ກອງປະຊຸມສຳມະນາວິທະຍາສາດສາກົນ ການພົວພັນມິດຕະພາບລາວຫວຽດນາມ: ຊຸກຍູ້ການຮ່ວມມືທະວີພາຄີ, ແລກປ່ຽນບົດຮຽນໃນການສ້າງສະຖຽນລະພາບທາງດ້ານເສດຖະກິດມະຫາພາກ
ແລະ ຟື້ນຟູການເຕີບໂຕ
ໃນວັນທີ 1 ທັນວາ 2023 ທີ່ຜ່ານມາ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ນໍາພາໂດຍທ່ານ ປອ. ກິແກ້ວ ຈັນທະບູຣີ ຮອງປະທານ ສວສສຊ (LASES), ຫົວໜ້າຄະນະເລຂາທິການວິທະຍາສາດ ສະພາທິດສະດີສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດສາກົນ ການພົວພັນມິດຕະພາບລາວຫວຽດນາມ: ຊຸກຍູ້ການຮ່ວມມືທະວີພາຄີ, ແລກປ່ຽນບົດຮຽນໃນການສ້າງສະຖຽນລະພາບທາງດ້ານເສດຖະກິດມະຫາພາກ ແລະ ຟື້ນຟູການເຕີບໂຕ, ເຊິ່ງໄດ້ຈັດຂຶ້ນທີ່ນະຄອນຫຼວງຮ່າໂນຍ ສສ. ຫວຽດນາມ ເຊິ່ງເປັນກອງປະຊຸມແບບເຊິ່ງໜ້າ ແລະ ແບບທາງໄກໂດຍຜ່ານລະບົບອອນລາຍ; ເຂົ້າຮ່ວມຢູ່ລາວຜ່ານລະບົບທາງໄກ ນໍາພາໂດຍທ່ານ ປອ. ນ. ອໍາໄພວັນ ຄໍາແສງສີວິໄລ ຮອງປະທານ ສວສສຊ ພ້ອມດ້ວຍຄະນະ; ຝ່າຍຫວຽດນາມ ກ່າວເປີດກອງປະຊຸມໂດຍ ທ່ານ ປອ. ຟານ ຈີ ຫຽວ ປະທານ ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ (VASS) ແລະ ເປັນປະທານຮ່ວມໂດຍ, ທ່ານ ຮສ. ປອ. ຫງວຽນ ດຶກ ມິງ ຮອງປະທານ VASS.
ທ່ານ ປອ. ກິແກ້ວ ຈັນທະບູຣີ ຮອງປະທານ ສວສສຊ (LASES), ໃນນາມປະທານຮ່ວມກອງປະຊຸມ, ສະແດງຄວາມຮູ້ສືກເປັນກຽດ ແລະ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດ ທີ່ມີຄວາມໝາຍຄວາມສຳຄັນເປັນພິເສດຄັ້ງນີ້ ພາຍໃຕ້ບັນຍາກາດທີ່ ສປປ ລາວ ກໍ່ກໍາລັງກະກຽມສະຫຼອງວັນຊາດຄົບຮອບ 48 ປີ ແລະ ຮ່ວມສະຫຼອງວັນສ້າງຕັ້ງ VASS ຄົບຮອບ 70 ປີ; ໃນໂອກາດອັນສະຫງ່າລາສີນີ້ ໄດ້ຕ່າງໜ້າໃຫ້ຄະນະພັກ-ຄະນະນຳ ສວສສຊ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ຄະນະພັກຄະນະນຳ VASS ທີ່ໄດ້ເປັນເຈົ້າພາບຈັດກອງປະຊຸມ ແລະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງອຳນວຍຄວາມສະດວກທຸກຢ່າງ. ຈຸດປະສົງສໍາຄັນຂອງການສໍາມະນາຄັ້ງນີ້ແມ່ນເພື່ອແລກປ່ຽນຄໍາຄິດເຫັນຂອງຊ່ຽວຊານ, ນັກວິທະຍາສາດ ຂອງສອງຝ່າຍເພື່ອລົງເລິກກ່ຽວກັບສະພາບຄວາມບອບບາງດ້ານເສດຖະກິດມະຫາພາກໃນປັດຈຸບັນ ແລະ ຊອກຫາທ່າແຮງເພື່ອຟື້ນຟູການເຕີບໂຕຂອງເສດຖະກິດ; ກອງປະຊຸມໄດ້ແບ່ງອອກເປັນ 2 ວາລະຄື: ວາລະທີ 1: ການຮ່ວມມືທະວີພາຄີ ແລະ ບົດຮຽນໃນການສ້າງສະຖຽນລະພາບທາງດ້ານເສດຖະກິດມະຫາພາກຫວຽດນາມ-ລາວ ນັກຄົ້ນຄວ້ານັກວິທະຍາສາດທັງ 2 ປະເທດ ໄດ້ຜັດປ່ຽນກັນຂຶ້ນນໍາສະເໜີບົດ ຈໍານວນ 9 ຫົວຂໍ້ ທີ່ຕິດພັນທາງດ້ານເສດຖະກິດມະຫາພາກຢູ່ ສປປ. ລາວ ແລະ ຫວຽດນາມ, ພ້ອມກັນສົນທະນາປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະກັນ ຢ່າງມີວິທະຍາສາດ ແລະ ເລິກເຊິ່ງ.
ທ່ານ ປອ. ກິແກ້ວ ຈັນທະບູຣີ ຍັງໄດ້ລາຍງານ ກ່ຽວກັບສະພາບເສດຖະກິດຂອງ ສປປ
ລາວ ໂດຍສັງເຂບ ເພື່ອເປັນການສະໜອງຂໍ້ມູນໃນເບື້ອງຕົ້ນໃຫ້ແກ່ການສົນທະນາປຶກສາຫາລື
ແລະ ແລກປ່ຽນຄຳຄິດຄຳເຫັນ ເຊິ່ງສັງລວມໄດ້ດັ່ງນີ້: ສະພາບເສດຖະກິດຂອງ ສປປ ລາວ ແມ່ນມີໜໍ່ແໜງ
ແລະ ທ່າອ່ຽງພົບຄວາມຫຍຸ້ງຍາກມາເປັນເວລາຫຼາຍປີ ຕັ້ງແຕ່ກ່ອນການລະບາດຂອງຂອງພະຍາດ
COVID-19. ໃນໄລຍະການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ
5 ປີ ຄັ້ງທີ VII (ປີ 2011-2015) (ພາຍຫຼັງວິກິດເສດຖະກິດໂລກ 2009) ເສດຖະກິດຂອງ ສປປ ລາວ ເຕີບໂຕສູງສະເລ່ຍປະມານ
7.9% ຕໍ່ປີ ຊຶ່ງສາມາດປະຕິບັດໄດ້ຕາມແຜນທີ່ກຳນົດໄວ້;
ເຖິ່ງຢ່າງໃດກໍ່ຕາມໃນໄລຍະທ້າຍປີຂອງການຈັດຕັ້ງປະຕິບັດແຜນດັ່ງກ່າວ
ຊຶ່ງເປັນເວລາຂອງການວາງແຜນການ 5
ປີ ຄັ້ງທີ VIII ( ປີ 2016-202) ກໍ່ເຫັນວ່າເສດຖະກິດຂອງ ສປປ
