າວຈະສາມາດບັນລຸຜົນສຳເລັດ ຕາມລະດັບຄາດໝາຍທີ່ວາງໄວ້ທຸກປະການ.

2

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ

1

ປະທານ ສວສສຊ ຕ້ອນຮັບເອກອັກຄະລັດສະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ

1

     ໃນຕອນບ່າຍ ວັນທີ 5 ມິຖຸນາ 2025, ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ. ທ່ານ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຕ້ອນຮັບ ທ່ານ ຫງວຽນ ມິງ ເຕີມ, ເອກອັກຄະລັດສະທູດຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດ ນາມ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມ.

2
3
4

     ໃນໂອກາດນີ້ ປະທານ ສວສສຊ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານ ແລະ ການຄົ້ນຄວ້າວິທະຍາສາດໂດຍຫຍໍ້ໃນໄລຍະຜ່ານມາ ເຊິ່ງໄດ້ສຸມໃສ່ຄົ້ນຄວ້າບັນດາຫົວຂໍ້ຕ່າງໆ ທີ່ມີຄວາມຈໍາເປັນຮີບດ່ວນຕໍ່ການກຳນົດແນວທາງນະໂຍບາຍຂອງພັກ ກໍ່ຄືການຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ເປັນຕົ້ນການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຢູ່ພາຍໃນປະເທດ ແລະ ໃນປີ 2025 ແມ່ນຈະສຸມໃສ່ຄົ້ນຄວ້າບັນດາຫົວຂໍ້ ທີ່ກ່ຽວຂ້ອງກັບການຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ກ່ຽວກັບການສ້າງ “ເສດຖະກິດ ເອກະລາດເປັນເຈົ້າຕົນເອງ”. ນອກຈາກນັ້ນ, ຍັງໄດ້ຮັບການແຕ່ງຕັ້ງມອບໝາຍຈາກສູນກາງພັກ ແລະ ລັດຖະບານ ໃຫ້ເປັນກຳລັງສຳຄັນໃນຄະນະສະເພາະກິດຕ່າງໆ ເພື່ອແກ້ໄຂບັນຫາຈຳເປັນເລັ່ງດ່ວນ ຂອງປະເທດ ແລະ ອື່ນໆ; ໃນດ້ານຮ່ວມມືກັບຕ່າງປະເທດ ສວສສຊ ໄດ້ຮ່ວມມືທາງດ້ານການຄົ້ນຄວ້າວິທະຍາສາດກັບບັນດາສະຖາບັນຄົ້ນຄວ້າຕ່າງໆຂອງ ສສ ຫຽວດນາມ ໂດຍຜ່ານການຈັດສໍາມະນາວິທະຍາສາດຮ່ວມກັນ ເຊັ່ນ: ກອງປະຊຸມສຳມະນາວິທະຍາສາດ 2 ຊາດ 4 ສະຖາບັນ (ລາວ-ສສ ຫວຽດນາມ), ສໍາມະນາວິທະຍາສາດ 3 ຊາດ 4 ສະຖາບັນ (ລາວ-ສສ ຫວຽດນາມ-ກໍາປູເຈຍ-ສ. ເກົາຫຼີ), ສໍາມະນາລັດທິສັງຄົມນິຍົມ ຄັ້ງທີ 12  (ລາວ- ສສ ຫວຽດນາມ, ສປ.ຈີນ).

     ທັງສອງຝ່າຍໄດ້ສົນທະນາແລກປ່ຽນຄຳຄິດຄໍາເຫັນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ດ້ວຍໄມຕີຈິດ, ມິດຕະພາບ ແລະ ສາຍພົວພັນພິເສດຮອບດ້ານ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ. ໃນຕອນທ້າຍ ທ່ານ ປອ. ກອງແກ້ວ ໄຊສົງຄາມ ຍັງໄດ້ອວຍພອນການຢ້ຽມຢາມ ສວສສຊ ຂອງທ່ານທູດໃນຄັ້ງນີ້  ຈົ່ງໄດ້ເພີ່ມທະວີການພົວພັນຮ່ວມມືທີ່ດີລະຫວ່າງສອງປະເທດ ລາວ-ຫວຽດນາມ ໃຫ້ໄດ້ຮັບການຍົກລະດັບຂຶ້ນຕື່ມອີກກ້າວໜຶ່ງ ໂດຍສະເພາະການສ້າງບຸກຄະລາກອນ, ການແລກປ່ຽນການຄົ້ນຄວ້າດ້ານວິທະຍາສາດ ແລະ ການຊ່ວຍເຫຼືອດ້ານອື່ນໆ ໃຫ້ກັບ ສວສສຊ ຕາມຄວາມເໝາະສົມ.

