ກອງປະຊຸມສຳມະນາວິທະຍາສາດລະດັບຊາດ
ເພື່ອລະນຶກວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ທີ່ແຂວງຫົວພັນ

ກອງປະຊຸມສຳມະນາວິທະຍາສາດລະດັບຊາດ ເພື່ອລະນຶກວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ (ວັນທີ 8 ກຸມພາ 1924 ຫາ ວັນທີ 8 ກຸມພາ 2024) ໄດ້ຈັດຂຶ້ນໃນວັນທີ 7 ທັນວາ ທີ່ຜ່ານມາ ທີ່ແຂວງຫົວພັນ ພາຍໃຕ້ການເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ເຂົ້າຮ່ວມມີ ທ່ານ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຫົວໜ້າຄະນະຮັບຜິດຊອບຊີ້ນຳການກະກຽມສະເຫຼີມສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ, ທ່ານ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ ເລຂາຄະນະພັກ ວ່າການເຈົ້າແຂວງຫົວພັນ, ທ່ານ ສອນທະນູ ທຳມະວົງ ກຳມະການສູນກາງພັກ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີບັນດາການນຳພັກ-ລັດ, ອາດີດການນຳ, ຜູ້ຕາງໜ້າການນຳແຂວງຫຼວງພະບາງ, ແຂວງຊຽງຂວາງ, ແຂວງໄຊສົມບູນ, ການນຳ ແລະ ພະນັກງານຫລັກແຫລ່ງແຂວງຫົວພັນ, ແຂກຖືກເຊີນຈາກສູນກາງ, ນັກວິທະຍາສາດ, ນັກຄົ້ນຄວ້າ, ນັກວິທະຍາກອນ ແລະ ພະນັກງານວິຊາການເຂົ້າຮ່ວມ ຫຼາຍກວ່າ 200 ທ່ານ.

ທ່ານ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ປະທານ ຄໍາໄຕ ສີພັນດອນ ແມ່ນຜູ້ໜຶ່ງໃນບັນດາຜູ້ນໍາຮຸ່ນກໍໍ່ຕັັ້ງຂະບວນການ ແລະ ບຸກເບີກເສັ້ນທາງການປະຕິວັດ ຢູ່ປະເທດເຮົາ ຊຶ່ງຍາມໃດເພີ່ນກໍມີຄວາມໜັກແໜ້ນທາງດ້ານການເມືອງ, ມີສະຕິຕໍ່ການຈັດຕັັ້ງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີີ່ມອບໝາຍ; ເລີີ່ມຈາກພະນັກງານທໍາມະດາກາຍເປັນຜູ້ຊີ້ ນໍາ-ບັນຊາ ແລະ ນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດ ຮ່ວມກັບປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ທ່ານອື່ນໆ ຂອງແນວລາວສ້າງຊາດໄດ້ຮັບໄຊຊະນະ, ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975, ຫຼັງຈາກນັັ້ນ ກໍໄດ້ປະກອບສ່ວນຄົ້ນຄວ້າ ແລະ ກໍານົດທິດທາງໜ້າທີີ່ຍຸດທະສາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລວມທັງແນວທາງປ່ຽນແປງໃໝ່ອອກຢ່າງຖືກຕ້ອງ, ສອດຄ່ອງ ທັງໄດ້ສືບຕໍ່ນໍາພາ-ຊີ້ນໍາການຈັດຕັັ້ງປະຕິບັດ ໃຫ້ໄດ້ຮັບຜົນສໍາເລັດອັນສໍາຄັນຫຼາຍດ້ານ. ປະທານ ຄຳໄຕ ສີພັນດອນ ແມ່ນຜູ້ນຳທີ່ມີແບບແຜນຊີ້ນຳ-ບັນຊາແທດເຖິງກັບຕົວຈິງ, ກຳແໜ້ນທິດສະດີແນວທາງ, ບົດຮຽນຕົວຈິງ ແລະ ພຶດຕິກຳ; ບໍ່ຄຳພີຕາຍຕົວ ແລະ ບໍ່ເພິ່ງພໍໃຈຢຸດຈຶ້ງຢູ່ກັບຜົນງານອັນເກົ່າ, ເວລາໃດກໍອາລົມຈິດມຸ່ງໝັ້ນ ສະແຫວງຫາຄວາມກ້າວໜ້າ ແລະ ຜົນສຳເລັດອັນໃໝ່; ຍຶດໝັ້ນໃນອຸດົມການອັນສູງສົ່ງຄື: ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມສາມັກຄີປອງດອງ ມີປະຊາທິປະໄຕ ສີວິໄລ ແລະ ຍຸດຕິທຳ; ເຖິງວ່າໄດ້ອອກພັກຜ່ອນບຳນານແລ້ວ ແຕ່ເພີ່ນກໍຍຶດໝັ້ນໃນທາດແທ້ປະຊາຊົນ, ເຊື່ອໝັ້ນປະຊາຊົນ ແລະ ເອົາໃຈໃສ່ເສີມຂະຫຍາຍກຳລັງແຮງສັງລວມຂອງມະຫາຊົນ; ຢາກໃຫ້ແນວທາງໄດ້ຮັບການຈັດ ຕັ້ງປະຕິບັດຕົວຈິງ ໂດຍປະຊາຊົນ ແລະ ປະຊາຊົນໄດ້ຮັບຜົນປະໂຫຍດສູງສຸດ. ການສຳມະນາວິທະຍາສາດຄັ້ງນີ້ ຈະຊ່ວຍໃຫ້ເຫັນບັນຫາທີ່ສໍາຄັນຕົ້ນຕໍ ແລະ ອັນພົ້ນເດັ່ນໃນແນວຄິດຊີ້ນໍາຂອງເພີ່ນ; ຊ່ວຍໃຫ້ຜູ້ເຂົ້າຮ່ວມສໍາມະນາເຫັນໄດ້ ແລະ ເຂົ້າໃຈເລິກເຊິ່ງ, ເປັນລະບົບກ່ຽວກັບເນື້ອໃນຄວາມໝາຍຂອງແຕ່ລະບັນຫາ. ພ້ອມກັນນັ້ນຈະໄດ້ຈຳແນກ ແລະ ຢືນຢັນໃຫ້ເຫັນວ່າແນວຄິດຊີ້ນຳດັ່ງກ່າວນັ້ນ ລ້ວນແຕ່ສອດຄ່ອງກັບເງື່ອນໄຂ ແລະ ສະພາບຄວາມເປັນຈິງຂອງປະເທດຊາດ; ສອດຄ່ອງກັບຄວາມມຸ່ງມາດປາຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ທັງສອດຄ່ອງກັບທ່າອ່ຽງລວມແຫ່ງການພົວພັນຮ່ວມມື ແລະ ການພັດທະນາໃນໂລກປັດຈຸບັນ ແລະ ອະນາຄົດ. 

