ຂ່າວການເຄື່ອນໄຫວ

1

ກອງປະຊຸມສຳມະນາວິທະຍາສາດລະດັບຊາດ
ເພື່ອລະນຶກວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ທີ່ແຂວງຫົວພັນ

1
2

ກອງປະຊຸມສຳມະນາວິທະຍາສາດລະດັບຊາດ ເພື່ອລະນຶກວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ (ວັນທີ 8 ກຸມພາ 1924 ຫາ ວັນທີ 8 ກຸມພາ 2024) ໄດ້ຈັດຂຶ້ນໃນວັນທີ 7 ທັນວາ ທີ່ຜ່ານມາ ທີ່ແຂວງຫົວພັນ ພາຍໃຕ້ການເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ເຂົ້າຮ່ວມມີ ທ່ານ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຫົວໜ້າຄະນະຮັບຜິດຊອບຊີ້ນຳການກະກຽມສະເຫຼີມສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ, ທ່ານ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ ເລຂາຄະນະພັກ ວ່າການເຈົ້າແຂວງຫົວພັນ, ທ່ານ ສອນທະນູ ທຳມະວົງ ກຳມະການສູນກາງພັກ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີບັນດາການນຳພັກ-ລັດ, ອາດີດການນຳ, ຜູ້ຕາງໜ້າການນຳແຂວງຫຼວງພະບາງ, ແຂວງຊຽງຂວາງ, ແຂວງໄຊສົມບູນ, ການນຳ ແລະ ພະນັກງານຫລັກແຫລ່ງແຂວງຫົວພັນ, ແຂກຖືກເຊີນຈາກສູນກາງ, ນັກວິທະຍາສາດ, ນັກຄົ້ນຄວ້າ, ນັກວິທະຍາກອນ ແລະ ພະນັກງານວິຊາການເຂົ້າຮ່ວມ ຫຼາຍກວ່າ 200 ທ່ານ.

4
3

ທ່ານ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ປະທານ ຄໍາໄຕ ສີພັນດອນ ແມ່ນຜູ້ໜຶ່ງໃນບັນດາຜູ້ນໍາຮຸ່ນກໍໍ່ຕັັ້ງຂະບວນການ ແລະ ບຸກເບີກເສັ້ນທາງການປະຕິວັດ ຢູ່ປະເທດເຮົາ ຊຶ່ງຍາມໃດເພີ່ນກໍມີຄວາມໜັກແໜ້ນທາງດ້ານການເມືອງ, ມີສະຕິຕໍ່ການຈັດຕັັ້ງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີີ່ມອບໝາຍ; ເລີີ່ມຈາກພະນັກງານທໍາມະດາກາຍເປັນຜູ້ຊີ້ ນໍາ-ບັນຊາ ແລະ ນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດ ຮ່ວມກັບປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ທ່ານອື່ນໆ ຂອງແນວລາວສ້າງຊາດໄດ້ຮັບໄຊຊະນະ, ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975, ຫຼັງຈາກນັັ້ນ ກໍໄດ້ປະກອບສ່ວນຄົ້ນຄວ້າ ແລະ ກໍານົດທິດທາງໜ້າທີີ່ຍຸດທະສາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລວມທັງແນວທາງປ່ຽນແປງໃໝ່ອອກຢ່າງຖືກຕ້ອງ, ສອດຄ່ອງ ທັງໄດ້ສືບຕໍ່ນໍາພາ-ຊີ້ນໍາການຈັດຕັັ້ງປະຕິບັດ ໃຫ້ໄດ້ຮັບຜົນສໍາເລັດອັນສໍາຄັນຫຼາຍດ້ານ. ປະທານ ຄຳໄຕ ສີພັນດອນ ແມ່ນຜູ້ນຳທີ່ມີແບບແຜນຊີ້ນຳ-ບັນຊາແທດເຖິງກັບຕົວຈິງ, ກຳແໜ້ນທິດສະດີແນວທາງ, ບົດຮຽນຕົວຈິງ ແລະ ພຶດຕິກຳ; ບໍ່ຄຳພີຕາຍຕົວ ແລະ ບໍ່ເພິ່ງພໍໃຈຢຸດຈຶ້ງຢູ່ກັບຜົນງານອັນເກົ່າ, ເວລາໃດກໍອາລົມຈິດມຸ່ງໝັ້ນ ສະແຫວງຫາຄວາມກ້າວໜ້າ ແລະ ຜົນສຳເລັດອັນໃໝ່; ຍຶດໝັ້ນໃນອຸດົມການອັນສູງສົ່ງຄື: ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມສາມັກຄີປອງດອງ ມີປະຊາທິປະໄຕ ສີວິໄລ ແລະ ຍຸດຕິທຳ; ເຖິງວ່າໄດ້ອອກພັກຜ່ອນບຳນານແລ້ວ ແຕ່ເພີ່ນກໍຍຶດໝັ້ນໃນທາດແທ້ປະຊາຊົນ, ເຊື່ອໝັ້ນປະຊາຊົນ ແລະ ເອົາໃຈໃສ່ເສີມຂະຫຍາຍກຳລັງແຮງສັງລວມຂອງມະຫາຊົນ; ຢາກໃຫ້ແນວທາງໄດ້ຮັບການຈັດ ຕັ້ງປະຕິບັດຕົວຈິງ ໂດຍປະຊາຊົນ ແລະ ປະຊາຊົນໄດ້ຮັບຜົນປະໂຫຍດສູງສຸດ. ການສຳມະນາວິທະຍາສາດຄັ້ງນີ້ ຈະຊ່ວຍໃຫ້ເຫັນບັນຫາທີ່ສໍາຄັນຕົ້ນຕໍ ແລະ ອັນພົ້ນເດັ່ນໃນແນວຄິດຊີ້ນໍາຂອງເພີ່ນ; ຊ່ວຍໃຫ້ຜູ້ເຂົ້າຮ່ວມສໍາມະນາເຫັນໄດ້ ແລະ ເຂົ້າໃຈເລິກເຊິ່ງ, ເປັນລະບົບກ່ຽວກັບເນື້ອໃນຄວາມໝາຍຂອງແຕ່ລະບັນຫາ. ພ້ອມກັນນັ້ນຈະໄດ້ຈຳແນກ ແລະ ຢືນຢັນໃຫ້ເຫັນວ່າແນວຄິດຊີ້ນຳດັ່ງກ່າວນັ້ນ ລ້ວນແຕ່ສອດຄ່ອງກັບເງື່ອນໄຂ ແລະ ສະພາບຄວາມເປັນຈິງຂອງປະເທດຊາດ; ສອດຄ່ອງກັບຄວາມມຸ່ງມາດປາຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ທັງສອດຄ່ອງກັບທ່າອ່ຽງລວມແຫ່ງການພົວພັນຮ່ວມມື ແລະ ການພັດທະນາໃນໂລກປັດຈຸບັນ ແລະ ອະນາຄົດ. 

5
IMG_2972

ກອງປະຊຸມສຳມະນາໄດ້ຮັບຟັງການສະເຫນີບົດຄົ້ນຄ້ວາວິທະຍາສາດກ່ຽວກັບ ແນວຄິດຊີ້ນຳ, ຊີວິດ ແລະພາລະ ກິດຂອງປະທານ ຄໍາໄຕ ສີພັນດອນ ຈຳນວນ 9 ຫົວຂໍ້ຄື: 1) ແນວຄິດຊີ້ນຳຂອງ ປະທານ ຄຳໄຕ ສີພັນດອນ ກ່ຽວກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນຳສະເໜີໂດຍ ທ່ານ ພັອ. ປອ. ໂພນທອງ ພັນຈະເລີນພັນ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດ; 2) ການນຳໃຊ້ 3 ບາດຄ້ອນຍຸດທະສາດ ເຂົ້າໃນການຢຶດອຳນາດ ໃນປີ 1975 ຂອງທ່ານປະທານ ຄຳໄຕ ສີພັນດອນ ນຳສະເໜີໂດຍ ທ່ານ ປອ. ບຸນສີ ພຸດທະວົງ ຮອງຫົວໜ້າສະຖາບັນຄົ້ນຄວ້າສັງຄົມວິທະຍາ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; 3)  ແນວຄິດຊີ້ນຳກ່ຽວກັບການກໍ່ສ້າງຮາກຖານການເມືອງ ຢູ່ແຂວງຈຳປາສັກ ນຳສະເໜີໂດຍ ທ່ານ ປອ. ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ; 4) ແນວຄິດຊີ້ນຳກ່ຽວກັບການພັດທະນາວຽກງານເສດຖະກິດ-ການເງິນ ນຳສະເໜີໂດຍ ທ່ານ ປທ ອູສະຫວັນ ທ່ຽງເທບວົງສາ ກຳມະການຄະນະພັກ, ຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍເສດ ຖະກິດ-ສັງຄົມ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; 5) ແນວຄິດຊີ້ນຳ ກ່ຽວກັບວຽກງານແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນ ນຳສະເໜີໂດຍ ທ່ານ ນາງ ອິນລາວັນ ແກ້ວບຸນພັນກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ; 6) ຊີວິດຄອບຄົວ ແລະ ການເຄື່ອນໄຫວປະຕິວັດຂອງ ປະທານ ຄຳໄຕ ສີພັນດອນ ນຳສະເໜີໂດຍ ທ່ານ ນາງ ແສງດາວັນ ສີພັນດອນ ຕາງຫນ້າຄອບຄົວຂອງປະທານຄຳໄຕສີພັນດອນ; 7) ແນວຄິດຊີ້ນຳ ກ່ຽວກັບວຽກງານວັດທະນະທຳ ນຳສະເໜີໂດຍ ທ່ານ ປອ. ສົມກຽດຕິສັກ ກິ່ງສະດາ ຮອງຫົວໜ້າກົມວັນນະຄະດີ ແລະ ພິມຈຳໜ່າຍ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; 8) ແນວຄິດຊີ້ນຳກ່ຽວກັບການກໍ່ສ້າງພັກ-ພະນັກ ງານໃນໄລຍະໃໝ່ ນຳສະເໜີໂດຍ ທ່ານ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ 9) ແນວຄິດຊີ້ນຳ ກ່ຽວກັບວຽກງານພົວພັນຕ່າງປະເທດ ນຳສະເໜີໂດຍ ທ່ານ ປອ. ຄຳໝັ້ນ ສີພັນໄຊ, ກຳມະການຄະນະພັກ ຫົວໜ້າສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານວິທະຍາ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ. ບັນດາບົດສະເຫນີດັ່ງກ່າວລ້ວນແລ້ວແຕ່ສ່ອງແສງໃຫ້ເຫັນ ຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໃນການເປັນແບບຢ່າງທີ່ດີໃຫ້ແກ່ສະມາຊິກພັກ, ພະນັກງານແລະພໍ່ແມ່ປະຊາຊົນ ເພື່ອຮໍ່າຮຽນເອົາແບບແຜນດຳລົງຊີວິດ, ຄຸນສົມບັດສິນທຳປິຕິວັດ ຂອງເພີ່ນມາຫມູນໃຊ້ ເຂົ້າໃນຊີວິດຕົວຈິງ ແລະ ປະຕິບັດວຽກງານມີປະສິດທິພາບປະສິດທິຜົນ ມີຜົນສຳເລັດທີ່ດີ.

ໃນຕອນທ້າຍກອງປະຊຸມ ທ່ານ ຄຳພັນ ເຜີຍຍະວົງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດານັກວິທະຍາ ກອນທີ່ໄດ້ຍົກສູງຄວາມຮັບຜິດຊອບໃນການກະກຽມບັນດາຫົວຂໍ້ຕ່າງໆໄດ້ຢ່າງລະອຽດຈະແຈ້ງ ແລະ ມີເນື້ອໃນເລິກເຊິ່ງ, ການສະເໜີບົດມີລັກສະນະສັງລວມຈະແຈ້ງຍົກໃຫ້ເຫັນບັນຫາອັນເປັນພື້ນຖານ ແລະ ສຳຄັນຕົ້ນຕໍ, ແນວຄິດຍຸດທະສາດ, ແນວຄິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄືໃນໄລຍະປ່ຽນແປງໃໝ່ ຂອງປະທານ ຄຳໄຕ ສີພັນດອນ ຢ່າງເປັນລະບົບ ໃນບັນດາຫົວຂໍ້ທີ່ນັກວິທະຍາກອນໄດ້ນຳສະເໜີມານັ້ນລ້ວນແຕ່ຢືນຢັນໃຫ້ເຫັນວ່າແນວຄິດຊີ້ນຳຂອງເພີ່ນໃນດ້ານຕ່າງໆ ລ້ວນແຕ່ຖືກຕ້ອງ ແລະ ສອດຄ່ອງກັບເງື່ອນໄຂ ແລະ ສະພາບຈຸດພິເສດ, ຂອບເຂດ ແລະ ສັງຄົມລາວຂອງພວກເຮົາ.