5
6
7

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ

1

ເຜີຍແຜ່ຜົນໄດ້ຮັບຂອງໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດ ດ້ານໂພຊະນາການ (NIPN)

1

     ວັນທີ 4 ມີຖູນາ 2025 ຜ່ານມາ ທີ່ຫ້ອງປະຊຸມຂອງພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ. ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ, ສວສສຊ  ຮ່ວມກັບອົງການ UNICEF ໄດ້ຈັດກອງປະຊຸມເຜີຍແຜ່ຜົນໄດ້ຮັບຂອງໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN) ໃຫ້ແກ່ບັນດາຜູ້ແທນສະພາປະຊາຊົນຂັ້ນແຂວງ 9 ແຂວງພາກເໜືອ ແລະ ພາກກາງ ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາເຜີຍ ງອນວັນຄໍາ ຄະນະປະຈຳພັກແຂວງ, ຮອງປະທານສະພາແຂວງອຸດົມໄຊ ແລະ ເຂົ້າເປັນປະທານຮ່ວມຂອງ ທ່ານ ປອ ນ. ແກ້ວວິວອນ ອຸດທະຈັກ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ທ່ານ Dr. Kovalan Kumaran ຜູ້ຕາງໜ້າຈາກອົງການ UNICEF ປະຈຳ ສປປ ລາວ, ມີຜູ້ແທນຂັ້ນສູນກາງເຂົ້າຮ່ວມຈາກ ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ, ສວສສຊ, ສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມ ກະຊວງແຜນການ ແລະ ການລົງທຶນ, ສູນໂພຊະນາການແຫ່ງຊາດ ແລະ ມີຜູ້ແທນຈາກສະພາຂັ້ນແຂວງ, ຜູ້ຕາງໜ້າຈາກພະແນກສາທາລະນາສຸກ 9 ແຂວງພາກເໜືອ ແລະ ພາກກາງ: ຜົ້ງສາລີ, ອຸດົມໄຊ, ບໍ່ແກ້ວ, ຫຼວງນ້ໍາທາ, ຫຼວງພະບາງ, ໄຊຍະບູລີ, ຊຽງຂວາງ ແລະ ແຂວງວຽງຈັນ. ພ້ອມກັບ 4 ພະແນກການຄື: ພະແນກແຜນການ ແລະ ການລົງທຶນ, ພະແນກສຶກສາທິການ ແລະ ກິລາ, ພະແນກກະສິກຳ ແລະ ປ່າໄມ້ ແລະ ພະແນກສາທາລະນະສຸກ; ພ້ອມດ້ວຍ 3 ອົງການຈັດຕັ້ງມາຫາຊົນ ແລະ  ອົງການຈັດຕັ້ງສາກົນພາຍໃນແຂວງອຸດົມໄຊ ເຂົ້າຮ່ວມຫຼາຍກວ່າ 50 ທ່ານ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເຜີຍແຜ່ຜົນໄດ້ຮັບຂອງໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN) ໃຫ້ແກ່ຜູ້ແທນສະພາປະຊາຊົນຂັ້ນແຂວງ 9 ແຂວງພາກເໜືອ ແລະ ພາກກາງ.

