ຂ່າວການເຄື່ອນໄຫວ

1

ສະຫະພັນແມ່ຍິງ ສວສສຊ ຈັດສໍາມະນາພາຍໃຕ້ຫົວຂໍ້: ”ສິ່ງກີດຂວາງທາງດ້ານຮີດຄອງປະເພນີ ຕໍ່ການພັດທະນາແມ່ຍິງລາວ”

1

     ຕອນບ່າຍວັນທີ 24 ມິຖຸນາ 2024 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ສະຫະພັນແມ່ຍິງ ສວສສຊ ໄດ້ຈັດກອງປະຊຸມສໍາມະນາພາຍໃຕ້ຫົວຂໍ້:  ”ສິ່ງກີດຂວາງທາງດ້ານຮີດຄອງປະເພນີ ຕໍ່ການພັດທະນາແມ່ຍິງລາວ”  ໂດຍການເປັນປະທານຮ່ວມຂອງ ສະຫາຍ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ; ມີສະຫາຍ ນາງ ລັດດາວັນ ຊົງວິໄລ ຮັກສາການປະທານສະຫະພັນແມ່ຍິງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຂຶ້ນເປັນປະທານຮ່ວມ; ມີບັນດາເລຂາ, ຮັກສາການເລຂາ ແລະ ຜູ້ຕາງໜ້າ ໜ່ວຍພັກຂອງຫ້ອງການ, ສະຖາບັນຄົ້ນຄວ້າ, ສູນ, ສະຫະພັນແມ່ຍິງຮາກຖານອ້ອມຂ້າງ, ພ້ອມດ້ວຍສະມາຊິກແມ່ຍິງທົ່ວ ສວສສຊ ເຂົ້າຮ່ວມຢ່າງພ້ອມພຽງ.

2

     ສະຫາຍ ນາງ ລັດດາວັນ ຊົງວິໄລ ໄດ້ກ່າວເປີດກອງປະຊຸມວ່າ: ການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອສະ ເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ (20 ກໍລະກົດ 1955 – 20 ກໍລະກົດ 2024) ພາຍໃຕ້ຫົວຂໍ້:  ”ສິ່ງກີດຂວາງທາງດ້ານຮີດຄອງປະເພນີຕໍ່ການພັດທະນາແມ່ຍິງລາວ”  ຕະຫຼອດໄລຍະຜ່ານມາ ພັກ ແລະ ລັດ ກໍຄືສູນກາງສະຫະພັນແມ່ຍິງລາວ ໄດ້ມີຄວາມພະຍາຍາມຊຸກຍູ້ສົ່ງເສີມຄວາມອາດສາມາດ ແລະ ຍົກສູງບົດບາດຂອງແມ່ຍິງລາວ ໃຫ້ໄດ້ຮັບໂອກາດໃນການພັດທະນາ; ເຊັ່ນດຽວກັບເອື້ອຍນ້ອງແມ່ຍິງ ສະຖາບັນວິທະຍາ ສາດເສດຖະກິດ ແລະ ສັງຄົມແຫ່ງຊາດຂອງພວກເຮົາ, ຄະນະພັກ-ຄະນະນໍາ ກໍໄດ້ກໍານົດຍຸດທະສາດການພັດທະ ນາຊັບພະຍາກອນມະນຸດຂອງ ສວສສຊ ຮອດປີ 2025 ແລະ ວິໄສທັດຮອດປີ 2030; ໂດຍໄດ້ລະບຸໃວ້ໃນວຽກຈຸດສຸມທີ 2 ວ່າດ້ວຍການຊຸກຍູ້ສົ່ງເສີມຄວາມສະເໝີພາບບົດບາດຍິງ-ຊາຍ; ພ້ອມທັງຖືໂອກາດນີ້ຊຸກຍູ້ສົ່ງເສີມໃຫ້ເອື້ອຍນ້ອງແມ່ຍິງພາຍໃນສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ມີໂອກາດພັດທະນາຕົນເອງ ໂດຍການຂຶ້ນນໍາສະເໜີບົດໃນຫົວຂໍ້ກ່ຽວກັບຄວາມເຂົ້າໃຈຂອງບົດບາດຍິງ-ຊາຍ; ບົດບາດຂອງແມ່ຍິງໃນຄອບ ຄົວ ແລະ ສະພາບຄວາມເປັນຈິງຂອງແມ່ຍິງໃນທົ່ວໂລກປັດຈຸບັນ ແລະ ການຍົກຖານະບົດບາດຂອງແມ່ຍິງໃນການພັດທະນາ;

     ໃນກອງປະຊຸມ ຍັງໄດ້ຮັບຟັງຄໍາເຫັນໂອ້ລົມຂອງ ສະຫາຍ ປອ. ກິແກ້ວ ຈັນທະບູຣີ ຕໍ່ເອື້ອຍນ້ອງແມ່ຍິງວ່າ: ຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ອົບອຸ່ນທີ່ໄດ້ຂຶ້ນເປັນປະທານກອງປະຊຸມໃນຄັ້ງນີ້, ຜ່ານການນໍາສະເໜີບົດ ເຫັນວ່າ ບັນດາເອື້ອຍນ້ອງແມ່ຍິງ ຕະຫຼອດເຖິງອ້າຍນ້ອງຊາຍທີ່ເຂົ້າຮ່ວມ ຕ່າງກໍພ້ອມພຽງກັນມີຄໍາເຫັນແລກປ່ຽນສົນທະນາຢ່າງເປັນຂະບວນຟົດຟື້ນ; ເອື້ອຍນ້ອງແມ່ຍິງມີຄວາມກ້າສະແດງອອກຫຼາຍຂຶ້ນ, ມີການພັດທະນາຫຼາຍດ້ານ, ກ້າສະແດງຄວາມຄິດເຫັນໃນທາງສ້າງສັນ ແລະ ບັນດາບົດທີ່ຂຶ້ນນໍາສະເໜີກໍ່ມີຄວາມສໍາຄັນ ຈົ່ງສືບຕໍ່ນໍາໄປຈັດຕັ້ງຜັນຂະຫຍາຍ ເພື່ອໃຫ້ເກີດຜົນປະໂຫຍດອັນສູງສຸດ ແລະ ເນັ້ນໜັກຕໍ່ຜູ້ເຂົ້າຮ່ວມໃຫ້ເອົາໃຈໃສ່ບາງບັນຫາດັ່ງນີ້:

     ໜຶ່ງ, ໃຫ້ມີຄວາມສາມັກຄີປອງດອງຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ, ຍົກສູງກ່ຽວກັບບົດບາດຄວາມສໍາຄັນຂອງແມ່ຍິງ ແລະ ເພີ່ມທະວີຄວາມເປັນເຈົ້າການ ຄຽງບ່າຄຽງໄຫຼ່ກັບເພດຊາຍ, ສຸມໃສ່ວຽກງານຄົ້ນຄວ້າຂອງ ສວສສຊ ໃຫ້ມີຜົນສໍາເລັດເປັນກ້າວໆ.

     ສອງ, ເອື້ອຍນ້ອງແມ່ຍິງມີຄວາມຮອບຄອບ, ມີຄວາມລະອຽດອ່ອນ ແລະ ພິຖີພິຖັນ ໃຫ້ນໍາໃຊ້ທ່າແຮງຂອງຕົນ ຜັນຂະຫຍາຍເຂົ້າໃນວຽກງານຄົ້ນຄວ້າໃຫ້ລະອຽດເລິກເຊິ່ງຕື່ມອີກ.

     ສາມ, ໃຫ້ຖືສໍາຄັນຕໍ່ວຽກງານແມ່ຍິງ 3 ດີ ແລະ ໃຫ້ກະກຽມເຂົ້າສູ່ຂະບວນການລວມຂອງ ສວສສຊ ໃນການເປີດກອງປະຊຸມໃຫຍ່ຄັ້ງທີ II ຂອງສະຖາບັນວິທະຍາດເສດຖະກິດ ແລະ ສັງຄົມແຫ່ງຊາດ.

