ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເຜີຍແຜ່ນິຕິກໍາກ່ຽວກັບ ວຽກງານປະເມີນ ພະນັກງານ-ລັດຖະກອນ ແລະ ວຽກງານແຂ່ງຂັນ-ຍ້ອງຍໍ

     ໃນວັນທີ 15 ສິງຫາ 2024 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 03 ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກໍາກ່ຽວກັບວຽກງານປະເມີນ ພະນັກງານ-ລັດຖະກອນ ແລະ ວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ຂຶ້ນໂດຍການເປັນປະທານຂອງ ທ່ານ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານສະຖະາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ມີບັນດາຫົວໜ້າສະຖາບັນຄົ້ນຄວ້າ, ກົມ, ຫ້ອງການ, ສູນ ແລະ ພະນັກງານ-ລັດຖະກອນ ທົ່ວ ສວສສຊ ເຂົ້າຮ່ວມ.

     ຈຸດປະສົງຂອງກອງປະຊຸມເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດດໍາລັດຂອງລັດຖະບານ, ໂດຍໄດ້ເຊື້ອເຊີນຜູ້ຕາງໜ້າຈາກກະຊວງ ພາຍໃນມາເຜີຍແຜ່ ດໍາລັດສະບັບເລກທີ 300/ລບ, ລົງວັນທີ 13 ກັນຍາ 2017 ວ່າດ້ວຍການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ; ຄໍາແນະນໍາ ຂອງກະຊວງ ພາຍໃນ ວ່າດ້ວຍການຈັດຕັ້ງປະຕິບັດ ດຳລັດ 300/ລບ ແລະ ດໍາລັດ ສະບັບເລກທີ 116/ລບ, ລົງວັນທີ  22/04/2019 ວ່າດ້ວຍການແຂ່ງ-ຍ້ອງຍໍ ແລະ ຄໍາແນະນໍາ ຂອງກະຊວງພາຍໃນ ກ່ຽວກັບການຈັດຕັ້ງ-ຜັນຂະຫຍາຍ ດຳລັດ ເລກທີ 116/ລບ; ຄໍາແນະນໍາຂອງກົມຈັດຕັ້ງ ແລະ ພະນັກງານ ກ່ຽວກັບມາດຕະຖານ, ເງື່ອນໄຂການຍ້ອງຍໍ ພະນັກງານ-ລັດຖະກອນ ສວສສຊ. ໃນໄລຍະຜ່ານມາ ເຊິ່ງໃນໄລຍະຜ່ານມາມີພະນັກງານ-ລັດຖະກອນ ທີ່ມີຜົນງານດີເດັ່ນໄດ້ຮັບການຍ້ອງຍໍ ເປັນຈຳນວນຫລາຍ ສິ່ງດັ່ງກ່າວໄດ້ຢັ້ງຢືນວ່າ ການຈັດຕັ້ງປະຕິບັດວຽກງານປະເມີນຜົນ ພະນັກງານ-ລັດຖະກອນ ແລະ ວຽກງານແຂ່ງຂັນ-ຍ້ອງຍໍຂອງ  ສວສສຊ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດ, ເຫັນໄດ້ຈາກມີບຸກຄົນດີເດັ່ນເພີ່ມຂຶ້ນເລື້ອຍໆ.

     ໃນໂອກາດດັ່ງກ່າວ ທ່ານ ປອ. ກິແກ້ວ ຈັນທະບູຣີ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມວ່າ: ໃຫ້ເອົາໃຈໃສ່ສືບຕໍ່ຄົ້ນຄວ້າໃຫ້ເລິກເຊິ່ງ, ເຊື່ອມຊຶມ ແລະ ກຳໃຫ້ແໜ້ນ, ຮູ້ຫັນ ແລະ ຈັດຕັ້ງຜັນຂະຫຍາຍໃຫ້ເຂົ້າສູ່ລວງເລິກກວ່າເກົ່າ, ທັງເສີມຂະຫຍາຍຫົວຄິດປະດິດສ້າງ, ໃນການພັດທະນາວຽກງານໃຫ້ຫລາຍຂື້ນ, ສືບຕໍ່ປ່ຽນແປງຕົນເອງຢ່າງບໍ່ຢຸດຢັ້ງ ຕາມຈິດໃຈສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ຍົກສູງຄວາມສາມາດ ແລະ ຄຸນນະພາບໃນການນຳພາ-ຊີ້ນຳ ໃນໄລຍະໃໝ່, ໃຫ້ຖືເອົາການຕິດຕາມຊຸກຍູ້, ກວດກາ ແລະ ຕີລາຄາວຽກງານ ຕິດພັນກັບການຍ້ອງຍໍໃຫ້ຖືກຄົນ, ຖືກວຽກ ແລະ ທັນການ ເປັນນຶ່ງໃນບັນດາມາດຕະການກະຕຸ້ນ ເພື່ອສົ່ງເສີມຂະບວນການໃຫ້ຂະຫຍາຍຕົວກວ້າງຂວາງ ແລະ ແຂງແຮງ ເຮັດໃຫ້ກາຍເປັນການປຸກລະດົມຄວາມຟົດຟື້ນ, ຫ້າວຫັນແທ້, ບັນດາພາກສ່ວນ ພາຍໃນ ສວສສຊ ຕ້ອງໄດ້ເພີ່ມທະວີການນໍາພາ-ຊີ້ນໍາ ຜັນຂະ ຫຍາຍເປັນທິດທາງແຜນການວຽກງານຂອງຕົນ, ຖືເປັນຫລັກການ ແລະ ເປັນຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ, ພວກເຮົາຈະໄດ້ສຸມໃສ່ ກະກຽມ ແລະ ດໍາເນີນກອງປະຊຸມ 2 ຂັ້ນຂອງຕົນໃຫ້ສໍາເລັດຕາມແຜນການທີ່ວາງໄວ້ ແລະ ກະກຽມຄັດເລືອກຜົນງານ 5 ປີ (2020-2025) ເພື່ອນໍາສະເໜີລັດຖະບານ ພິຈາລະນາການຍ້ອງຍໍໃຫ້ທັນຕາມກຳນົດເວລາ.

ຂຽນຂ່າວ: ເພັດທະນູໄຊ ວົງຍະໄຊ

ຖ່າຍພາບ: ມູນິນ ພົນສັກດາ