3
2

     ກອງປະຊຸມໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດ ແລະ ຜົນສຳເລັດຂອງໂຄງການ ເປັນຕົ້ນການວິເຄາະສະພາບໂພຊະນາການໃນ ສປປ ລາວ ອີງຕາມຜົນການຄົ້ນຄວ້າຈາກການສຳຫຼວດດັດຊະນີໝາຍສັງຄົມລາວ (LSIS) ໂດຍເນັ້ນໃສ່ຕົວຊີ້ວັດຫຼັກທີ່ຕິດພັນກັບໂພຊະນາການເພື່ອຈະເປັນຫຼັກຖານອ້າງອີງໃນການວາງແຜນໃຫ້ສອດຄ່ອງໃນແຕ່ລະແຂວງ; ການວິເຄາະສະພາບໂພຊະນາການຂອງແຕ່ລະແຂວງ ພ້ອມທັງໄດ້ແນະນໍາ NIPN website ເພື່ອເປັນບ່ອນອີງໃນການສ້າງແຜນຈັດຕັ້ງປະຕິບັດໃຫ້ສອດຄ່ອງ. ໃນທີ່ປະຊຸມ ທ່ານ ປອ ນ. ແກ້ວວິວອນ ອຸດທະຈັກ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ກ່າວໃຫ້ເຫັນເຖິງຄວາມສຳຄັນຂອງການລົງທຶນເຂົ້າໃນວຽກງານໂພຊະນາການໂດຍສະເພາະໄລຍະ 1000 ມື້ທໍາອິດ ຂອງຊີວິດເດັກນ້ອຍແມ່ນເປັນພື້ນຖານສໍາລັບການພັດທະນາຂອງເດັກ ແລະ ເປັນປັດໃຈສໍາຄັນຕໍ່ການເຕີບໂຕທີ່ດີຂອງເດັກນ້ອຍ ເມື່ອເດັກນ້ອຍໄດ້ຮັບໂພຊະນາການທີ່ເຫມາະສົມ, ເດັກນ້ອຍຈະມີສຸຂະພາບດີ, ການຈະເລີນເຕີບໂຕສົມບູນ ເພື່ອກ້າວໄປສູ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດ.

4
5

     ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄໍາຄິດຄໍາເຫັນເຖິງຄວາມສໍາຄັນຂອງວຽກງານໂພຊະນາການ ພ້ອມທັງຊີ້ໃຫ້ເຫັນເຖິງຜົນກະທົບທີ່ຈະເກີດຂຶ້ນຈາກພາວະການຂາດສານອາຫານ ທີ່ຈະເຮັດໃຫ້ສົ່ງຜົນກະທົບຕໍ່ບັນຫາດ້ານສຸຂະພາບ, ພັດທະນາການ, ການຈະເລີນເຕີບໂຕຂອງເດັກນ້ອຍ ເຊິ່ງເປັນສິ່ງທ້າທາຍ ທີ່ເຮັດໃຫ້ບໍ່ສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ໃນໄລຍະຜ່ານມາ. ກອງປະຊຸມຮຽກຮ້ອງໃຫ້ຫຼາຍຂະແໜງການຕ້ອງໄດ້ເຊື່ອມວຽກງານໂພຊະນາການເຂົ້າໃນແຜນການຂອງຕົນ ເພື່ອຮ່ວມມືກັນແກ້ໄຂ ແລະ ປຸກລະດົມແບບມີສ່ວນຮ່ວມຂອງທຸກພາກສ່ວນ, ຊຸມຊົນ ແລະ ສັງຄົມໃຫ້ກວ້າງຂວາງຍິ່ງຂຶ້ນ. ສ້າງ​ຄວາມ​ເຂັ້ມ​ແຂງ​ທາງດ້ານບຸກຄະລາກອນໃຫ້​​ບັນດາ​ຂະ​ແໜງ​ການ, ການປະສານງານ ແລະ ສະໜອງງົບ​ປະ​ມານ​ທີ່ມີຄວາມຈຳເປັນ ຮັບໃຊ້ເຂົ້າໃນ​ວຽກງານ​ໂພ​ຊະ​ນາ​ການໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.

6

ຂຽນຂ່າວ ແລະ ຖ່າຍພາບ: ພຸດຈິນດາ

1

ສະຫະພັນກຳມະບານ ສວສສຊ ຮ່ວມປູກຕົ້ນໄມ້ທີ່ສວນປະຕູໄຊ

1

     ໃນວັນທີ 30 ພຶດສະພາ 2025 ທີ່ຜ່ານມາ ສະຫະພັນກຳມະບານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ນຳພາໂດຍ  ປອ. ແກ້ວວິຈິດ ໄຂຄໍາພິທູນ ປະທານສະຫະພັນກຳມະບານ ສວສສຊ ໄດ້ຮ່ວມກັບສະຫະພັນກໍາມະບານນະຄອນຫຼວງວຽງຈັນ, ສະຫະພັນກໍາມະບານ ກະຊວງການຕ່າງປະເທດ ແລະ ສູນກາງສະຫະພັນກໍາມະບານລາວ ຈັດກິດຈະກຳອອກແຮງງານປູກຕົ້ນໄມ້ປະດັບທີ່ສວນປະຕູໄຊ ໂດຍການເຂົ້າຮ່ວມຂອງ ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນ. ອາລິຍາວັນ ອັກຄະວົງ ຮອງປະທານສູນກາງສະຫະພັນກຳມະບານລາວ, ທ່ານ ກັນ ຍາ ຄຳມຸງຄຸນ ປະທານສະຫະ ພັນກຳມະບານ ກະຊວງການຕ່າງປະເທດ, ທ່ານ ດາວເພັດ ອາລຸນ ຄະນະບໍລິຫານງານສູນກາງກຳມະບານລາວ ນະຄອນຫຼວງວຽງຈັນ ພ້ອມດ້ວຍສະມາຊິກກຳມະບານຈາກ 4 ພາກສ່ວນເຂົ້າຮ່ວມ.