9
ພາບ-ຂ່າວ: ພູຄຽງ ໄຊສິລິ
aff7d284-1fc2-4d21-9953-0687a6992784

ຄະນະຜູ້ແທນ ສວສສຊ ເຂົ້າຮ່ວມສະຫຼອງ 70 ປີ ວັນສ້າງຕັ້ງ ສະຖາບັນບັນດິດ ວິທະຍາສາດສັງຄົມຫວຽດນາມ ທີ່ ສສ.ຫວຽດນາມ.

aff7d284-1fc2-4d21-9953-0687a6992784

       ຕອນເຊົ້າວັນທີ 2 ທັນວາ 2023, ຢູ່ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ (VASS) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງ (02/12/1953-2/12/2023). ພິທີໄດ້ເປັນກຽດຕ້ອນຮັບສະຫາຍ ສຈ ປອ. ຫງວຽນ ຊວນ ຖັງ, ກຳມະການກົມການເມືອງ, ຫົວໜ້າສະຖາບັນການເມືອງແຫ່ງຊາດຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງ, ອະດີດປະທານສະຖາບັນ ບັນດິດວິທະຍາສາດສັງຄົມຫວຽດນາມ. ເຂົ້າຮ່ວມ ແລະ ກ່າວຄຳເຫັນ ມີສະຫາຍ ເຈີ່ນຮົ່ງຮ່າ, ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ສາທາລະນະລັດ ສັງຄົມນິຍົມຫວຽດນາມ.

      ຄະນະຜູ້ແທນສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ນໍາພາຄະນະເຂົ້າຮ່ວມພິທີດັ່ງກ່າວໂດຍສະຫາຍ ປອ. ສອນທະນູ ທຳມະວົງ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ, ຝ່າຍສະຖາບັນ ບັນດິດວິທະຍາສາດສັງຄົມຫວຽດນາມ ເຂົ້າຮ່ວມໂດຍ ສະຫາຍ ຟານ ຈີ້ ຮ່ຽວ, ເລຂາຄະນະພັກ, ປະທານສະຖາບັນ, ສະຫາຍ ດັ້ງຊວນແທ່ງ, ຮອງເລຂາຄະນະພັກ; ສະຫາຍ ຫງວຽນດຶກມິງ ແລະ ສະຫາຍ ຕາມິນຕວນ, ຮອງປະທານສະຖາບັນ ແລະ ບັນດາການນຳຂອງສະຖາບັນໃນໄລຍະຜ່ານມາ. ເຂົ້າຮ່ວມພິທີດັ່ງກ່າວ ຍັງມີບັນດາສະຫາຍຄະນະປະຈຳ ແລະ ເລຂາໜ່ວຍພັກ, ບັນດາສະຫາຍການນໍາສະຖາບັນຄົ້ນຄວ້າພາຍໃນ (VASS); ສະມາຊິກສະພາວິທະຍາສາດ; ຄະນະບໍລິຫານງານສະຫະພັນກຳມະບານ, ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ຂອງສະຖາບັນ, ຄະນະກຳມະການຄວາມກ້າວໜ້າຂອງແມ່ຍິງ, ປະທານສະຫະພັນກຳມະບານ, ເລຂາໜ່ວຍຊາວໜຸ່ມຂອງບັນດາຫົວໜ່ວຍທີ່ຂຶ້ນກັບ ແລະ ພາກສ່ວນບຸກຄົນທີ່ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນພິເສດ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງຄົບຮອບ 70 ປີ.

      ວັນທີ 2 ທັນວາປີ 1953, ເທິງແຜ່ນດິນແຫ່ງປະຫວັດສາດ, ທ່ານເລຂາທິການໃຫຍ່ ເຈືອງຈິງ ໄດ້ອອກຖະແຫຼງການເລກທີ 34-QN/TW ສ້າງຕັ້ງ “ຄະນະຄົ້ນຄວ້າປະຫວັດສາດ, ພູມສາດ, ວັນນະຄະດີ” (ອົງການຈັດຕັ້ງກ່ອນໜ້າຂອງສະຖາບັນໃນທຸກວັນນີ້) ຂຶ້ນກັບ ຄະນະກໍາມະການສູນກາງພັກແຮງງານຫວຽດນາມ. ນີ້ແມ່ນອົງການຄົ້ນຄ້ວາວິທະຍາສາດສັງຄົມ ແລະ ມະນຸດສາດທຳອິດຂອງລັດປະຊາທິປະໄຕຫວຽດນາມ.

       ພາຍຫຼັງ 70 ປີແຫ່ງການກໍ່ສ້າງ ແລະ ພັດທະນາ, ສະຖາບັນໄດ້ເຕີບໃຫຍ່ຂະຫຍາຍຕົວໃນທຸກດ້ານ, ບັນລຸໄດ້ຜົນສຳເລັດອັນສຳຄັນຫຼາຍດ້ານຄື: ໜ້າທີ່ການເມືອງ, ວຽກງານວິຊາສະເພາະ, ການຈັດຕັ້ງຂອງສະຖາບັນແມ່ນນັບມື້ນັບສົມບູນ; ພະນັກງານ-ລັດຖະກອນ ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ; ບັນລຸໄດ້ບັນດາຜົນງານດີເດັ່ນໃນການຄົ້ນຄວ້າວິທະຍາສາດຄື: ມີບົດເລື່ອງນັບສິບພັນບົດທີ່ລົງພິມໃນວາລະສານວິທະຍາສາດ, ປື້ມກວ່າ 7 ພັນຫົວຕີພິມຢູ່ພາຍໃນ ແລະ ຕ່າງປະເທດ; ນັກວິທະຍາສາດ 21 ຄົນຂອງສະຖາບັນ ໄດ້ຮັບລາງວັນໂຮ່ຈີມິນ: ນັກວິທະຍາສາດ 28 ຄົນທີ່ມີຜົນງານ ແລະ ກຸ່ມຜົນງານໄດ້ຮັບລາງວັນຂອງລັດ; ການຄົ້ນຄ້ວາຂອງສະຖາບັນໄດ້ໃຫ້ຂໍ້ສະຫຼຸບວິທະຍາສາດ ແລະ ຊີ້ແນະພາກປະຕິບັດທີ່ມີຄຸນຄ່າຫຼາຍຢ່າງ ເພື່ອແນໃສ່ວາງແຜນ ແລະ ນະໂຍບາຍຂອງພັກ ແລະ ລັດ ໃນການ ພັດທະນາເສດຖະກິດ – ສັງຄົມ, ເຊື່ອມໂຍງເຂົ້າກັບສາກົນ; ການຝຶກອົບຮົມ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ ແລະ ອື່ນໆ.

        ທ່ານ ປອ. ຟານ ຈີ ຫຽວ ປະທານ ສະຖາບັນດິດວິທະຍາສາດສັງຄົມຫວຽດນາມ VASS ໄດ້ເນັ້ນໜັກວ່າ: ພິທີສະເຫຼີມສະຫຼອງມີຄວາມໝາຍສຳຄັນ, ເພື່ອແນ່ໃສ່ຍ້ອງຍໍຊົມເຊີຍ ແລະ ຕີລາຄາບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະ 70 ປີແຫ່ງການກໍ່ສ້າງ ແລະ ພັດທະນາ; ຊຸກຍູ້ຮີດຄອງປະເພນີອັນຮຸ່ງເຮືອງ, ເຊີດຊູຄວາມພາກພູມໃຈ, ຄວາມສາມັກຄີ, ສະຕິປັນຍາ, ລະບຽບວິໄນ, ຄວາມຮັບຜິດຊອບ ແລະ ຄວາມກະຕືລືລົ້ນໃນການຄົ້ນຄວ້າວິທະຍາສາດຂອງພະນັກງານ, ລັດຖະກອນ ແລະ ຜູ້ອອກແຮງງານ. ໃນເສັ້ນທາງພັດທະນາໃໝ່, ສະຖາບັນ ບັນດິດວິທະຍາສາດສັງຄົມຫວຽດນາມ ຈະປະຕິບັດແນວທາງ, ນະໂຍບາຍຂອງພັກ, ນະໂຍບາຍຂອງລັດກ່ຽວກັບການພັດທະນາວິທະຍາສາດເຕັກໂນໂລຊີຢ່າງມີປະສິດທິຜົນ, ມຸ່ງໄປເຖິງການພັດທະນາວິທະຍາສາດເຕັກໂນໂລຢີ ສຸມໃສ່ພັດທະນາສະຖາບັນບັນດິດ ໃຫ້ເປັນສູນກາງຄົ້ນຄວ້າວິທະຍາສາດສັງຄົມ ແລະ ມະນຸດສາດ, ຄຽງຄູ່ກັບບັນດາປະເທດກ້າວໜ້າໃນພາກພື້ນ ແລະ ໃນໂລກ, ພັດທະນາໃຫ້ການເປັນອົງການຄົ້ນຄວ້າທິດສະດີ ແລະ ໃຫ້ຄຳປຶກສາຍຸດທະສາດຂອງພັກ ແລະ ລັດທີ່ມີຄຸນນະພາບ, ສ້າງພື້ນຖານວິທະຍາສາດສຳຄັນໃຫ້ແກ່ການວາງແຜນກຳນົດທິດທາງ, ຍຸດທະສາດ, ແຜນການ ແລະ ນະໂຍບາຍກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ; ປະກອບສ່ວນສໍາຄັນເຂົ້າໃນການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນວິທະຍາສາດສັງຄົມສໍາລັບປະເທດ ເປົ້າໝາຍສະເພາະຄື: (i) ປັບປຸງຄຸນນະພາບການຄົ້ນຄວ້າວິທະຍາສາດພື້ນຖານຢ່າງຮອບດ້ານ ດ້ວຍບັນດາໂຄງການ ແລະ ໂຄງການຄົ້ນຄວ້າໃຫຍ່ ແລະ ສຳຄັນ; ສ້າງການປ່ຽນແປງຢ່າງແຂງແຮງດ້ານຄຸນນະພາບຂອງບັນດາຜະລິດຕະພັນວິທະຍາສາດເຊັ່ນ: ບັນດາຫົວຂໍ້, ໂຄງການຄົ້ນຄວ້າ, ເວທີປາໄສວິທະຍາສາດ, ສິ່ງພິມ, ວາລະສານພິເສດ, ໄດ້ກ້າວເຂົ້າສູ່ລະດັບສາກົນເທື່ອລະກ້າວ; (ii) ຍູ້ແຮງວຽກງານຄົ້ນຄວ້າສ້າງພື້ນຖານວິທະຍາສາດໃຫ້ແກ່ການສ້າງນະໂຍບາຍ, ຍຸດທະສາດ, ແຜນການ ແລະ ແຜນງານຂອງພັກ ແລະ ລັດ; ດຳເນີນການສຳຫຼວດຢ່າງເລິກເຊິ່ງ, ເຜີຍແຜ່ບົດລາຍງານການຄົ້ນຄວ້າດ້ວຍຄຸນຄ່າທາງວິທະຍາສາດອັນໃຫຍ່ຫຼວງ, ປະເມີນ ແລະ ຄາດຄະເນສະພາບການທີ່ມີຄວາມຊັດເຈນສູງ; ຕັ້ງໜ້າເຂົ້າຮ່ວມສັງລວມຂະບວນການປະດິດສ້າງຂອງປະເທດ, ຄົ້ນຄວ້າທິດສະດີ, ຕົວແບບ, ປະສົບການພັດທະນາຂອງບັນດາປະເທດໃນທົ່ວໂລກ, ປະກອບສ່ວນແກ້ໄຂປັບປຸງບັນດາແຫຼ່ງຕ່າງໆ ທີ່ຕິດພັນກັບການປ່ຽນແປງໃໝ່; ສ້າງບາດກ້າວເພື່ອໃຫ້ ຫວຽດນາມ ກາຍເປັນປະເທດພັດທະນາດ້ວຍອຸດສາຫະກຳທັນສະໄໝ ແລະ ມີລາຍຮັບສະເລ່ຍສູງຮອດປີ 2030 (iii) ສ້າງການປ່ຽນແປງຮອບດ້ານໃນການຝຶກອົບຮົມນັກຄົ້ນຄວ້າວິທະຍາສາດທີ່ມີຄຸນນະພາບສູງໃນຂົງເຂດວິທະຍາສາດສັງຄົມ ແລະ ມະນຸດວິທະຍາ. ເພື່ອກ້າວໄປສູ່ເປົ້າໝາຍ ສ້າງບັນດາພະນັກງານນັກຄົ້ນຄວ້າທີ່ມີຄຸນນະພາບສູງຂອງປະເທດໃນຂົງເຂດວິທະຍາສາດສັງຄົມ ແລະ ມະນຸດສາດ. ໃນບັນຍາກາດອັນສະໜິດສະໜົມ ແລະ ອົບອຸ່ນ, ສະຖາບັນ ບັນດິດວິທະຍາສາດສັງຄົມຫວຽດນາມ ເປັນກຽດໄດ້ຮັບຫຼຽນໄຊມິດຕະພາບ ຂອງ ສປປ ລາວ ເຊິ່ງຕາງໜ້າຝ່າຍລາວ ມອບໂດຍ ທ່ານ ປອ. ສອນທະນູ ທໍາມະວົງ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ນີ້ບໍ່ພຽງແຕ່ແມ່ນຜົນງານການປະກອບສ່ວນໃນການຮ່ວມມືໃນຂົງເຂດການຄົ້ນຄວ້າວິທະຍາສາດ ຂອງສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ກັບສະຖາບັນວິທະຍາສາດເສດຖະກິດສັງຄົມ ສ ປປ ລາວ ເທົ່ານັ້ນ ຫາກຍັງແມ່ນການຢັ້ງຢືນເຖິງນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ ຫວຽດນາມ – ລາວ ແລະ ລາວ – ຫວຽດນາມ.