3

ຂຽນຂ່າວ ແລະ ຖ່າຍພາບ: ພວງເພັດ ຈັນທະລີວົງ

1

ເຜີຍແຜ່ວຽກງານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ

1

     ໃນຕອນເຊົ້າຂອງວັນທີ 23 ກໍລະກົດ 2024, ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບວຽກງານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ແກ່ບັນດາສະຖາບັນຄົ້ນຄວ້າພາຍໃນ ສວສສຊ; ໂດຍການເປັນປະທານຂອງ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ມີບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ, ສະຖາບັນຄົ້ນຄວ້າ, ສູນ ພ້ອມດ້ວຍນັກຄົ້ນຄວ້າເຂົ້າຮ່ວມ ຈໍານວນ 46 ທ່ານ;

2

     ໃນພິທີ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ໄດ້ກ່າວຕໍ່ກອງປະຊຸມວ່າ: ວຽກງານການຄົ້ນຄ້ວາແມ່ນວຽກງານທີ່ສຳຄັນ ແລະ ການຊອກຫາແຫຼ່ງທຶນ ກໍເປັນອີກວຽກງານໜຶ່ງທີ່ມີຈຳເປັນໃນການຄົ້ນຄວ້າ ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ສັງຄົມ ໂດຍສະເພາະແມ່ນບັນຫາອັດຕາເງິນເຟີ້ ແລະ ລາຄາສິນຄ້າທີ່ເພີ່ມສູງຂຶ້ນ. ສະນັ້ນ, ກອງປະຊຸມໃນມື້ນີ້ ຈຶ່ງຖືເປັນໂອກາດດີໃຫ້ທາງທີມງານນັກຄົ້ນຄວ້າຂອງພວກເຮົາ ໄດ້ຮຽນຮູ້ການເຂົ້າເຖິງກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຜ່ານການສະເໜີ ແລະ ແນະນຳຂອງວິທະຍາກອນທີ່ມາຈາກກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຂອງກະຊວງສຶກສາທິການ ແລະ ກິລາ ໂດຍສະເພາະຕໍ່ກັບຂະບວນການປະກອບເອກະສານໂຄງການ, ວິທີການຂຽນ, ຂັ້ນຕອນ ແລະ ເງື່ອນໄຂຕ່າງໆ ໃນການເຂົ້າເຖິງກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ພ້ອມທັງຮຽກຮ້ອງມາຍັງບັນດາທ່ານທີ່ເຂົ້າຮ່ວມ ຈົ່ງຍົກສູງຄວາມເອົາໃຈໃສ່ໃນການຕິດຕາມຮັບຟັງຄໍາແນະນຳດັ່ງກ່າວ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດໝາກອອກຜົນຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.

   ໃນວາລະກອງປະຊຸມ ທ່ານ ນາງ ແກ້ວໄພວັນ ດວງສະຫວັນ ຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ ໄດ້ຂຶ້ນນໍາສະເໜີ ຄວາມຮູ້ກ່ຽວກັບວຽກງານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ແລະ ບັນດາຫົວຂໍ້ອື່ນໆຈາກທີມງານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຂອງກະຊວງສຶກສາທິການ ແລະ ກິລາ ເຊັ່ນ: ການກຳນົດຈຸດສຸມຫົວຂໍ້ຄົ້ນຄ້ວາວິທະຍາສາດ; ການກວດກາ-ຕິດຕາມປະເມີນຜົນ ແລະ ການຈັດການ ແລະ ຄຸ້ມຄອງຫົວຂໍ້ຄົ້ນຄ້ວາ ເຊິ່ງລ້ວນແລ້ວແຕ່ເປັນຫົວຂໍ້ທີ່ສໍາຄັນ ແລະ ເປັນປະໂຫຍດຕໍ່ບັນດານັກຄົ້ນຄວ້າ ເຮັດໃຫ້ບັນດາຜູ້ເຂົ້າຮ່ວມຕ່າງກໍ່ໃຫ້ຄວາມສົນໃຈ ແລະ ມີການແລກປ່ຽນສົນທະນາປະກອບຄໍາຄິດເຫັນຢ່າງມີເນື້ອໃນ.

ຂຽນຂ່າວ: ພວງເພັດ ຈັນທະລີວົງ

ຖ່າຍພາບ: ມຸນິນ ພົນສັກດາ

1

ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຜັນຂະຫຍາຍເນື້ອໃນຈິດໃຈ ວຽກງານກວດກາທົ່ວປະເທດ ປະຈຳປີ 2023

1

     ໃນຕອນເຊົ້າ ວັນທີ 11 ກໍລະກົດ 2024 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈວຽກງານກວດກາທົ່ວປະເທດປະຈໍາປີ 2023 ຂຶ້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ພາຍໃຕ້ການເປັນປະທານຂອງ ທ່ານ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ, ຮອງປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ມີຄະນະພັກ-ຄະນະນໍາ, ຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ ແລະ ສູນ ພ້ອມດ້ວຍພະນັກງານຂັ້ນພະແນກເຂົ້າຮ່ວມ ຈໍານວນ 80 ທ່ານ, ຍິງ 32 ທ່ານ;

2

     ໃນໂອກາດດັ່ງກ່າວ ທ່ານ ປອ. ກິແກ້ວ ຈັນທະບູຣີ ໄດ້ກ່າວຕໍ່ກອງປະຊຸມບາງຕອນວ່າ: ການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈວຽກງານກວດກາທົ່ວປະເທດປີ 2023 ໃນຄັ້ງນີ້ຈະໄດ້ຮັບຟັງການສະຫຼຸບ ຕີລາຄາຄືນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ສະຫຼຸບແຕ່ລະບັນຫາໃນການຈັດຕັ້ງປະຕິບັດວຽກງານຕິດຕາມ-ກວດກາ ໃນ 1 ປີຜ່ານມາ ໂດຍຖືເອົາບັນດາຄາດໝາຍ ທີ່ກອງປະຊຸມວຽກງານກວດກາທົ່ວປະເທດປະຈໍາປີ 2022 ໄດ້ວາງອອກເປັນບ່ອນອີງຕົ້ນຕໍ ແລະ ເປົ້າໝາຍຂອງກອງປະຊຸມໃນຄັ້ງນີ້ ກໍ່ເພື່ອສ້າງຄວາມເຂົ້າໃຈໃຫ້ເລິກເຊິ່ງ, ເຖິງຖອງ ສອດຄ່ອງກັບຄວາມເປັນຈິງ ກ່ຽວກັບວຽກງານກວດກາ; ມີຄວາມເອກະພາບສູງຕໍ່ຜົນສຳເລັດທີ່ຍາດມາໄດ້ ພ້ອມກັນຄົ້ນຄວ້າຊອກຫາສາເຫດ ແລະ ບົດຮຽນຕົວຈິງທີ່ຕ້ອງແກ້ໄຂ; ແນໃສ່ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ແກ້ໄຂຄໍາຮ້ອງ-ຄໍາສະເໜີ ແລະ ປັບປຸງກົງຈັກ, ບໍາລຸງກໍ່ສ້າງພະນັກງານກວດກາຢູ່ສູນກາງ ແລະ ທ້ອງຖິ່ນໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ມີການຫັນປ່ຽນດີຂຶ້ນກວ່າເກົ່າ ຊຶ່ງເປັນໄລຍະແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ສະນັ້ນ ໃຫ້ພ້ອມກັນຄົ້ນຄວ້າປະກອບຄວາມຄິດຄວາມເຫັນໃຫ້ເລິກເຊິ່ງ ແລະ ເອກະພາບຕໍ່ທິດທາງ, ຫນ້າທີ່ ແລະ ບັນດາວຽກທີ່ຈະຕ້ອງສຸມໃສ່ຈັດຕັ້ງປະຕິບັດໃນປີ 2024; ພ້ອມກັນເປັນເຈົ້າການນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃນມື້ນີ້ ໄປເຜີຍແຜ່ຕໍ່ພາກສ່ວນຂອງຕົນຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ; ພິເສດບັນດາສະຫາຍ ທີ່ຮັບຜິດຊອບວຽກງານກວດກາ ຕ້ອງຄົ້ນຄວ້າກຳແໜ້ນ ແລະ ຫັນເປັນແຜນເຄື່ອນໄຫວລະອຽດໃນແຕ່ລະດ້ານ ເພື່ອເປັນບ່ອນອີງໃນການນໍາພາຈັດຕັ້ງປະຕິບັດ.