2
5

     ການຈັດກິດຈະກຳປູກຕົ້ນໄມ້ ຮ່ວມກັນຂອງທັງ 4 ພາກສ່ວນຄັ້ງນີ້, ຈັດຂຶ້ນພາຍໃຕ້ຄຳຂັວນ “ປູກຕົ້ນໄມ້ເພື່ອສ້າງຕົວເມືອງນະຄອນຫຼວງວຽງຈັນໃຫ້ສວຍງາມ” ປະກອບສ່ວນເຂົ້າໃນຂະບວນການສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດລາວ, ວັນກຳມະກອນສາກົນ ຄົບຮອບ 139 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ, ສ້າງຄວາມສາມັກຄີ, ຮັກຫອມການອອກແຮງງານ ແລະ ຮັກສາສິ່ງແວດລ້ອມໃຫ້ຍືນຍົງ ເພື່ອສ້າງໃຫ້ຕົວເມືອງນະຄອນຫຼວງວຽງຈັນ ກາຍເປັນພື້ນສີຂຽວ, ສະອາດ ແລະ ສວຍງາມ ທັງເປັນການສ້າງຂະບວນການເຕົ້າໂຮມຄວາມສາມັກຄີຂອງບັນດາສະມາຊິກກຳມະ ບານຂອງ 4 ພາກສ່ວນ ເຊິ່ງຕົ້ນໄມ້ທີ່ນໍາມາປູກມີຕົ້ນຈໍາປາ ແລະ ຕົ້ນໄມ້ປະດັບອື່ນໆ.

6
4

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ

1

3 ອົງການຈັດຕັ້ງມະຫາຊົນສ້າງຂະບວນການປູກຕົ້ນໄມ້

1

     ໃນວັນທີ 30 ພຶດສະພາ 2025 ທີ່ຜ່ານມານີ້, ຢູ່ທີ່ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ 3 ອົງການຈັດຕັ້ງມະຫາຊົນໄດ້ສ້າງຂະບວນການປູກຕົ້ນໄມ້ອ້ອມຂ້າງສຳນັກງານຫ້ອງການໃຫ້ມີພື້ນທີ່ສີຂຽວເພີ່ມຂຶ້ນ; ເປັນ ກຽດເຂົ້າຮ່ວມ ແລະ ນຳພາປູກຕົ້ນໄມ້ໃນຄັ້ງນີ້ມີ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີບັນດາຄະນະພັກ-ຄະນະນຳ ພ້ອມດ້ວຍສະມາຊິກອົງການຈັດຕັ້ງມະຫາຊົນ, ພະນັກງານລັດຖະກອນພາຍໃນ ສວສສຊ ເຂົ້າຮ່ວມຢ່າງພ້ອມພຽງ.

3
2
4

     ການສ້າງຂະບວນການປູກຕົ້ນໄມ້ຂອງ ສວສສຊ ໃນຄັ້ງນີ້ແມ່ນກິດຈະກໍາໜຶ່ງທີ່ຈັດຂື້ນເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ທັງເປັນການປູກຈິດສໍານຶກໃຫ້ຮູ້ຈັກຮັກສິ່ງແວດລ້ອມ ແລະ ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ ເຊິ່ງຕົ້ນໄມ້ທີ່ນໍາມາປູກມີຕົ້ນໄຊ ແລະ ຕົ້ນໄມ້ກິນໝາກ ເພື່ອປະດັບປະດາສະຖານທີ່ສຳນັກງານພາຍໃນອົງກອນໃຫ້ມີຄວາມຂຽວສົດງົດງາມ, ໃຫ້ເປັນຮົ່ມມີສະຖານທີ່ພັກຜ່ອນ ແລະ ມີໝາກໄມ້ໄດ້ກິນໃນອະນາຄົດຂ້າງໜ້າ.