ລາວ ເລີ່ມມີສິ່ງທ້າທາຍຫຼາຍປະການ, ສະນັ້ນໃນເບື້ອງຕົ້ນຂອງການວາງແຜນ 5 ປີ ຄັ້ງທີ VIII ຈຶ່ງໄດ້ກຳນົດຄາດໝາຍສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວສະເລຍ
7.5% ຕໍ່ປີ
ຊຶ່ງເປັນຄາດໝາຍທີ່ຕ່ຳກ່ວາການຂະຫຍາຍຕົວແຜນການ 5 ປີ ຄັ້ງທີ VII. ໃນພາກປະຕິບັດຂອງແຜນການດັ່ງກ່າວ ຕົວຈິ່ງປີທຳອິດກໍ່ເຫັນວ່າສະພາບເສດຖະກິດມີຄວາມຫຍຸ້ງຍາກຫຼາຍຂຶ້ນ
ຈຶ່ງໄດ້ສະເໜີຕໍ່ສະພາແຫ່ງຊາດ ເພື່ອຂໍດັດປັບຕົວເລກຄາດໝາຍດ້ານການເຕີບໂຕລົງຢູ່ໃນລະດັບ
7.2% ຕໍ່ປີ, ແຕ່ປະຕິບັດຕົວຈິງໄດ້ພຽງ
5.9% ຊຶ່ງສາເຫດສໍາຄັນແມ່ນມາຈາກບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ,
ເງິນຕາ, ໄພທຳມະຊາດ (ນ້ຳຖ້ວມ, ໄພແຫ້ງແລ້ງ, ສັດຕູພືດ) ແລະ ຮຸນແຮງຂຶ້ນ,
ຍິ່ງໄປກວ່ານັ້ນກໍເກີດອຸບັດເຫດສັນຄູກັນນ້ຳຂອງເຂື່ອນໄຟຟ້າແຕກ. ສຳຫຼັບແຜນ 5 ປີ ຄັ້ງທີ IX (2021-2025) ສະບັບປັດຈຸບັນກໍ່ໄດ້ກຳນົດຄາດໝາຍການເຕີບໂຕສະເລຍ
4%
ຂຶ້ນໄປຍ້ອນສະພາບຄວາມຫຍຸ້ງຍາກດັ່ງກ່າວໄດ້ສືບຕໍ່ໜັກໜ່ວງຂຶ້ນ ບວກກັບເກີດມີການລະບາດຂອງພະຍາດ
COVID-19 ແລະ ຂໍ້ຂັດແຍ່ງລະຫວ່າງລັດເຊຍກັບຍູເຄຼນ
ເຮັດໃຫ້ມີການເພີ່ມຂຶ້ນຂອງລາຄາສິນຄ້າໃນຕະຫຼາດໂລກ
ໂດຍສະເພາະແມ່ນລາຄານໍ້າມັນສົ່ງຜົນໃຫ້ອັດຕາເງິນເຟີ້ຢູ່ບັນດາປະເທດໃນໂລກເພີ່ມສູງຂຶ້ນໃນຮອບຫຼາຍທົດສະວັດ, ການປັບຂຶ້ນອັດຕາດອກເບ້ຍຂອງ
FED ແລະ ບັນດາທະນາຄານທົ່ວໂລກເພື່ອສະກັດເງິນເຟີີ້ ແລະ ການສະລໍຕົວຂອງເສດຖະກິດຂອງບັນດາປະເທດທີ່ມີເສດຖະກິດຂະໜາດໃຫຍ່
ໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ສະຖຽນລະພາບຂອງເສດຖະກິດມະຫາພາກ
ສປປ ລາວ ຢ່າງລີກລ້ຽງບໍ່ໄດ້. ໂດຍລວມແລ້ວສາເຫດຕົ້ນຕໍທີ່ເສດຖະກິດເຕີບໂຕຊ້າລົງ
ແມ່ນຍ້ອນພື້ນຖານດ້ານເສດຖະກິດຂອງປະເທດເຮົາຍັງບໍ່ທັນເຂັ້ມແຂງ ແລະ ຖືກກະທົບງ່າຍ
ເນື່ອງຈາກການພັດທະນາຂອງ ສປປ ລາວ ໃນໄລຍະຜ່ານມາແມ່ນອີງໃສ່ຂະແໜງຊັບພະຍາກອນທຳມະຊາດເປັນຫຼັກ,