     ໃນວາລະກອງປະຊຸມ ສືບຕໍ່ໂດຍ ທ່ານ ເພັດໃສ ເພຍເທບ, ກໍາມະການຄະນະພັກ, ຫົວໜ້າຫ້ອງການ ສວສສຊ ຂຶ້ນຜ່ານບົດສະຫຼຸບ-ຕີລາຄາ ການເຄື່ອນໄຫວວຽກງານກວດກາທົ່ວປະເທດ ປີ 2023 ແລະ ທິດທາງແຜນການ ປີ 2024 ສະບັບເລກທີ 147/ຄກສພ, ລົງວັນທີ 14 ມີນາ 2024 ໂດຍເນື້ອໃນບາງຕອນໄດ້ຍົກໃຫ້ເຫັນຄວາມສຳຄັນຂອງວຽກງານກວດກາ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈຂອງຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ຕໍ່ບົດບາດຂອງວຽກງານກວດກາ. ຜ່ານການເຄື່ອນໄຫວກວດກາຕົວຈິງເຫັນໄດ້ວ່າ ສະມາຊິກພັກ, ພະນັກງານ-ລັດຖະກອນ ມີຄວາມຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງຕໍ່ວຽກງານຕິດຕາມ, ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ສະແດງອອກມີສະຕິຕໍ່ການຈັດຕັ້ງ, ເຄົາລົບລະບຽບຂອງພັກ ແລະ ກົດໝາຍຂອງລັດຢ່າງເຂັ້ມງວດ, ມີຄວາມຕື່ນຕົວ ແລະ ໃຫ້ການຮ່ວມມືເປັນຢ່າງດີຕໍ່ວຽກງານກວດກາ; ພ້ອມດຽວກັນນັ້ນ ທ່ານ ຄຳສຸກ ອອຍຍະວົງ, ກໍາມະການຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ, ຄະນະກວດກາສູນກາງພັກ ໄດ້ຂຶ້ນເຜີຍແຜ່ເອກະສານຄຳແນະນຳ ຂອງຄະນະກວດກາສູນກາງພັກ ເລກທີ 379/ຄກສພ, ລົງວັນທີ 07 ພະຈິກ 2023 ກ່ຽວກັບການປັບປຸງການຈັດ ຕັ້ງຄະນະກວດກາພັກ ແລະ ອົງການກວດກາແຕ່ລະຂັ້ນ ແລະ ເອກະສານຄຳແນະນຳ ຂອງອົງການກວດກາແຫ່ງລັດ ເລກທີ 311/ອກຫລ, ລົງວັນທີ 03 ຕຸລາ 2023 ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການກວດກາລັດ (ສະບັບປັບປຸງ).

ຂຽນຂ່າວ ແລະ ຖ່າຍພາບ: ມຸນນິນ ພົນສັກດາ

1

ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງຜູ້ຕາງໜ້າອົງການອຸຍນີເຊັບປະຈໍາລາວ

1

     ໃນຕອນເຊົ້າ ຂອງວັນທີ 9 ກໍລະກົດ 2024, ທີ່ຫ້ອງຮັບແຂກ ສວສສຊ, ທ່ານ ປອ ກິແກ້ວ ຈັນທະບູຣີ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງທ່ານ ນາງ ເພຍ ເຣເບນໂລ ບຣິດໂຕ ໃນນາມເປັນຜູ້ຕາງໜ້າຫ້ອງການອົງການອຸຍນີເຊັບ (UNICEF Representative) ປະຈຳລາວ ສປປ ລາວ.

2

     ໃນໂອກາດນີ້, ທ່ານ ປອ ກິແກ້ວ ຈັນທະບູຣີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານນາງ ເພຍ ເຣເບນໂລ ບຣິດໂຕ ທີ່ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານ ຂອງອົງການອຸຍນີເຊັບ ປະຈຳ ລາວ ແລະ ເຄີຍໃຫ້ການສະໜັບສະໜູນ ແລະ ຮ່ວມມືກັບສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຕະຫຼອດໄລຍະຜ່ານມາ; ທ່ານ ນາງ ເພຍ ເຣເບນໂລ ບຣິດໂຕ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ປອ ກິແກ້ວ ຈັນທະບູຣີ  ພ້ອມທັງຄະນະ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ການສະໜັບສະໜູນວຽກງານຂອງອົງການອຸຍນີເຊັບ ໂດຍສະເພາະໂຄງການສ້າງຖານຂໍ້ມູນແຫ່ງຊາດ ດ້ານໂພຊະນາການ NIPN ເຊິ່ງໄດ້ມີການຄົ້ນຄວ້າ, ວິເຄາະວິໄຈ ແລະ ການເຜີຍແຜ່ຂໍ້ມູນຂ່າວສານທີ່ຕິດພັນກັບວຽກງານດ້ານໂພຊະນາການ ຢ່າງມີຜົນສໍາເລັດຫຼາຍດ້ານ ແລະ ໄດ້ມອບເຄື່ອງທີ່ລະນຶກເພື່ອສະແດງຄວາມຮູ້ບຸນຄຸນ ພ້ອມທັງກ່າວຄໍາອວຍພອນໃຫ້ ທ່ານ ປອ. ກິແກ້ວ ຈັນທະບູຣີ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສໍາເລັດໃນໜ້າທີ່ວຽກງານໃນຕໍ່ໜ້າ.

3

ຂຽນຂ່າວ ແລະ ຖ່າຍພາບ: ພຸດຈິນດາ ພົມປັນຍາ

1

ພິທີປະກາດເລື່ອນຕໍາແໜ່ງຂັ້ນກົມ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ

1

     ໃນຕອນເຊົ້າຂອງວັນທີ 08 ກໍລະກົດ 2024 ທີ່ ຫ້ອງປະຊຸມ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດພິທີປະກາດການຈັດຕັ້ງຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ, ຮອງປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ມີ ຄະນະພັກ-ຄະນະນໍາ, ຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ ແລະ ສູນ ພ້ອມດ້ວຍພະນັກງານເຂົ້າຮ່ວມ ຈໍານວນ 80 ທ່ານ, ຍີງ 34 ທ່ານ;

2

     ໃນພິທີ ທ່ານ ບຸນລັດ ແກ້ວອາສາ, ກໍາມະການພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກົມ ເຊິ່ງມີທັງໝົດຈໍານວນ 07 ທ່ານຄື: ແຕ່ງຕັ້ງ ທ່ານ. ອາກຸ້ຍ ລໍວັນໄຊ ຫົວໜ້າພະແນກ ເລື່ອນຂຶ້ນເປັນຮອງຫົວໜ້າຫ້ອງການ ສວສສຊ; ທ່ານ ປອ. ວັນໄຊ ໄຊຍະວົງ ຫົວໜ້າພະແນກ ເລື່ອນຂຶ້ນເປັນຮອງຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ; ທ່ານ ປອ. ນ. ເກດມະນີ ອິນທະວົງ ຫົວໜ້າພະແນກ ເລື່ອນຂຶ້ນເປັນຮອງຫົວໜ້າສະຖາບັນຄົ້ນຄວ້າສັງຄົມວິທະຍາ; ທ່ານ ໄຊສົມພອນ ຫາວັນນະລາດ ຫົວໜ້າພະແນກ ເລື່ອນຂຶ້ນເປັນຮອງຫົວໜ້າສະຖາບັນຄົ້ນຄວ້າວັດທະນະທໍາ; ທ່ານ ແພງຢ່າງ ເກຍປາວ ຫົວໜ້າພະແນກ ເລື່ອນຂຶ້ນເປັນຮອງຫົວໜ້າສະຖາບັນຄົ້ນຄວ້າວັດທະນະທໍາ; ທ່ານ ນ. ພູຄຽງ ໄຊສິລິ ຫົວໜ້າພະແນກ ເລື່ອນຂຶ້ນເປັນຮອງຫົວໜ້າສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ແລະ ທ່ານ ສຸກນິລັນ ແສງພະຈັນ ຫົວໜ້າພະແນກ ເລື່ອນຂຶ້ນເປັນຮອງຫົວໜ້າສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ.

