ຄະນະຜູ້ແທນ ສວສສຊ ເຂົ້າຮ່ວມສະຫຼອງ 70 ປີ ວັນສ້າງຕັ້ງ ສະຖາບັນບັນດິດ ວິທະຍາສາດສັງຄົມຫວຽດນາມ ທີ່ ສສ.ຫວຽດນາມ.

       ຕອນເຊົ້າວັນທີ 2 ທັນວາ 2023, ຢູ່ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ (VASS) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງ (02/12/1953-2/12/2023). ພິທີໄດ້ເປັນກຽດຕ້ອນຮັບສະຫາຍ ສຈ ປອ. ຫງວຽນ ຊວນ ຖັງ, ກຳມະການກົມການເມືອງ, ຫົວໜ້າສະຖາບັນການເມືອງແຫ່ງຊາດຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງ, ອະດີດປະທານສະຖາບັນ ບັນດິດວິທະຍາສາດສັງຄົມຫວຽດນາມ. ເຂົ້າຮ່ວມ ແລະ ກ່າວຄຳເຫັນ ມີສະຫາຍ ເຈີ່ນຮົ່ງຮ່າ, ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ສາທາລະນະລັດ ສັງຄົມນິຍົມຫວຽດນາມ.

      ຄະນະຜູ້ແທນສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ນໍາພາຄະນະເຂົ້າຮ່ວມພິທີດັ່ງກ່າວໂດຍສະຫາຍ ປອ. ສອນທະນູ ທຳມະວົງ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານ ສວສສຊ, ຝ່າຍສະຖາບັນ ບັນດິດວິທະຍາສາດສັງຄົມຫວຽດນາມ ເຂົ້າຮ່ວມໂດຍ ສະຫາຍ ຟານ ຈີ້ ຮ່ຽວ, ເລຂາຄະນະພັກ, ປະທານສະຖາບັນ, ສະຫາຍ ດັ້ງຊວນແທ່ງ, ຮອງເລຂາຄະນະພັກ; ສະຫາຍ ຫງວຽນດຶກມິງ ແລະ ສະຫາຍ ຕາມິນຕວນ, ຮອງປະທານສະຖາບັນ ແລະ ບັນດາການນຳຂອງສະຖາບັນໃນໄລຍະຜ່ານມາ. ເຂົ້າຮ່ວມພິທີດັ່ງກ່າວ ຍັງມີບັນດາສະຫາຍຄະນະປະຈຳ ແລະ ເລຂາໜ່ວຍພັກ, ບັນດາສະຫາຍການນໍາສະຖາບັນຄົ້ນຄວ້າພາຍໃນ (VASS); ສະມາຊິກສະພາວິທະຍາສາດ; ຄະນະບໍລິຫານງານສະຫະພັນກຳມະບານ, ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ຂອງສະຖາບັນ, ຄະນະກຳມະການຄວາມກ້າວໜ້າຂອງແມ່ຍິງ, ປະທານສະຫະພັນກຳມະບານ, ເລຂາໜ່ວຍຊາວໜຸ່ມຂອງບັນດາຫົວໜ່ວຍທີ່ຂຶ້ນກັບ ແລະ ພາກສ່ວນບຸກຄົນທີ່ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນພິເສດ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງຄົບຮອບ 70 ປີ.

      ວັນທີ 2 ທັນວາປີ 1953, ເທິງແຜ່ນດິນແຫ່ງປະຫວັດສາດ, ທ່ານເລຂາທິການໃຫຍ່ ເຈືອງຈິງ ໄດ້ອອກຖະແຫຼງການເລກທີ 34-QN/TW ສ້າງຕັ້ງ “ຄະນະຄົ້ນຄວ້າປະຫວັດສາດ, ພູມສາດ, ວັນນະຄະດີ” (ອົງການຈັດຕັ້ງກ່ອນໜ້າຂອງສະຖາບັນໃນທຸກວັນນີ້) ຂຶ້ນກັບ ຄະນະກໍາມະການສູນກາງພັກແຮງງານຫວຽດນາມ. ນີ້ແມ່ນອົງການຄົ້ນຄ້ວາວິທະຍາສາດສັງຄົມ ແລະ ມະນຸດສາດທຳອິດຂອງລັດປະຊາທິປະໄຕຫວຽດນາມ.