57223e94-6eb2-4b25-bc32-a20df01b0219
125d6c22-d8bf-4496-9a2c-3a419425fe10 copy

ກອງປະຊຸມສຳມະນາວິທະຍາສາດສາກົນ ການພົວພັນມິດຕະພາບລາວຫວຽດນາມ: ຊຸກຍູ້ການຮ່ວມມືທະວີພາຄີ, ແລກປ່ຽນບົດຮຽນໃນການສ້າງສະຖຽນລະພາບທາງດ້ານເສດຖະກິດມະຫາພາກ
ແລະ ຟື້ນຟູການເຕີບໂຕ

101012
51e67e88-3875-4f5c-8d23-2174f73c9271

ໃນວັນທີ 1 ທັນວາ 2023 ທີ່ຜ່ານມາ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ນໍາພາໂດຍທ່ານ ປອ. ກິແກ້ວ ຈັນທະບູຣີ ຮອງປະທານ ສວສສຊ (LASES), ຫົວໜ້າຄະນະເລຂາທິການວິທະຍາສາດ ສະພາທິດສະດີສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດສາກົນ ການພົວພັນມິດຕະພາບລາວຫວຽດນາມ: ຊຸກຍູ້ການຮ່ວມມືທະວີພາຄີ, ແລກປ່ຽນບົດຮຽນໃນການສ້າງສະຖຽນລະພາບທາງດ້ານເສດຖະກິດມະຫາພາກ ແລະ ຟື້ນຟູການເຕີບໂຕ, ເຊິ່ງໄດ້ຈັດຂຶ້ນທີ່ນະຄອນຫຼວງຮ່າໂນຍ ສສ. ຫວຽດນາມ ເຊິ່ງເປັນກອງປະຊຸມແບບເຊິ່ງໜ້າ ແລະ ແບບທາງໄກໂດຍຜ່ານລະບົບອອນລາຍ; ເຂົ້າຮ່ວມຢູ່ລາວຜ່ານລະບົບທາງໄກ ນໍາພາໂດຍທ່ານ ປອ. ນ. ອໍາໄພວັນ ຄໍາແສງສີວິໄລ ຮອງປະທານ ສວສສຊ ພ້ອມດ້ວຍຄະນະ; ຝ່າຍຫວຽດນາມ ກ່າວເປີດກອງປະຊຸມໂດຍ ທ່ານ ປອ. ຟານ ຈີ ຫຽວ ປະທານ ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ (VASS) ແລະ ເປັນປະທານຮ່ວມໂດຍ, ທ່ານ ຮສ. ປອ. ຫງວຽນ ດຶກ ມິງ ຮອງປະທານ VASS.

ທ່ານ ປອ. ກິແກ້ວ ຈັນທະບູຣີ ຮອງປະທານ ສວສສຊ (LASES), ໃນນາມປະທານຮ່ວມກອງປະຊຸມ, ສະແດງຄວາມຮູ້ສືກເປັນກຽດ ແລະ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດ ທີ່ມີຄວາມໝາຍຄວາມສຳຄັນເປັນພິເສດຄັ້ງນີ້ ພາຍໃຕ້ບັນຍາກາດທີ່ ສປປ ລາວ ກໍ່ກໍາລັງກະກຽມສະຫຼອງວັນຊາດຄົບຮອບ 48 ປີ ແລະ ຮ່ວມສະຫຼອງວັນສ້າງຕັ້ງ  VASS ຄົບຮອບ 70 ປີ; ໃນໂອກາດອັນສະຫງ່າລາສີນີ້ ໄດ້ຕ່າງໜ້າໃຫ້ຄະນະພັກ-ຄະນະນຳ ສວສສຊ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ຄະນະພັກຄະນະນຳ VASS ທີ່ໄດ້ເປັນເຈົ້າພາບຈັດກອງປະຊຸມ ແລະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງອຳນວຍຄວາມສະດວກທຸກຢ່າງ. ຈຸດປະສົງສໍາຄັນຂອງການສໍາມະນາຄັ້ງນີ້ແມ່ນເພື່ອແລກປ່ຽນຄໍາຄິດເຫັນຂອງຊ່ຽວຊານ, ນັກວິທະຍາສາດ ຂອງສອງຝ່າຍເພື່ອລົງເລິກກ່ຽວກັບສະພາບຄວາມບອບບາງດ້ານເສດຖະກິດມະຫາພາກໃນປັດຈຸບັນ ແລະ ຊອກຫາທ່າແຮງເພື່ອຟື້ນຟູການເຕີບໂຕຂອງເສດຖະກິດ; ກອງປະຊຸມໄດ້ແບ່ງອອກເປັນ 2 ວາລະຄື: ວາລະທີ 1: ການຮ່ວມມືທະວີພາຄີ ແລະ ບົດຮຽນໃນການສ້າງສະຖຽນລະພາບທາງດ້ານເສດຖະກິດມະຫາພາກຫວຽດນາມ-ລາວ ນັກຄົ້ນຄວ້ານັກວິທະຍາສາດທັງ 2 ປະເທດ ໄດ້ຜັດປ່ຽນກັນຂຶ້ນນໍາສະເໜີບົດ ຈໍານວນ 9 ຫົວຂໍ້ ທີ່ຕິດພັນທາງດ້ານເສດຖະກິດມະຫາພາກຢູ່ ສປປ. ລາວ ແລະ ຫວຽດນາມ, ພ້ອມກັນສົນທະນາປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະກັນ ຢ່າງມີວິທະຍາສາດ ແລະ ເລິກເຊິ່ງ.

f587d991-4434-4c11-b13a-9d71b1c11a4d
e05fd873-c6dc-4351-82fa-d9d7b9a68faf

ທ່ານ ປອ. ກິແກ້ວ ຈັນທະບູຣີ ຍັງໄດ້ລາຍງານ ກ່ຽວກັບສະພາບເສດຖະກິດຂອງ ສປປ ລາວ ໂດຍສັງເຂບ ເພື່ອເປັນການສະໜອງຂໍ້ມູນໃນເບື້ອງຕົ້ນໃຫ້ແກ່ການສົນທະນາປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ເຊິ່ງສັງລວມໄດ້ດັ່ງນີ້:  ສະພາບເສດຖະກິດຂອງ ສປປ ລາວ ແມ່ນມີໜໍ່ແໜງ ແລະ ທ່າອ່ຽງພົບຄວາມຫຍຸ້ງຍາກມາເປັນເວລາຫຼາຍປີ ຕັ້ງແຕ່ກ່ອນການລະບາດຂອງຂອງພະຍາດ COVID-19. ໃນໄລຍະການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII (ປີ 2011-2015) (ພາຍຫຼັງວິກິດເສດຖະກິດໂລກ 2009) ເສດຖະກິດຂອງ ສປປ ລາວ ເຕີບໂຕສູງສະເລ່ຍປະມານ 7.9% ຕໍ່ປີ ຊຶ່ງສາມາດປະຕິບັດໄດ້ຕາມແຜນທີ່ກຳນົດໄວ້; ເຖິ່ງຢ່າງໃດກໍ່ຕາມໃນໄລຍະທ້າຍປີຂອງການຈັດຕັ້ງປະຕິບັດແຜນດັ່ງກ່າວ ຊຶ່ງເປັນເວລາຂອງການວາງແຜນການ 5 ປີ ຄັ້ງທີ VIII ( ປີ 2016-202) ກໍ່ເຫັນວ່າເສດຖະກິດຂອງ ສປປ ລາວ ເລີ່ມມີສິ່ງທ້າທາຍຫຼາຍປະການ, ສະນັ້ນໃນເບື້ອງຕົ້ນຂອງການວາງແຜນ 5 ປີ ຄັ້ງທີ VIII ຈຶ່ງໄດ້ກຳນົດຄາດໝາຍສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວສະເລຍ 7.5% ຕໍ່ປີ ຊຶ່ງເປັນຄາດໝາຍທີ່ຕ່ຳກ່ວາການຂະຫຍາຍຕົວແຜນການ 5 ປີ ຄັ້ງທີ VII. ໃນພາກປະຕິບັດຂອງແຜນການດັ່ງກ່າວ ຕົວຈິ່ງປີທຳອິດກໍ່ເຫັນວ່າສະພາບເສດຖະກິດມີຄວາມຫຍຸ້ງຍາກຫຼາຍຂຶ້ນ ຈຶ່ງໄດ້ສະເໜີຕໍ່ສະພາແຫ່ງຊາດ ເພື່ອຂໍດັດປັບຕົວເລກຄາດໝາຍດ້ານການເຕີບໂຕລົງຢູ່ໃນລະດັບ 7.2% ຕໍ່ປີ, ແຕ່ປະຕິບັດຕົວຈິງໄດ້ພຽງ 5.9% ຊຶ່ງສາເຫດສໍາຄັນແມ່ນມາຈາກບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ເງິນຕາ, ໄພທຳມະຊາດ (ນ້ຳຖ້ວມ, ໄພແຫ້ງແລ້ງ, ສັດຕູພືດ) ແລະ ຮຸນແຮງຂຶ້ນ, ຍິ່ງໄປກວ່ານັ້ນກໍເກີດອຸບັດເຫດສັນຄູກັນນ້ຳຂອງເຂື່ອນໄຟຟ້າແຕກ. ສຳຫຼັບແຜນ 5 ປີ ຄັ້ງທີ IX (2021-2025) ສະບັບປັດຈຸບັນກໍ່ໄດ້ກຳນົດຄາດໝາຍການເຕີບໂຕສະເລຍ 4% ຂຶ້ນໄປຍ້ອນສະພາບຄວາມຫຍຸ້ງຍາກດັ່ງກ່າວໄດ້ສືບຕໍ່ໜັກໜ່ວງຂຶ້ນ ບວກກັບເກີດມີການລະບາດຂອງພະຍາດ COVID-19 ແລະ ຂໍ້ຂັດແຍ່ງລະຫວ່າງລັດເຊຍກັບຍູເຄຼນ ເຮັດໃຫ້ມີການເພີ່ມຂຶ້ນຂອງລາຄາສິນຄ້າໃນຕະຫຼາດໂລກ ໂດຍສະເພາະແມ່ນລາຄານໍ້າມັນສົ່ງຜົນໃຫ້ອັດຕາເງິນເຟີ້ຢູ່ບັນດາປະເທດໃນໂລກເພີ່ມສູງຂຶ້ນໃນຮອບຫຼາຍທົດສະວັດ, ການປັບຂຶ້ນອັດຕາດອກເບ້ຍຂອງ FED ແລະ ບັນດາທະນາຄານທົ່ວໂລກເພື່ອສະກັດເງິນເຟີີ້ ແລະ ການສະລໍຕົວຂອງເສດຖະກິດຂອງບັນດາປະເທດທີ່ມີເສດຖະກິດຂະໜາດໃຫຍ່ ໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ສະຖຽນລະພາບຂອງເສດຖະກິດມະຫາພາກ ສປປ ລາວ ຢ່າງລີກລ້ຽງບໍ່ໄດ້. ໂດຍລວມແລ້ວສາເຫດຕົ້ນຕໍທີ່ເສດຖະກິດເຕີບໂຕຊ້າລົງ ແມ່ນຍ້ອນພື້ນຖານດ້ານເສດຖະກິດຂອງປະເທດເຮົາຍັງບໍ່ທັນເຂັ້ມແຂງ ແລະ ຖືກກະທົບງ່າຍ ເນື່ອງຈາກການພັດທະນາຂອງ ສປປ ລາວ ໃນໄລຍະຜ່ານມາແມ່ນອີງໃສ່ຂະແໜງຊັບພະຍາກອນທຳມະຊາດເປັນຫຼັກ, ການສົ່ງອອກແຮ່ທາດທີ່ເປັນວັດຖຸດິບ ຊຶ່ງໄດ້ຮັບຜົນກະທົບໂດຍກົງຈາກການລຸດລາຄາຂອງລາຄາແຮ່ທາດໃນຕະລາດໂລກນັບແຕ່ ປີ 2016 ເປັນຕົ້ນມາ, ໃນຂະນະທີ່ຖານການຜະລິດພາຍໃນຍັງບໍ່ທັນແຂງແຮງ, ບໍ່ຕິດພັນກັບອຸດສາຫະກຳປຸງແຕ່ງ ແລະ ບໍ່ທັນຫຼາກຫຼາຍ. ຄວາມດຸ່ນດ່ຽງລະຫວ່າງການສົ່ງອອກ ແລະ ການໄຫຼເຂົ້າຂອງເງິນຕາຕ່າງປະເທດ ຍັງບໍ່ທັນສົມຄູ່ກັນ ເມື່ອເກີດເຫດການບັງເອີນຕ່າງໆ ກໍ່ບໍ່ມີທຶນຮອນພຽງພໍເພື່ອແກ້ໄຂ ປົວແປງໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ອີກດ້ານໜຶ່ງ ລັດຖະບານກໍ່ໄດ້ມີຄວາມພະຍາຍາມປັບປຸງໂຄງສ້າງເສດຖະກິດ ຈາກການເອື່ອຍອີງຂະແໜງຊັບພະຍາກອນທຳມະຊາດ ໂດຍຫັນໄປສູ່ການຜະລິດທີ່ຫຼາກຫຼາຍ, ໃນການຫັນປ່ຽນດັ່ງກ່າວຈະຕ້ອງໄດ້ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ແລະ ສ້າງແຮງຈູງໃຈໃຫ້ແກ່ພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ບໍ່ວ່າຈະເປັນການໃຫ້ນະໂຍບາຍ ແລະ ສິດທິພິເສດຕ່າງໆ (ຫຼຸດ ຫຼື ຍົກເວັ້ນພາສີ-ອາກອນ) ຊຶ່ງສົ່ງຜົນກະທົບໂດຍກົງຕໍ່ລາຍຮັບຂອງລັດຖະບານ. ນອກນີ້ ຈຸດພິເສດ ແລະ ລັກສະນະສະເພາະຂອງຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນຂອງປະເທດລາວ ທີ່ແ່ຍາວມາດົນນານສົມຄວນມີດັ່ງນີ້:

(1)   ດ້ານງົບປະມານຂາດດູນຊໍ້າເຮື້ອ: ຍ້ອນລາຍຮັບບໍ່ພຽງພໍທີ່ຈະສະໜອງໃຫ້ແກ່ຄວາມ ຕ້ອງການດ້ານພັດທະນາ ຈຶ່ງຈໍາເປັນຕ້ອງໄດ້ກູ້ຢືມຈາກພາຍໃນ ແລະ ຕ່າງປະເທດເພື່ອມາລົງທຶນ ໂດຍສະເພາະແມ່ນການລົງທຶນໃສ່ການກໍ່ສ້າງໂຄງລ່າງພື້ນຖານທາງດ້ານເສດຖະກິດ. ທັ້ງນີ້ກໍຍ້ອນວ່າ ພາຍຫຼັງສົງຄາມ ແລະ ສະຖາປານາ ສປປ ລາວ ພື້ນຖານໂຄງລ່າງດ້ານເສດຖະກິດ ແມ່ນບໍ່ທັນມີຫຍັງ ແລະ ຊໍ້າບໍ່ໜໍາຍັງໄດ້ຮັບຜົນກະທົບ ຈາກລະເບີດທີ່ບໍ່ທັນແຕກຈົນມາຮອດປັດຈຸບັນກໍ່ຍັງບໍ່ທັນສາມາດເກັບກູ້ໄດ້ໝົດເທື່ອ. ການລົງທຶນໃສ່ການກໍ່ສ້າງໂຄງລ່າງພື້ນຖານເປັນການລົງທຶນທີ່ສູງ ໃຫ້ຜົນຕອບແທນໃນໄລຍະຍາວ ແລະ ຜົນຕອບແທນທາງອ້ອມ, ຊຶ່ງການຊໍາລະໜີ້ ສິນຕ່າງປະເທດໃນໄລຍະຜ່ານມາແມ່ນມີແຕ່ການຊໍາລະດອກເບ້ຍ ຈຶ່ງຍັງບໍ່ທັນມີບັນຫາຫຼາຍປານໃດ, ແຕ່ໃນປັດຈຸບັນແມ່ນຮອດໄລຍະທີ່ຕ້ອງໄດ້ຊໍາລະທັງຕົ້ນທຶນພ້ອມດອກເບ້ຍ ນອກນັ້ນລັດຖະບານຍັງມີໜີ້ສິນພາຍ ໃນທີ່ຫຼາຍພໍສົມຄວນໂດຍສະເພາະແມ່ນໜີ້ສິນກໍ່ສ້າງພື້ນຖານໂຄງລ່າງເປັນຕົ້ນ. ຜ່ານມາລັດຖະບານກໍໄດ້ມີຄວາມພະຍາຍາມໃນການຊໍາລະ ແຕ່ກໍຍັງເຮັດໄດ້ໜ້ອຍຍ້ອນລາຍຮັບງົບປະມານມີຈໍາກັດ. ສະນັ້ນ ເມື່ອພັນທະໃນການຊໍາລະໜີ້ສິນເພີ່ມຂຶ້ນ ໂດຍສະເພາະແມ່ນໜີ້ສິນຕໍ່ຕ່າງປະເທດ ປະກອບກັບການແຂງຄ່າຂຶ້ນຂອງເງິນໂດລາຍິ່ງເຮັດໃຫ້ມີຄວາມກົດດັນເພີ່ມຂຶ້ນຕໍ່ສະພາບງົບປະມານຂອງລັດຖະບານຊຶ່ງສົ່ງຜົນກະທົບແຮງຕໍ່ເສດຖະກິດມະຫາພາກຄືດັ່ງທີ່ປະສົບຢູ່ໃນປັດຈຸບັນ.

(2)   ລາຍຮັບ-ລາຍຈ່າຍ ຂອງລັດຖະບານ: ຍັງບໍ່ທັນມີຄວາມດູນດ່ຽງກັນ ເຖິງແມ່ນວ່າລັດຖະບານ ກໍ່ຄືກະຊວງການເງິນ ໄດ້ພະຍາຍາມປັບປຸງການເກັບລາຍຮັບ ແຕ່ກໍພໍກຸ້ມແຕ່ລາຍຈ່າຍດ້ານ ບໍລິຫານ ສ່ວນລາຍຈ່າຍເພື່ອການລົງທຶນແມ່ນຈໍາເປັນຕ້ອງໄດ້ກູ້ຢືມ, ທັ້ງນີ້ກໍຍ້ອນຖານລາຍຮັບຢູ່ ພາຍໃນປະເທດມີໜ້ອຍ ບວກກັບການຍົກເວັ້ນດ້ານພາສີ-ອາກອນ ແລະ ໃຫ້ນະໂຍບາຍຕ່າງໆ ແກ່ນັກລົງທຶນ, ພ້ອມທັງຍັງມີບັນຫາການຮົ່ວໄຫຼຂອງລາຍຮັບ.

(3)   ລັດຖະບານໄດ້ພະຍາຍາມກູ້ຢືມຈາກຫຼາຍແຫຼ່ງເພື່ອມາລົງທຶນແຕ່ວ່າປະສິດທິຜົນຂອງການລົງທຶນຕໍ່າ, ຂາດຈຸດສຸມ ແລະ ການຈັດລຽງບູລິມະສິດບັນດາໂຄງການລົງທຶນຂອງລັດເຮັດໃດ້ຍາກຫຼາຍ ແລະ ກໍ່ຍັງບໍ່ທັນເປັນຮູບປະທໍາ ເທົ່າທີ່ຄວນ.

(4)   ຄັງສໍາຮອງເງິນຕາຕ່າງປະເທດຢູ່ໃນລະດັບຕໍ່າ ທຽບກັບຄວາມຕ້ອງນໍາເຂົ້າສິນຄ້າ ແລະ ການຊໍາລະໜີ້ສິນຕໍ່ຕ່າງປະເທດທີ່ເພີ່ມຂຶ້ນ.ໃນເມື່ອກ່ອນແມ່ນມີກະແສເງິິນຕາຕ່າງປະເທດໄຫຼເຂົ້າ ມາໃນລະບົບຈາກການກູ້ຢືມຈາກຕ່າງປະເທດ, ການລົງທຶນຂອງຕ່າງປະເທດ, ການຊ່ວຍເຫຼືອລ້າ, ລາຍຮັບຈາກນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາລາວ, ຄ່າຍົນບິນຜ່ານນ່ານນໍ້າ-ນ່ານຟ້າ ແລະ ການ  ສົ່ງອອກສິນຄ້າ ເຫຼົ່ານີ້ເປັນຕົ້ນ. ແຕ່ໄລຍະຫຼັງມາກະແສເງິນເຫຼົ່ານີ້ມີທ່າອ່ຽງຫລຸດລົງກະທົບໂດຍກົງ ຕໍ່ຄັງສໍາຮອງເງິນຕາຕ່າງປະເທດໂດຍສະເພາະພາຍຫຼັງເກີດການແພ່ລະບາດຂອງພະຍາໂຄວິດ-19, ສ່ວນລາຍຮັບຈາກການສົ່ງອອກເຖິງແມ່ນວ່າເບິ່ງຄືມີຫຼາຍແຕ່ເມັດ ເງິນຕົວຈິງທີ່ ເຂົ້າມາ ພັດ ມີພຽງ 40% ຂອງມູນຄ່າການສົ່ງອອກທັງໝົດ ເຊິ່ງບັນຫາດັ່ງກ່າວນັ້ນໄດ້ສົ່ງຜົນກະທົບຕໍ່ອັດຕາແລກປ່ຽນ ແລະ ເງິນເຟີ້ຢູ່ ສປປ ລາວ.

(5)   ຈຸດພິເສດສໍາຄັນອີກຢ່າງໜຶ່ງທີ່ແຕກຕ່າງຈາກປະເທດອື່ນ ນັ້ນກໍຄືເສດຖະກິດທີ່ບໍ່ເປັນທາງການ ຫຼື ເສດຖະກິດນອກລະບົບຫຼາຍ ເຮັດໃຫ້ມີຄວາມຫຍຸ້ງຍາກຫຼາຍ ໃນການ ຕິດຕາມ-ຄຸ້ມຄອງ ເປັນຕົ້ນແມ່ນຢູ່ຕາມຊາຍແດນເຖິງແມ່ນວ່າໄດ້ໃຊ້ມາດຕະການດ້ານບໍລິຫານ ແຕ່ກໍຍັງສາມາດເລັດລອດໄປໄດ້.

(6)   ບັນຫາການຫຼັ່ງໄຫຼອອກໄປເຮັດວຽກຢູ່ຕ່າງປະເທດຂອງແຮງງານລາວໃນຂະນະທີ່ພາກທຸລະກິດພາຍໃນປະເທດປະເຊີນກັບບັນຫາຂາດແຄນແຮງງານ ກາຍເປັນສິ່ງທ້າທາຍອີກອັນໜຶ່ງທີ່ຕ້ອງໄດ້ລົງເລິກຄົ້ນຄວ້າວິເຄາະວິໄຈໃຫ້ເລິກເຊິ່ງ. ນອກຈາກນັ້ນສີມືແຮງງານຂອງລາວມີປະສິດທິພາບຕໍ່າ ທຽບໃສ່ແຮງງານຂອງປະເທດອ້ອມຂ້າງ.

ກອງປະຊຸມສຳມະນາວິທະຍາສາດໃນຄັ້ງນີ້ ທັງສອງປະເທດໄດ້ສົນທະນາ, ປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນ ເຊິ່ງກັນ ແລະກັນ ຢ່າງກົງໄປກົງມາ  ແລະ ໄດ້ຮັບໝາກຜົນເປັນຢ່າງດີ ການແລກປ່ຽນການຄົ້ນຄວ້າວິທະຍາສາດ ຄັ້ງນີ້ໄດ້ເປັນພື້ນຖານໃຫ້ສອງສະຖາບັນວິທະຍາສາດ LASES ແລະ VASS ສືບຕໍ່ຄົ້ນຄວ້າລົງເລິກໃນບາງຫົວຂໍ້ສະເພາະໃນຕໍ່ໜ້າອີກດ້ວຍ.

2e0e0a8c-a632-40eb-9c8a-a7503bae8f1e
1dd89333-b710-4b0b-b96c-518bf0929b69

ກອງປະຊຸມແລກປ່ຽນວຽກງານການຄົ້ນຄວ້າວິທະຍາສາດ ແລະ ການພັດທະນາເສດຖະກິດ-ສັງຄົມ

1dd89333-b710-4b0b-b96c-518bf0929b69

     ໃນຕອນເຊົ້າຂອງວັນທີ 23 ພະຈິກ 2023, ທີ່ສະໂມສອນຫ້ອງວ່າການແຂວງ ໄຊຍະບູລີ ໄດ້ຈັດກອງປະຊຸມແລກປ່ຽນວຽກງານການຄົ້ນຄວ້າວິທະຍາສາດ ແລະ ການພັດທະນາ ເສດຖະກິດ-ສັງຄົມ ລະຫວ່າງແຂວງ ໄຊຍະບູລີ ແລະ ສະຖາບັນວິທະຍາສາດເສດຖະກິດ-ສັງຄົມ ແຫ່ງຊາດ (ສວສສຊ), ເຂົ້າຮ່ວມເປັນກຽດມີ ທ່ານ ປອ ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ, ຮອງປະທານ ສວສສຊ, ຫົວໜ້າຄະນະເລຂາທິການວິທະຍາສາດ ສະພາທິດສະດີສູນກາງພັກ ແລະ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ມີບັນດາຫົວໜ້າ, ຮອງຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງໄຊຍະບູລີ ເຂົ້າຮ່ວມ.