     ໃນໂອກາດດັ່ງກ່າວ ທ່ານ ປອ. ກິແກ້ວ ຈັນທະບູຣີ ໄດ້ໂອ້ລົມຕໍ່ພິທີບາງຕອນວ່າ: ການປັບປຸງກົງຈັກການຈັດຕັ້ງ, ການເລື່ອນຊັ້ນຕໍາແໜ່ງ ແມ່ນວຽກປົກກະຕິຂອງພັກ ແລະ ປະຕິບັດຕາມແຜນກໍານົດຕໍາແໜ່ງງານຂອງ ສວສສຊ ເຊິ່ງໄດ້ອີງໃສ່ການຄົ້ນຄວ້າພິຈາລະນາ, ການປະເມີນຜົນ ແລະ ການສະເໜີຂອງບັນດາພາກສ່ວນທີ່ກ່ຽວຂ້ອງ ເພື່ອກໍ່ສ້າງຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ໃນທຸກຂອດວຽກງານພະນັກງານ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ສືບຕໍ່ຈັດຕັ້ງດໍາເນີນພາລະກິດທີ່ສໍາຄັນຂອງພັກ-ຂອງລັດໄດ້ວາງອອກ, ສໍາລັບຜູ້ທີ່ໄດ້ຮັບການເລື່ອນຕໍາແໜ່ງໃນຄັ້ງນີ້ ຈົ່ງຕັ້ງໜ້າຍົກສູງຖານະບົດບາດຂອງ ສວສສຊ ໃຫ້ພົ້ນເດັ່ນ ໂດຍສະເພາະຄວາມຮູ້ຄວາມສາມາດ, ຄວາມສາມັກຄີ, ຄວາມເອກະພາບສູງພາຍໃນ ພ້ອມກັນບຸກບືນປັບປຸງຕົນເອງໃຫ້ກ້າວໄປສູ່ ຄຸນນະພາບ ແລະ ເສີມຂະຫຍາຍບົດບາດການນໍາພາຂອງພັກໃຫ້ນັບມື້ນັບສູງຂຶ້ນ; ໃນຕອນທ້າຍພິທີ ຕາງໜ້າໃຫ້ບັນດາຮອງຫົວໜ້າກົມໃໝ່ ໄດ້ປະຕິຍານ ແລະ ໃຫ້ຄໍາໝັ້ນສັນຍາວ່າ: ຈະຕັ້ງໜ້າພັດທະນາຕົນເອງ ແລະ ນໍາເອົາຄໍາໂອວາດ ຂອງປະທານກອງປະຊຸມ ໄປຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.

3

ຂຽນຂ່າວ ແລະ ຖ່າຍພາບ: ພວງເພັດ ຈັນທະລີວົງ

1

ປະທານ ສວສສຊ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ

1

      ໃນຕອນບ່າຍ ວັນທີ 25 ມິຖຸນາ 2024,  ທ່ານ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຕ້ອນຮັບ ສະຫາຍ ປອ. ຟ່ານຈີຫຽວ ປະທານສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດລະຫວ່າງສອງຊາດ ລາວ-ຫວຽດນາມ 4 ສະຖາບັນຄື: ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ສະຖາບັນການເມືອງການປົກຄອງແຫ່ງຊາດ, ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ແລະ ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ  ເຊິ່ງຈະຈັດຂຶ້ນໃນວັນທີ 27 ມິຖຸນາ 2024 ທີ່ແຂວງຫຼວງພະບາງ.

2

      ໃນໂອກາດນີ້ ປະທານ ສວສສຊ ໄດ້ຕີລາສູງຕໍ່ການຮ່ວມມືລະຫວ່າງ ສວສສຊ ແລະ ສວສຊ ຫວຽດນາມ ທີ່ໄດ້ຮ່ວມມືກັນຈັດຕັ້ງປະຕິບັດນັບແຕ່ປີ 2006 ຈົນມາເຖິງປັດຈຸບັນ ເຊີ່ງມີຜົນສຳເລັດພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນໂຄງການກໍ່ສ້າງສູນຂໍ້ມູນຂ່າວສານ, ຫໍສະໝຸດ ແລະ ອາຄານເຮັດວຽກຂອງພະນັກງານວິຊາການ, ການຈັດຕັ້ງກອງປະຊຸມສໍາມະນາສາກົນຫຼາຍຝ່າຍປະຈໍາປີ, ໂຄງການຄົ້ນຄວ້າວິທະຍາສາດ ແລະ ຊ່ວຍເຫຼືອກໍ່ສ້າງນັກວິຊາການ-ນັກຄົ້ນຄວ້າໃຫ້ ສວສສຊ ໃນລະດັບປະລິນຍາໂທ ແລະ ປະລິນຍາເອກ ຈຳນວນ 15 ທ່ານ. ພ້ອມດຽວກັນນັ້ນ, ທັງສອງຝ່າຍຍັງໄດ້ແລກປ່ຽນກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ ເຊັ່ນ: ການຈັດຕັ້ງໂຄງການຄົ້ນຄວ້າວິທະຍາສາດຮ່ວມກັນ, ການຈັດກອງປະຊຸມສໍາມະນາປະຈໍາປີສອງຝ່າຍ ແລະ ຫຼາຍຝ່າຍ, ການພົບປະແລກປ່ຽນຄະນະວິຊາການ, ຄະນະຊາວໜຸ່ມເພື່ອແລກປ່ຽນບົດຮຽນເຊິ່ງກັນແລະກັນ, ການແລກປ່ຽນຜະລິດຕະພັນການຄົ້ນຄວ້າ, ປຶ້ມ, ວາລະສານ; ການຈັດຕັ້ງຝຶກອົບຮົມວິທີວິທະຍາໃນການຄົ້ນຄວ້າ, ການຝຶກອົບຮົມພາສາຫວຽດນາມ ເພື່ອຮັບໃຊ້ການແປເອກະສານທາງການ ລວມທັງການຍົກລະດັບວິຊາສະເພາະໃນລະດັບປະລິນຍາໂທ ແລະ ປະລິນຍາເອກ ໃຫ້ພະນັກງານຂອງ ສວສສຊ.

ໃນຕອນທ້າຍ ທ່ານ ປອ. ກອງແກ້ວ ໄຊສົງຄາມ ຍັງໄດ້ອວຍພອນການຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມ 4 ຝ່າຍ ຂອງ ຄະນະຜູ້ແທນຂັ້ນສູງ ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມໃນຄັ້ງນີ້  ຈົ່ງໄດ້ຮັບຜົນສຳເລັດຢ່າງສະຫງ່າງາມປະກອບສ່ວນ​ເຂົ້າໃນການເພີ່ມທະວີການພົວພັນຮ່ວມມືທີ່ດີລະຫວ່າງ 2 ປະເທດພວກເຮົາໃຫ້ໄດ້ຮັບການຍົກລະດັບຂຶ້ນຕື່ມອີກກ້າວໜຶ່ງ.

3
4

ຂຽນຂ່າວ: ເພັດທະນູໄຊ ວົງຍະໄຊ

ຖ່າຍພາບ: ພວງເພັດ ຈັນທະລີວົງ

WhatsApp Image 2024-06-20 at 08.56.09_24f55ec4

ສວສສຊ ສໍາເລັດການຝຶກອົບຮົມ ແລະ ມອບ-ຮັບໃບຢັ້ງຢືນໃຫ້ແກ່ນັກສໍາມະນາກອນ

WhatsApp Image 2024-06-20 at 08.56.09_24f55ec4

      ໃນຕອນເຊົ້າຂອງວັນທີ 18 ມິຖຸນາ 2024 ຜ່ານມານີ້, ທີ່ຫ້ອງປະຊຸມໃຫຍ່ ສວສສຊ ໄດ້ຈັດພິທີປິດ ແລະ ມອບ-ຮັບ ໃບຢັ້ງຢືນສໍາເລັດການຝຶກອົບຮົມໃນຫົວຂໍ້: ການນໍາໃຊ້ສະຖິຕິພື້ນຖານເຂົ້າໃນການຄົ້ນຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມ ສໍາລັບນັກຄົ້ນຄວ້າໜຸ່ມຊຸດທີ I; ໃນພິທີດັ່ງກ່າວ, ໃຫ້ກຽດຂຶ້ນເປັນປະທານກ່າວປິດພິທີ ແລະ ມອບໃບຢັ້ງຢືນໂດຍ ທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ, ຄະນະພັກ, ຮອງປະທານ ສວສສຊ; ມີຫົວໜ້າຫ້ອງການຄຸ້ມຄອງວິທະຍາສາດ, ຫົວໜ້າຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ, ວ່າການແທນຫົວໜ້າສູນ, ບັນດາຮອງຫົວໜ້າ, ພ້ອມດ້ວຍພະນັກງານ-ນັກຄົ້ນຄວ້າໜຸ່ມຜູ້ທີ່ສໍາເລັດການຝຶກອົບຮົມເຂົ້າຮ່ວມ ຈໍານວນ 26 ທ່ານ;

