ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ສໍາເລັດບັ້ນຝຶກອົບຮົມ ວຽກກວດກາພັກ ແລະ ກວດກາລັດ ປະຈໍາປີ 2024

     ໃນລະຫວ່າງວັນທີ 16-20 ກັນຍາ 2024 ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ເປີດບັ້ນຝຶກອົບຮົມວຽກງານກວດກາພັກ ແລະ ກວດກາລັດ ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ.ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ. ມີບັນດາ ສະຫາຍຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຈາກ 11 ພາກສ່ວນທີ່ຂຶ້ນກັບ ສວສສຊ ເຂົ້າຮ່ວມ. ຊຸດຝຶກອົບຮົມໃນຄັ້ງນີ້ມີນັກສໍາມະນາກອນເຂົ້າຮ່ວມຈໍານວນ 33 ສະຫາຍ, ຍິງ 15 ສະຫາຍ. ສໍາລັບວິທະຍາກອນ ແມ່ນໄດ້ເຊື້ອເຊີນ ຈາກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ມາເປັນຜູ້ບັນຍາຍ.

     ຊຸດຝຶກອົບຮົມຄັ້ງນີ້ແມ່ນມີຈຸດປະສົງເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດໃຫ້ພະນັກງານຫຼັກແຫຼ່ງພາຍໃນ ສວສສຊ ໃຫ້ມີຄວາມຮູ້ດ້ານທິດສະດີ ເປັນນິຕິກໍາ ມານໍາໃຊ້ເຂົ້າໃນວຽກງານກວດກາຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ໃຫ້ມີປະສິດທິຜົນສູງຂື້ນ.

     ໃນພິທີປິດ ສະຫາຍ ບຸນລັດ ແກ້ວອາສາ ຄະນະພັກ, ຫົວໜ້າກົມຈັດຕັ້ງ – ພະນັກງານ ໄດ້ຕາງໜ້າໃຫ້ຄະນະພັກ – ຄະນະນໍາ ສວສສຊ ມອບໃບຢັ້ງຢືນໃຫ້ແກ່ນັກສໍາມະນາກອນ  ພ້ອມທັງມີຄໍາເຫັນໂອ້ລົມ ສະຫາຍໄດ້ກ່າວສະແດງຄວາມຂອບໃຈ, ຊົມເຊີຍມາຍັງບັນດາວິທະຍາກອນ ແລະ ຄະນະຮັບຜິດຊອບຝືກອົບຮົມຈາກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ທີ່ໄດ້ເອົາໃຈໃສ່ຖ່າຍທອດຄວາມຮູ້ ແລະ ປະສົບການຕົວຈິງໃຫ້ນັກສຳມະນາກອນໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານກວດກາ ດ້ວຍຄວາມຮັບຜິດຊອບສູງ. ພ້ອມດຽວກັນນັ້ນ, ກໍ່ເຫັນໄດ້ວ່າ ໃນລະຫວ່າງການຝຶກອົບຮົມບັນດານັກສຳມະນາກອນ ໄດ້ມີການແລກປ່ຽນຄວາມຄິດຄວາມເຫັນ ແລະ ປະສົບການເຮັດວຽກ ຢ່າງກົງໄປກົງມາ ໂດຍສະເພາະແມ່ນວຽກງານທີ່ຕິດພັນກັບວຽກງານກວດກາ ເຮັດໃຫ້ມີບັນຍາກາດຟົດຟື້ນ, ບັນດາບົດຮຽນຕ່າງໆ ລ້ວນແຕ່ເປັນບົດຮຽນທີ່ມີຄວາມສຳຄັນ ແລະ ມີຄວາມຈຳເປັນ ໂດຍສະເພາະແມ່ນສະມາຊິກພັກ-ພະນັກງານຜູ້ທີ່ຮັບຜິດຊອບວຽກງານກວດກາ ເພື່ອນຳໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຢູ່ໃນກົມກອງຂອງຕົນ. ນອກນັ້ນ ສະຫາຍ ຍັງໄດ້ເນັ້ນໜັກໃຫ້ບັນດານັກສໍາມະນາກອນເອົາໃຈໃສ່ບາງບັນຫາ ດັ່ງນີ້:

1. ຄະນະໜ່ວຍພັກ, ກຳມະການໜ່ວຍພັກ ຕ້ອງກໍາແໜ້ນ ແລະ ຖືສຳຄັນການຕິດຕາມ, ກວດກາ ເປັນປົກກະຕິຕໍ່ການຈັດຕັ້ງພັກ ແລະ ບຸກຄົນໃນຄະນະໜ່ວຍພັກ, ສະມາຊິກພັກ ເພື່ອສະກັດກັ້ນບໍ່ໃຫ້ເກີດມີການລ່ວງລະເມີດແນວທາງ, ນະໂຍບາຍ, ມະຕິ, ຄາໍສັ່ງ, ກົດລະບຽບຂອງພັກ, ຂໍ້ກຳນົດ ແລະ ກົດໝາຍຂອງລັດ, ພ້ອມກັນນັ້ນ ກໍ່ຕ້ອງດຳເນີນການກວດກາແກ້ໄຂບຸກຄົນ ແລະ ການຈັດຕັ້ງທີ່ລະເມີດກົດລະບຽບເຮັດຜິດແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ຝ່າຝືນຂໍ້ກໍານົດ, ກົດໝາຍຂອງລັດຢ່າງເຂັ້ມງວດ; ຕ້ອງກໍາແໜ້ນ ແລະ ປະຕິບັດຢ່າງເຂັ້ມງວດຈິດໃຈເນື້ອໃນກົດລະບຽບ ຂອງພັກທີ່ວ່າ: “ການຈັດຕັ້ງພັກທຸກຂັ້ນ ແລະ ສະມາຊິກພັກທຸກສະຫາຍຕ້ອງຢູ່ພາຍໃຕ້ການຕິດຕາມ ແລະ ກວດກາຂອງພັກ”;

2.ເອົາໃຈໃສ່ ຕິດຕາມ, ກວດກາ ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງກໍ່ຄືເນື້ອໃນມະຕິກອງປະຊຸມໃຫຍ່ຂອງພັກ, ມະຕິກອງປະຊຸມໃຫຍ່ສະມາຊິກພັກ ຂອງອົງຄະນະພັກ ສວສສຊ; ບັນດາມະຕິຂອງຄະນະບໍລິຫານງານສູນກາງພັກ, ມະຕິ, ຄຳສັ່ງ, ຂໍ້ຕົກລົງຂອງກົມການເມືອງ, ຂອງຄະນະເລຂາທິການສູນກາງພັກ ແລະ ຄະນະພັກແຕ່ລະຂັ້ນ; ຕິດຕາມ, ກວດກາການປະຕິບັດກົດລະບຽບຂອງພັກ; ແບບແຜນນຳພາ, ວິທີເຮັດວຽກຂອງຄະນະພັກ ແລະ ພະນັກງານການນຳແຕ່ລະຂັ້ນ ໂດຍສະເພາະການປະຕິບັດຫຼັກການລວມສູນປະຊາທິປະໄຕຂອງພັກ; ບັນຫາພະຍາດອາດຍາສິດຫ່າງເຫີນຈາກຕົວຈິງ, ການລ່ວງເກີນສິດອຳນາດທີ່ກຳນົດໄວ້ ແລະ ອື່ນໆ;

3.ຕິດຕາມ, ກວດກາຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ສະຕິຕໍ່ການຈັດຕັ້ງ, ຕໍ່ລະບຽບວິໄນຂອງພັກ ແລະ ກົດໝາຍຂອງລັດ, ນ້ຳໃຈຮັບຜິດຊອບ ແລະ ການຝຶກຝົນຫຼໍ່ຫຼອມຕົນເອງຂອງຄະນະພັກ ແລະ ສະມາຊິກພັກແຕ່ລະສະຫາຍ; ຕິດຕາມ, ກວດກາການປັບປຸງກໍ່ສ້າງພັກຢູ່ແຕ່ລະຂົງເຂດ, ເປັນຕົ້ນແມ່ນການກໍ່ສ້າງໜ່ວຍພັກແຂງ-ຮູ້ນຳພາຮອບດ້ານ, ກວດກາເນື້ອໃນດໍາເນີນຊີວິດການເມືອງພາຍໃນຄະນະພັກ ແລະ ການຈັດຕັ້ງຮາກຖານພັກ, ການຕິຊົມຕົນເອງ ແລະ ຕິຊົມກັນ ຢູ່ພາຍໃນຄະນະພັກ, ໜ່ວຍພັກ; ກວດກາການຕົກລົງວິໄນພາຍໃນພັກ ແລະ ກວດກາການເງິນຂອງພັກ. ການກວດກາຕ້ອງຖືເອົາການຕິດຕາມ, ກວດກາປົກກະຕິເປັນຕົ້ນຕໍ ແນໃສ່ສະກັດກັ້ນເພື່ອບໍ່ໃຫ້ການຈັດຕັ້ງ ແລະ ສະມາຊິກພັກ ລ່ວງລະເມີດກົດລະບຽບຂອງພັກ, ມະຕິ, ຄຳສັ່ງຂອງຂັ້ນເທິງ, ຂໍ້ກຳນົດ ແລະ ກົດໝາຍຂອງລັດ, ພ້ອມກັນນັ້ນກໍ່ເອົາໃຈໃສ່ຄົ້ນຄວ້າແລະ ດຳເນີນການກວດກາ ຕາມຄາໍຮ້ອງ-ຄໍາສະເໜີຂອງການຈັດຕັ້ງ ແລະ ບຸກຄົນສະມາຊິກພັກ, ລົງເລິກກວດກາການລະເມີດກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ.

ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