ການສົ່ງອອກແຮ່ທາດທີ່ເປັນວັດຖຸດິບ
ຊຶ່ງໄດ້ຮັບຜົນກະທົບໂດຍກົງຈາກການລຸດລາຄາຂອງລາຄາແຮ່ທາດໃນຕະລາດໂລກນັບແຕ່
ປີ 2016 ເປັນຕົ້ນມາ,
ໃນຂະນະທີ່ຖານການຜະລິດພາຍໃນຍັງບໍ່ທັນແຂງແຮງ,
ບໍ່ຕິດພັນກັບອຸດສາຫະກຳປຸງແຕ່ງ ແລະ ບໍ່ທັນຫຼາກຫຼາຍ. ຄວາມດຸ່ນດ່ຽງລະຫວ່າງການສົ່ງອອກ
ແລະ ການໄຫຼເຂົ້າຂອງເງິນຕາຕ່າງປະເທດ ຍັງບໍ່ທັນສົມຄູ່ກັນ ເມື່ອເກີດເຫດການບັງເອີນຕ່າງໆ
ກໍ່ບໍ່ມີທຶນຮອນພຽງພໍເພື່ອແກ້ໄຂ
ປົວແປງໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ອີກດ້ານໜຶ່ງ
ລັດຖະບານກໍ່ໄດ້ມີຄວາມພະຍາຍາມປັບປຸງໂຄງສ້າງເສດຖະກິດ
ຈາກການເອື່ອຍອີງຂະແໜງຊັບພະຍາກອນທຳມະຊາດ
ໂດຍຫັນໄປສູ່ການຜະລິດທີ່ຫຼາກຫຼາຍ,
ໃນການຫັນປ່ຽນດັ່ງກ່າວຈະຕ້ອງໄດ້ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ແລະ
ສ້າງແຮງຈູງໃຈໃຫ້ແກ່ພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດ
ບໍ່ວ່າຈະເປັນການໃຫ້ນະໂຍບາຍ ແລະ ສິດທິພິເສດຕ່າງໆ (ຫຼຸດ ຫຼື
ຍົກເວັ້ນພາສີ-ອາກອນ) ຊຶ່ງສົ່ງຜົນກະທົບໂດຍກົງຕໍ່ລາຍຮັບຂອງລັດຖະບານ.
ນອກນີ້ ຈຸດພິເສດ
ແລະ ລັກສະນະສະເພາະຂອງຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນຂອງປະເທດລາວ ທີ່ແ່ຍາວມາດົນນານສົມຄວນມີດັ່ງນີ້:
(1)
ດ້ານງົບປະມານຂາດດູນຊໍ້າເຮື້ອ:
ຍ້ອນລາຍຮັບບໍ່ພຽງພໍທີ່ຈະສະໜອງໃຫ້ແກ່ຄວາມ ຕ້ອງການດ້ານພັດທະນາ
ຈຶ່ງຈໍາເປັນຕ້ອງໄດ້ກູ້ຢືມຈາກພາຍໃນ ແລະ ຕ່າງປະເທດເພື່ອມາລົງທຶນ
ໂດຍສະເພາະແມ່ນການລົງທຶນໃສ່ການກໍ່ສ້າງໂຄງລ່າງພື້ນຖານທາງດ້ານເສດຖະກິດ.
ທັ້ງນີ້ກໍຍ້ອນວ່າ ພາຍຫຼັງສົງຄາມ ແລະ ສະຖາປານາ ສປປ ລາວ ພື້ນຖານໂຄງລ່າງດ້ານເສດຖະກິດ
ແມ່ນບໍ່ທັນມີຫຍັງ ແລະ ຊໍ້າບໍ່ໜໍາຍັງໄດ້ຮັບຜົນກະທົບ
ຈາກລະເບີດທີ່ບໍ່ທັນແຕກຈົນມາຮອດປັດຈຸບັນກໍ່ຍັງບໍ່ທັນສາມາດເກັບກູ້ໄດ້ໝົດເທື່ອ.