WhatsApp Image 2024-06-20 at 08.56.10_cad5b4da

      ໃນວາລະດໍາເນີນພິທີ ທ່ານ ປອ. ສາຍຄໍາ ວໍລະເດດ ຫົວໜ້າຫ້ອງການຄຸ້ມຄອງວິທະຍາສາດ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການເປີດຝຶກອົບຮົມ ຫົວຂໍ້: ການນໍາໃຊ້ສະຖິຕິພື້ນຖານເຂົ້າໃນການຄົ້ນຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມ ສໍາລັບນັກຄົ້ນຄວ້າໜຸ່ມຊຸດທີ I ພ້ອມທັງລາຍງານຜົນການຝຶກອົບຮົມ ເຊິ່ງເລີ່ມແຕ່ວັນທີ 10-14 ມິຖຸນາ 2024, ໂດຍມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 20 ທ່ານ; ໃນນັ້ນ, ມີນັກວິທະຍາກອນ 3 ທ່ານ ແລະ ບົດຮຽນທີ່ນໍາມາຝຶກອົບຮົມປະກອບມີ 5 ບົດ ຄື: ບົດນໍາວິທີວິທະຍາການຄົ້ນຄວ້າ; ວິທີເກັບຂໍ້ມູນດ້ານປະລິມານ ແລະ ການສ້າງຖານຂໍ້ມູນ; ການວິເຄາະຂໍ້ມູນແບບພັນລະນາ; ທິດສະດີການປະເມີນຄ່າ ແລະ ການທົດສອບສົມມຸດຕິຖານ.

      ໃນວາລະຕອນທ້າຍພິທີ ທ່ານ ປອ. ນ. ຂັນລາສີ ແກ້ວບຸນພັນ ໄດ້ມີຄໍາເຫັນໂອ້ລົມວ່າ: ການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອສົ່ງເສີມຄວາມອາດສາມາໃຫ້ແກ່ພະນັກງານ ສວສສຊ ທາງດ້ານທັກສະການຂີດຂຽນບົດຄົ້ນຄວ້າວິທະຍາສາດເສດຖະກິດ-ສັງຄົມ ໃຫ້ມີຄຸນນະພາບທີ່ສູງຂຶ້ນ, ເປັນຂະບວນການຮຽນຮູ້ໃນການສ້າງທັກສະເຂົ້າໃນການເຮັດວຽກຕົວຈິງຂອງພະນັກງານ ໂດຍສະເພາະນັກຄົ້ນຄວ້າໜຸ່ມນ້ອຍ ໃຫ້ມີໂອກາດໄດ້ຮຽນຮູ້ວິທີວິທະຍາ, ຮູ້ວິເຄາະຂໍ້ມູນ ໃນການຄົ້ນຄວ້າທີ່ຖືກຕ້ອງຕາມຫຼັກການ ເພື່ອສ້າງພື້ນຖານທີ່ດີໃນການເປັນນັກຄົ້ນຄວ້າໃນອານາຄົດ. ສະນັ້ນ, ເພື່ອຢັ້ງຢືນຜົນສໍາເລັດການເຂົ້າຮ່ວມຝືກອົບຮົມໃນຫຼັກສູດດັ່ງກ່າວ ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍມາຍັງຄະນະຮັບຜິດຊອບ, ນັກວິທະຍາກອນທຸກທ່ານທີ່ໄດ້ຈັດຊຸດອົບຮົມນີ້ຂຶ້ນ ຈົນໄດ້ຮັບຜົນສໍາເລັດ, ຂໍຊົມເຊີຍ ນັກສໍາມະນາກອນທຸກທ່ານ ທີ່ຕັ້ງໃຈສືກສາຮໍ່າຮຽນເອົາຄວາມຮູ້ໃນຄັ້ງນີ້ ແລະ ຂ້າພະເຈົ້າຫວັງຢ່າງຍິງວ່າການຈັດຝຶກອົບຮົມ ຈະບໍ່ສິ້ນສຸດແຕ່ພຽງເທົ່ານີ້ ຍັງຈະສືບຕໍ່ຈັດຂຶ້ນໃນຄັ້ງຕໍ່ໆໄປ ໃຫ້ເປັນວຽກປົກກະຕິ.

WhatsApp Image 2024-06-20 at 08.56.10_802e3eb1

ຂຽນຂ່າວ ແລະ ຖ່າຍພາບໂດຍ: ນ. ພວງເພັດ ຈັນທະລີວົງ

WhatsApp Image 2024-06-18 at 11.28.55_8b348c32

ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເຄື່ອນໄຫວວຽກງານຢູ່ເມືອງຄຳເກີດ ແຂວງບໍລິຄຳໄຊ

WhatsApp Image 2024-06-18 at 11.28.55_8b348c32

      ໃນວັນທີ 13 ມິຖຸນາ 2024, ທ່ານ ປອ ກອງແກ້ວ ໄຊສົງຄາມ, ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ພ້ອມດ້ວຍຫົວໜ້າຫ້ອງການ, ຫົວໜ້າກົມຈັດຕັ້ງ, ຫົວໜ້າສະຖາບັນຄົ້ນຄ້ວານະໂຍບາຍເສດຖະກິດ-ສັງຄົມ ແລະ ວິຊາການຈຳນວນໜຶ່ງຂອງ ສວສສຊ; ໄດ້ລົງເຄື່ອນໄຫວວຽກງານທີ່ເມືອງຄຳເກີດ, ແຂວງບໍລິຄຳໄຊ; ຈຸດປະສົງຂອງການໄປເຮັດວຽກໃນຄັ້ງນີ້ ແມ່ນເພື່ອເປັນການເກັບກຳຂໍ້ມູນ ແລະ ກໍ່ເພື່ອເຮັດໃຫ້ກຳໄດ້ສະພາບຄວາມເປັນຈິງຂອງການພັດທະນາ ໂດຍສະເພາະແມ່ນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ຢູ່ເມືອງຄຳເກີດ.