5
6
7
8
9
10

ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ

01

ຄະນະນຳ ສວສສຊ ວາງພວງມາລາໄວ້ອາໄລເຖິງ ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ

01

     ໃນຕອນບ່າຍຂອງວັນທີ 24 ພຶດສະພາ 2025 ທີ່ຜ່ານມາ, ຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈຳ ສປປ ລາວ, ສະຫາຍ ນາງ ປອ. ແກ້ວວິວອນ ອຸດທະຈັກ ຄະນະພັກ, ຮອງປະທານສະຖາບັນວິທະ ຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ນຳພາຄະນະ ເຂົ້າວາງພວງມາລາໄວ້ອາໄລເຖິງດວງວິນຍານຂອງ ສະຫາຍ ເຈິ່ນ ດຶກ ເລືອງ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ທີ່ໄດ້ເຖິງແກ່ມໍລະນະກຳໃນວັນທີ 20 ພຶດສະພາ 2025 ຜ່ານມາ.

02
3

ສະຫາຍ ເຈິ່ນ ດຶກ ເລືອງ ແມ່ນການນຳຂັ້ນສູງ ຂອງ ສສ. ຫວຽດນາມ, ເຄີຍດຳລົງຕໍາແໜ່ງຮອງປະທານ ສະພາຜູ້ແທນລັດຖະມົນຕີ, ຮອງນາຍົກລັດຖະມົນຕີ ແລະ ປະທານປະເທດ ແຫ່ງ ສສ. ຫວຽດນາມ; ເປັນຜູ້ແທນສະ ພາແຫ່ງຊາດ ຊຸດທີ VII, VIII, X; ເປັນກຳມະການສູນກາງພັກສະໄໝທີ V (ສຳຮອງ),VI, VII, VIII, IX; ເປັນກໍາມະການຄະນະປະຈໍາກົມການເມືອງສະໄໝທີ VIII ແລະ ກໍາມະການກົມການເມືອງສະໄໝທີ IX.  ຕະຫຼອດໄລຍະແຫ່ງການເຄື່ອນໄຫວປະຕິວັດ ສະຫາຍໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນລະຫວ່າງຫວຽດນາມ-ລາວ, ລາວ-ຫວຽດນາມ ຢ່າງຮອບດ້ານ ແລະ ໝັ້ນຄົງທະນົງແກ່ນຕະຫຼອດມາຮອດປັດຈຸບັນ.

         ໃນໂອກາດນີ້, ສະຫາຍ ນາງ ປອ. ແກ້ວວິວອນ ອຸດທະຈັກ ໄດ້ຂຽນປື້ມໄວ້ອາໄລເພື່ອສະແດງຄວາມເສົ້າສະຫຼົດໃຈ ເຊິ່ງມີເນື້ອໃນ ຄື:  ຂ້າພະເຈົ້າຕາງໜ້າຄະນະພັກ-ຄະນະນຳ ແລະ ພະນັກງານ-ລັດຖະກອນ ສະຖາບັນວິທະຍາ ສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຂໍສະແດງຄວາມໂສກເສົ້າສະຫຼົດໃຈ ແລະ ອາໄລອາວອນຢ່າງສຸດຊື້ງຕໍ່ການຈາກໄປ ໂດຍບໍ່ມີວັນກັບຄືນມາຂອງ ສະຫາຍ ເຈິ່ນ ດຶກ ເລືອງ ອະດີດກຳມະການກົມການເມືອງສູນກາງພັກກອມມູນິດ ຫວຽດນາມ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ການຈາກໄປຂອງສະຫາຍ ໄດ້ນຳເອົາຄວາມໂສກເສົ້າເສຍໃຈແກ່ຄອບຄົວ, ຍາດພີ່ນ້ອງ ແລະ ພັກ-ລັດ, ປະຊາຊົນຫວຽດນາມ ສະຫາຍແມ່ນເພື່ອນມິດ ທີ່ໃກ້ຊິດສະໜິດສະໜົມ ແລະ ເພື່ອນທີ່ຮັກແພງຂອງພັກ-ລັດ ແລະ ປະຊາຊົນລາວ. ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຂໍແບ່ງເບົາຄວາມໂສກເສົ້າ, ສະຫຼົດໃຈມາຍັງຄອບຄົວ, ພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ມານະໂອກາດນີ້ດ້ວຍ. ຂໍໃຫ້ດວງວິນຍານຂອງສະຫາຍໄປສູ່ສຸຄະຕິ ດ້ວຍເທີ້ນ.

5
04

ຂຽນຂ່າວ:ເພັດທະນູໄຊ ວົງຍະໄຊ

ຖ່າຍພາບ: ວິໄຈ ເດດວົງສອນ