ສວສສຊ ມອບປື້ມໃຫ້ຫໍສະໝຸດ ກອງທັບປະຊາຊົນລາວ

1

     ວັນທີ 9 ກໍລະກົດ 2025 ທີ່ຜ່ານມາ, ສະຫາຍ ເພັດໃສ ເພຍເທບ, ກຳມະການຄະນະພັກ, ຫົວໜ້າຫ້ອງການ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ນຳເອົາປື້ມ, ວາລະສານ ແລະ ຜົນງານຄົ້ນຄວ້າ ຈໍານວນ 1.960 ຫົວ ໄປມອບໃຫ້ຫໍສະໝຸດກອງທັບປະຊາຊົນລາວ. ໃນໂອກາດນີ້, ສະຫາຍ ພັທ ນາງ ຄູນທອງ ທຳມະວົງ ຮັກສາການອຳນວຍການ ຫໍສະໝຸດກອງທັບປະຊາຊົນລາວ ໄດ້ກ່າວຮັບ ແລະ ສະແດງຄວາມຂອບໃຈມາຍັງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ທີ່ໄດ້ນຳເອົາປື້ມຈຳນວນດັ່ງກ່າວ ທີ່ມີຄຸນຄ່າສູງ ຖືວ່າເປັນສົມບັດທາງປັນຍາອັນລ້ຳຄ່າ ມາມອບໃຫ້ຫໍສະໝຸດກອງທັບປະຊາຊົນລາວ. ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະນຳເອົາປື້ມດັ່ງກ່າວໄປໝູນໃຊ້ໃຫ້ເກີດປະໂຫຍດສູງສຸດ ໂດຍຈະຮີບໂຮມໄວ້ໃນຫໍສະໝຸດກອງທັບ ແລະ ຈັດແບ່ງໃຫ້ຫໍສະໝຸດກົມກອງຮາກຖານ ທີ່ຂຶ້ນກັບຈຳນວນ 57 ຫົວໜ່ວຍ ເພື່ອໃຫ້ພະນັກງານ-ນັກຣົບໃນຖັນແຖວກອງ ທັບ ແລະ ປັນຍາຊົນທົ່ວໄປໄດ້ມາຄົ້ນຄວ້າສຶກສາຮ່ຳຮຽນ. ໃນຕອນທ້າຍ ທັງສອງຝ່າຍໄດ້ຖ່າຍຮູບຮ່ວມກັນ ແລະ ຈະ ເພິ່ມທະວີການຮ່ວມມືເຊິ່ງກັນ ແລະ ກັນ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າໃນຕໍ່ໜ້າ.

3
2

ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