ປຶກສາຫາລື ຮ່ວມກັບອາດິດການນໍາຂັ້ນສູງ ກ່ຽວກັບການແກ້ໄຂບັນຫາ ລາຄາສິນຄ້າ ແລະ ອັດຕາເງິນເຟ້ີ ທີ່ເພີ່ມສູງຂຶ້ນ

     ໃນວັນທີ 30 ສິງຫາ 2024, ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຄະນະສະເພາະກິດ 83/ນຍ ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັບອາດີດການນໍາຂັ້ນສູງ ກ່ຽວກັບທິດທາງການແກ້ໄຂບັນຫາລາຄາສິນຄ້າ ແລະ ອັດຕາເງິນເຟີ້ ທີ່ເພີ່ມສູງຂຶ້ນ, ໂດຍການເປັນປະທານ ຂອງ ທ່ານ ປອ. ກອງແກ້ວ ໄຊສົງຄາມ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ,​ ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຫົວໜ້າຄະນະສະເພາະກິດ 83/ນຍ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບົວສອນ ບຸບຜາວັນ, ອະດີດກຳມະ ການກົມການເມືອງສູນກາງພັກ, ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສົມດີ ດວງດີ, ອະດີດກຳມະການສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງການເງິນ ແລະ  ບັນດາທ່ານອະດີດການນໍາພັກ-ລັດຂັ້ນສູງທີ່ກ່ຽວຂ້ອງຈໍານວນໜື່ງ, ມີຄະນະສະເພາະກິດ 83/ນຍ, ແຂກຮັບເຊີນ, ນັກຄົ້ນຄວ້າ, ​ນັກວິທະຍາສາດ, ຊ່ຽວຊານ ແລະ ພະນັກງານລັດຖະກອນ ເຂົ້າຮ່ວມ.

     ຄະນະສະເພາະກິດ 83/ນຍ ທີ່ໄດ້ຮັບການແຕ່ງຕັ້ງຈາກລັດຖະບານ ເພື່ອລົງເລີກຄົ້ນຄວ້າກຳນົດມາດຕະການແກ້ໄຂ ແລະ ດຳເນີນການຄົ້ນຄວ້າ ປະເມີນຜົນການຈັດຕັ້ງປະຕິບັດບັນດາມາດຕະການແກ້ໄຂບັນຫາລາຄາສິນຄ້າ ແລະ ອັດຕາເງິນເຟີ້ ທີ່ເພີ່ມສູງຂຶ້ນ ໄດ້ຮັບການແຕ່ງຕັ້ງ ໃນເດືອນກໍລະກົດ 2024. ຜ່ານມາ, ຄະນະສະເພາະກິດ ໄດ້ຈັດກອງປະຊຸມລະດົມ ຄວາມຄິດເຫັນເພື່ອແກ້ໄຂບັນຫາລາຄາສິນຄ້າ ແລະ ອັດຕາແລກເງິນເຟີ້ທີ່ເພີ່ມສູງຂຶ້ນ ໄປແລ້ວ 2 ຄັ້ງ ຄື: ຄັ້ງທີ 1, ໃນວັນທີ 2 ສິງຫາ 2024 ໄດ້ຈັດກອງປະຊຸມກັບພາກທຸລະກິດ ເພື່ອຄົ້ນຄວ້າວິທີການ ແລະ ມາດຕະການໃນການຫຼຸດຜ່ອນຕົ້ນທຶນການຜະລິດສິນຄ້າ ແລະ ການບໍລິການ,​ ການປະຫຍັດເງິນຕາຕ່າງປະ ເທດ ເພື່ອຫຼຸດຜ່ອນແຮງກົດດັນຕໍ່ຄ່າເງິນກີບ ແລະ ຄັ້ງທີ 2, ວັນທີ 19 ສິງຫາ 2024 ໄດ້ຈັດກອງປະຊຸມຮ່ວມກັບອາດີດການນໍາຂັ້ນສູງ ແລະ ຊ່ຽວຊານຜູ້ຊົງຄຸນວຸດທິ ບັນດາທ່ານອະດີດລັດຖະມົນຕີ, ຮອງລັດຖະມົນຕີ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ເພື່ອແລກປ່ຽນຖອດຖອນບົດຮຽນ ໃນການແກ້ໄຂ ບັນຫາລາຄາສິນຄ້າ ແລະ ອັດຕາເງິນເຟີ້. ຜ່ານກອງປະຊຸມ ທັງ 2 ຄັ້ງ, ຄະນະສະເພາະກິດ ໄດ້ຮັບຂໍ້ມູນ ຈາກພາກທຸລະກິດ ແລະ ແລກປ່ຽນບົດຮຽນ ປະສົບການ ຈາກອະດີດການນໍາຂັ້ນສູງ ຂອງພັກ-ລັດ ອັນເປັນປະໂຫຍດສູງ ໃຫ້ແກ່ຄະນະສະເພາະກິດ ໄດ້ ນໍາໄປຄົ້ນຄວ້າລົງເລິກ ກຳນົດບັນດາມາດຕະການ ແລະ ນະໂຍບາຍ ໃນການແກ້ໄຂບັນຫາໃຫ້ສອດຄ່ອງ ກັບສະພາບຄວາມຮຽກຮ້ອງຕ້ອງການຕົວຈິງຂອງສັງຄົມ ແລະ ລາຍງານຕໍ່ບັດຖະບານ ເພື່ອພິຈາລະນາຈັດຕັ້ງຜັນຂະ ຫຍາຍ.

     ກອງປະຊູມຄັ້ງນີ້, ແມ່ນໄດ້ຮັບຟັງຄວາມຄິດເຫັນ ແລະ ປະສົບການຕົວຈິງ ຈາກອະດີດການນໍາຂັ້ນສູງ ຂອງພັກ ແລະ ລັດຖະບານ, ບັນດານັກວິທະຍາສາດ ແລະ ນັກຄົ້ນຄວ້າ ເປັນຕົ້ນແມ່ນວິທີການແກ້ໄຂບັນຫາເສດຖະກິດ-ການເງິນ, ເຊິ່ງຄະນະສະເພາະກິດ ຈະໄດ້ສຶບຕໍ່ ນໍາໄປຜັນຂະຫຍາຍລົງເລີກຄົ້ນຄວ້າ ກຳນົດບັນດາມາດຕະການໃຫ້ຖືກທິດ, ມີວິທະຍາສາດ ແລະ ແທດເໝາະກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ.  

ຂຽນຂ່າວ: ເພັດທະນູໄຊ ວົງຍະໄຊ

ຖ່າຍພາບ: ມູນິນ ພົນສັກດາ