ປະທານ ສວສສຊ ຕ້ອນຮັບ ຄະນະຊ່ຽວຊານ ສສ ຫວຽດນາມ

5

     ໃນຕອນເຊົ້າ ວັນທີ 04 ມິຖຸນາ 2025,  ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ພ້ອມດ້ວຍຄະນະພັກ-ຄະນະນໍາ ສວສສຊ; ສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມ, ກະຊວງແຜນການ ແລະ ການລົງທຶນ ແລະ ຄະນະກໍາມາທິການຮ່ວມມືລາວ-ຫວຽດ ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຊ່ຽວຊານ ສສ ຫວຽດນາມ ນໍາພາໂດຍ ທ່ານ ກ່າວ ວຽດ ຊິງ ອະດີດຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ສສ ຫວຽດນາມ, ທັງເປັນຫົວໜ້າຄະນະຊ່ຽວຊານຫວຽດນາມ ທີ່ມາຊ່ວຍສ້າງແຜນຍຸດທະສາດການພັດທະນາເສດຖະກິດ ແລະ ສັງຄົມ (2026-2035) ແລະ ວິໃສທັດຮອດປີ 2045 ຂອງ ສປປ ລາວ ພ້ອມດ້ວຍຄະນະ. ການຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ມີຈຸດປະສົງເພື່ອນໍາສະເໜີເນື້ອໃນ ແລະ ປະກອບຄໍາຄິດເຫັນຕໍ່ແຜນຍຸດທະສາດ ແລະ ວິໃສທັດດັ່ງກ່າວ ໃຫ້ມີຄວາມຄົບຖ້ວນສົມບູນ.

1
3

     ໃນໂອກາດນີ້ ປະທານ ສວສສຊ ໄດ້ຕີລາຄາສູງໃນການມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບຄະນະຊ່ຽວຊານ ສສ ຫວຽດນາມ ເພື່ອແລກປ່ຽນຄວາມຮູ້, ປະສົບການ ແລະ ບົດຮຽນອັນລໍ້າຄ່າ ຈາກພຶດຕິກຳຕົວຈິງ ແຫ່ງຜົນສຳເລັດ ຂອງພັກ ແລະ ລັດຖະບານ ສສ ຫວຽດນາມ ໃນການສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງຄືປັດ ຈຸບັນ. ທັງສອງຄະນະຜູ້ແທນ ໄດ້ແລກປ່ຽນທັດສະນະຕໍ່ກັບບັນດາມາດຕະການ, ວິທີການຈັດຕັ້ງປະຕິບັດ ແລະ ທິດທາງແຜນການໃນການພັດທະນາ ຕາມຮ່າງຍຸດທະຍາສາດການພັດທະນາເສດຖະກິດ-ສັງຄົມ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2045 ເຊິ່ງສອດຄ່ອງກັບຄວາມເປັນຈິງ ແລະ ສະພາບທີ່ ສປປ ລາວ ປະເຊີນຢູ່. ດ້ວຍຄວາມຮູ້, ຄວາມສາມາດ ແລະ ບົດຮຽນປະສົບການ ເຊື່ອໝັ້ນວ່າຄະນະນັກຊ່ຽວຊານ ສສ ຫວຽດນາມ ແລະ ຄະນະຮັບຜິິດຊອບດັ່ງກ່າວຈະສາມາດບັນລຸຜົນສຳເລັດ ຕາມລະດັບຄາດໝາຍທີ່ວາງໄວ້ທຸກປະການ.

2

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