       ພາຍຫຼັງ 70 ປີແຫ່ງການກໍ່ສ້າງ ແລະ ພັດທະນາ, ສະຖາບັນໄດ້ເຕີບໃຫຍ່ຂະຫຍາຍຕົວໃນທຸກດ້ານ, ບັນລຸໄດ້ຜົນສຳເລັດອັນສຳຄັນຫຼາຍດ້ານຄື: ໜ້າທີ່ການເມືອງ, ວຽກງານວິຊາສະເພາະ, ການຈັດຕັ້ງຂອງສະຖາບັນແມ່ນນັບມື້ນັບສົມບູນ; ພະນັກງານ-ລັດຖະກອນ ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ; ບັນລຸໄດ້ບັນດາຜົນງານດີເດັ່ນໃນການຄົ້ນຄວ້າວິທະຍາສາດຄື: ມີບົດເລື່ອງນັບສິບພັນບົດທີ່ລົງພິມໃນວາລະສານວິທະຍາສາດ, ປື້ມກວ່າ 7 ພັນຫົວຕີພິມຢູ່ພາຍໃນ ແລະ ຕ່າງປະເທດ; ນັກວິທະຍາສາດ 21 ຄົນຂອງສະຖາບັນ ໄດ້ຮັບລາງວັນໂຮ່ຈີມິນ: ນັກວິທະຍາສາດ 28 ຄົນທີ່ມີຜົນງານ ແລະ ກຸ່ມຜົນງານໄດ້ຮັບລາງວັນຂອງລັດ; ການຄົ້ນຄ້ວາຂອງສະຖາບັນໄດ້ໃຫ້ຂໍ້ສະຫຼຸບວິທະຍາສາດ ແລະ ຊີ້ແນະພາກປະຕິບັດທີ່ມີຄຸນຄ່າຫຼາຍຢ່າງ ເພື່ອແນໃສ່ວາງແຜນ ແລະ ນະໂຍບາຍຂອງພັກ ແລະ ລັດ ໃນການ ພັດທະນາເສດຖະກິດ – ສັງຄົມ, ເຊື່ອມໂຍງເຂົ້າກັບສາກົນ; ການຝຶກອົບຮົມ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ ແລະ ອື່ນໆ.

