ຍົກຍ້າຍ ແລະ ແຕ່ງຕັ້ງຮອງປະທານ ສວສສຊ

1

     ວັນທີ 01 ກໍລະກົດ 2025  ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດພິທີປະກາດການຈັດຕັ້ງ ພາຍໃຕ້ການເປັນປະທານຂອງທ່ານ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ພ້ອມດ້ວຍຮອງປະທານ ແລະ ພະນັກງານ-ລັດຖະກອນ ພາຍໃນເຂົ້າຮ່ວມ.

     ໃນພິທີທ່ານ ນາງ ກັນຍາ ແສງແກ້ວວົງພະຈັນ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄຳສັ່ງຂອງນາຍຍົກລັດຖະມົນຕີ ສະບັບເລກທີ 14/ນຍ, ລົງວັນທີ 23 ມີຖຸນາ 2025 ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ໂດຍຍົກຍ້າຍ ທ່ານ ປອ. ກິແກ້ວ ຈັນທະບູຣີ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການສູນກາງພັກ ພ້ອມກັນນັ້ນກໍໄດ້ຜ່ານ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 327/ນຍ, ລົງວັນທີ 17 ມີຖຸນາ 2025 ວ່າດ້ວຍການແຕ່ງຕັ້ງຮອງປະທານ ສວສສຊ ໂດຍແຕ່ງຕັ້ງທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ເປັນຮອງປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ບົ່ງຕົວແຕ່ງຕັ້ງ ປອ ສະຖາບັນດິດ ອິນສີຊຽງໃໝ່ ເປັນກໍາມະການຄະນະບໍລິຫານງານພັກ, ກໍາມະການປະຈໍາພັກ ສວສສຊ ຕາມມະຕິຕົກລົງ ເລກທີ 561/ຄລສພ, ລົງວັນທີ 16 ມີຖຸນາ 2025.

2
03

ໂອກາດດັ່ງກ່າວ, ທ່ານປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ມີຄໍາເຫັນ ແລະ ໂອ້ລົມ ໂດຍທ່ານໃຫ້ຮູ້ວ່າ: ການຍົກຍ້າຍ, ​ແຕ່ງ​ຕັ້ງ, ການສັບຊ້ອນ-ຈັດວາງ ພະນັກງານທຸກປະເພດ ໂດຍສະເພາະ ພະນັກງານ ນໍາພາ-ຄຸ້ມຄອງ ແຕ່ລະຂັ້ນ, ທັງແມ່ນຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ຢູ່ແຕ່ລະບ່ອນ ແລະ ທັງແມ່ນການປະຕິບັດລະບຽບ ການສັບປ່ຽນໜູນວຽນໜ້າທີ່ວຽກງານ ຂອງພະນັກງານການນໍາ ໃນລະບົບການຈັດຕັ້ງຂອງພັກ, ລັດ ແລະ ອົງການຈັດຕັ້ງມະຫາຊົນຄືເຄີຍປະຕິບັດຜ່ານມາ, ຖືເປັນວຽກງານປົກກະຕິ ແລະ ແມ່ນຫຼັກການອັນໜຶ່ງຂອງພັກເຮົາ ໃນວຽກງານພະນັກງານກໍຄືຫຼັກການ “ມີຂຶ້ນ-ມີລົງ,ມີເຂົ້າ-ມີອອກ” ເພື່ອປັບປຸງໃຫ້ດີຂຶ້້ນໄປເລື້ອຍໆ ທັງເປັນການຍົກລະດັບພະນັກງານການນໍາ-ຄຸ້ມຄອງ ຂອງພວກເຮົາ ໃຫ້ມີຄວາມຮູ້, ຄວາມສາມາດ ນໍາພາຮອບດ້ານ.

4

ຂຽນຂ່າວ:ເພັດທະນູໄຊ ວົງຍະໄຊ

ຖ່າຍພາບ: ມູນິນ ພົນສັກດາ