ສວສສຊ ພົບປະແລກປ່ຽນບົດຮຽນກັບຄະນະນັກຄົ້ນຄວ້າ ສສ. ຫວຽດນາມ

1

     ກອງປະຊຸມພົບປະແລກປ່ຽນ ລະຫວ່າງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ກັບຄະນະຜູ້ແທນຈາກສະຖາບັນບັນດິດວິທະຍາສາດສັງຄົມແຫ່ງຊາດຫວຽດນາມ (VASS) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 4 ພຶດສະພາ 2026 ທີ່ ສວສສຊ. ຝ່າຍລາວນຳໂດຍທ່ານ ປອ. ວັນໄຊ ໄຊຍະວົງ, ຮອງຫົວໜ້າສະຖາບັນຄົ້ນຄວ້າເສດຖະ ກິດມະຫາພາກ ພ້ອມດ້ວຍຄະນະ, ຝ່າຍຫວຽດນາມນຳໂດຍສະຫາຍ ຮສ.ປອ. ເຍືອງ ວັນ ຮຸຍ (Assoc. Prof. Duong Van Huy), ຫົວໜ້າພະແນກຮ່ວມມືສາກົນ ສະຖາບັນຄົ້ນຄວ້າອາຊີປາຊີຟິກ ພ້ອມດ້ວຍຄະນະຈາກ ສະຖາບັນບັນດິດວິທະຍາ ສາດສັງຄົມແຫ່ງຊາດຫວຽດນາມ ເຂົ້າຮ່ວມ.

3
4
5

     ຈຸດປະສົງຂອງການພົບປະໃນຄັ້ງນີ້ ແມ່ນເພື່ອແລກປ່ຽນຂໍ້ມູນກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງລາວ, ພ້ອມທັງໂອກາດ ແລະ ສິ່ງທ້າທາຍຈາກການເຊື່ອມຈອດພື້ນຖານໂຄງລ່າງ ແລະ ການແຂ່ງຂັນທາງພູມສາດການ ເມືອງໃນອະນຸພາກພື້ນແມ່ນ້ຳຂອງ. ທັງສອງຝ່າຍໄດ້ລົງເລິກສົນທະນາປືກສາຫາລືກ່ຽວກັບບົດບາດຂອງ ສປ ຈີນ ໃນການຊຸກຍູ້ສົ່ງເສີມຍຸດທະສາດການພັດທະນາຂອງ ສປປ ລາວ ໃນການຫັນຈາກປະເທດທີ່ “ບໍ່ມີຊາຍແດນຕິດກັບທະເລ (Land-locked)” ໄປສູ່ປະເທດທີ່ “ເຊື່ອມຕໍ່ພາກພື້ນ (Land-linked)” ຜ່ານໂຄງການລົດໄຟລາວ-ຈີນ, ພ້ອມທັງວິເຄາະຜົນກະທົບ ແລະ ສິ່ງທ້າທາຍດ້ານອື່ນໆ ເຊັ່ນ: ເສດຖະກິດ, ການແຂ່ງຂັນດ້ານການຄ້າ, ການພັດທະນາຊັບພະ ຍາກອນມະນຸດ, ການນຳໃຊ້ເຕັກໂນໂລຊີ, ດ້ານສັງຄົມ ແລະ ສິ່ງແວດລ້ອມ. ນອກນີ້, ຍັງໄດ້ສົນທະນາກ່ຽວກັບການຄ້າ ແລະ ລົງທຶນຂອງ ສປ. ຈີນ, ອາເມລິກາ, ຫວຽດນາມ ແລະ ໄທ ຢູ່ ສປປ ລາວ ໂດຍເຫັນວ່າ ສປ. ຈີນ ຜ່ານມາໄດ້ຊ່ວຍ ສປປ ລາວ ໃນການພັດທະນາພື້ນຖານໂຄງລ່າງຂະໜາດໃຫຍ່ຫຼາຍໂຄງການ ແລະ ສສ ຫວຽດນາມ ກໍ່ເປັນຄູ່ຮ່ວມມືຍຸດທະສາດທີ່ສຳຄັນໃນການຊຸກຍູ້ສົ່ງເສີມຍຸດທະສາດ “ເຊື່ອມຕໍ່ພາກພື້ນ (Land-linked)” ຂອງ ສປປ ລາວ ໃນຕໍ່ໜ້າ ໂດຍຜ່ານໂຄງການກໍ່ສ້າງພື້ນຖານໂຄງລ່າງ ເຊັ່ນ: ທາງລົດໄຟລາວ-ຫວຽດ, ທາງດ່ວນ ແລະ ທ່າເຮືອ. 

     ຄະນະທັງສອງຝ່າຍ ຍັງເຫັນດີເພີ່ມທະວີການແລກປ່ຽນສົນທະນາກ່ຽວກັບທ່າອ່ຽງພູມສາດການເມືອງ ແລະ ຜົນກະທົບຕໍ່ການພັດທະນາໃນຂົງເຂດອະນຸພາກພື້ນແມ່ນ້ຳຂອງໃນຕໍ່ໜ້າ. ການພົບປະໄດ້ສິ້ນສຸດລົງດ້ວຍບັນຍາກາດອັນອົບອຸ່ນ ດ້ວຍການແລກປ່ຽນຂອງທີ່ລະນຶກ ແລະ ຖ່າຍຮູບຮ່ວມກັນທີ່ສະແດງເຖິງມິດຕະພາບອັນເປັນມູນເຊື້ອການຮ່ວມມືທີ່ແໜ້ນແຟນ ລະຫວ່າງ ສວສສຊ ແລະ VASS.

2

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