ກອງປະຊຸມປຶກສາຫາລືແລກປ່ຽນຄຳຄິດເຫັນຕໍ່ກັບການປະເມີນຜົນເບື້ອງຕົ້ນ ໃນການເກັບກຳຂໍ້ມູນກ່ຽວກັບລາຄາຊີ້ນໝູ ແລະ ເຂົ້າ ຢູ່ ແຂວງ ຈຳປາສັກ

01

     ຕອນເຊົ້າໃນວັນທີ 20 ມິຖຸນາ 2025 ທີ່ຜ່ານມາ ທີ່ຫ້ອງວ່າການປົກຄອງແຂວງຈຳປາສັກ ໄດ້ຈັດກອງປະຊຸມປຶກສາຫາລືແລກປ່ຽນຄຳຄິດເຫັນຕໍ່ກັບການສະເຫນີຜົນເບື້ອງຕົ້ນຈາກການລົງໄປເກັບກຳຂໍ້ມູນກ່ຽວກັບລາຄາຊີ້ນໝູ ແລະ ເຂົ້າ ຂອງທີມງານຄົ້ນຄວ້າກອງເລຂາຊ່ວຍວຽກຄະນະ 83/ນຍ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ບຸນຍົງ ສູນທອນ ຮອງຫົວໜ້າຫ້ອງວ່າການແຂວງ ຈຳປາສັກ ແລະ ທ່ານ ປອ ວັນໄຊ ໄຊຍະວົງ ຮອງຫົວຫນ້າສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ແລະ ແຂກທີ່ຖືກເຊີນຈາກພະແນກກະສິກຳ ແລະ ປ່າໄມ້, ພະແນກອຸດສາຫະກຳ ແລະ ການຄ້າ, ທະນາຄານແຫ່ງ ສປປ ລາວ ຂາສາຈຳປາສັກ, ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງອ້ອມຂ້າງແຂວງຈຳປາສັກ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມ ໃນຄັ້ງນີ້ ແມ່ນເພື່ອສະເຫນີຜົນເບື້ອງຕົ້ນຈາກການລົງເກັບກຳຂໍ້ມູນຂອງທີມງານຄົ້ນຄວ້າໃນໄລຍະ 4 ວັນຜ່ານມາ ແລະ ປຶກສາຫາລືສົນທະນາກ່ຽວກັບການຕີລາຄາບັນຫາດ້ານຕົ້ນທຶນ ແລະ ລາຄາສິນຄ້າ ໃນຫົວຂໍ້: ການສຶກສາຄວາມເປັນໄປໄດ້, ຜົນກະທົບ ແລະ ຜົນໄດ້ຈາກການຫຼຸດຜ່ອນຕົ້ນທຶນ ແລະ ລາຄາຂອງບາງລາຍການສິນຄ້າຈຳເປັນ ແລະ ກະທົບໄວຕໍ່ເງິນເຟີ້, ກໍລະນີສຶກສາ: ລາຄາ ເຂົ້າ ແລະ ຊີ້ນໝູ ຢູ່ ແຂວງຈຳປາສັກ. ເຊິ່ງຄະນະທີມງານ ຄົ້ນຄວ້າຈາກກອງເລຂາຊ່ວຍວຽກດ້ານເນື້ອໃນ ໃຫ້ແກ່ຄະນະສະເພາະກິດ 83/ນຍ ທີ່ລົງເລິກຄົ້ນຄວ້າບັນຫາອັດຕາເງິນເຟີ້ ແລະ ລາຄາສິນຄ້າທີ່ເພີ່ມຂຶ້ນສູງ ນຳທີມໂດຍ ປອ. ວັນໄຊ ໄຊຍະວົງ ໄດ້ລົງມາເກັບກຳຂໍ້ມູນຕົວຈິງນຳຂະແໜງການຕ່າງໆເຊັ່ນ: ພະແນກກະສິກຳ ແລະ ປ່າໄມ້, ພະແນກອຸດສາຫະກຳ ແລະ ການຄ້າ, ຟາມໝູ, ໂຮງງານຂ້າສັດ, ຕະຫຼາດ, ກຸ່ມຊາວນາ, ໂຮງສີເຂົ້າ, ບໍລິສັດສົ່ງອອກ-ນໍາເຂົ້າ ແລະ ທະນາຄານທຸລະກິດ ຢູ່ບັນດາເມືອງຕ່າງໆ ທີ່ຂຶ້ນກັບແຂວງຈຳປາສັກ.

