ເຜີຍແຜ່ຜົນໄດ້ຮັບຂອງໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດ ດ້ານໂພຊະນາການ (NIPN)

ວັນທີ 4 ມີຖູນາ 2025 ຜ່ານມາ ທີ່ຫ້ອງປະຊຸມຂອງພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ. ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ, ສວສສຊ ຮ່ວມກັບອົງການ UNICEF ໄດ້ຈັດກອງປະຊຸມເຜີຍແຜ່ຜົນໄດ້ຮັບຂອງໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN) ໃຫ້ແກ່ບັນດາຜູ້ແທນສະພາປະຊາຊົນຂັ້ນແຂວງ 9 ແຂວງພາກເໜືອ ແລະ ພາກກາງ ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາເຜີຍ ງອນວັນຄໍາ ຄະນະປະຈຳພັກແຂວງ, ຮອງປະທານສະພາແຂວງອຸດົມໄຊ ແລະ ເຂົ້າເປັນປະທານຮ່ວມຂອງ ທ່ານ ປອ ນ. ແກ້ວວິວອນ ອຸດທະຈັກ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ທ່ານ Dr. Kovalan Kumaran ຜູ້ຕາງໜ້າຈາກອົງການ UNICEF ປະຈຳ ສປປ ລາວ, ມີຜູ້ແທນຂັ້ນສູນກາງເຂົ້າຮ່ວມຈາກ ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ, ສວສສຊ, ສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມ ກະຊວງແຜນການ ແລະ ການລົງທຶນ, ສູນໂພຊະນາການແຫ່ງຊາດ ແລະ ມີຜູ້ແທນຈາກສະພາຂັ້ນແຂວງ, ຜູ້ຕາງໜ້າຈາກພະແນກສາທາລະນາສຸກ 9 ແຂວງພາກເໜືອ ແລະ ພາກກາງ: ຜົ້ງສາລີ, ອຸດົມໄຊ, ບໍ່ແກ້ວ, ຫຼວງນ້ໍາທາ, ຫຼວງພະບາງ, ໄຊຍະບູລີ, ຊຽງຂວາງ ແລະ ແຂວງວຽງຈັນ. ພ້ອມກັບ 4 ພະແນກການຄື: ພະແນກແຜນການ ແລະ ການລົງທຶນ, ພະແນກສຶກສາທິການ ແລະ ກິລາ, ພະແນກກະສິກຳ ແລະ ປ່າໄມ້ ແລະ ພະແນກສາທາລະນະສຸກ; ພ້ອມດ້ວຍ 3 ອົງການຈັດຕັ້ງມາຫາຊົນ ແລະ ອົງການຈັດຕັ້ງສາກົນພາຍໃນແຂວງອຸດົມໄຊ ເຂົ້າຮ່ວມຫຼາຍກວ່າ 50 ທ່ານ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເຜີຍແຜ່ຜົນໄດ້ຮັບຂອງໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN) ໃຫ້ແກ່ຜູ້ແທນສະພາປະຊາຊົນຂັ້ນແຂວງ 9 ແຂວງພາກເໜືອ ແລະ ພາກກາງ.


ກອງປະຊຸມໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດ ແລະ ຜົນສຳເລັດຂອງໂຄງການ ເປັນຕົ້ນການວິເຄາະສະພາບໂພຊະນາການໃນ ສປປ ລາວ ອີງຕາມຜົນການຄົ້ນຄວ້າຈາກການສຳຫຼວດດັດຊະນີໝາຍສັງຄົມລາວ (LSIS) ໂດຍເນັ້ນໃສ່ຕົວຊີ້ວັດຫຼັກທີ່ຕິດພັນກັບໂພຊະນາການເພື່ອຈະເປັນຫຼັກຖານອ້າງອີງໃນການວາງແຜນໃຫ້ສອດຄ່ອງໃນແຕ່ລະແຂວງ; ການວິເຄາະສະພາບໂພຊະນາການຂອງແຕ່ລະແຂວງ ພ້ອມທັງໄດ້ແນະນໍາ NIPN website ເພື່ອເປັນບ່ອນອີງໃນການສ້າງແຜນຈັດຕັ້ງປະຕິບັດໃຫ້ສອດຄ່ອງ. ໃນທີ່ປະຊຸມ ທ່ານ ປອ ນ. ແກ້ວວິວອນ ອຸດທະຈັກ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ກ່າວໃຫ້ເຫັນເຖິງຄວາມສຳຄັນຂອງການລົງທຶນເຂົ້າໃນວຽກງານໂພຊະນາການໂດຍສະເພາະໄລຍະ 1000 ມື້ທໍາອິດ ຂອງຊີວິດເດັກນ້ອຍແມ່ນເປັນພື້ນຖານສໍາລັບການພັດທະນາຂອງເດັກ ແລະ ເປັນປັດໃຈສໍາຄັນຕໍ່ການເຕີບໂຕທີ່ດີຂອງເດັກນ້ອຍ ເມື່ອເດັກນ້ອຍໄດ້ຮັບໂພຊະນາການທີ່ເຫມາະສົມ, ເດັກນ້ອຍຈະມີສຸຂະພາບດີ, ການຈະເລີນເຕີບໂຕສົມບູນ ເພື່ອກ້າວໄປສູ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດ.


ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄໍາຄິດຄໍາເຫັນເຖິງຄວາມສໍາຄັນຂອງວຽກງານໂພຊະນາການ ພ້ອມທັງຊີ້ໃຫ້ເຫັນເຖິງຜົນກະທົບທີ່ຈະເກີດຂຶ້ນຈາກພາວະການຂາດສານອາຫານ ທີ່ຈະເຮັດໃຫ້ສົ່ງຜົນກະທົບຕໍ່ບັນຫາດ້ານສຸຂະພາບ, ພັດທະນາການ, ການຈະເລີນເຕີບໂຕຂອງເດັກນ້ອຍ ເຊິ່ງເປັນສິ່ງທ້າທາຍ ທີ່ເຮັດໃຫ້ບໍ່ສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ໃນໄລຍະຜ່ານມາ. ກອງປະຊຸມຮຽກຮ້ອງໃຫ້ຫຼາຍຂະແໜງການຕ້ອງໄດ້ເຊື່ອມວຽກງານໂພຊະນາການເຂົ້າໃນແຜນການຂອງຕົນ ເພື່ອຮ່ວມມືກັນແກ້ໄຂ ແລະ ປຸກລະດົມແບບມີສ່ວນຮ່ວມຂອງທຸກພາກສ່ວນ, ຊຸມຊົນ ແລະ ສັງຄົມໃຫ້ກວ້າງຂວາງຍິ່ງຂຶ້ນ. ສ້າງຄວາມເຂັ້ມແຂງທາງດ້ານບຸກຄະລາກອນໃຫ້ບັນດາຂະແໜງການ, ການປະສານງານ ແລະ ສະໜອງງົບປະມານທີ່ມີຄວາມຈຳເປັນ ຮັບໃຊ້ເຂົ້າໃນວຽກງານໂພຊະນາການໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.

ຂຽນຂ່າວ ແລະ ຖ່າຍພາບ: ພຸດຈິນດາ