ຮອງປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຕ້ອນຮັບຄະນະກໍາມະການຊົນເຜົ່າແຫ່ງຊາດ ສປ ຈີນ

     ຕອນບ່າຍຂອງວັນທີ 3 ກັນຍາ 2024 ທີ່ຫ້ອງຮັບແຂກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ທ່ານ ປອ ນ. ຂັນລາສີ ແກ້ວບຸນພັນ, ຮອງປະທານ ສວສສຊ, ໄດ້ຕ້ອນຮັບຄະນະກໍາມະການຊົນເຜົ່າແຫ່ງຊາດ ຈາກ ສປ. ຈີນ ນໍາໂດຍ ທ່ານ ເລີນ ຊຽງກວາງ, ຫົວໜ້າກົມຮ່ວມມືສາກົນ, ຄະນະກໍາມະການຊົນເຜົ່າແຫ່ງຊາດ ສປ. ຈີນ ພ້ອມດ້ວຍຄະນະຈໍານວນ 5 ທ່ານ;

     ໃນໂອກາດນີ້ ທ່ານ ປອ ນ. ຂັນລາສີ ແກ້ວບຸນພັນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ລາຍງານສະພາບລວມຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຕໍ່ຝ່າຍ ສປ. ຈີນ ວ່າ: ສວສສຊ ແມ່ນອົງການວິຊາການຂອງລັດຖະບານ ຊຶ່ງມີຖານະທຽບເທົ່າກະຊວງ ມີພາລະບົດບາດເປັນເສນາທິການໃຫ້ແກ່ສູນກາງພັກ ແລະ ລັດຖະບານ ໃນການຄົ້ນຄວ້າ ແລະ ສະໜອງຂໍ້ມູນຂ່າວສານ ດ້ານວິທະຍາສາດເສດຖະກິດ ແລະ ສັງຄົມ ເພື່ອຮັບໃຊ້ໃຫ້ແກ່ການວາງແນວທາງນະໂຍບາຍຂອງພັກ, ວິໄສທັດ, ແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ. ສວສສຊ ປະກອບມີ 11 ພາກສ່ວນລວມມີ 2 ຫ້ອງການ, 1 ກົມ, 7 ສະຖາບັນຄົ້ນຄວ້າ ແລະ 1 ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ; ການຄົ້ນຄວ້າຂອງ ສວສສຊ ໄດ້ແບ່ງອອກເປັນ 3 ປະເພດ: 1). ຄົ້ນຄວ້າຕາມການມອບໝາຍຈາກລັດຖະບານ, 2). ຄົ້ນຄວ້າຕາມພາລະບົດບາດ ແລະ 3). ການຄົ້ນຄວ້າຮ່ວມກັບອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດ.

     ຝ່າຍ ສປ. ຈີນ ກໍ່ໄດ້ກ່າວຈຸດປະສົງ ໃນການມາພົບປະ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃນຄັ້ງນີ້ ກໍ່ເພື່ອແລກປ່ຽນປຶກສາຫາລືບາງບັນຫາ ເຖິງຄວາມເປັນໄປໄດ້ ກ່ຽວກັບການຮ່ວມມືກັບສະຖາບັນ ໃນຂົງເຂດວຽກງານຊົນເຜົ່າ ແລະ ການສຶກສາ ພ້ອມທັງສະເໜີໃຫ້ທາງສະຖາບັນ ຊ່ວຍເປັນເສນາທິການໃນການປະສານງານເພື່ອອໍານວຍຄວາມສະດວກ ໃນການຮ່ວມມືຂອງສອງຊາດລາວຈີນ ໃຫ້ເປັນໄປຕາມຄາດໝາຍ ແລະ ມີປະສິດທິພາບຫຼາຍຂຶ້ນ; ປັດຈຸບັນມີບາງຂົງເຂດວຽກງານແມ່ນໄດ້ຮ່ວມມືກັນແລ້ວ ແຕ່ບາງວຽກງານຍັງກຳລັງປະສານງານເພື່ອຈັດຕັ້ງປະຕິບັດ. ຜ່ານການພົບປະແລກປ່ຽນ ແລະ ເຮັດວຽກໃນຄັ້ງນີ້ ທັງສອງຝ່າຍໄດ້ຢືນຢັນວ່າຈະສືບຕໍ່ນໍາເອົາຄໍາສະເໜີຂອງແຕ່ລະຝ່າຍໄປຄົ້ນຄວ້າເພື່ອຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບທີ່ມີມາຍາວນານ ໃຫ້ໝັ້ນຄົງຮອບດ້ານ ແລະ ປະກົດຜົນເປັນຈິງຫຼາຍຂຶ້ນ.

ຂຽນຂ່າວ ແລະ ຖ່າຍພາບ: ພວງເພັດ ຈັນທະລີວົງ