WhatsApp Image 2024-06-18 at 11.28.54_d6f67f1e

      ໃນໂອກາດນີ້; ທ່ານ ເພັດສະໄໝ ໄຊຍະທິຈັກ, ກຳມະການພັກແຂວງ, ເລຂາພັກເມືອງ-ເຈົ້າເມືອງເມືອງຄຳເກີດ ໄດ້ຕາງໜ້າໃຫ້ເແກ່ຄະນະພັກ-ຄະນະນຳຂອງເມືອງ ລາຍງານຫຍໍ້ກ່ຽວກັບສະພາບການພັດທະນາຢູ່ເມືອງຄຳເກີດ ເຊິ່ງມີບາງດ້ານທີ່ພົ້ນເດັ່ນຄື: ເມືອງຄໍາເກີດຕັ້ງຢູ່ທິດຕາເວັນ ອອກສ່ຽງໃຕ້ຂອງແຂວງບໍລິຄໍາໄຊ, ຫ່າງຈາກເທດສະບານແຂວງປະມານ 185 ກິໂລແມັດ, ມີເນື້ອທີ່ຄຸ້ມຄອງທັງໝົດ 2.510 ກິໂລຕາແມັດ, ເປັນເຂດພູດອຍກວມ 2/3 ຂອງເນື້ອທີ່ທັງໝົດ, ມີຊາຍແດນຕິດກັບເມືອງພາຍໃນແຂວງມີເມືອງວຽງທອງ, ເມືອງໄຊຈໍາພອນ ແລະ ຕ່າງແຂວງຕິດກັບເມືອງຄູນຄໍາ, ເມືອງນາກາຍ ແຂວງຄໍາມ່ວນ ແລະ ຕ່າງປະເທດຕິດກັບເມືອງເຮືອງເຊີນ, ເມືອງວູ່ກວາງ ນະຄອນຮ່າຕີ່ງ ສສ. ຫວຽດນາມ, ປະກອບມີ 62 ບ້ານ, ມີ 8 ເຂດ, ມີ 12.817 ຄອບຄົວ ມີພົນລະເມືອງ 77.599 ຄົນ, ຍິງ 37.626 ຄົນ. ໃນນັ້ນ, ເຜົ່າລາວ ກວມ 28,83%, ເຜົ່າມົ້ງ ກວມ 27,97%, ເຜົ່າໄຕ ກວມ 35,2%, ເຜົ່າຜູ້ໄທ ກວມ 12,9%, ເຜົ່າກຶມມຸ ກວມ 2,2%, ເຜົ່າແຊກ ກວມ 1,24% ແລະ ເຜົ່າອື່ນໆ ກວມ 0,76%; ມີບ້ານພັດທະນາ 45 ບ້ານ ກວມ 72,58% ຂອງບ້ານທັງໝົດ, ຄອບຄົວພັດທະນາ ຈໍານວນ 10.361 ຄອບຄົວ, ກວມເອົາ 77,92%, ມີຄອບຄົວພົ້ນທຸກ ກວມ 96,28% ຂອງຈໍານວນຄອບຄົວທັງໝົດ, ຍັງເຫຼືອຄອບຄົວທຸກຍາກ 469 ຄອບຄົວ ແລະ ຄອບຄົວອານາຖາ 9 ຄອບຄົວ; ທົ່ວເມືອງປະກອບມີ 27 ຫ້ອງການ, ມີ 5 ທະນາຄານ, ຫົວໜ່ວຍທຸລະກິດພາຍໃນເມືອງມີ 1.009 ຫົວໜ່ວຍ, ມີກໍາລັງຂັ້ນສູນກາງປະຈໍາຢູ່ເມືອງ 4 ກົມກອງ: ສາງນໍ້າມັນເຊື້ອໄຟເລກ 7, ທະຫານຊ່າງແສງ ຖໍ້າກວນຈັນ, ກອງພັນຂົນສົ່ງ 402, ບໍລິສັດລັດພັດທະນາຊົນນະບົດ; ກໍາລັງຂັ້ນແຂວງ 2 ກົມກອງ: ກອງຮ້ອຍເອກະລາດ 25, ກອງຮ້ອຍທະຫານຊາຍແດນ 253;  ມີດ່ານຊາຍດ່ານສາກົນນໍ້າພາວ, ດ່ານສັ່ງນໍ້າໜັກຫຼັກ10, ດ່ານກວດກາປ່າໄມ້ ຂັ້ນແຂວງ, ມີດ່ານກວດກາສະກັດກັ້ນການເຄື່ອນໄຫວທໍາລາຍປ່າໄມ້ ໃນຂອບເຂດອຸທິຍານແຫ່ງຊາດນາກາຍ-ນໍ້າເທີນ 2 ຈຸດ, ປ້ອມຍາມ ປກສ 2 ຈຸດ; ມີລະບົບໄຟຟ້າ, ນໍ້າປະປາ, ນໍ້າລິນ, ລະບົບໂທລະຄົມ-ມະນາຄົມ, ການສື່ສານ ແລະ ເສັ້ນທາງຫຼວງ 8A, 1 E ຜ່ານໃຈກາງເມືອງ ເຮັດໃຫ້ການໄປ-ມາເຊື່ອມຈອດກັບຕ່າງປະເທດ, ຕ່າງແຂວງ ແມ່ນສະດວກດີສົມຄວນ, ຊັບພະຍາກອນ ທໍາມະຊາດ, ປ່າໄມ້, ແຫຼ່ງນໍ້າ, ບໍ່ແຮ່ ຍັງອຸດົມສົມບູນ ປະຊາຊົນບັນດາເຜົ່າມີມູນເຊື້ອດຸໝັ່ນຂະຫຍັນພຽນອອກແຮງງານເຮັດການຜະລິດ; ​​ຄະນະ​ພັກ-​​ອົງ​ການ​ປົກຄອງ​ທຸກ​ຂັ້ນ, ສະມາຊິກ​ພັກ, ພະນັກງານ-ລັດຖະກອນ ​ຕະຫຼອດ​ຮອດ​ປະຊາຊົນ​ບັນດາ​ເຜົ່າ​ໄດ້ມີ​ຄວາມສາມັກຄີເປັນຈິດໜຶ່ງໃຈດຽວເຊື້ອໝັ້ນຕໍ່ແນວທາງ ແລະ ການນໍາພາຂອງພັກ, ເປັນເອກະພາບກັນ ​ສູ້​ຊົນ​ບຸກບືນ​ຜ່ານ​ຜ່າອຸປະສັກຕ່າງໆ​, ຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ເພື່ອນໍາເອົາແຜນນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ລົງສູ່ຮາກຖານບ້ານ ເຮັດໃຫ້ສະ ພາບລວມທົ່ວເມືອງ​ມີ​ຄວາມສະຫງົບ-ເປັນລະບຽບຮຽບຮ້ອຍດີ.

      ພ້ອມດຽວກັນນັ້ນ, ທ່ານເຈົ້າເມືອງຄຳເກີດກໍ່ໄດ້ລາຍງານສະພາບຄວາມຫຍຸ້ງຍາກຈຳນວນໜຶ່ງ ເປັນຕົ້ນແມ່ນ: ດ້ານເສດຖະກິດ ເຖິງຈະມີການຂະຫຍາຍຕົວ ແຕ່ກໍ່ຍັງໄດ້ຮັບຜົນກະທົບຈາກສະພາບລວມທາງດ້ານເສດຖະກິດໃນທົ່ວໂລກ ການຜັນຜວນຂອງອັດຕາແລກປ່ຽນ, ບັນຫາລາຄາສິນຄ້າແພງ, ເຊິ່ງກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນຢ່າງໜັກໜ່ວງ, ບັນຫາຂີ້ລັກງັດແງະ, ບັນຫາຢາເສບຕິດສິ່ງມືນເມົາໃນຮູບແບບໃໝ່ເປັນຕົ້ນ: ນ້ຳກະທ່ອມ, ຄໍລາເຈັ່ນ ແລະ ອື່ນໆ ເຊິ່ງກາຍເປັນບັນຫາເລັ່ງດ່ວນທີ່ຈະໄດ້ເອົາໃຈໃສ່ແກ້ໄຂໃຫ້ທັນການ.

ເຊິ່ງທັງໝົດເຫຼົ່ານັ້ນ, ໄດ້ກາຍເປັນຂໍ້ມູນທີ່ສໍາຄັນໃນການຮັບໃຊ້ການຄົ້ນຄ້ວາວິທະຍາສາດ ແລະ ທ່ານປະທານ ສວສສຊ ຍັງໄດ້ໃຫ້ຄຳຄິດຄຳເຫັນ ຕໍ່ການພັດທະນາເສດຖະກິດ-ສັງຄົມຮອບດ້ານຢູ່ເມືອງຕື່ມອີກ. 

ຂຽນຂ່າວ ແລະ ພາບຖ່າຍ: ເມກດາລິນ ສີແສງຈັນ

WhatsApp Image 2024-06-17 at 13.41.34_96517bc8

ຮອງປະທານ ສວສສຊ ລົງເຄື່ອນໄຫວວຽກງານທີ່ ແຂວງຈຳປາສັກ

WhatsApp Image 2024-06-17 at 13.41.34_96517bc8

      ໃນລະຫວ່າງວັນທີ 11 -12 ມິຖຸນາ 2024 ທີ່ຜ່ານມາ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ແຂວງຈຳປາສັກ ໂດຍໃຫ້ກຽດຕ້ອນຮັບຈາກ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກ ທີ່ຫ້ອງວ່າການແຂວງ. ໃນໂອກາດນີ້ ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຕໍ່ການມາເຮັດວຽກຂອງ ສວສສຊ ພ້ອມທັງແຈ້ງສະພາບຈຸດພິເສດວຽກງານວັດທະນາທຳ-ສັງຄົມຂອງແຂວງໂດຍຫຍໍ້ ເພື່ອໃຫ້ ສວສສຊ ຊ່ວຍຄົ້ນຄວ້າໃນຕໍ່ໜ້າ. ພ້ອມດຽວກັນນີ້ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ໄດ້ສະແດງຂອບໃຈຕໍ່ທ່ານເຈົ້າແຂວງ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ມອບປື້ມຈໍານວນໜຶ່ງ ທີ່ເປັນຜົນງານການຄົ້ນຄ້ວາຂອງ ສວສສຊ ໃຫ້ກັບທ່ານເຈົ້າແຂວງ. ຈຸດປະສົງຂອງການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ເພື່ອຈັດກອງປະຊຸມເຜີຍແຜ່ຜົນຂອງການຄົ້ນຄວ້າວິທະຍາສາດຂອງ ສວສສຊ ແລະ ຜົນການສຶກສາຄຸນລັກສະນະສະເພາະຜ້າໄໝສະຜ່າຍ ເພື່ອກຽມຈົດທະບຽນຖິ່ນກຳເນີດທີ່ແຂວງຈໍາປາສັກ.