1
3

     ການສະເໜີການຕີລາຄາເບື້ອງຕົ້ນຂອງທີມງານ ໃຫ້ຮູ້ວ່າ ລາຄາເຂົ້າ ແລະ ຊີ້ນໝູ ແມ່ນໄດ້ມີທ່າອ່ຽງເພີ່ມຂຶ້ນສູງໃນໄລຍະຜ່ານມາ ໂດຍມີຫຼາຍປັດໄຈທີ່ພາໃຫ້ລາຄາເພີ່ມຂຶ້ນສູງ. ໃນຂອດຟາມ ເຫັນວ່າ ການເໜັງຕີງຂອງອັດຕາແລກປ່ຽນທີ່ອ່ອນຄ່າ ແລະ ຄ່າຄອງຊີບທີ່ເພີ່ມຂຶ້ນສູງເປັນປັດໄຈຕົ້ນຕໍທີ່ເຮັດໃຫ້ລາຄາແນວພັນ, ປຸ້ຍ, ຫົວອາຫານ, ຄ່າແຮງງານ ແລະ ໄຟຟ້າ ທີ່ເພີ່ມຂຶ້ນສູງກະທົບຕໍ່ຕົ້ນທຶນການຜະລິດ ສົ່ງຜົນໃຫ້ຊາວນາ ແລະ ຊາວກະສິກອນ ຕ້ອງໄດ້ຂຶ້ນລາຄາໃນຂອດນີ້. ໃນຂອດໂຮງສີເຂົ້າ ແລະ ໂຮງຂ້າສັດ ເຫັນວ່າ ຕົ້ນທຶນຄ່າໄຟຟ້າ ແລະ ແຮງງານ ແມ່ນເປັນສາເຫດຕົ້ນຕໍທີ່ພາໃຫ້ລາຄາໃນຂອດນີ້ເພີ່ມຂຶ້ນສູງ. ນອກນັ້ນ, ການຂາດແຄນວັດຖຸດິບທີ່ຈະປ້ອນໂຮງງານ ກໍ່ເປັນບັນຫາສຳຄັນໃນຂອດນີ້ ເຊິ່ງກະທົບຕໍ່ການສະໜອງຊີ້ນໝູໃນຕະຫຼາດ. ໃນຂອດພໍ່ຄ້າຄົນກາງ ແລະ ໜ້າຂຽງໃນຕະຫຼາດ ເຫັນວ່າ ຕົ້ນທຶນຄ່າເຊົ່າຮ້ານ ແລະ ຄ່າແຮງງານ ແມ່ນມີຜົນຕໍ່ການເພີ່ມຂຶ້ນຂອງລາຄາ. ສຳຄັນສຸດໃນຂອດນີ້ ເຫັນວ່າ ການເໜັງຕີງຂອງລາຄາເຂົ້າ ແລະ ຊີ້ນໝູ ສ່ວນໃຫຍ່ແມ່ນຖືກກຳນົດໂດຍພໍ່ຄ້າຄົນກາງ.

     ນອກນັ້ນ, ທີມງານຄົ້ນຄວ້າຍັງໄດ້ມີຂໍ້ສະເໜີແນະທາງເລືອກ ແລະ ມາດຕະການໃນການແກ້ໄຂ ໃນໄລຍະສັ້ນ,ໄລຍະກາງ ແລະ ຍາວ ຈາກການວິເຄາະໃນເບື້ອງຕົ້ນ.

     ຜ່ານການຮັບຟັງການນຳສະເໜີຂອງທີມງານຄົ້ນຄວ້າ, ຜູ້ເຂົ້າຮ່ວມກອງປະຊຸມ ແມ່ນໄດ້ສົນທະນາແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ແລະ ເຫັນດີຕໍ່ກັບການຕີລາຄາຂອງທີມງານ ເຊິ່ງເຮັດໃຫ້ກອງປະຊຸມປະສົບຜົນສຳເລັດຕາມລະດັບຄາດໝາຍທີ່ໄດ້ກຳນົດໄວ້ຢ່າງຈົບງາມ.

5
6

ຂຽນຂ່າວ ແລະ ຖ່າຍພາບ: ພຸດສະຫວັນ ບຸບຜາວັນ