ສວສສຊ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ XI

ໃນວັນທີ 18 ມິຖຸນາ 2025 ທີ່ຜ່ານມາ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດຕັ້ງກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍຜົນສຳເລັດກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ XI ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະພັກ ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີຄະນະພັກ-ຄະນະນໍາ ແລະ ມີບັນດາເລຂາໜ່ວຍພັກ, ສະມາຊິກພັກ ແລະ 3 ອົງການຈັດຕັ້ງມະຫາຊົນ ທົ່ວ ສວສສຊ ເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງປະຊຸມແມ່ນຮັບຟັງການເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝ XI, ແຈ້ງການຂອງຄະນະຈັດຕັ້ງສູນກາງພັກກ່ຽວກັບການກະກຽມດຳເດີນກອງປະຊຸມໃຫຍ່ຂອງອົງຄະນະພັກສະຖາບັນຄົ້ນຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ບົດສະຫຼຸບການດຳເນີນກອງປະຊຸມໃຫຍ່ຂັ້ນໜ່ວຍຂອງບັນດາໜ່ວຍພັກ ແລະ ອົງການຈັດຕັ້ງມະຫາຊົນ.


ສະຫາຍ ປອ. ກອງແກ້ວ ໄຊສົງຄາມ ໄດ້ໃຫ້ກຽດເຜີຍແຜ່ເນື້ອໃນມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝ XI ເຊິ່ງຍົກໃຫ້ເຫັນຜົນສຳເລັດ ແລະ ບົດຮຽນໃນການຊີ້ນຳ-ນຳພາຂອງສູນກາງພັກ ໃນໄລຍະ ຜ່ານມາ ເປັນຕົ້ນແມ່ນການຕີລາຄາກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການປະ ຕິບັດແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ, ການປະຕິບັດ 2 ວາລະແຫ່ງຊາດ ລວມທັງການກະກຽມກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ພ້ອມທັງກໍານົດທິດທາງຄາດໝາຍ ແລະ ວຽກງານຈຸດສຸມໃນຕໍ່ໜ້າ ເພື່ອສືບຕໍ່ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຢ່າງໜັກແໜ້ນ, ສູ້ຊົນຈັດຕັ້ງປະຕິບັດບັນດາຄາດໝາຍຂອງມະຕິ ຂອງແຜນການໃຫ້ບັນລຸຜົນ, ສ້າງພື້ນຖານ ແລະ ທວງທ່າໃໝ່ ໃນການນຳພາປະເທດຊາດຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາ, ຍົກສູງບົດບາດນຳພາ ແລະ ລັກສະນະນຳໜ້າຂອງພັກ ເພື່ອຍູ້ແຮງການຜັນຂະຫຍາຍແນວທາງການປ່ຽນແປງໃໝ່ສູ່ລ່ວງເລິກ, ສ້າງການຫັນປ່ຽນແປງໃໝ່ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເປັນອຸປະທານ ພ້ອມທັງເນັ້ນໜັກໃຫ້ສະມາຊິກພັກ-ພະນັກງານ ຈົ່ງພ້ອມກັນນຳເອົາເນື້ອໃນຈິດໃຈອັນສຳຄັນຂອງບັນດາມະຕິ, ຄຳແນະນຳດັ່ງກ່າວ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການປະຕິບັດວຽກງານຕົວຈິງໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນເລື້ອຍໆ. ກອງປະຊຸມຍັງໄດ້ຮັບຟັງການຜ່ານບົດສະຫຼຸບການດຳເນີນກອງປະຊຸມໃຫຍ່ຂອງບັນດາໜ່ວຍພັກ ແລະ ອົງການຈັດຕັ້ງມະຫາຊົນ ໂດຍ ສະຫາຍ ປອ. ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ, ຮອງປະທານ ສວສສຊ ເຊິ່ງຍົກໃຫ້ເຫັນບັນດາຜົນສໍາເລັດ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອນໍາໄປປັບປຸງເຂົ້າໃນຂະບວນການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກ ສວສສຊ ຕໍ່ໜ້າ. ພ້ອມນັ້ນ ຍັງໄດ້ຮັບຟັງແຈ້ງການຂອງຄະນະຈັດຕັ້ງສູນກາງພັກກ່ຽວກັບການກະກຽມດຳເດີນກອງປະຊຸມໃຫຍ່ ແລະ ລາຍງານກະກຽມຄວາມຮັບຜິິດຊອບຂອງບັນດາອະນຸກໍາມະການຕ່າງໆ ໃນກອງປະຊຸມອີກດ້ວຍ.
ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