ການລົງທຶນໃສ່ການກໍ່ສ້າງໂຄງລ່າງພື້ນຖານເປັນການລົງທຶນທີ່ສູງ ໃຫ້ຜົນຕອບແທນໃນໄລຍະຍາວ
ແລະ ຜົນຕອບແທນທາງອ້ອມ, ຊຶ່ງການຊໍາລະໜີ້ ສິນຕ່າງປະເທດໃນໄລຍະຜ່ານມາແມ່ນມີແຕ່ການຊໍາລະດອກເບ້ຍ
ຈຶ່ງຍັງບໍ່ທັນມີບັນຫາຫຼາຍປານໃດ,
ແຕ່ໃນປັດຈຸບັນແມ່ນຮອດໄລຍະທີ່ຕ້ອງໄດ້ຊໍາລະທັງຕົ້ນທຶນພ້ອມດອກເບ້ຍ ນອກນັ້ນລັດຖະບານຍັງມີໜີ້ສິນພາຍ
ໃນທີ່ຫຼາຍພໍສົມຄວນໂດຍສະເພາະແມ່ນໜີ້ສິນກໍ່ສ້າງພື້ນຖານໂຄງລ່າງເປັນຕົ້ນ. ຜ່ານມາລັດຖະບານກໍໄດ້ມີຄວາມພະຍາຍາມໃນການຊໍາລະ
ແຕ່ກໍຍັງເຮັດໄດ້ໜ້ອຍຍ້ອນລາຍຮັບງົບປະມານມີຈໍາກັດ. ສະນັ້ນ
ເມື່ອພັນທະໃນການຊໍາລະໜີ້ສິນເພີ່ມຂຶ້ນ ໂດຍສະເພາະແມ່ນໜີ້ສິນຕໍ່ຕ່າງປະເທດ ປະກອບກັບການແຂງຄ່າຂຶ້ນຂອງເງິນໂດລາຍິ່ງເຮັດໃຫ້ມີຄວາມກົດດັນເພີ່ມຂຶ້ນຕໍ່ສະພາບງົບປະມານຂອງລັດຖະບານຊຶ່ງສົ່ງຜົນກະທົບແຮງຕໍ່ເສດຖະກິດມະຫາພາກຄືດັ່ງທີ່ປະສົບຢູ່ໃນປັດຈຸບັນ.
(2) ລາຍຮັບ-ລາຍຈ່າຍ
ຂອງລັດຖະບານ: ຍັງບໍ່ທັນມີຄວາມດູນດ່ຽງກັນ ເຖິງແມ່ນວ່າລັດຖະບານ ກໍ່ຄືກະຊວງການເງິນ
ໄດ້ພະຍາຍາມປັບປຸງການເກັບລາຍຮັບ ແຕ່ກໍພໍກຸ້ມແຕ່ລາຍຈ່າຍດ້ານ ບໍລິຫານ
ສ່ວນລາຍຈ່າຍເພື່ອການລົງທຶນແມ່ນຈໍາເປັນຕ້ອງໄດ້ກູ້ຢືມ, ທັ້ງນີ້ກໍຍ້ອນຖານລາຍຮັບຢູ່
ພາຍໃນປະເທດມີໜ້ອຍ ບວກກັບການຍົກເວັ້ນດ້ານພາສີ-ອາກອນ ແລະ ໃຫ້ນະໂຍບາຍຕ່າງໆ
ແກ່ນັກລົງທຶນ, ພ້ອມທັງຍັງມີບັນຫາການຮົ່ວໄຫຼຂອງລາຍຮັບ.
(3) ລັດຖະບານໄດ້ພະຍາຍາມກູ້ຢືມຈາກຫຼາຍແຫຼ່ງເພື່ອມາລົງທຶນແຕ່ວ່າປະສິດທິຜົນຂອງການລົງທຶນຕໍ່າ,
ຂາດຈຸດສຸມ ແລະ ການຈັດລຽງບູລິມະສິດບັນດາໂຄງການລົງທຶນຂອງລັດເຮັດໃດ້ຍາກຫຼາຍ ແລະ
ກໍ່ຍັງບໍ່ທັນເປັນຮູບປະທໍາ ເທົ່າທີ່ຄວນ.
(4) ຄັງສໍາຮອງເງິນຕາຕ່າງປະເທດຢູ່ໃນລະດັບຕໍ່າ
ທຽບກັບຄວາມຕ້ອງນໍາເຂົ້າສິນຄ້າ ແລະ
ການຊໍາລະໜີ້ສິນຕໍ່ຕ່າງປະເທດທີ່ເພີ່ມຂຶ້ນ.ໃນເມື່ອກ່ອນແມ່ນມີກະແສເງິິນຕາຕ່າງປະເທດໄຫຼເຂົ້າ
ມາໃນລະບົບຈາກການກູ້ຢືມຈາກຕ່າງປະເທດ, ການລົງທຶນຂອງຕ່າງປະເທດ, ການຊ່ວຍເຫຼືອລ້າ,
ລາຍຮັບຈາກນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາລາວ, ຄ່າຍົນບິນຜ່ານນ່ານນໍ້າ-ນ່ານຟ້າ ແລະ
ການ ສົ່ງອອກສິນຄ້າ ເຫຼົ່ານີ້ເປັນຕົ້ນ.
