ກອງປະຊຸມແລກປ່ຽນວຽກງານການຄົ້ນຄວ້າວິທະຍາສາດ ແລະ ການພັດທະນາເສດຖະກິດ-ສັງຄົມ

     ໃນຕອນເຊົ້າຂອງວັນທີ 23 ພະຈິກ 2023, ທີ່ສະໂມສອນຫ້ອງວ່າການແຂວງ ໄຊຍະບູລີ ໄດ້ຈັດກອງປະຊຸມແລກປ່ຽນວຽກງານການຄົ້ນຄວ້າວິທະຍາສາດ ແລະ ການພັດທະນາ ເສດຖະກິດ-ສັງຄົມ ລະຫວ່າງແຂວງ ໄຊຍະບູລີ ແລະ ສະຖາບັນວິທະຍາສາດເສດຖະກິດ-ສັງຄົມ ແຫ່ງຊາດ (ສວສສຊ), ເຂົ້າຮ່ວມເປັນກຽດມີ ທ່ານ ປອ ກິແກ້ວ ຈັນທະບູຣີ ຮອງເລຂາຄະນະພັກ, ຮອງປະທານ ສວສສຊ, ຫົວໜ້າຄະນະເລຂາທິການວິທະຍາສາດ ສະພາທິດສະດີສູນກາງພັກ ແລະ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ມີບັນດາຫົວໜ້າ, ຮອງຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງໄຊຍະບູລີ ເຂົ້າຮ່ວມ.

        ໃນພິທີດັ່ງກ່າວ ທ່ານ ດວງຕາ ໄຊວຸດ ໄດ້ຂຶ້ນກ່າວສະແດງຄວາມຍິນດີຕ້ອນຮັບທີມງານຂອງ ສວສສຊ ພ້ອມທັງລາຍງານວຽກງານອັນພົ້ນເດັ່ນຂອງແຂວງ ໄຊຍະບູລີ ໂດຍສະເພາະແມ່ນການເຕີບໂຕຂອງເສດຖະກິດ-ສັງຄົມໃນໄລຍະຜ່ານມາ, ຈາກນັ້ນ ທ່ານ ປອ ກິແກ້ວ ຈັນທະບູຣີ ກໍ່ໄດ້ຂຶ້ນກ່າວເປີດກອງປະຊຸມ, ເຊິ່ງບາງຕອນທ່ານໄດ້ກ່າວວ່າ: ການພົບປະແລກປ່ຽນບົດຮຽນວຽກງານການຄົ້ນຄ້ວາວິທະຍາສາດ ແລະ ການພັດທະນາເສດຖະກິດສັງຄົມ ລະຫວ່າງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຮ່ວມກັບບັນດາແຂວງໃນຂອບເຂດທົ່ວປະເທດ ເຊິ່ງຜ່ານມາ ສວສສຊ ກໍ່ໄດ້ຈັດກອງປະຊຸມແລກປ່ຽນກັບບັນດາແຂວງພາກໃຕ້ມາແລ້ວເຊັ່ນ: ແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ; ສຳລັບທາງພາກເໜືອ ແມ່ນໄດ້ກຳນົດເອົາແຂວງໄຊຍະບູລີ ແລະ ແຂວງຫຼວງພະບາງ; ພ້ອມທັງຮັບຟັງການເຜີຍແຜ່ທີ່ຕັ້ງ, ພາລະບົດບາດ ແລະ ການຈັດຕັ້ງປະຕິບັດວຽກງານໃນການຄົ້ນຄວ້າວິທະຍາສາດ ຂອງ ສວສສຊ ໃນໄລຍະທີ່ຜ່ານມາໂດຍຫຍໍ້; ໃນປັດຈຸບັນ ສວສສຊ ກໍາລັງສຸມໃສ່ເຮັດໜ້າທີ່ເປັນໃຈກາງລົງເລິກຄົ້ນຄ້ວາບັນຫາລາຄາສິນຄ້າ ແລະ ອັດຕາເງິນເຟີ້ທີ່ເພີ່ມສູງຂຶ້ນ ເພື່ອລາຍງານຕໍ່ລັດຖະບານເປັນແຕ່ລະເດືອນ; ສະນັ້ນກອງປະຊຸມໃນມື້ນີ້ໃຫ້ຖືເປັນເວທີປຶກສາຫາລື ແລກປ່ຽນຄວາມຄິດຄວາມເຫັນ ຕໍ່ກັບບັນຫາຄວາມຍຸ້ງຍາກຂອງເສດຖະກິດ ສປປ ລາວທີ່ພວກເຮົາກໍາລັງໄດ້ຮັບຜົນກະທົຢູ່ ພ້ອມກັນຊອກຫາວິທີແກ້ໄຂ ແລະ ນຳສະເໜີຕໍ່ຂັ້ນເທິງເພື່ອພິຈາລະນາ.

ໃນວາລະຕອນທ້າຍຂອງກອງປະຊຸມໄດ້ສົນທະນາແລກປ່ຽນວຽກງານ ສວສສຊ ໃນ 2 ຫົວຂໍ້ຄື: ຜົນກະທົບຈາກຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ຄວາມທ້າທາຍໃນການແກ້ໄຂສະຖຽນລະພາບທາງດ້ານເສດຖະກິດ ແລະ ທິດທາງແກ້ໄຂໃນຕໍ່ໜ້າ ເຊິ່ງມີຕ່າງໜ້າຈາກແຂວງໄຊຍະບູລີ ຂຶ້ນນຳສະເໜີສະພາບຄວາມຫຍຸ້ງຍາກຂອງເສດຖະກິດ ທີ່ມີຜົນກະທົບຕໍ່ກັບການພັດທະນາຂອງແຂວງ ໂດຍສະເພາະແມ່ນຂະແແໜງການສຶກສາ, ສາທາ ແລະ ຂະແໜງແຮງງານ.

       ຕອນບ່າຍຂອງວັນດຽວກັນຮອງເຈົ້າແຂວງ ແລະ ຄະນະນໍາຂອງແຂວງໄຊຍະບູລີ ໄດ້ນໍາພາຄະນະທີມງານ ສວສສຊ ລົງເຄື່ອນໄຫວຢ້ຽມຍາມພື້ນຖານການຜະລິດຂອງໂຮງງານຜະລິດແປ້ງມັນຕົ້ນ ແລະ ໂຮງງານຜະລິດເສັ້ນໝີ່ທີ່ບໍລິໂພກພາຍໃນແຂວງ ແລະ ສົ່ງອອກຈຳນວນໜຶ່ງ.

ພາບ-ຂ່າວ: ເງິນ ວິສີສົມບັດ