WhatsApp Image 2024-06-17 at 13.41.35_a207b32f

      ກອງປະຊຸມເຜີຍແຜ່ຜົນຂອງການຄົ້ນຄວ້າວິທະຍາສາດ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມມະຫາວິທະຍາໄລຈໍາປາສັກ ໃນວັນທີ 11 ມິຖຸນາ 2024 ພາຍໃຕ້ການເປັນປະທານຂອງທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆ ຈຳປາສັກ, ມີບັນດາທ່ານຄະນະບໍດີ, ຮອງຄະນະບໍດີ, ບັນດາຫົວໜ້າ, ຮອງຫົວໜ້າ ແລະ ຜູ້ຕາງໜ້າຈາກຫ້ອງການ, ພະແນກອ້ອມຂ້າງແຂວງຈຳປາສັກ, ຄູອາຈານ, ນັກສຶກສາ ມະຫາວິທະຍາໄລຈໍາປາສັກ ແລະ ຄະນະຈາກສູນກາງເຂົ້າຮ່ວມຫຼາຍກວ່າ 70 ທ່ານ. ກອງປະຊຸມໄດ້ຮັບຟັງການລາຍງານຫຍໍ້ສະພາບລວມ ກ່ຽວກັບແຜນພັດທະນາເສດຖະ ກິດ-ສັງຄົມຂອງແຂວງ ທີ່ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໂດຍສັງເຂບ ແລະ ລາຍງານຫຍໍ້ກ່ຽວກັບຜົນການຄົ້ນຄວ້າວິທະຍາສາດຂອງມະຫາວິທະຍາໄລຈຳປາສັກ, ດຳລັດວ່າດ້ວຍການຈັດ ຕັ້ງ ແລະ ການເຄື່ອນໄຫວຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ສະບັບເລກທີ 559/ນຍ, ລົງວັນທີ 07 ກັນຍາ 2021 ແລະ ຜົນການຄົ້ນຄວ້າຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເປັນ ຕົ້ນການນໍາສະເໜີຜົນການຄົ້ນຄວ້າວິທະຍາສາດທາງດ້ານການເມືອງວິທະຍາ, ວັດທະນາທຳ, ປະຫວັດສາດ-ບູຮານວິທະຍາ ແລະ ນໍາສະເໜີກ່ຽວກັບການນຳໃຊ້ຊັບສິນທາງປັນຍາຕໍ່ກັບຜົນການຄົ້ນຄວ້າວິທະຍາສາດ, ເສດຖະກິດ, ສັງຄົມ ແລະ ເຕັກໂນໂລຊີ ເພື່ອເປັນການຊຸກຍູ້, ສົ່ງເສີມ, ສ້າງຄວາມເຂົ້າໃຈໃຫ້ແກ່ບັນດານັກຄົ້ນຄວ້າ, ການປະດິດສ້າງ ແລະ ປະດິດແຕ່ງຂອງຄົນລາວ ທີ່ມີຫົວຄິດອັນລ້ຳເລີດ ແລະ ການປົກປ້ອງສິດຊັບສິນທາງປັນຍາ ໃຫ້ມີຄວາມເຂົ້າໃຈເລິກເຊິ່ງຕໍ່ກັບບັນຫາດັ່ງກ່າວ ເປົ້າໝາຍອັນໜຶ່ງອັນດຽວກໍເພື່ອສ້າງສາ ແລະ ພັດທະນາປະເທດຊາດ ຕາມທິດສີຂຽວ ແລະ ຍືນຍົງ. ພ້ອມນັ້ນ, ສວສສຊ ແລະ ມະຫາວິທະຍາໄລຈຳປາສັກ ຍັງໄດ້ມີການແລກປ່ຽນຄຳຄິດຄໍາເຫັນຢ່າງສ້າງສັນ ໂດຍສະເໜີຫົວຂໍ້ຄົ້ນຄວ້າວິທະຍາສາດຮ່ວມກັນໃນຕໍ່ໜ້າ ແລະ ຍັງໄດ້ມອບຜົນງານການຄົ້ນຄວ້າ, ວາລະສານວິທະຍາສາດເສດຖະກິດ ແລະ ສັງຄົມ ໃຫ້ກັບຄະນະນຳແຂວງ ແລະ ຫໍສະໝຸດມະຫາວິທະຍາ ໄລຈຳປາສັກ ລວມທັງໝົດ 120 ເຫຼັ້ມ.

WhatsApp Image 2024-06-17 at 13.41.36_a3db8eda

      ໃນຕອນເຊົ້າວັນທີ 12 ມິຖຸນາ 2024 ທີ່ຫ້ອງວ່າການແຂວງ ໄດ້ຈັດກອງປະຊຸມເຜີຍແຜ່ໂຄງການສຶກສາຄຸນລັກ ສະນະສະເພາະຜ້າໄໝສະຜ່າຍແຂວງຈຳປາສັກ ເພື່ອກະກຽມຈົດທະບຽນຖິ່ນກຳເນີດ ໂດຍການເປັນປະທານຮ່ວມຂອງທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຮອງປະທານ ສວສສຊ ແລະ ທ່ານ ໂສມ ບຸດຕະກູນ, ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ ຜູ້ຊີ້ນໍາວຽກງານວັດທະນາທຳ-ສັງຄົມ ແລະ ການປົກຄອງ, ມີບັນດາພະແນກ, ບັນດາເຈົ້າ ເມືອງ, ບັນດາກຸ່ມສະຫະກອນ ແລະ ຫົວໜ່ວຍຫັດຖະກຳຜ້າໄໝ ອ້ອມຂ້າງແຂວງຈຳປາສັກ ຫຼາຍກວ່າ 70 ທ່ານ. ກອງປະຊຸມໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບຂັ້ນຕອນການກະກຽມຈົດທະບຽນຖິ່ນກຳເນີດຜ້າໄໝສະຜ່າຍ ແລະ ກໍານົດຊື່, ຂອບເຂດພູມສັນຖານ, ສິນຄ້າຖິ່ນກຳເນີດ ແລະ ສ້າງຕັ້ງຄະນະຂົນຂວາຍສະມາຄົມຖິ່ນກຳເນີດ. ເປີດກວ້າງໃຫ້ຜູ້ເຂົ້າຮ່ວມໄດ້ມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບວຽກງານຖິ່ນກໍາເນີດ ເພື່ອເປັນບາດກ້າວເລີ່ມຕົ້ນໃນການກະກຽມຄວາມ ພ້ອມ ໃຫ້ແກ່ການຈົດທະບຽນຖິ່ນກຳເນີດຜ້າໄໝສະຜ່າຍແຂວງຈໍາປາສັກ. ພ້ອມນັ້ນ ຍັງເປັນເວທີສຳຄັນໃນການຄົ້ນຄວ້າ ແລະ ແລກປ່ຽນບົດຮຽນ-ປະສົບການກ່ຽວກັບວຽກງານຖິ່ນກຳເນີດ ເພື່ອປົກປ້ອງຊື່ສຽງ ແລະ ເອກະລັກສະເພາະຂອງຜ້າໄໝ ທີ່ເປັນໜຶ່ງດຽວໃນໂລກ ມີປະຫວັດຄວາມເປັນມາທີ່ຍາວນານ, ມີຄວາມຕິດພັນກັບວັດທະນະທໍາ ແລະ ວິຖີການດໍາລົງຊີວິດຂອງຊາວຈຳປາສັກ ທີ່ມີມາໄດ້ຫຼາຍສະຕະວັດແລ້ວ  ເຊິ່ງພວກເຮົາສາມາດເວົ້າໄດ້ວ່າ: ເປັນການປົກປັກຮັກສາ ແລະ ປົກປ້ອງພູມປັນຍາທ້ອງຖິ່ນ ທີ່ເປັນມໍລະດົກທາງວັດທະນະທໍາສືບທອດຈາກບັນພະບູລຸດສູ່ຄົນລຸ້ນປະຈຸບັນ. ການຈົດທະບຽນຖິ່ນກໍາເນີດຜ້າໄໝສະຜ່າຍແຂວງຈຳປາສັກ ຈະເປັນການຊ່ວຍໃຫ້ມີການອະນຸລັກຮັກສາເອກະລັກສະເພາະຂອງຜ້າໄໝສະຜ່າຍໄວ້ຢ່າງຍືນຍົງ ເພາະພາຍໃຕ້ລະບົບຖິ່ນກໍາເນີດ ຈະມີການກວດກາທຸກຂັ້ນຕອນການຜະລິດ ເພື່ອຮັບປະກັນໃຫ້ຖືກຕ້ອງຕາມຂັ້ນຕອນການຜະລິດແບບດັ້ງເດີມ ທີ່ເປັນປັດໄຈພາໃຫ້ຜ້າໄໝສະຜ່າຍ ມີເອກະລັກສະເພາະໃນຕົວ.

