ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຕ້ອນຮັບ ຄະນະຜູ້ແທນຈາກສະຖາບັນວິທະຍາສາດສັງຄົມ ແຂວງຊານຕຸ່ງ ສປ ຈີນ

ໃນວັນທີ 20 ພະຈິກ 2023 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຮອງປະທານ ສວສສຊ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການມາຢ້ຽມຢາມຂອງຄະນະຜູ້ແທນສະຖາບັນວິທະຍາສາດສັງຄົມແຂວງຊານຕຸ່ງ ສປ ຈີນ, ນຳພາໂດຍທ່ານ ນ. ຢວນ ຫົງອິ່ງ ປະທານສະຖາບັນວິທະຍາສາດສັງຄົມແຂວງຊານຕຸ່ງ ພ້ອມດ້ວຍຄະນະ ເຊິ່ງໄດ້ເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ເປັນເວລາ 2 ວັນ (ວັນທີ 20-21 ພະຈິກ 2023).

        ໃນໂອກາດດັ່ງກ່າວ ທັງສອງຝ່າຍໄດ້ແລກປ່ຽນນໍາສະເໜີກ່ຽວກັບທີ່ຕັ້ງ ແລະ ພາລະບົດບາດຂອງ ພາກສ່ວນຕົນ; ຝ່າຍ ສປ. ຈີນ ຍັງໄດ້ສະແດງຄວາມຂອບໃຈຕໍ່ຄະນະນໍາ ສວສສຊ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ; ເຊິ່ງໃນການພົບປະຄັ້ງນີ້ ທັງສອງຝ່າຍໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນ ກ່ຽວກັບສະພາບການສ້າງສາພັດທະນາເສດຖະກິດ, ການຂະຫຍາຍຕົວທາງອຸດສາຫະກຳ, ທ່າແຮງການດຶງດູດການລົງທຶນ, ການຮ່ວມມືສາກົນຂອງ ສປປ ລາວ ແລະ ສະພາບການອື່ນໆ ທີ່ພົ້ນເດັ່ນ; ພ້ອມທັງຖອດຖອນບົດຮຽນ ກ່ຽວກັບບາງວຽກງານທີ່ໄດ້ຮັບຜົນສຳເລັດ, ປຶກສາຊອກຫາ ວິທີການແກ້ໄຂຕໍ່ປະກົດການຫຍໍ້ທໍ້; ສ້າງຄັງຄວາມຄິດ, ການສ້າງບຸກຄະລາກອນ ແລະ ໝູນໃຊ້ຜົນສຳເລັດຂອງການຄົ້ນຄວ້າ ເພື່ອການຮ່ວມມືກັນໃນຕໍ່ໜ້າ.

ພາບ-ຂ່າວ: ແກ້ວວິວັນ ສີວິໄລ