        ໃນພິທີດັ່ງກ່າວ ທ່ານ ດວງຕາ ໄຊວຸດ ໄດ້ຂຶ້ນກ່າວສະແດງຄວາມຍິນດີຕ້ອນຮັບທີມງານຂອງ ສວສສຊ ພ້ອມທັງລາຍງານວຽກງານອັນພົ້ນເດັ່ນຂອງແຂວງ ໄຊຍະບູລີ ໂດຍສະເພາະແມ່ນການເຕີບໂຕຂອງເສດຖະກິດ-ສັງຄົມໃນໄລຍະຜ່ານມາ, ຈາກນັ້ນ ທ່ານ ປອ ກິແກ້ວ ຈັນທະບູຣີ ກໍ່ໄດ້ຂຶ້ນກ່າວເປີດກອງປະຊຸມ, ເຊິ່ງບາງຕອນທ່ານໄດ້ກ່າວວ່າ: ການພົບປະແລກປ່ຽນບົດຮຽນວຽກງານການຄົ້ນຄ້ວາວິທະຍາສາດ ແລະ ການພັດທະນາເສດຖະກິດສັງຄົມ ລະຫວ່າງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຮ່ວມກັບບັນດາແຂວງໃນຂອບເຂດທົ່ວປະເທດ ເຊິ່ງຜ່ານມາ ສວສສຊ ກໍ່ໄດ້ຈັດກອງປະຊຸມແລກປ່ຽນກັບບັນດາແຂວງພາກໃຕ້ມາແລ້ວເຊັ່ນ: ແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ; ສຳລັບທາງພາກເໜືອ ແມ່ນໄດ້ກຳນົດເອົາແຂວງໄຊຍະບູລີ ແລະ ແຂວງຫຼວງພະບາງ; ພ້ອມທັງຮັບຟັງການເຜີຍແຜ່ທີ່ຕັ້ງ, ພາລະບົດບາດ ແລະ ການຈັດຕັ້ງປະຕິບັດວຽກງານໃນການຄົ້ນຄວ້າວິທະຍາສາດ ຂອງ ສວສສຊ ໃນໄລຍະທີ່ຜ່ານມາໂດຍຫຍໍ້; ໃນປັດຈຸບັນ ສວສສຊ ກໍາລັງສຸມໃສ່ເຮັດໜ້າທີ່ເປັນໃຈກາງລົງເລິກຄົ້ນຄ້ວາບັນຫາລາຄາສິນຄ້າ ແລະ ອັດຕາເງິນເຟີ້ທີ່ເພີ່ມສູງຂຶ້ນ ເພື່ອລາຍງານຕໍ່ລັດຖະບານເປັນແຕ່ລະເດືອນ; ສະນັ້ນກອງປະຊຸມໃນມື້ນີ້ໃຫ້ຖືເປັນເວທີປຶກສາຫາລື ແລກປ່ຽນຄວາມຄິດຄວາມເຫັນ ຕໍ່ກັບບັນຫາຄວາມຍຸ້ງຍາກຂອງເສດຖະກິດ ສປປ ລາວທີ່ພວກເຮົາກໍາລັງໄດ້ຮັບຜົນກະທົຢູ່ ພ້ອມກັນຊອກຫາວິທີແກ້ໄຂ ແລະ ນຳສະເໜີຕໍ່ຂັ້ນເທິງເພື່ອພິຈາລະນາ.

cbc3accd-0346-4d42-a29e-550213b54776

ໃນວາລະຕອນທ້າຍຂອງກອງປະຊຸມໄດ້ສົນທະນາແລກປ່ຽນວຽກງານ ສວສສຊ ໃນ 2 ຫົວຂໍ້ຄື: ຜົນກະທົບຈາກຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ຄວາມທ້າທາຍໃນການແກ້ໄຂສະຖຽນລະພາບທາງດ້ານເສດຖະກິດ ແລະ ທິດທາງແກ້ໄຂໃນຕໍ່ໜ້າ ເຊິ່ງມີຕ່າງໜ້າຈາກແຂວງໄຊຍະບູລີ ຂຶ້ນນຳສະເໜີສະພາບຄວາມຫຍຸ້ງຍາກຂອງເສດຖະກິດ ທີ່ມີຜົນກະທົບຕໍ່ກັບການພັດທະນາຂອງແຂວງ ໂດຍສະເພາະແມ່ນຂະແແໜງການສຶກສາ, ສາທາ ແລະ ຂະແໜງແຮງງານ.

       ຕອນບ່າຍຂອງວັນດຽວກັນຮອງເຈົ້າແຂວງ ແລະ ຄະນະນໍາຂອງແຂວງໄຊຍະບູລີ ໄດ້ນໍາພາຄະນະທີມງານ ສວສສຊ ລົງເຄື່ອນໄຫວຢ້ຽມຍາມພື້ນຖານການຜະລິດຂອງໂຮງງານຜະລິດແປ້ງມັນຕົ້ນ ແລະ ໂຮງງານຜະລິດເສັ້ນໝີ່ທີ່ບໍລິໂພກພາຍໃນແຂວງ ແລະ ສົ່ງອອກຈຳນວນໜຶ່ງ.

5e5c4343-a2f0-46da-ba61-7fa9e812e5d3

ພາບ-ຂ່າວ: ເງິນ ວິສີສົມບັດ

32bd079a-4c34-455b-affd-32556bef4f41

ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ
ຈັດກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າຂອງ ສວສສຊ ທີ່ ແຂວງຫຼວງພະບາງ

32bd079a-4c34-455b-affd-32556bef4f41
3df7dfba-515d-4a10-9840-572f369a326c

ໃນລະຫວ່າງວັນທີ 2829 ພະຈິກ 2023 ທີ່ຜ່ານມາ ຄະນະວິຊາການຂອງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດ ຂອງ ສວສສຊ ຢູ່ຫ້ອງວ່າການແຂວງຫຼວງພະບາງ ແລະ ມະຫາວິທະຍາໄລສຸພານຸວົງ ແຂວງຫຼວງພະບາງ ຊຶ່ງນຳພາໂດຍ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ. 

ວັນທີ 28 ພະຈິກ 2023 ກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດຂອງ ສວສສຊ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການແຂວງຫຼວງພະບາງ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ທ່ານ ນາງ ວຽນວິໄລ ດີລະພັນ ກໍາມະການ ປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ, ມີບັນດາຫົວໜ້າ, ຮອງຫົວໜ້າ ແລະ ຜູ້ຕາງໜ້າຈາກຫ້ອງການ, ພະແນກການອ້ອມຂ້າງແຂວງຫຼວງພະບາງ ແລະ ຄະນະຈາກສູນກາງ ເຂົ້າຮ່ວມຫຼາຍກວ່າ 90 ທ່ານ. 

c77228b3-330e-4d23-8f35-b958bf51d947
55e94901-1191-4bb3-bb42-66425234cc5e

ວັນທີ 29 ພະຈິກ 2023 ກໍໄດ້ສືບຕໍ່ຈັດກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດຂອງ ສວສສຊ ທີ່ ມະຫາວິທະຍາໄລສຸພານຸວົງ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ທ່ານ ຮສ. ປອ. ວົງປະສິດ ຈັນທະຄຸນ ຮອງອະທິການບໍດີ ມະຫາວິທະຍາໄລສຸພານຸວົງ, ມີບັນດາທ່ານຄະນະບໍດີ, ຮອງຄະນະບໍດີ ແລະ ຜູ້ຕາງໜ້າຈາກຫ້ອງການ, ພາກວິຊາ, ຄູອາຈານ, ນັກສຶກສາ ມະຫາວິທະຍາໄລສຸພານຸ ເຂົ້າຮ່ວມຫຼາຍກວ່າ 70 ທ່ານ. ຊຶ່ງໃນກອງປະຊຸມທັງສອງວັນໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບສະພາບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງ ສວສສຊ, ສະພາບລວມກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງແຂວງຫຼວງພະບາງ ໂດຍສັງເຂບ, ສະພາບລວມຂອງມະຫາວິທະຍາໄລສຸພານຸວົງ, ໄດ້ຮັບຟັງການເຜີຍແຜ່ດໍາລັດວ່າດ້ວຍການການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ສະບັບເລກທີ 559/ນຍ, ລົງວັນທີ 07 ກັນຍາ 2021, ນໍາສະເໜີຜົນການຄົ້ນຄວ້າຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ. ຊຶ່ງການຄົ້ນຄວ້າ ຂອງ ສວສສຊ ໄດ້ແບ່ງອອກເປັນ 3 ປະເພດຄື: 1) ຄົ້ນຄວ້າຕາມການມອບໝາຍຈາກລັດຖະບານ, 2) ຄົ້ນຄວ້າຕາມພາລະບົດບາດ ແລະ 3) ຄົ້ນຄວ້າຮ່ວມກັບອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດ, ຮັບຟັງການນຳສະເໜີການພິມເຜີຍແຜ່ຜົນງານການຄົ້ນຄວ້າລົງວາລະສານວິທະຍາສາດເສດຖະກິດ ແລະ ສັງຄົມ, ການນໍາໃຊ້ຫໍສະມຸດເອເລັກໂຕນິກຂອງ ສວສສຊ ແລະ ການນຳສະເໜີລະອຽດກ່ຽວກັບການນໍາໃຊ້ ຊັບສິນທາງປັນຍາ ຕໍ່ກັບຜົນການຄົ້ນຄວ້າວິທະຍາສາດ, ເສດຖະກິດ, ສັງຄົມ ແລະ ເຕັກໂນໂລຊີ ເພື່ອເປັນການຊຸກຍູ້, ສົ່ງເສີມ, ສ້າງຄວາມເຂົ້າໃຈ ໃຫ້ແກ່ບັນດານັກຄົ້ນຄວ້າ ການປະດິດສ້າງ ແລະ ປະດິດແຕ່ງ ຂອງຄົນລາວທີ່ມີຫົວຄິດອັນລໍ້າເລີດ ແລະ ພະນັກງານອົງການຂອງພາກລັດທີ່ເປັນເຈົ້າການໃນການຄຸ້ມຄອງລະບົບການເຜີຍແຜ່, ວາລະສານ ແລະ ການປົກປ້ອງສິດຊັບສິນທາງປັນຍາໃຫ້ເຂົ້າໃຈເລີກເຊີ່ງຕໍ່ກັບບັນຫາດັ່ງກ່າວ ເພື່ອເປົ້າໝາຍອັນໜຶ່ງອັນດຽວກໍແມ່ນການສ້າງສາ ແລະ ພັດທະນາປະເທດຊາດ ຕາມທິດສີຂຽວ ແລະ ຍືນຍົງ. ຊຶ່ງ ສວສສຊ ແລະ ມະຫາວິທະຍາໄລສຸພານຸວົງ ຍັງໄດ້ມີການແລກປ່ຽນຄຳຄິດຄຳເຫັນໃນແຜນວຽກໃນຕໍ່ໜ້າ ໂດຍອາດມີຫົວຂໍ້ການຄົ້ນຄວ້າວິທະຍາສາດຮ່ວມກັນ.

 

ໂອກາດນີ້ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຍັງໄດ້ມອບຜົນງານການຄົ້ນຄວ້າ ແລະ ວາລະສານວິທະຍາສາດເສດຖະກິດ-ສັງຄົມ ໃຫ້ກັບຫໍສະໝຸດແຂວງຫຼວງພະບາງ ແລະ ຫໍສະໝຸດມະຫາວິທະຍາໄລສຸພານຸວົງ ລວມທັງໝົດ 131 ເຫຼັ້ມ.

12 copy
9

ພາບ-ຂ່າວ: ພູຄຽງ ໄຊສິລິ

IMG_7342

ກອງປະຊຸມປາຖະກະຖາກ່ຽວກັບແນວຄິດຊີ້ນຳທາງດ້ານເສດຖະກິດ-ການເງິນ ແລະ ບົດຮຽນສາມບາດຄ້ອນຍຸດທະສາດ ຂອງທ່ານ ປະທານ ຄຳໄຕ ສີພັນດອນ

IMG_7342

ໃນໂອກາດທີ່ທົ່ວພັກທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ຮ່ວມກັນສະເຫຼີມສະຫຼອງວັນຄ້າຍວັນເກີດຄົບຮອບ 100 ປີ (ວັນທີ 8 ກຸມພາ 1923 ວັນທີ 8 ກຸມພາ 2023) ຂອງທ່ານປະທານ ຄໍາໄຕ ສີພັນດອນ ຜູ້ນໍາທີ່ແສນເຄົາລົບຮັກ ພ້ອມທັງເປັນການຫວນຄືນຜົນງານການປະຕິວັດ ແລະ ຜົນງານທີ່ພົ້ນເດັ່ນຂອງເພີ່ນ; ສະຖາບັນວິທະຍາສາດວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຈຶ່ງໄດ້ຈັດກອງປະຊຸມປາຖະກະຖາຂຶ້ນ ໃນວັນທີ 20 ພະຈິກ 2023 ເຊິ່ງໄດ້ຮັບກຽດຂຶ້ນປາຖະກະຖາໂດຍ ທ່ານ ບົວສອນ ບຸບຜາວັນ ອາດີດກໍາມະການກົມການເມືອງສູນກາງພັກ, ອາດີດນາຍົກລັດຖະມົນຕີ ແຫ່ງ ສປປ. ລາວ ແລະ ອາດີດຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ.