WhatsApp Image 2024-06-17 at 13.41.35_ead37c8d

      ໃນໂອກາດນີ້ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ໄດ້ຮຽກຮ້ອງໃຫ້ບັນດາທ່ານ ທີ່ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ຈົ່ງພ້ອມໃຈກັນຄົ້ນຄວ້າ ແລະ ແລກປ່ຽນຢ່າງກົງໄປກົງມາກ່ຽວກັບວຽກງານຖິ່ນກໍາເນີດ ເພື່ອສ້າງເງື່ອນໄຂໃຫ້ຜ້າໄໝແຂວງຈຳປາສັກຂອງພວກເຮົາ ສາມາດຈົດທະບຽນຖິ່ນກໍາເນີດ ແລະ ໄດ້ຮັບການປັກປ້ອງຕາມກົດໝາຍວ່າດ້ວຍຊັບສິນທາງປັນຍາ ເພື່ອສ້າງມູນຄ່າເພີ່ມໃຫ້ກັບສິນຄ້າລາວ ນໍາລາຍໄດ້ເຂົ້າສູ່ປະເທດ.

WhatsApp Image 2024-06-17 at 13.41.36_b8c50fea

 ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ

38d14f0b-ded5-4f34-9091-4339dd9850dd

ສວສສຊ ຈັດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ

38d14f0b-ded5-4f34-9091-4339dd9850dd

      ເພື່ອເປັນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນທີ່ໝູນວຽນຄົບຮອບມາອີກວາລະໜຶ່ງ; ໃນວັນທີ 07 ມິຖຸນາ 2024, ທີ່ຜ່ານມານີ້, ສວສສຊ ໄດ້ສ້າງຂະບວນການຈັດກິດຈະກຳປູກຕົ້ນໄມ້ ອ້ອມຂ້າງອາຄານສໍານັກງານຫ້ອງການຂອງ ສວສສຊ ເຊິ່ງໃນພິທີດັ່ງກ່າວ ໄດ້ຮັບກຽດກ່າວເປີດພິທີໂດຍ ທ່ານ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານ ສວສສຊ; ພ້ອມດ້ວຍຄະນະພັກ-ຄະນະນໍາ, ບັນດາຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ສູນ ຕະຫຼອດເຖິງພະນັກງານທົ່ວ ສວສສຊ ເຂົ້າຮ່ວມຢ່າງພ້ອມພຽງ.

02

      ໃນໂອກາດດັ່ງກ່າວ ທ່ານ ປອ. ກອງແກ້ວ ໄຊສົງຄາມ ໄດ້ກ່າວເຖິງຄວາມສຳຄັນຂອງວັນປູກຕົ້ນໄມ້ວ່າ: ພາຍຫຼັງ ສປປ ລາວ ໄດ້ຮັບການສະຖາປະນາເອກະລາດ, ໃນວັນທີ 9 ເດືອນ ກຸມພາ ປີ 1980 ປະທານ ໄກສອນ ພົມວິຫານ ໄດ້ອອກມະຕິຕົກລົງ ສະບັບເລກທີ 48/ສພລຖ ວ່າດ້ວຍການກຳນົດເອົາວັນທີ 01 ມິຖຸນາ ເຊິ່ງກົງກັບວັນເດັກນ້ອຍສາກົນ ເປັນວັນປູກຕົ້ນໄມ້ແຫ່ງຊາດຂອງ ສປປ ລາວ;  ເປົ້າໝາຍການກໍານົດເອົາວັນດັ່ງກ່າວ ເປັນວັນປູກຕົ້ນໄມ້ແຫ່ງຊາດ ແມ່ນແນໃສ່ປູກຈິດສຳນຶກໃຫ້ແກ່ອະນຸຊົນ ແລະ ເຍົາວະຊົນຂອງຊາດ ກໍຄືລູກຫຼານຜູ້ເກີດໃໝ່ໃຫຍ່ລຸນ ໃຫ້ມີສະຕິຕື່ນຕົວຮັກ ແລະ ຫວງແຫນປ່າໄມ້ ແລະ ຊັບພະຍາກອນປ່າໄມ້; ປຸກລະດົມຂົນຂວາຍໃຫ້ທົ່ວປວງຊົນເຂົ້າຮ່ວມໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້ ແນໃສ່ເຮັດໃຫ້ປ່າໄມ້ມີຄວາມອຸດົມສົມບູນ, ກາຍເປັນທ່າແຮງ ແລະ ເປັນອົງປະກອບທີ່ສໍາຄັນຢູ່ໃນໂຄງປະກອບເສດຖະກິດແຫ່ງຊາດ. ພ້ອມກັນນີ້ ໃນເດືອນມິ ຖຸນາ ຍັງມີວັນສຳຄັນຕ່າງໆ ເຊັ່ນ: ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ວັນທີ 05 ມິຖຸນາ, ວັນຄ້າຍວັນເກີດ ປະທານ ສຸພານຸວົງ ວັນທີ 13 ກໍລະກົດ ຄົບຮອບ 115 ປີ ແລະ ວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ, ວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20 ກໍລະກົດ ຄົບຮອບ 69 ປີ. 

      ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ແມ່ນມີຄວາມໝາຍຄວາມສໍາຄັນຫຼາຍຕໍ່ກັບການພັດທະນາເສດຖະກິດ-ສັງຄົມຂອງຊາດ, ການປົກປັກຮັກສາສິ່ງແວດລ້ອມ ກໍ່ຄືການປັບປຸງຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ. ໃນວາລະຕອນທ້າຍ, ທ່ານຍັງໄດ້ຮຽກຮ້ອງໃຫ້ພະນັກງານລັດຖະກອນທົ່ວ ສວສສຊ ຈົ່ງເອົາ ໃຈໃສ່ປົກປັກຮັກສາ ແລະ ຖະໜອມບໍາລຸງຕົ້ນໄມ້ທີ່ໄດ້ປູກໃນມື້ນີ້ ກໍ່ຄືການປົກປັກຮັກສາຊັບພະຍາກອນປ່າໄມ້ ອັນເປັນມໍລະດົກຂອງຊາດໃຫ້ນັບມື້ນັບສົມບູນຂຶ້ນ, ປະກອບສ່ວນສໍາຄັນໃນການພັດທະນາເສດຖະກິດຂອງຊາດ ແລະ ສ້າງສິ່ງແວດລ້ອມ, ສ້າງອາກາດບໍລິສຸດໃຫ້ແກ່ມວນມະນຸດ. ຫຼັງຈາກນັ້ນກໍ່ໄດ້ຮ່ວມປູກຕົ້ນໄມ້, ​ໃສ່ຝຸ່ນ, ຫົດນໍ້າ ກັບແຕ່ລະພາກສ່ວນຢ່າງເປັນຂະບວນຟົດຟື້ນ.

03
83de4c6e-05ca-4527-aa87-ca42f64717dc

ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