ສວສສຊ ຢ້ຽມຊົມຫໍພິພິຕະພັນສິລະປະລາວ (Lao Art Museum)

1

     ຕອນບ່າຍຂອງວັນທີ 11 ກໍລະກົດ 2025 ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ເຂົ້າຢ້ຽມຊົມ ຫໍພິພິຕະພັນ ສິລະປະລາວ ນຳພາໂດຍທ່ານ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ, ມີຄະນະພັກ-ຄະນະນຳແຕ່ລະຂັ້ນ ພ້ອມດ້ວຍຍສະມາຊິກພັກ, ພະນັກງານລັດຖະກອນ ເຂົ້າຮ່ວມທັງໝົດ 90 ກ່ວາຄົນ. ຈຸດປະສົງຂອງການຢ້ຽມຊົມຄັ້ງນີ້ ເພື່ອສ້າງໂອກາດໃຫ້ບັນດານັກຄົ້ນຄວ້າວິທະຍາສາດໄດ້ສຶກສາສິລະປະ, ເອກະລັກ ແລະ ວັດທະນາທໍາຂອງລາວ ຈາກຜົນງານການແກະສະຫຼັກ, ຫຼໍ່, ປັ້ນ ແລະ ແຕ້ມປະເພດຕ່າງໆ, ເປັນການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກ ສວສສຊ ທີ່ ຈະຈັດຂຶ້ນໃນມໍ່ໆນີ້.

3

     ໃນໂອກາດນີ້, ທ່ານ ພິສິດ ໄຊຍະທິດ ປະທານຫໍພິພິຕະພັນ ສິລະປະລາວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ເລົ່າປະຫວັດຄວາມເປັນໃນການສ້າງຫໍພິພິຕະພັນ ສິລະປະລາວ ບາງຕອນວ່າ: ສປປ ລາວ ເປັນປະທດທີ່ອຸດົມສົມ ບູນໄປດ້ວຍໄມ້ນາໆຊະນິດ, ຫາຍາກ ແລະ ມີຄຸນຄ່າທາງເສດຖະກິດ, ດ້ວຍຄວາມມັກຮັກໃນການສະສົມໄມ້ ແລະ ສິລະ ປະ ຈຶ່ງໄດ້ນໍາເອົາໄມ້ທີ່ມີມາແກະສະຫຼັກເປັນຮູບຕ່າງໆ ຈັດເປັນຫໍວາງສະແດງຜະລິດຕະພັນໄມ້ໄວ້ທີ່ບ້ານຂອງຕົນເອງ. ຕໍ່ມາດ້ວຍການສະໜັບສະໜູນຂອງຄອບຄົວ, ໝູ່ຄູ່, ອົງການຈັດຕັ້ງຂອງລັດ ແລະ ສັງຄົມ ຈຶ່ງໄດ້ຕັດສິນໃຈສ້າງຫໍພິພິຕະພັນ ສິລະປະລາວແຫ່ງນີ້ຂຶ້ນມາ ເພື່ອຮັບໃຊ້ສັງຄົມ, ຊຸກຍູ້ສົ່ງເສີມການທ່ອງທ່ຽວ ແລະ ເປັນແລນມາກທາງດ້ານ ວັດທະນະທໍາຂອງນະຄອນຫຼວງວຽງຈັນ.

     ຕໍ່ການລາຍງານດັ່ງກ່າວ, ປອ. ກອງແກ້ວ ໄຊສົງຄາມ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ການຕ້ອນຮັບດ້ວຍຄວາມອົບອຸ່ນ ທັງໃຫ້ກຽດລາຍງານສະພາບຂອງການກໍ່ສ້າງຫໍພິພິຕະພັນສິລະປະລາວແຫ່ງນີ້ ທີ່ມີ ຄວາມສວຍງາມ, ອະລັງການ, ວິຈິດສິນ ແລະ ມີສະຖາປັດຍະກຳສາດ, ເຕັມໄປດ້ວຍເອກະລັກວັດທະນະທຳລາວ ເພື່ອ ເປັນແຫຼ່ງຮຽນຮູ້ໃຫ້ລູກຫຼານໃນອະນາຄົດ. ຫໍພິພິຕະພັນ ສິລະປະລາວ ແມ່ນວິໄສທັດທີ່ກວ້າງໄກ, ເປັນທຸລະກິດທີ່ມີ ຄວາມຍືນຍົງ-ສີຂຽວ ທີ່ໄດ້ນໍາໃຊ້ຖຸດິບພາຍໃນມາປະສົມປະສານກັບພູມປັນຍາຂອງບັນພະບູລຸດລາວ ທີ່ສືບທອດກັນ ມາເປັນຜົນງານຕ່າງໆສະແດງໃນພິພິດຕະພັນ, ເປັນສິ່ງສົນໃຈທີ່ດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມສ້າງຊື່ສຽງ ແລະ ແຫຼ່ງລາຍຮັບໃຫ້ທຸກພາກສ່ວນ, ຊ່ວຍພັດທະນາເສດຖະກິດ-ສັງຄົມຂອງລາວນັບມື້ດີຂຶ້ນ.

     ພາຍຫຼັງກ່າວຕ້ອນຮັບແລ້ວ, ທີມງານຫໍພິພິດຕະພັນໄດ້ນໍາຄະນະ ສວສສຊ ເຂົ້າຢ້ຽມຊົມການວາງສະແດງ ຜົນງານສິລະປະເພດຕ່າງໆ ເຊັ່ນ: ໄມ້ແກະສະຫຼັກ, ພຸດທະຮູບ, ສີລາຈາລຶກ ແລະ ອື່ນໆ ທີ່ຫຼາຍກວ່າພັນລາຍການ. ຫໍພິພິຕະພັນ ສິລະປະລາວ ຕັ້ງຢູ່ເຂດພັດທະນາໜອງເຊື່ອມ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໄດ້ເປີດການວາງ ສະແດງຄັ້ງທຳອິດໃນວັນທີ 05 ມັງກອນ 2025 ມາຮອດປັດຈຸບັນໄດ້ໃຫ້ບໍລິການແລ້ວປະມານ 6 ເດືອນ, ຈຳນວນນັກ ທ່ອງທ່ຽວທີ່ມາຢ້ຽມຊົມ ສະເລ່ຍມື້ລະ 1.300 ຄົນ.  ໃນອານາຄົດ ຫໍພິພິດຕະພັນສິລະປະລາວ ມີແຜນຈະປັບປຸງຂະ ຫຍາຍພື້ນທີ່ວາງສະແດງໃຫ້ກວ້າງຂວາງ ແລະ ສ້າງລະບົບສິ່ງອຳນວຍຄວາມສະດວກຄົບວົງຈອນຕື່ມອີກ.

2

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