ໃຫ້ກຽດເຂົ້າຮ່ວມພິທີໃນຄັ້ງນີ້ ມີທ່ານ ປອ. ສອນທະນູ ທໍາມະວົງ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ມີຄະນະພັກ-ຄະນະນໍາ, ບັນດາຫົວໜ້າສະຖາບັນ, ກົມ, ຫ້ອງການ, ສູນ ພ້ອມທັງພະນັກງານທົ່ວ ສວສສຊ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ ທ່ານ ບົວສອນ ບຸບຜາວັນ ໄດ້ເລົ່າເຖິງແນວຄິດຊີ້ນໍາ ຂອງ ປະທານ ຄໍາໄຕ ສີພັນດອນ ຕໍ່ກັບການແກ້ໄຂບັນຫາເສດຖະກິດ-ການເງິນ ເຊິ່ງເພີ່ນໄດ້ຍົກໃຫ້ເຫັນ ເຖິງບັນຫາເສດຖະກິດປະເທດເຮົາພວມປະເຊີນກັບພາວະໜີ້ສິນຕ່າງປະເທດ ພວກເຮົາຕ້ອງໄດ້ບຸກບືນ ແລະ ນໍາໃຊ້ກໍາລັງແຮງຂອງປະຊາຊົນ ເຂົ້າຮ່ວມໃນການແກ້ໄຂວິກິດ-ການເງິນ ຕາມທິດຊີ້ນໍາຂອງປະທານ ຄໍາໄຕ ສີພັນດອນ; ຢ່າງໄດກໍ່ດີ ເພື່ອເຊີດຊູຄັນທຸງ ເອກະລາດເປັນເຈົ້າຕົນເອງ ພັກເຮົາຕ້ອງຍຶດໝັ້ນ 6 ຫຼັກການປ່ຽນແປງໃໝ່ຢ່າງຮອບດ້ານຄື;

1.      ວຽກງານສຶກສາອົບຮົມ ແລະ ປັບປຸງການຈັດຕັ້ງ.

2.      ວຽກຈັດຕັ້ງພົວພັນການຜະລິດ ສັງຄົມນິຍົມຢູ່ຂັ້ນບ້ານ.

3.      ວຽກກໍ່ສ້າງກໍາລັງການຜະລິດ ສັງຄົມນິຍົມ.

4.      ວຽກພັດທະນາບ້ານເຮືອນ ແລະ ທີ່ຢູ່ອາໄສຂອງປະຊາຊົນ.

5.      ການພັດທະນາດ້ານສັງຄົມ-ວັດທະນະທໍາ.

6.      ດ້ານປັອງກັນຊາດປັອງກັນຄວາມສະຫງົບ.

 

ໃນໂອກາດດັ່ງກ່າວ ທ່ານ ບົວສອນ ບຸບຜາວັນ ຍັງໄດ້ເລົ່າຄືນເຖິງການລິເລີ່ມສົມທົບປຶກສາຫາລື ຂອງທ່ານ ຄໍາໄຕ ສີພັນດອນ ແລະ ທ່ານ ໄກສອນ ພົມວິຫານ ກ່ຽວກັບເນື້ອໃນສາມບາດຄ້ອນຍຸດທະສາດເພື່ອຍຶດອໍານາດເຊິ່ງ ພາຍຫຼັງທີ່ປະທານ ໄກສອນ ພົມວິຫານ ໄດ້ເດີນທາງໄປສົມທົບຊີ້ນໍາ-ນໍາຂະບວນການຕໍ່ສູ້ຢູ່ເຂດພາກໃຕ້ ທີ່ທ່ານ ຄໍາໄຕ ສີພັນດອນ ປະຈໍາການຢູ່ ແລະ ໄດ້ປຶກສາເນື້ອໃນໃຈຄວາມທີ່ສໍາຄັນຂອງສາມບາດຄ້ອນຄື: ບາດຄ້ອນທີໜຶ່ງ, ແມ່ນການຕໍ່ສູ້ທາງດ້ານການເມືອງ ດ້ວຍການຍົກສູງຄັນທຸງສັນຕິພາບ ແລະ ຄວາມຖືກຕ້ອງປອງດອງຂອງຊາດ ຕາມສັນຍາ ແລະ ອະນຸສັນຍາວຽງຈັນປີ 1973 ຖືເອົາຄັນທຸງນີ້ ເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າພາຍໃນຊາດ ແລະ ຍາດແຍ່ງການສະໜັບສະໜູນປັດໄຈຈາກເພື່ອນມິດສາກົນ; ບາດຄ້ອນທີສອງ, ແມ່ນນໍາໃຊ້ກໍາລັງທະຫານ ໂດຍສະເພາະສວຍໃຊ້ໃນໄລຍະທີ່ສັດຕູກໍາລັງເສຍຂວັນ ແລະ ກະວົນກະວາຍ ຍ້ອນຖືກປາລາໄຊໃນຫຼາຍບັ້ນຮົບຕິດຕໍ່ກັນ ແລະ ກໍາລັງສ່ວນໜຶ່ງຂອງຝ່າຍວຽງຈັນ ກໍ່ໄດ້ແຍກຕົວອອກມາຮ່ວມກັບລັດຖະບານປະສົມ, ຍ້ອນແນວນັ້ນຝ່າຍປະຕິວັດຈຶ່ງໄດ້ຮີບຮ້ອນເຄື່ອນທັບເຂົ້າຍຶດທີ່ຕັ້ງຍຸດທະສາດຢ່າງໄວວາ ນັບທັງຢູ່ນະຄອນຫຼວງວຽງຈັນ ແລະ ກ້າວໄປສູ່ການຍຶດອໍານາດໃນຂອບເຂດທົ່ວປະເທດ ແລະ ບາດຄ້ອນທີສາມ, ແມ່ນຊຸກຍູ້ຂະບວນລຸກຮື້ຂຶ້ນຂອງປະຊາຊົນ ເພື່ອຕ້ານພວກສັກດີນາປະຕິການ, ໂຄ່ນລົ້ມລະບອບເກົ່າ, ສ້າງຕັ້ງລະບອບໃໝ່ໃນທຸກຂັ້ນຢ່າງເຖິງຖອງ ແລະ ສະຖາປະນາປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຢ່າງມີໄຊ ໃນວັນທີ 2 ທັນວາ 1975. ພິທີດັ່ງກ່າວໄດ້ປິດລົງໃນເວລາ 11:30 ຂອງວັນດຽວກັນ.

IMG_7333

ພາບ-ຂ່າວ: ພວງເພັດ ຈັນທະລີວົງ

IMG_0664 copy 3

ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຕ້ອນຮັບ ຄະນະຜູ້ແທນຈາກສະຖາບັນວິທະຍາສາດສັງຄົມ ແຂວງຊານຕຸ່ງ ສປ ຈີນ

IMG_0664 copy 3

ໃນວັນທີ 20 ພະຈິກ 2023 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຮອງປະທານ ສວສສຊ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການມາຢ້ຽມຢາມຂອງຄະນະຜູ້ແທນສະຖາບັນວິທະຍາສາດສັງຄົມແຂວງຊານຕຸ່ງ ສປ ຈີນ, ນຳພາໂດຍທ່ານ ນ. ຢວນ ຫົງອິ່ງ ປະທານສະຖາບັນວິທະຍາສາດສັງຄົມແຂວງຊານຕຸ່ງ ພ້ອມດ້ວຍຄະນະ ເຊິ່ງໄດ້ເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ເປັນເວລາ 2 ວັນ (ວັນທີ 20-21 ພະຈິກ 2023).

        ໃນໂອກາດດັ່ງກ່າວ ທັງສອງຝ່າຍໄດ້ແລກປ່ຽນນໍາສະເໜີກ່ຽວກັບທີ່ຕັ້ງ ແລະ ພາລະບົດບາດຂອງ ພາກສ່ວນຕົນ; ຝ່າຍ ສປ. ຈີນ ຍັງໄດ້ສະແດງຄວາມຂອບໃຈຕໍ່ຄະນະນໍາ ສວສສຊ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ; ເຊິ່ງໃນການພົບປະຄັ້ງນີ້ ທັງສອງຝ່າຍໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນ ກ່ຽວກັບສະພາບການສ້າງສາພັດທະນາເສດຖະກິດ, ການຂະຫຍາຍຕົວທາງອຸດສາຫະກຳ, ທ່າແຮງການດຶງດູດການລົງທຶນ, ການຮ່ວມມືສາກົນຂອງ ສປປ ລາວ ແລະ ສະພາບການອື່ນໆ ທີ່ພົ້ນເດັ່ນ; ພ້ອມທັງຖອດຖອນບົດຮຽນ ກ່ຽວກັບບາງວຽກງານທີ່ໄດ້ຮັບຜົນສຳເລັດ, ປຶກສາຊອກຫາ ວິທີການແກ້ໄຂຕໍ່ປະກົດການຫຍໍ້ທໍ້; ສ້າງຄັງຄວາມຄິດ, ການສ້າງບຸກຄະລາກອນ ແລະ ໝູນໃຊ້ຜົນສຳເລັດຂອງການຄົ້ນຄວ້າ ເພື່ອການຮ່ວມມືກັນໃນຕໍ່ໜ້າ.

IMG_0697 copy 10
IMG_0714 copy 7
IMG_0709 copy

ພາບ-ຂ່າວ: ແກ້ວວິວັນ ສີວິໄລ

WhatsApp Image 2023-11-15 at 15.20.33

ສວສສຊ ຕ້ອນຮັບຄະນະຜູ້ແທນຈາກສະຖາບັນວິທະຍາສາດສັງຄົມຈີນ

WhatsApp Image 2023-11-15 at 15.20.33

       ໃນວັນທີ 14 ພະຈິກ 2023 ຢູ່ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຕ້ອນຮັບການມາ ຢ້ຽມຢາມຂອງຄະນະຜູ້ແທນຈາກສະຖາບັນຄົ້ນຄວ້າຍຸດທະສາດອາຊີ-ປາຊີຟິກ ແລະ ສາກົນ, ສະຖາບັນວິທະຍາສາດ ສັງຄົມແຫ່ງຊາດຈີນ ນຳພາໂດຍ ທ່ານ ສຈ. ປອ. ຫຼີ ຊຽງ ຢາງ ຫົວໜ້າ ສະຖາບັນຄົ້ນຄວ້າ ຍຸດທະສາດອາຊີ-ປາຊີຟິກ ແລະ ສາກົນ, ສະຖາບັນວິທະຍາສາດສັງຄົມແຫ່ງຊາດຈີນ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 13-14 ພະຈິກ 2023.

          ໂອກາດນີ້ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ກໍໄດ້ກ່າວຄວາມຂອບໃຈຕ້ອນຮັບ ທ່ານ ສຈ. ປອ. ຫຼີ ຊຽງ ຢາງ ພ້ອມດ້ວຍຄະນະ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້. ພ້ອມນັ້ນ, ທ່ານ ຮອງປະທານ ສວສສຊ ກໍໄດ້ແນະນຳໃຫ້ຊາບກ່ຽວກັບທີ່ຕັ້ງ ແລະ ພາລະບົດບາດຂອງສະຖາບັນວິ ທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຊຶ່ງມີພາລະບົດບາດເປັນເສນາ ທິການໃຫ້ແກ່ສູນກາງພັກ ແລະ ລັດຖະບານ ໃນການຄົ້ນຄວ້າ ແລະ ສະໜອງຂໍ້ມູນຂ່າວສານທາງດ້ານວິທະຍາສາດເສດຖະກິດ ແລະ ສັງຄົມ ເພື່ອຮັບໃຊ້ໃຫ້ແກ່ການວາງແນວທາງນະໂຍບາຍຂອງພັກວິໄສທັດແຜນຍຸດທະສາດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ແລະ ທ່ານຍັງໄດ້ຍົກໃຫ້ເຫັນຜົນງານການຄົ້ນຄວ້າໃນໄລຍະຜ່ານມາຂອງ ສວສສຊ ຊຶ່ງຜ່ານມາໄດ້ຄົ້ນຄວ້າໃນຫົວຂໍ້ກ່ຽວກັບເສດຖະກິດ ຈຳ ນວນ 76 ໂຄງການ ແລະ ຫົວຂໍ້ຄົ້ນຄວ້າກ່ຽວກັບສັງຄົມ ຈຳນວນ 59 ໂຄງການ.

         ທ່ານ ສຈ. ປອ. ຫຼີ ຊຽງຢາງ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຮອງປະທານ ສວສສຊ ທີ່ໃຫ້ກຽດຕ້ອນຮັບຢ່າງສະໜິດສະໜົມ ແລະ ອົບອຸ່ນ ພ້ອມທັງລາຍງານສະພາບການເຄື່ອນ ໄຫວຂອງຄະນະ, ໄດ້ແຈ້ງຈຸດປະສົງໃນການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ຊາບ ຄືດັ່ງນີ້: ເພື່ອສຳຫຼວດຮ່ວງໂສ້ການຕອບສະໜອງ ແລະ ຄວາມຕ້ອງການໃນອາຊຽນ ມີບົດບາດແນວໃດຕໍ່ການສະໜອງຂອງຈີນ ແລະ ເພື່ອຮັບຊາບ ແລະ ເຂົ້າໃຈບົດຮຽນ, ຂໍ້ຄົງຄ້າງຢູ່ໃນບັນດາປະເທດ ໃນແຖບອິນດູຈີນທີ່ໄດ້ເຂົ້າ ຮ່ວມໃນການສ້າງແລວລະບຽບເສດຖະກິດໃນໂຄງການ ໜຶ່ງແລວ ໜຶ່ງເສັ້ນທາງ.

