ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ
ຈັດກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າຂອງ ສວສສຊ ທີ່ ແຂວງຫຼວງພະບາງ

ໃນລະຫວ່າງວັນທີ 2829 ພະຈິກ 2023 ທີ່ຜ່ານມາ ຄະນະວິຊາການຂອງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດ ຂອງ ສວສສຊ ຢູ່ຫ້ອງວ່າການແຂວງຫຼວງພະບາງ ແລະ ມະຫາວິທະຍາໄລສຸພານຸວົງ ແຂວງຫຼວງພະບາງ ຊຶ່ງນຳພາໂດຍ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ. 

ວັນທີ 28 ພະຈິກ 2023 ກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດຂອງ ສວສສຊ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການແຂວງຫຼວງພະບາງ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ທ່ານ ນາງ ວຽນວິໄລ ດີລະພັນ ກໍາມະການ ປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ, ມີບັນດາຫົວໜ້າ, ຮອງຫົວໜ້າ ແລະ ຜູ້ຕາງໜ້າຈາກຫ້ອງການ, ພະແນກການອ້ອມຂ້າງແຂວງຫຼວງພະບາງ ແລະ ຄະນະຈາກສູນກາງ ເຂົ້າຮ່ວມຫຼາຍກວ່າ 90 ທ່ານ. 

ວັນທີ 29 ພະຈິກ 2023 ກໍໄດ້ສືບຕໍ່ຈັດກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດຂອງ ສວສສຊ ທີ່ ມະຫາວິທະຍາໄລສຸພານຸວົງ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ທ່ານ ຮສ. ປອ. ວົງປະສິດ ຈັນທະຄຸນ ຮອງອະທິການບໍດີ ມະຫາວິທະຍາໄລສຸພານຸວົງ, ມີບັນດາທ່ານຄະນະບໍດີ, ຮອງຄະນະບໍດີ ແລະ ຜູ້ຕາງໜ້າຈາກຫ້ອງການ, ພາກວິຊາ, ຄູອາຈານ, ນັກສຶກສາ ມະຫາວິທະຍາໄລສຸພານຸ ເຂົ້າຮ່ວມຫຼາຍກວ່າ 70 ທ່ານ. ຊຶ່ງໃນກອງປະຊຸມທັງສອງວັນໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບສະພາບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງ ສວສສຊ, ສະພາບລວມກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງແຂວງຫຼວງພະບາງ ໂດຍສັງເຂບ, ສະພາບລວມຂອງມະຫາວິທະຍາໄລສຸພານຸວົງ, ໄດ້ຮັບຟັງການເຜີຍແຜ່ດໍາລັດວ່າດ້ວຍການການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ສະບັບເລກທີ 559/ນຍ, ລົງວັນທີ 07 ກັນຍາ 2021, ນໍາສະເໜີຜົນການຄົ້ນຄວ້າຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ. ຊຶ່ງການຄົ້ນຄວ້າ ຂອງ ສວສສຊ ໄດ້ແບ່ງອອກເປັນ 3 ປະເພດຄື: 1) ຄົ້ນຄວ້າຕາມການມອບໝາຍຈາກລັດຖະບານ, 2) ຄົ້ນຄວ້າຕາມພາລະບົດບາດ ແລະ 3) ຄົ້ນຄວ້າຮ່ວມກັບອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດ, ຮັບຟັງການນຳສະເໜີການພິມເຜີຍແຜ່ຜົນງານການຄົ້ນຄວ້າລົງວາລະສານວິທະຍາສາດເສດຖະກິດ ແລະ ສັງຄົມ, ການນໍາໃຊ້ຫໍສະມຸດເອເລັກໂຕນິກຂອງ ສວສສຊ ແລະ ການນຳສະເໜີລະອຽດກ່ຽວກັບການນໍາໃຊ້ ຊັບສິນທາງປັນຍາ ຕໍ່ກັບຜົນການຄົ້ນຄວ້າວິທະຍາສາດ, ເສດຖະກິດ, ສັງຄົມ ແລະ ເຕັກໂນໂລຊີ ເພື່ອເປັນການຊຸກຍູ້, ສົ່ງເສີມ, ສ້າງຄວາມເຂົ້າໃຈ ໃຫ້ແກ່ບັນດານັກຄົ້ນຄວ້າ ການປະດິດສ້າງ ແລະ ປະດິດແຕ່ງ ຂອງຄົນລາວທີ່ມີຫົວຄິດອັນລໍ້າເລີດ ແລະ ພະນັກງານອົງການຂອງພາກລັດທີ່ເປັນເຈົ້າການໃນການຄຸ້ມຄອງລະບົບການເຜີຍແຜ່, ວາລະສານ ແລະ ການປົກປ້ອງສິດຊັບສິນທາງປັນຍາໃຫ້ເຂົ້າໃຈເລີກເຊີ່ງຕໍ່ກັບບັນຫາດັ່ງກ່າວ ເພື່ອເປົ້າໝາຍອັນໜຶ່ງອັນດຽວກໍແມ່ນການສ້າງສາ ແລະ ພັດທະນາປະເທດຊາດ ຕາມທິດສີຂຽວ ແລະ ຍືນຍົງ. ຊຶ່ງ ສວສສຊ ແລະ ມະຫາວິທະຍາໄລສຸພານຸວົງ ຍັງໄດ້ມີການແລກປ່ຽນຄຳຄິດຄຳເຫັນໃນແຜນວຽກໃນຕໍ່ໜ້າ ໂດຍອາດມີຫົວຂໍ້ການຄົ້ນຄວ້າວິທະຍາສາດຮ່ວມກັນ.

 

ໂອກາດນີ້ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຍັງໄດ້ມອບຜົນງານການຄົ້ນຄວ້າ ແລະ ວາລະສານວິທະຍາສາດເສດຖະກິດ-ສັງຄົມ ໃຫ້ກັບຫໍສະໝຸດແຂວງຫຼວງພະບາງ ແລະ ຫໍສະໝຸດມະຫາວິທະຍາໄລສຸພານຸວົງ ລວມທັງໝົດ 131 ເຫຼັ້ມ.

ພາບ-ຂ່າວ: ພູຄຽງ ໄຊສິລິ