ສວສສຊ ຈັດພິທີ ປາຖະກະຖາວັນສໍາຄັນຂອງຊາດ ແລະ ມີຄໍາເຫັນໃນການແກ້ໄຂບັນຫາເສດຖະກິດ-ການເງິນ ຂອງ ສປປ ລາວ

     ໃນຕອນເຊົ້າຂອງວັນທີ 12 ກັນຍາ 2024 ທີ່ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດພິທີປາຖະກະຖາວັນລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 33 ປີ (15 ສິງຫາ 1991 – 15 ສິງຫາ 2024) ແລະ ວັນຍຶດອຳນາດ 23 ສິງຫາ 1945; 23 ສິງຫາ 1975; ເຊິ່ງໄດ້ຮັບກຽດຂຶ້ນປາຖະກະຖາໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ, ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ເປັນທີ່ປຶກສາ ຂອງສະພາທິດສະດີສູນກາງພັກ; ເຂົ້າຮ່ວມມີ ທ່ານ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານ ສວສສຊ; ມີບັນດາຮອງປະທານ, ຄະນະພັກ, ບັນດາຫົວໜ້າສະຖາບັນຄົ້ນຄວ້າ, ກົມ, ຫ້ອງການ, ສູນ ພ້ອມດ້ວຍພະນັກງານທົ່ວ ສວສສຊ ເຂົ້າຮ່ວມ ຈໍານວນ 141 ທ່ານ; ຍິງ 60 ທ່ານ.

     ໃນພິທີ ທ່ານ ປອ. ກອງແກ້ວ ໄຊສົງຄາມ ປະທານ ສວສສຊ ໄດ້ຂື້ນກ່າວເປີດພິທີວ່າ: ພິທີປາຖະກະຖາໃນຄັ້ງນີ້ ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ ທົ່ວພັກ-ທົ່ວລັດ, ກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພວມພ້ອມກັນສືບຕໍ່ຈັດຕັ້ງຜັນຂະຫຍາຍ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມ ສະໄໝທີ 5 ຄັ້ງທີ 9 ເວົ້າລວມ, ເວົ້າສະເພາະແມ່ນ ສວສສຊ ພວກເຮົາ ກໍ່ພວມຂຸ້ນຂ້ຽວ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ I ຂອງອົງຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃຫ້ໄດ້ຮັບຜົນສຳເລັດດີຂຶ້ນເປັນກ້າວໆ ເພື່ອກະກຽມກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກ ສວສສຊ ຈະໄຂຂຶ້ນໃນຕໍ່ໜ້າ;  ຄືດັ່ງທີ່ພວກເຮົາຮັບຮູ້ແລ້ວວ່າ ໃນປັດຈຸບັນ ສະພາບຂອງ​ສາກົນ ແລະ ພາກ​ພື້ນ ​ຍັງ​ສືບ​ຕໍ່​ຜັນແປຢ່າງສັບສົນ ໄວວາ ຄາດຄະເນໄດ້ຍາກ ມັນໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ ກໍ່ຄືການດຳລົງຊິວິດ ຂອງພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ ຢ່າງຫຼີກລ້ຽງບໍ່ໄດ້. ໂດຍສະເພາະແມ່ນຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ບັນຫາສິນຄ້າລາຄາແພງ, ເງິນເຟີ້ ແລະ ສະພາບ​ຫຍໍ້​ທໍ້​ອື່ນ​ໆ ສະນັ້ນ, ການຈັດກອງປະຊຸມໃນຄັ້ງນີ້ ຈຶ່ງມີຈຸດປະສົງສອງເນື້ອໃນສໍາຄັນຄື: ຈະໄດ້ຮັບຟັງການປະຖະກະຖາກ່ຽວກັບວັນສໍາຄັນຂອງຊາດ ແລະ ຮັບຟັງການມີຄໍາເຫັນໃສ່ສະພາບເສດຖະກິດໃນປັດຈຸບັນ ພ້ອມທັງວິທີແກ້ໄຂໃນຕໍ່ໜ້າ, ຈຶ່ງຮຽກຮ້ອງມາຍັງສະມາຊິກພັກ ແລະ ພະນັກງານທຸກຄົນ ຈົ່ງຕັ້ງໃຈຟັງ ແລະ ຕິດຕາມ ການປະຖະກະຖາໃນຄັ້ງນີ້ຢ່າງສຸດກົກສຸດປາຍ.

     ສືບຕໍ່ ໂດຍທ່ານ ສົມສະຫວາດ ເລັ່ງສະຫວັດ ຂຶ້ນປາຖະກະຖາວັນລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 33 ປີ ແລະ ວັນຢຶດອໍານາດ 23 ສິງຫາ 1945; 23 ສິງຫາ 1975 ເຊິ່ງບາງຕອນທ່ານໄດ້ຍົກໃຫ້ເຫັນເຖິງ ປະຫວັດສາດແຫ່ງການຕໍ່ສູ້ກູ້ຊາດທີ່ຍືດເຍື້ອຍາວນານ ແລະ ຄວາມຫຍຸ້ງຍາກລໍາບາກ ຂອງການນຳ ກໍ່ຄືນັກປະຕິວັດ ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ທີ່ໄດ້ເສຍສະຫຼະເລືືອດເນື້ອເຫື່ອແຮງ ແລະ ສະຕິປັນຍາ ນຳພາປະຊາຊົນລາວ ຕໍ່ສູ້ກູ້ຊາດ ຈົນເຖິງ ການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975; ພ້ອມດຽວກັນນັ້ນ ທ່ານຍັງໄດ້ມີຄໍາເຫັນໃສ່ສະພາບເສດຖະກິດປະຈຸບັນ ແລະ ການແກ້ໄຂໃນຕໍ່ໜ້າຂອງເສດຖະກິດຢູ່ ສປປ ລາວ ກໍ່ຄື ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເຊິ່ງເປັນບົດຮຽນອັນລໍ້າຄ່າ, ເປັນຄຳຄິດຄຳເຫັນ ທີ່ໃຫ້ທິດເຍືອງທາງແກ່ນັກຄົ້ນຄ້ວາ ແລະ ພະນັກງານ-ລັດຖະກອນທັງໝົດ ຢູ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ພວກເຮົາ.

     ໃນຕອນທ້າຍພິທີ ທ່ານ ປອ. ກອງແກ້ວ ໄຊສົງຄາມ ໄດ້ກ່າວສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອມາຍັງ ອະດີດການນໍາ ທີ່ໄດ້ເສຍສະຫຼະເວລາອັນມີຄ່າ ມາປາຖະກະຖາເລົ່າມູນເຊື້ອ ແລະ ມີຄໍາເຫັນຕໍ່ສະພາບເສດຖະກິດຢູ່ ສປປ ລາວ ເຮົາ, ເຖິງຈະເປັນເວລາສັ້ນ ແຕ່ເຕັມໄປດ້ວຍເນື້ອໃນທີ່ສໍາຄັນ ພວກເຮົາໃນນາມນັກວິທະຍາສາດ ຕ້ອງໄດ້ກຳແໜ້ນ ແລະ ຈະນໍາເອົາຄວາມຮູ້ໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ.

ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