ກົມຈັດຕັ້ງ ແລະ ພະນັກງານ ສຳເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II

1

     ກົມຈັດຕັ້ງ ແລະ ພະນັກງານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງຕົນ ເຊິ່ງຈັດຂຶ້ນໃນຕອນເຊົ້າຂອງວັນທີ 13 ມີຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 3 ຕຶກການນໍາ ສວສສຊ ໂດຍການເປັນປະທານຂອງ ສະຫາຍ ບຸນລັດ ແກ້ວອາສາ ກໍາມະການຄະນະພັກ, ເລຂາໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ, ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ປອ.​ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະພັກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີຄະນະພັກ-ຄະນະນຳ, ຜູ້ຕາງໜ້າຈາກບັນດາໜ່ວຍພັກອ້ອມຂ້າງ ສວສສຊ, ຕາງໜ້າຂອງ 3 ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກພັກສົມບູນ ເຂົ້າຮ່ວມທັງໝົດ 25 ສະຫາຍ.

2

     ກອງປະຊຸມໄດ້ຮັບຟັງ ແລະ ເປັນເອກະພາບຮັບຮອງເອົາເນື້ອໃນຮ່າງບົດລາຍງານການເມືອງ, ແຜນພັດທະນາວຽກງານ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກຊຸດເກົ່າ ພ້ອມນັ້ນຍັງໄດ້ປະກອບຄຳຄິດເຫັນຢ່າງມີພາວະວິໄສ, ກົງໄປກົງມາ ເຮັດໃຫ້ກອງປະຊຸມໃນຄັ້ງນີ້ມີເນື້ອໃນອຸດົມສົມບູນຄົບຖ້ວນ; ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃຫມ່ ຕາມກົດລະບຽບຂອງພັກສະໄໝທີ XI. ກອງປະຊຸມຄັ້ງປະຖົມມະລຶກໄດ້ເອກະພາບເລືອກເອົາ ສະຫາຍ ບຸນລັດ ແກ້ວອາສາ ເປັນເລຂາໜ່ວຍພັກ; ສະຫາຍ ຄຳສຸກ ພອນໄຊສະຫວັດ ເປັນຮອງເລຂາ ແລະ ສະຫາຍ ບຸນຈັນ ໂຊກປະຫວັດ ເປັນກໍາມະການໜ່ວຍພັກ ທັງເປັນປະທານກວດກາ.

3
4

     ໃນໂອກາດນີ້ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ ສວສສຊ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມວ່າ: ຄະນະໜ່ວຍພັກຊຸດໃໝ່ ຈະຕ້ອງເອົາໃຈໃສ່ເພີ່ມທະວີສຶກສາອົບຮົມການເມືອງແນວຄິດ ໃຫ້ບັນດາຫົວໜ່ວຍການຈັດຕັ້ງ ແລະ ສະມາຊິກພັກ ຍຶດໝັ້ນອຸດົມການ, ທາດແທ້ ແລະ ມູນເຊື້ອປະຕິວັດຂອງພັກ, ດໍາເນີນການປັບປຸງບູລະນະກົງຈັກການຈັດຕັ້ງ ແລະ ກົນໄກບໍລິຫານຄຸ້ມຄອງໃຫ້ເຂັ້ມແຂງ. ໃນນັ້ນ ຕ້ອງເອົາໃຈໃສ່ຮັບປະ ກັນ 5 ດ້ານຄື:  ໜຶ່ງ) ກົງຈັກບໍ່ໃຫຍ່ໂຕ, ຕໍາແໜ່ງງານເໝາະສົມ, ພາລະບົດບາດຈະແຈ້ງຄົບຖ້ວນ, ບໍ່ຊ້ໍາຊ້ອນກ້າວກ່າຍກັນ; ສອງ) ສ້າງລະບົບກົນໄກ ແລະ ມີແບບແຜນວິທີເຮັດວຽກທີ່ດີ, ມີລັກສະນະໂລ່ງລ່ຽນ, ວ່ອງໄວມີປະສິດທິພາບ; ສາມ) ສາມາດຂັບເຄື່ອນແນວທາງ, ແຜນນະໂຍບາຍ ແລະ ລະບຽບກົດໝາຍໃຫ້ບັນລຸຕາມແຜນການທີ່ວາງໄວ້; ສີ່) ສ້າງຄວາມປອດໃສ ແລະ ຫ້າ) ບໍລິການຮັບໃຊ້ປະຊາຊົນຢ່າງສຸດໃຈ, ບໍ່ອາດຍາສິດ. ບົນພື້ນຖານການຄົ້ນຄວ້າ ແລະ ກໍານົດມາດຕະການສັບຊ້ອນພະນັກງານຢ່າງລະອຽດ ຈະຊ່ວຍຫລຸດຜ່ອນຕໍາແໜ່ງງານ ແລະ ຈໍານວນຄົນໃນຂົງເຂດບໍລິຫານລົງຢ່າງເໝາະສົມ ເພື່ອຫັນເປັນທັນສະໄໝ ແລະ ຫັນພະນັກງານຈາກຂົງເຂດບໍລິຫານໄປເພີ່ມເຂົ້າໃນຂົງເຂດຄົ້ນຄວ້າວິໄຈໃຫ້ພຽງພໍ ເພື່ອເຊີດຊູບົດບາດໜ້າທີ່ຂອງສະຖາບັນໃຫ້ສູງຍິ່ງຂຶ້ນ.

5

ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