ແຕ່ໄລຍະຫຼັງມາກະແສເງິນເຫຼົ່ານີ້ມີທ່າອ່ຽງຫລຸດລົງກະທົບໂດຍກົງ
ຕໍ່ຄັງສໍາຮອງເງິນຕາຕ່າງປະເທດໂດຍສະເພາະພາຍຫຼັງເກີດການແພ່ລະບາດຂອງພະຍາໂຄວິດ-19,
ສ່ວນລາຍຮັບຈາກການສົ່ງອອກເຖິງແມ່ນວ່າເບິ່ງຄືມີຫຼາຍແຕ່ເມັດ ເງິນຕົວຈິງທີ່ ເຂົ້າມາ
ພັດ ມີພຽງ 40% ຂອງມູນຄ່າການສົ່ງອອກທັງໝົດ
ເຊິ່ງບັນຫາດັ່ງກ່າວນັ້ນໄດ້ສົ່ງຜົນກະທົບຕໍ່ອັດຕາແລກປ່ຽນ ແລະ ເງິນເຟີ້ຢູ່ ສປປ ລາວ.
(5) ຈຸດພິເສດສໍາຄັນອີກຢ່າງໜຶ່ງທີ່ແຕກຕ່າງຈາກປະເທດອື່ນ
ນັ້ນກໍຄືເສດຖະກິດທີ່ບໍ່ເປັນທາງການ ຫຼື ເສດຖະກິດນອກລະບົບຫຼາຍ
ເຮັດໃຫ້ມີຄວາມຫຍຸ້ງຍາກຫຼາຍ ໃນການ ຕິດຕາມ-ຄຸ້ມຄອງ ເປັນຕົ້ນແມ່ນຢູ່ຕາມຊາຍແດນເຖິງແມ່ນວ່າໄດ້ໃຊ້ມາດຕະການດ້ານບໍລິຫານ
ແຕ່ກໍຍັງສາມາດເລັດລອດໄປໄດ້.
(6) ບັນຫາການຫຼັ່ງໄຫຼອອກໄປເຮັດວຽກຢູ່ຕ່າງປະເທດຂອງແຮງງານລາວໃນຂະນະທີ່ພາກທຸລະກິດພາຍໃນປະເທດປະເຊີນກັບບັນຫາຂາດແຄນແຮງງານ
ກາຍເປັນສິ່ງທ້າທາຍອີກອັນໜຶ່ງທີ່ຕ້ອງໄດ້ລົງເລິກຄົ້ນຄວ້າວິເຄາະວິໄຈໃຫ້ເລິກເຊິ່ງ. ນອກຈາກນັ້ນສີມືແຮງງານຂອງລາວມີປະສິດທິພາບຕໍ່າ
ທຽບໃສ່ແຮງງານຂອງປະເທດອ້ອມຂ້າງ.
ກອງປະຊຸມສຳມະນາວິທະຍາສາດໃນຄັ້ງນີ້ ທັງສອງປະເທດໄດ້ສົນທະນາ, ປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນ ເຊິ່ງກັນ ແລະກັນ ຢ່າງກົງໄປກົງມາ ແລະ ໄດ້ຮັບໝາກຜົນເປັນຢ່າງດີ
ການແລກປ່ຽນການຄົ້ນຄວ້າວິທະຍາສາດ ຄັ້ງນີ້ໄດ້ເປັນພື້ນຖານໃຫ້ສອງສະຖາບັນວິທະຍາສາດ LASES ແລະ VASS ສືບຕໍ່ຄົ້ນຄວ້າລົງເລິກໃນບາງຫົວຂໍ້ສະເພາະໃນຕໍ່ໜ້າອີກດ້ວຍ.