WhatsApp Image 2023-11-15 at 15.20.34

     ຈາກນັ້ນ ຄະນະຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ LASES ແລະ (NIIS, CASS) ຊຶ່ງຝ່າຍລາວ ນຳພາໂດຍ ທ່ານ ພອນ ວິພົນຮຽນ ວ່າການແທນຫົວໜ້າຫ້ອງການ ສະຖາບັນວິທະຍາສາດເສດຖະກິດ  ແລະ ສັງຄົມແຫ່ງຊາດ ພ້ອມດ້ວຍຄະນະ; ຝ່າຍຈີນ ນຳພາໂດຍ ທ່ານ ສຈ. ປອ. ຫຼີ ຊຽງຢາງ ຫົວໜ້າສະຖາບັນຄົ້ນ ຄວ້າຍຸດທະສາດອາຊີ-ປາຊີຟິກ ແລະ ສາກົນ, ສະຖາບັນວິທະຍາສາດສັງຄົມຈີນ ພ້ອມດ້ວຍຄະນະ, ກອງປະຊຸມ ພົບປະສອງຝ່າຍວິຊາການຄັ້ງນີ້ ໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນສະພາບການ ຫຼັງຈາກທີ່ໄດ້ເປີດການນໍາໃຊ້ໂຄງການເສັ້ນທາງລົດໄຟລາວ-ຈີນ ໃນປັດຈຸບັນ; ຝ່າຍລາວໄດ້ຍົກບັນຫາຂໍ້ສະດວກ ແລະ ຂໍ້ຄົງຄ້າງໃນການນຳໃຊ້ເສັ້ນທາງລົດໄຟລາວ-ຈີນ   ໂດຍສະເພາະ ແມ່ນການນໍາໃຊ້ບໍລິການຕູ້ຂົນສົ່ງສິນຄ້າ ແລະ ການຂົນສົ່ງຜູ້ໂດຍສານ, ຫຼັງຈາກສອງສະຖາບັນໄດ້ປຶກສາແລກປ່ຽນບັນຫາດັ່ງກ່າວແລ້ວ ຝ່າຍຈີນເຫັນດີຈະໄດ້ຮ່ວມກັນຄົ້ນຄວ້າເພື່ອລາຍງານໃຫ້ລັດຖະບານໃນການແກ້ໄຂບັນຫາຮ່ວມກັນໃນຕໍ່ໜ້າ.

WhatsApp Image 2023-11-15 at 15.20.32

ຂ່າວ-ພາບ: ພູຄຽງ ໄຊສິລິ

IMG_0034 copy

ຄະນະຜູ້ແທນ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ
ເຂົ້າຮ່ວມກອງປະຊຸມສັງຄົມນິຍົມສາກົນ ຄັ້ງທີ 10

IMG_0034 copy

ໃນວັນທີ 04 ພະຈິກ 2023 ຄະນະຜູ້ແທນ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ນຳພາໂດຍທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ເຂົ້າຮ່ວມກອງປະຊຸມສັງຄົມນິຍົມສາກົນ ຄັ້ງທີ 10 ພາຍໃຕ້ຫົວຂໍ້ “ສັງຄົມນິຍົມທັນສະໄໝ: ທິດສະດີ ແລະ ພຶດຕິກໍາ” ຊຶ່ງໄດ້ຈັດຂຶ້ນທີ່ເມືອງກຸ້ຍຫຼິນ, ແຂວງກວາງຊີ ສປ ຈີນ ໂດຍການເປັນເຈົ້າພາບຮ່ວມຂອງ ສະຖາບັນວິທະຍາສາດສັງຄົມຈີນ, ສູນຄົ້ນຄວ້າລັດທິກອມມູນິດສາກົນ, ສະຖາບັນຄົ້ນຄວ້າລັດທິມາກ; ຄະນະລັດທິມາກ, ມະຫາວິທະຍາໄລສ້າງຄູກວາງຊີ ແລະ ສູນຄົ້ນຄວ້າລັດທິມາກ ແລະ ພຶດຕິກຳ ວິທະຍາສາດສັງຄົມ ແລະ ມະນຸດວິທະຍາ, ສະຖາບັນການສຶກສາຂັ້ນສູງຂອງກວາງຊີ; ມີຄະນະຜູ້ແທນຈາກສະຖາບັນວິທະຍາສາດສັງຄົມຈີນ ນຳພາໂດຍທ່ານ ເຈີ່ນ ຈ້ານໝີນ, ຮອງປະທານ ສະຖາບັນວິທະຍາສາດສັງຄົມຈີນ (CASS) ພ້ອມດ້ວຍຄະນະ, ມີຄະນະຜູ້ແທນຈາກສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ນຳພາໂດຍທ່ານ ຕ້າ ມິງ ຕວັນ, ຮອງປະທານ ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ (VASS) ພ້ອມດ້ວຍຄະນະ, ນັກຄົ້ນຄວ້າ, ຈາກສາມປະເທດ ຈໍານວນ 100 ກວ່າທ່ານ.

         ໃນວາລະເປີດກອງປະຊຸມ ປອ. ນາງ ຂັນລາສີ ແກ້ວບຸນພັນ ໄດ້ກ່າວວ່າ ກອງປະຊຸມສັງຄົມນິຍົມສາກົນ ຄັ້ງທີ 10 ໃນຄັ້ງນີ້ ເປັນກອງປະຊຸມທີ່ສໍາຄັນ ແລະ ສອດຄ່ອງເປັນຢ່າງຍິ່ງ ກັບສະພາບການຂອງໂລກໃນປະຈຸບັນ ຊຶ່ງເປັນການເປີດໂອກາດໃຫ້ບັນດາການນໍາ, ນັກຄົ້ນຄວ້າ ແລະ ນັກວິທະຍາສາດ ໄດ້ມີໂອກາດແລກປ່ຽນຄຳເຫັນ, ສະເຫນີແນວຄວາມຄິດ, ສະຫຼຸບ ແລະ ຖອດຖອນບົດຮຽນສຳຄັນຕໍ່ບັນຫາທີ່ເຜັດຮ້ອນຂອງໂລກທີ່ປະເທດສັງຄົມນິຍົມຂອງພວກເຮົາກຳລັງປະເຊີນໃນປະຈຸບັນ ເຊັ່ນ ບັນຫາດ້ານການເມືອງມີ ການຜັນປ່ຽນຢ່າງໄວວາ, ສັບສົນ, ຍາກທີ່ຈະຄາດຄະເນໄດ້ ໃນຂະນະດຽວກັນ ອິດທິກໍາລັງປໍລະປັກ ເວລາໃດກໍ່ຫວັງມ້າງເພທຳລາຍບັນດາປະເທດສັງຄົມນິຍົມ. ສະນັ້ນ ຕ້ອງໄດ້ເດີນໜ້າພ້ອມກັນຄົ້ນຄວ້າຢ່າງມີແຜນທີ່ມີລັກສະນະຍຸດທະສາດຮ່ວມກັນ ຢູ່ໃນສະພາບການສັງຄົມນິຍົມຂອງຍຸກທັນສະໄຫມ, ໂລກາພິວັດ, ການເຊື່ອມໂຍງພາກພື້ນ ແລະ ສາກົນ, ບົນພຶ້ນຖານການກໍ່ສ້າງສັງຄົມນິຍົມຢູ່ໃນໂລກ ໄດ້ມີຫຼາຍຮູບແບບແຕກຕ່າງກັນ ຂຶ້ນກັບຈຸດພິເສດສະເພາະ ແລະ ສະພາບການຂອງແຕ່ລະປະເທດ; ຂຶ້ນກັບການປະດິດສ້າງ ແລະ ປະດິດແຕ່ງ ໝູນໃຊ້ລັດທິມາກ-ເລນິນ ແລະ ບົດຮຽນຂອງແຕ່ລະປະເທດ.

2

ສຳລັບການກໍານົດຮູບແບບສັງຄົມນິຍົມຢູ່ ສປປ ລາວ ກໍ່ເປັນສິ່ງທ້າທາຍອັນໃຫຍ່ຫຼວງ, ເປັນພາລະກິດປະຕິວັດອັນຍິ່ງໃຫຍ່, ເລັ່ງດ່ວນ, ເລິກເຊິ່ງ, ຮອບດ້ານ, ຍາວນານ, ມີຄວາມຫຍຸ້ງຍາກ ແລະ ດຸເດືອດຂ້ຽວຂາດ. ຊຶ່ງປັດຈຸບັນ ສປປ ລາວ ກຳລັງປະເຊີນໜ້າກັບຜົນກະທົບຈາກ ເສດຖະກິດ, ອັດຕາເງິນເຟີ້ ນັບມື້ນັບຮຸນແຮງ ແລະ ບວກກັບຄວາມບອບບາງບໍ່ທັນເຂັ້ມແຂງທາງດ້ານເສດຖະກິດມະຫາພາກ ຂອງ ສປປ ລາວ ທີ່ສະສົມມາຫຼາຍປີຍັງແກ້ໄຂບໍ່ທັນຕົກ ສະນັ້ນສາມາດເວົ້າໄດ້ວ່າສະພາບແວດລ້ອມ ແລະ ເງື່ອນໄຂຂອງການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ແມ່ນເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະ ມີອຸປະສັກ, ເຫດການທີ່ຫຍໍ້ທໍ້ນີ້ຈະເປັນບົດຮຽນອັນສຳຄັນໃຫ້ຮູ້ໄດ້ສາຍເຫດທີ່ຈະຕ້ອງມີການປັບປຸງບູລະນະທາງດ້ານແນວຄວາມຄິດ, ທິດສະດີ ແລະ ພຶດຕິກຳໃນການກ້າວສູ່ສັງຄົມນິຍົມທີ່ທັນສະໄໝ, ຊຶ່ງ ປະທານໄກສອນ ພົມວິຫານ ໄດ້ສັ່ງສອນວ່າ ‘’ຍິ່ງຍາກ ກໍ່ຍິ່ງອົດທົນ, ຍິ່ງສັບສົນ ກໍ່ຍິ່ງທຸ່ນທ່ຽງ, ຍິ່ງລະອິດລະອ້ຽວຂ້ຽວຂາດ ກໍ່ຍິ່ງສະຫຼາດສ່ອງໃສ’’. ນອກນັ້ນ, ທ່ານຍັງໄດ້ສະແດງຄວາມເຊື່ອໝັ້ນຢ່າງໜັກແຫນ້ນວ່າ ບົດຮຽນດ້ານແນວຄວາມຄິດ, ທິດສະດີ ແລະ ພຶດຕິກໍາ ກ່ຽວກັບ ສັງຄົມນິຍົມທັນສະໄໝ ທີ່ຈະໄດ້ຮັບຈາກກອງປະຊຸມສຳມະນາຄັ້ງນີ້ ຈະເປັນປະໂຫຍດທີ່ສຸດ ສໍາລັບການກ້າວສູ່ສັງຄົມນິຍົມທັນສະໄໝຢູ່ ສປປ ລາວ ກໍຄືການເສີມສ້າງ ແລະ ຮັດແຫນ້ນຄວາມສາມັກຄີລະຫວ່າງບັນດາປະເທດສັງຄົມນິຍົມດ້ວຍກັນ.

