ປະທານ ສວສສຊ ຕ້ອນຮັບເອກອັກຄະລັດສະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ

1

     ໃນຕອນບ່າຍ ວັນທີ 5 ມິຖຸນາ 2025, ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ. ທ່ານ ປອ. ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຕ້ອນຮັບ ທ່ານ ຫງວຽນ ມິງ ເຕີມ, ເອກອັກຄະລັດສະທູດຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດ ນາມ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມ.

2
3
4

     ໃນໂອກາດນີ້ ປະທານ ສວສສຊ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານ ແລະ ການຄົ້ນຄວ້າວິທະຍາສາດໂດຍຫຍໍ້ໃນໄລຍະຜ່ານມາ ເຊິ່ງໄດ້ສຸມໃສ່ຄົ້ນຄວ້າບັນດາຫົວຂໍ້ຕ່າງໆ ທີ່ມີຄວາມຈໍາເປັນຮີບດ່ວນຕໍ່ການກຳນົດແນວທາງນະໂຍບາຍຂອງພັກ ກໍ່ຄືການຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ເປັນຕົ້ນການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຢູ່ພາຍໃນປະເທດ ແລະ ໃນປີ 2025 ແມ່ນຈະສຸມໃສ່ຄົ້ນຄວ້າບັນດາຫົວຂໍ້ ທີ່ກ່ຽວຂ້ອງກັບການຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ກ່ຽວກັບການສ້າງ “ເສດຖະກິດ ເອກະລາດເປັນເຈົ້າຕົນເອງ”. ນອກຈາກນັ້ນ, ຍັງໄດ້ຮັບການແຕ່ງຕັ້ງມອບໝາຍຈາກສູນກາງພັກ ແລະ ລັດຖະບານ ໃຫ້ເປັນກຳລັງສຳຄັນໃນຄະນະສະເພາະກິດຕ່າງໆ ເພື່ອແກ້ໄຂບັນຫາຈຳເປັນເລັ່ງດ່ວນ ຂອງປະເທດ ແລະ ອື່ນໆ; ໃນດ້ານຮ່ວມມືກັບຕ່າງປະເທດ ສວສສຊ ໄດ້ຮ່ວມມືທາງດ້ານການຄົ້ນຄວ້າວິທະຍາສາດກັບບັນດາສະຖາບັນຄົ້ນຄວ້າຕ່າງໆຂອງ ສສ ຫຽວດນາມ ໂດຍຜ່ານການຈັດສໍາມະນາວິທະຍາສາດຮ່ວມກັນ ເຊັ່ນ: ກອງປະຊຸມສຳມະນາວິທະຍາສາດ 2 ຊາດ 4 ສະຖາບັນ (ລາວ-ສສ ຫວຽດນາມ), ສໍາມະນາວິທະຍາສາດ 3 ຊາດ 4 ສະຖາບັນ (ລາວ-ສສ ຫວຽດນາມ-ກໍາປູເຈຍ-ສ. ເກົາຫຼີ), ສໍາມະນາລັດທິສັງຄົມນິຍົມ ຄັ້ງທີ 12  (ລາວ- ສສ ຫວຽດນາມ, ສປ.ຈີນ).

     ທັງສອງຝ່າຍໄດ້ສົນທະນາແລກປ່ຽນຄຳຄິດຄໍາເຫັນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ດ້ວຍໄມຕີຈິດ, ມິດຕະພາບ ແລະ ສາຍພົວພັນພິເສດຮອບດ້ານ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ. ໃນຕອນທ້າຍ ທ່ານ ປອ. ກອງແກ້ວ ໄຊສົງຄາມ ຍັງໄດ້ອວຍພອນການຢ້ຽມຢາມ ສວສສຊ ຂອງທ່ານທູດໃນຄັ້ງນີ້  ຈົ່ງໄດ້ເພີ່ມທະວີການພົວພັນຮ່ວມມືທີ່ດີລະຫວ່າງສອງປະເທດ ລາວ-ຫວຽດນາມ ໃຫ້ໄດ້ຮັບການຍົກລະດັບຂຶ້ນຕື່ມອີກກ້າວໜຶ່ງ ໂດຍສະເພາະການສ້າງບຸກຄະລາກອນ, ການແລກປ່ຽນການຄົ້ນຄວ້າດ້ານວິທະຍາສາດ ແລະ ການຊ່ວຍເຫຼືອດ້ານອື່ນໆ ໃຫ້ກັບ ສວສສຊ ຕາມຄວາມເໝາະສົມ.

5
6
7

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