ປະທານ ສວສສຊ ຕ້ອນຮັບການມາຢ້ຽມຢາມຂອງ ທ່ານ ຈຸງ ຢູງຊູ, ເອກອັກຄະລັດຖະທູດ ສ.ເກົາຫຼີ

     ໃນຕອນເຊົ້າຂອງວັນທີ 28 ສິງຫາ 2024 ທີ່ຜ່ານມານີ້ ທ່ານ ປອ ກອງແກ້ວ ໄຊສົງຄາມ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ  ທ່ານ ຈຸງ ຢູງຊູ, ເອກອັກຄະລັດຖະທູດ ສ.ເກົາຫຼີ; ເຊິ່ງການມາຢ້ຽມຢາມໃນຄັ້ງນີ້ມີຈຸດປະສົງເພື່ອມາສະແດງຄວາມຍິນດີໃນໂອກາດໄດ້ຮັບໜ້າທີ່ໃໝ່ຂອງທ່ານປະທານ ສວສສຊ ແລະ ເພື່ອມາປຶກສາຫາລື ກ່ຽວກັບທິດທາງການຮ່ວມມືລະຫວ່າງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ກັບສະຖານທູດເກົາຫຼີປະຈໍາ ສປປ ລາວ.

     ໃນໂອກາດນີ້ ທ່ານ ປອ. ກອງແກ້ວ ໄຊສົງຄາມ ໄດ້ລາຍງານບາງຈຸດພິເສດຂອງສະຖາບັນວ່າ: ສວສສຊ ມີພາລະບົດບາດ ໃນການເປັນເສນາທິການໃຫ້ແກ່ພັກ ແລະ ລັດຖະບານ ໃນການ ຄົ້ນຄ້ວາ, ສະໜອງຂໍ້ມູນຂ່າວສານທາງດ້ານວິທະຍາສາດເສດຖະກິດ ແລະ ສັງຄົມ, ເພື່ອຮັບໃຊ້ການວາງແນວທາງນະໂຍບາຍຂອງພັກ, ວິໄສທັດ, ແຜນຍຸດທະສາດ, ແຜນພັດທະນາເສດຖະກິດ ແລະ ສັງຄົມ ໃນແຕ່ລະໄລຍະ; ມີໜ້າທີ່ໃນການຄົ້ນຄ້ວາບັນຫາເສດຖະກິດ-ສັງຄົມ, ການເມືອງ ແລະ ບັນຫາອື່ນໆຕາມການມອບໝາຍຂອງພັກ-ລັດ; ທ່ານຍັງໄດ້ກ່າວອີກວ່າສາຍພົວພັນລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ໄດ້ມີການພົວພັນກັນມາແຕ່ເຫິງນານແລ້ວ; ການປະກາດສ້າງຕັ້ງສາຍພົວພັນການທູດນຳກັນ ແມ່ນເປັນພາລະກິດສືບຕໍ່ ທີ່ສອງປະເທດພວກເຮົາຕ້ອງໄດ້ຮ່ວມກັນເຮັດເປັນປົກກະຕິ.

     ທັງສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບທິດທາງໃນການຄົ້ນຄວ້າຮ່ວມກັນ, ການຈັດກອງປະຊຸມສໍາມະນາວິທະຍາສາດປະຈໍາປີ ແລະ ການພົວພັນທາງດ້ານວິຊາການໃນຫຼາຍດ້ານ ຝ່າຍລາວຍັງໄດ້ສະເໜີ ຕໍ່ຝ່າຍ ສ.ເກົາຫຼີ ກ່ຽວກັບການສະໜອງທຶນການສຶກສາ ໃນລະດັບປະລິນຍາໂທ ແລະ ປະລິນຍາເອກ ໃຫ້ແກ່ນັກຄົ້ນຄວ້າ ສວສສຊ ໃຫ້ສອດຄ່ອງຕາມຂະແໜງການຕ່າງໆ. ພ້ອມທັງສະເໜີເປີດໂອກາດໃຫ້ຄະນະຜູ້ແທນທັງສອງຝ່າຍ ແລະ ນັກຄົນຄວ້າໄດ້ແລກປ່ຽນບົດຮຽນຮ່ວມກັນຢ່າງເປັນປົກກະຕິ.

ຂຽນຂ່າວ ແລະ ຖ່າຍພາບ: ພວງເພັດ ຈັນທະລີວົງ