        ທ່ານ ປອ. ຟານ ຈີ ຫຽວ ປະທານ ສະຖາບັນດິດວິທະຍາສາດສັງຄົມຫວຽດນາມ VASS ໄດ້ເນັ້ນໜັກວ່າ: ພິທີສະເຫຼີມສະຫຼອງມີຄວາມໝາຍສຳຄັນ, ເພື່ອແນ່ໃສ່ຍ້ອງຍໍຊົມເຊີຍ ແລະ ຕີລາຄາບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະ 70 ປີແຫ່ງການກໍ່ສ້າງ ແລະ ພັດທະນາ; ຊຸກຍູ້ຮີດຄອງປະເພນີອັນຮຸ່ງເຮືອງ, ເຊີດຊູຄວາມພາກພູມໃຈ, ຄວາມສາມັກຄີ, ສະຕິປັນຍາ, ລະບຽບວິໄນ, ຄວາມຮັບຜິດຊອບ ແລະ ຄວາມກະຕືລືລົ້ນໃນການຄົ້ນຄວ້າວິທະຍາສາດຂອງພະນັກງານ, ລັດຖະກອນ ແລະ ຜູ້ອອກແຮງງານ. ໃນເສັ້ນທາງພັດທະນາໃໝ່, ສະຖາບັນ ບັນດິດວິທະຍາສາດສັງຄົມຫວຽດນາມ ຈະປະຕິບັດແນວທາງ, ນະໂຍບາຍຂອງພັກ, ນະໂຍບາຍຂອງລັດກ່ຽວກັບການພັດທະນາວິທະຍາສາດເຕັກໂນໂລຊີຢ່າງມີປະສິດທິຜົນ, ມຸ່ງໄປເຖິງການພັດທະນາວິທະຍາສາດເຕັກໂນໂລຢີ ສຸມໃສ່ພັດທະນາສະຖາບັນບັນດິດ ໃຫ້ເປັນສູນກາງຄົ້ນຄວ້າວິທະຍາສາດສັງຄົມ ແລະ ມະນຸດສາດ, ຄຽງຄູ່ກັບບັນດາປະເທດກ້າວໜ້າໃນພາກພື້ນ ແລະ ໃນໂລກ, ພັດທະນາໃຫ້ການເປັນອົງການຄົ້ນຄວ້າທິດສະດີ ແລະ ໃຫ້ຄຳປຶກສາຍຸດທະສາດຂອງພັກ ແລະ ລັດທີ່ມີຄຸນນະພາບ, ສ້າງພື້ນຖານວິທະຍາສາດສຳຄັນໃຫ້ແກ່ການວາງແຜນກຳນົດທິດທາງ, ຍຸດທະສາດ, ແຜນການ ແລະ ນະໂຍບາຍກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ; ປະກອບສ່ວນສໍາຄັນເຂົ້າໃນການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນວິທະຍາສາດສັງຄົມສໍາລັບປະເທດ ເປົ້າໝາຍສະເພາະຄື: (i) ປັບປຸງຄຸນນະພາບການຄົ້ນຄວ້າວິທະຍາສາດພື້ນຖານຢ່າງຮອບດ້ານ ດ້ວຍບັນດາໂຄງການ ແລະ ໂຄງການຄົ້ນຄວ້າໃຫຍ່ ແລະ ສຳຄັນ; ສ້າງການປ່ຽນແປງຢ່າງແຂງແຮງດ້ານຄຸນນະພາບຂອງບັນດາຜະລິດຕະພັນວິທະຍາສາດເຊັ່ນ: ບັນດາຫົວຂໍ້, ໂຄງການຄົ້ນຄວ້າ, ເວທີປາໄສວິທະຍາສາດ, ສິ່ງພິມ, ວາລະສານພິເສດ, ໄດ້ກ້າວເຂົ້າສູ່ລະດັບສາກົນເທື່ອລະກ້າວ; (ii) ຍູ້ແຮງວຽກງານຄົ້ນຄວ້າສ້າງພື້ນຖານວິທະຍາສາດໃຫ້ແກ່ການສ້າງນະໂຍບາຍ, ຍຸດທະສາດ, ແຜນການ ແລະ ແຜນງານຂອງພັກ ແລະ ລັດ; ດຳເນີນການສຳຫຼວດຢ່າງເລິກເຊິ່ງ, ເຜີຍແຜ່ບົດລາຍງານການຄົ້ນຄວ້າດ້ວຍຄຸນຄ່າທາງວິທະຍາສາດອັນໃຫຍ່ຫຼວງ, ປະເມີນ ແລະ ຄາດຄະເນສະພາບການທີ່ມີຄວາມຊັດເຈນສູງ; ຕັ້ງໜ້າເຂົ້າຮ່ວມສັງລວມຂະບວນການປະດິດສ້າງຂອງປະເທດ, ຄົ້ນຄວ້າທິດສະດີ, ຕົວແບບ, ປະສົບການພັດທະນາຂອງບັນດາປະເທດໃນທົ່ວໂລກ, ປະກອບສ່ວນແກ້ໄຂປັບປຸງບັນດາແຫຼ່ງຕ່າງໆ ທີ່ຕິດພັນກັບການປ່ຽນແປງໃໝ່; ສ້າງບາດກ້າວເພື່ອໃຫ້ ຫວຽດນາມ ກາຍເປັນປະເທດພັດທະນາດ້ວຍອຸດສາຫະກຳທັນສະໄໝ ແລະ ມີລາຍຮັບສະເລ່ຍສູງຮອດປີ 2030 (iii) ສ້າງການປ່ຽນແປງຮອບດ້ານໃນການຝຶກອົບຮົມນັກຄົ້ນຄວ້າວິທະຍາສາດທີ່ມີຄຸນນະພາບສູງໃນຂົງເຂດວິທະຍາສາດສັງຄົມ ແລະ ມະນຸດວິທະຍາ. ເພື່ອກ້າວໄປສູ່ເປົ້າໝາຍ ສ້າງບັນດາພະນັກງານນັກຄົ້ນຄວ້າທີ່ມີຄຸນນະພາບສູງຂອງປະເທດໃນຂົງເຂດວິທະຍາສາດສັງຄົມ ແລະ ມະນຸດສາດ. ໃນບັນຍາກາດອັນສະໜິດສະໜົມ ແລະ ອົບອຸ່ນ, ສະຖາບັນ ບັນດິດວິທະຍາສາດສັງຄົມຫວຽດນາມ ເປັນກຽດໄດ້ຮັບຫຼຽນໄຊມິດຕະພາບ ຂອງ ສປປ ລາວ ເຊິ່ງຕາງໜ້າຝ່າຍລາວ ມອບໂດຍ ທ່ານ ປອ. ສອນທະນູ ທໍາມະວົງ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ນີ້ບໍ່ພຽງແຕ່ແມ່ນຜົນງານການປະກອບສ່ວນໃນການຮ່ວມມືໃນຂົງເຂດການຄົ້ນຄວ້າວິທະຍາສາດ ຂອງສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ກັບສະຖາບັນວິທະຍາສາດເສດຖະກິດສັງຄົມ ສ ປປ ລາວ ເທົ່ານັ້ນ ຫາກຍັງແມ່ນການຢັ້ງຢືນເຖິງນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ ຫວຽດນາມ – ລາວ ແລະ ລາວ – ຫວຽດນາມ.