ໃນກອງປະຊຸມໄດ້ຮັບຟັງການນຳສະເໜີບັນດາຫົວຂໍ້ທີ່ປີ່ນອ້ອມຫົວຂໍ້ໃຫຍ່ໃນ 3 ວາລະ ຄື: ວາລະທີ 1: ທິດສະດີມາກ ກັບທິດສະດີສະໄໝປັດຈຸບັນ, ວາລະທີ 2: ການຫັນເປັນທັນສະໄໝຂອງຈີນ ແລະ ຂະບວນການເຄື່ອນໄຫວສັງຄົມນິຍົມໂລກ ແລະ ວາລະທີ 3: ກົດເກນທົ່ວໄປຂອງການຫັນເປັນທັນສະໄໝ ແລະ ກົດເກນທົ່ວໄປຂອງການຫັນເປັນທັນສະໄໝທາງສັງຄົມນິຍົມ ທັງໝົດ 32 ຫົວຂໍ້,ໃນນັ້ນສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ນຳສະເໜີບົດຈຳນວນ 05 ຫົວຂໍ້ ເພື່ອແລກປ່ຽນສົນທະນາໃນກອງປະຊຸມຄັ້ງນີ້ ຄື: 1) ສ້າງສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸດຕິທຳ ແລະ ສີວິໄລ ເພື່ອກ້າວສູ່ສັງຄົມນິຍົມ ນໍາສະເໜີໂດຍ ສະຖາບັນຄົ້ນຄວ້າສັງຄົມວິທະຍາ; 2) ການໝູນໃຊ້ທິດສະດີມາກ-ເລນິນ ເຂົ້າໃນການພັດທະນາກົນໄກເສດຖະກິດຕະຫຼາດໃຫ້ທັນສະໄໝ ແລະ ຍືນຍົງ ຕາມທິດສັງຄົມນິຍົມ ຂອງ ສປປ ລາວ ນຳສະເໜີໂດຍ ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ; 3) ບົດບາດຂອງວັດທະນະທຳໃນການພັດທະນາເພື່ອກ້າວສູ່ສັງຄົມນິຍົມ ແລະ ທັນສະໄໝ ນໍາສະເໜີໂດຍ ສະຖາບັນຄົ້ນຄວ້າວັດທະນະທຳ; 4) ການກໍ່ສ້າງພັກໃນເງື່ອນໄຂເຊື່ອມໂຍງສາກົນ ສິ່ງທ້າທາຍໃນການກ້າວສູ່ສັງຄົມນິຍົມທັນສະໄໝຂອງ ສປປ ລາວ ນຳສະເໜີໂດຍ ສະຖາບັນຄົ້ນຄວ້າການເມືອງວິທະຍາ ແລະ 5) ໝູນໃຊ້ແນວຄິດ ໄກສອນ ພົມວິຫານ ເຂົ້າໃນຂົງເຂດວຽກງານການເມືອງ-ແນວຄິດ ຂອງພັກປະຊາຊົນ ປະຕິວັດລາວ ເພື່ອກ້າວສູ່ຄວາມທັນສະໄໝ ນໍາສະເໜີໂດຍ ສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານວິທະຍາ. ໃນຕອນທ້າຍກອງປະຊຸມ ທັງສາມຝ່າຍ CASS-VASS-LASES ໄດ້ຕົກລົງເຫັນດີເປັນເອກະພາບກ່ຽວກັບການກຳນົດຫົວຂໍ້ກອງປະຊຸມສັງຄົມນິຍົມສາກົນ ຄັ້ງທີ 11 ທີ່ ສປປ ລາວ ກໍຄືສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເປັນເຈົ້າພາບ ໃນປີ 2024 ທີ່ຈະມາເຖິງນີ້ ຊຶ່ງຫົວຂໍ້ຄາດຄະເນແມ່ນ 100 ປີ ແຫ່ງການປ່ຽນແປງ-ການຂະຫຍາຍຕົວຂອງທິດສະດີມາກ-ເລນິນໃນສັດຕະວັດທີ 21.

4
3

ຂ່າວ-ພາບ: ພູຄຽງ ໄຊສິລິ

1

ກອງປະຊຸມສຳມະນາສາກົນກ່ຽວກັບ ການຮ່ວມມືຄຸນນະພາບສູງ "ໜຶ່ງແລວໜຶ່ງເສັ້ນທາງ"

1

     ໃນລະຫວ່າງວັນທີ 27-29 ຕຸລາ 2023 ຄະນະຜູ້ແທນ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ນຳພາໂດຍທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເຂົ້າຮ່ວມກອງປະຊຸມສຳມະນາສາກົນກ່ຽວກັບ ການຮ່ວມມືຄຸນນະພາບສູງ “ໜຶ່ງແລວໜຶ່ງເສັ້ນທາງ” ພາຍໃຕ້ຫົວຂໍ້: ຜົນສໍາເລັດ ແລະ ຄວາມຄາດຫວັງ, ຊຶ່ງໄດ້ຈັດຂຶ້ນທີ່ນະຄອນຫຼວງປັກກິ່ງ ສປ ຈີນ. ໂດຍການເປັນເຈົ້າພາບຂອງ ສະຖາບັນຄົ້ນຄວ້າຍຸດທະສາດອາຊີ-ປາຊີຟິກ ແລະ ສາກົນ, ສະຖາບັນວິທະຍາສາດສັງຄົມຈີນ (CASS). ກອງປະຊຸມໃນຄັ້ງນີ້ໄດ້ຈັດຂຶ້ນເປັນຄັ້ງທີ 3, ຊຶ່ງເປັນປີຄົບຮອບ 10 ປີ ຂອງການປະຕິບັດຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງທ່ານ ສີຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ, ໂດຍມີບັນດາ 10 ປະເທດອາຊຽນ, ອົງການຈັດຕັ້ງສາກົນປະຈໍານະຄອນປັກກິ່ງ ແລະ ຜູ້ແທນທີ່ຊ່ຽວຊານເຂົ້າຮ່ວມຫຼາຍກວ່າ 100 ທ່ານ.

     ກອງປະຊຸມໄດ້ຮັບຟັງການນຳສະເໜີບັນດາຫົວຂໍ້ຍ່ອຍດັ່ງນີ້: 1) ຮ່ວມກັນພັດທະນາ “ໜຶ່ງແລວໜຶ່ງເສັ້ນທາງ”: ການເຊື່ອມຈອດພື້ນຖານໂຄງລ່າງ ແລະ ການຮ່ວມມືທາງດ້ານເສດຖະກິດ ແລະ ການຄ້າ, 2) ຮ່ວມກັນພັດທະນາ “ໜຶ່ງແລວໜຶ່ງເສັ້ນທາງ”: ການວາງນະໂຍບາຍ ແລະ ການຄຸ້ມຄອງດ້ານນະວັດຕະກຳ, 3) ຮ່ວມກັນພັດທະນາ “ໜຶ່ງແລວໜຶ່ງເສັ້ນທາງ”: ການແລກປ່ຽນວັດທະນະທຳ ແລະ ການສ້າງຄວາມເຊື່ອໝັ້ນ.

2

       ໃນເວທີກອງປະຊຸມດັ່ງກ່າວ, ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຂຶ້ນກ່າວຄຳປາໄສ ຫົວຂໍ້ “ການເຊື່ອມຈອດດ້ານພື້ນຖານໂຄງລ່າງ ແລະ ການຮ່ວມມືດ້ານເສດຖະກິດ-ການຄ້າ”. ທ່ານໄດ້ມີຄຳເຫັນວ່າ ທົ່ວໂລກກຳລັງກ້າວເຂົ້າສູ່ຍຸກໃຫມ່ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກອັນໜັກໜ່ວງນັບຕັ້ງແຕ່ການແຜ່ລະບາດຂອງພະຍາດໂຄວິດ-19, ຄວາມວຸ້ນວາຍທາງດ້ານການເມືອງ, ການແຕກແຍກຂອງຕ່ອງໂສ້ການສະໜອງ ແລະ ເສດຖະກິດຖົດຖອຍ. ສະນັ້ນ ການເຊື່ອມໂຍງ ແລະ ການຮ່ວມມື ຈຶ່ງເປັນກຸນແຈທີ່ຈະຊ່ວຍໃຫ້ພວກເຮົາຮັບມືກັບສິ່ງທ້າທາຍເຫຼົ່ານີ້ໄດ້ດີຂຶ້ນ ແລະ ແກ້ໄຂຄວາມບໍ່ແນ່ນອນໃນໂລກທີ່ແຕກແຍກໃນປະຈຸບັນ. ຊຶ່ງພວກເຮົາໄດ້ຮັບການພິສູດໃຫ້ເຫັນແລ້ວວ່າ “ໜຶ່ງແລວໜຶ່ງເສັ້ນທາງ” ແມ່ນຂໍ້ລິເລີ່ມການຮ່ວມມືທີ່ເປີດກ້ວາງ ແລະ ຮອບດ້ານ, ໂດຍສາມາດເວົ້າໄດ້ຢ່າງຫນັກແຫນ້ນວ່າ ການເປີດກວ້າງນັ້ນນໍາໄປສູ່ຄວາມກ້າວຫນ້າ ແລະ ປິດຕ້ານຄວາມຫຼ້າຫລັງ. ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ກາຍເປັນເວທີການຮ່ວມມືລະຫວ່າງປະເທດທີ່ໃຫຍ່ທີ່ສຸດໃນໂລກ ອີງຕາມການລາຍງານສະຖິຕິ ສປ ຈີນ ໄດ້ລົງນາມການຮ່ວມມືພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຫຼາຍກວ່າ 200 ສະບັບກັບ 150 ປະເທດ ແລະ ກັບອົງການສາກົນຫຼາຍກວ່າ 30 ອົງການໃນ 5 ທະວີບ, ໄດ້ເປີດໂຄງການຮ່ວມມືພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຫຼາຍກວ່າ 3,000 ໂຄງການ ເປັນມູນຄ່າຫຼາຍກວ່າ 1 ພັນຕື້ໂດລາສະຫະລັດ. ສຳລັບ ສປປ ລາວ ໜຶ່ງໃນໂຄງການຂໍລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ສຳເລັດແມ່ນໂຄງການລົດໄຟລາວ-ຈີນ ທີ່ໄດ້ເປີດນໍາໃຊ້ໃນວັນທີ 2 ທັນວາ 2021 ເປັນຕົ້ນມາ ຊຶ່ງມີແຜນຈະກາຍເປັນຈຸດເຊື່ອມຕໍ່ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຄືເສັ້ນທາງລົດໄຟ ປະເທດສິງກະໂປ – ຄຸນໝິງ ໂດຍຜ່ານ ສປປ ລາວ, ໄທ ແລະ ມາເລເຊີຍ ເອີ້ນເສັ້ນທາງນີ້ວ່າ PanAsia ຈາກຕາໜ່າງການເຊື່ອມຕໍ່ດັັ່ງກ່າວ ທາງລົດໄຟສາຍໜຶ່ງຈະເຊື່ອມຕໍ່ປະເທດໄທ ແລະ ຫວຽດນາມ ຜ່ານແຂວງສະຫວັນນະເຂດ, ສ່ວນເສັ້ນທາງທີສອງຈະແລ່ນຈາກແຂວງສະຫວັນນະເຂດ ໄປຮອດປາກເຊ. ສາຍທີສາມຈະແລ່ນໄປຕາມລຽບຊາຍແດນ ລາວ-ໄທ ຈາກວຽງຈັນ ຫາ ທ່າແຂກ ແລະ ສາຍສຸດທ້າຍຈະເຊື່ອມຕໍ່ ອີກສາຍໜຶ່ງ ຈາກທ່າແຂກ ຫາ ວັງແອງ ຂອງຫວຽດນາມ. ອີກໜຶ່ງ ຜົນສຳເລັດ ແລະ ໝາກຜົນຂອງໂຄງການໜຶ່ງແລວໜຶ່ງເສັ້ນທາງ ກໍ່ຄືການເປີດວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ໃນວັນທີ 12 ຕຸລາ 2023 ທີ່ຜ່ານມາ ໂດຍໄດ້ຮັບການຊ່ວຍເຫຼືອຈາກ ລັດຖະບານຂອງ ສປ ຈີນ ແລະ ເປັນກຽດໃນພິທີເປີດນໍາໃຊ້ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ໂດຍພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ, ເພື່ອສ້າງບຸກຄະລາກອນລາວ ເມື່ອຈົບການສຶກສາຢູ່ວິທະຍາໄລດັ່ງກ່າວສາມາດສະໝັກເຂົ້າເຮັດວຽກນໍາບໍລີສັດລົດໄຟ ລາວ-ຈີນໄດ້. ນອກນັ້ນທ່ານກໍ່ໄດ້ຍົກໃຫ້ເຫັນ ການຮ່ວມມືດ້ານເສດຖະກິດ-ການຄ້າ ຂອງ ຈີນ-ອາຊຽນ ເປັນຕົ້ນແມ່ນຄວນເອົາໃຈໃສ່ໃນການປະຕິບັດສັນຍາຄູ່ຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ Regional Comprehensive Economic Partnership (RCEP) ແລະ ສົ່ງເສີມການສ້າງສັນຍາການຄ້າເສລີອາຊຽນ-ສປ ຈີນ ສະບັບທີ 3 ຫຼື ASEANChina Free Trade (ACFTA) 3.0 ທີ່ເຫັນວ່າເປັນຜົນປະໂຫຍດໃຫ້ແກ່ພາກທຸລະກິດ, ຜູ້ປະກອບການ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ.

ໃນຕອນທ້າຍທ່ານ ສະຫຼຸບວ່າ ທາງລົດໄຟລາວ-ຈີນ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”ໄດ້ມີບົດບາດສຳຄັນທີ່ບໍ່ພຽງແຕ່ສາມາດຜ່ານຜ່າສິ່ງທ້າທາຍໃນການເຊື່ອມຕໍ່ພື້ນຖານໂຄງລ່າງເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນການຄົມມະນາຄົມໃນພາກພື້ນ ແລະ ກ້າວໄປສູ່ການກາຍເປັນສູນກາງຄົມມະນາຄົມຂອງພາກພື້ນໃນອະນາຄົດ ຊຶ່ງເປັນການປ່ຽນແປງຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລໃຫ້ເປັນປະເທດເຊື່ອມໂຍງເຊື່ອມຕໍ່ກັບສາກົນ ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ເຕີບໂຕເປັນກ້າວໆ.

3

ຂ່າວ-ພາບ: ພອນສຸກ ຄຳວັນທອງ