ກອງປະຊຸມສຳມະນາໄດ້ຮັບຟັງການສະເຫນີບົດຄົ້ນຄ້ວາວິທະຍາສາດກ່ຽວກັບ ແນວຄິດຊີ້ນຳ, ຊີວິດ ແລະພາລະ ກິດຂອງປະທານ ຄໍາໄຕ ສີພັນດອນ ຈຳນວນ 9 ຫົວຂໍ້ຄື: 1) ແນວຄິດຊີ້ນຳຂອງ ປະທານ ຄຳໄຕ ສີພັນດອນ ກ່ຽວກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນຳສະເໜີໂດຍ ທ່ານ ພັອ. ປອ. ໂພນທອງ ພັນຈະເລີນພັນ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດ; 2) ການນຳໃຊ້ 3 ບາດຄ້ອນຍຸດທະສາດ ເຂົ້າໃນການຢຶດອຳນາດ ໃນປີ 1975 ຂອງທ່ານປະທານ ຄຳໄຕ ສີພັນດອນ ນຳສະເໜີໂດຍ ທ່ານ ປອ. ບຸນສີ ພຸດທະວົງ ຮອງຫົວໜ້າສະຖາບັນຄົ້ນຄວ້າສັງຄົມວິທະຍາ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; 3)  ແນວຄິດຊີ້ນຳກ່ຽວກັບການກໍ່ສ້າງຮາກຖານການເມືອງ ຢູ່ແຂວງຈຳປາສັກ ນຳສະເໜີໂດຍ ທ່ານ ປອ. ສຸປານີ ສີລິປຸນໂຍ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຈຳປາສັກ; 4) ແນວຄິດຊີ້ນຳກ່ຽວກັບການພັດທະນາວຽກງານເສດຖະກິດ-ການເງິນ ນຳສະເໜີໂດຍ ທ່ານ ປທ ອູສະຫວັນ ທ່ຽງເທບວົງສາ ກຳມະການຄະນະພັກ, ຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍເສດ ຖະກິດ-ສັງຄົມ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; 5) ແນວຄິດຊີ້ນຳ ກ່ຽວກັບວຽກງານແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນ ນຳສະເໜີໂດຍ ທ່ານ ນາງ ອິນລາວັນ ແກ້ວບຸນພັນກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ; 6) ຊີວິດຄອບຄົວ ແລະ ການເຄື່ອນໄຫວປະຕິວັດຂອງ ປະທານ ຄຳໄຕ ສີພັນດອນ ນຳສະເໜີໂດຍ ທ່ານ ນາງ ແສງດາວັນ ສີພັນດອນ ຕາງຫນ້າຄອບຄົວຂອງປະທານຄຳໄຕສີພັນດອນ; 7) ແນວຄິດຊີ້ນຳ ກ່ຽວກັບວຽກງານວັດທະນະທຳ ນຳສະເໜີໂດຍ ທ່ານ ປອ. ສົມກຽດຕິສັກ ກິ່ງສະດາ ຮອງຫົວໜ້າກົມວັນນະຄະດີ ແລະ ພິມຈຳໜ່າຍ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; 8) ແນວຄິດຊີ້ນຳກ່ຽວກັບການກໍ່ສ້າງພັກ-ພະນັກ ງານໃນໄລຍະໃໝ່ ນຳສະເໜີໂດຍ ທ່ານ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ 9) ແນວຄິດຊີ້ນຳ ກ່ຽວກັບວຽກງານພົວພັນຕ່າງປະເທດ ນຳສະເໜີໂດຍ ທ່ານ ປອ. ຄຳໝັ້ນ ສີພັນໄຊ, ກຳມະການຄະນະພັກ ຫົວໜ້າສະຖາບັນຄົ້ນຄວ້າປະຫວັດສາດ ແລະ ບູຮານວິທະຍາ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ. ບັນດາບົດສະເຫນີດັ່ງກ່າວລ້ວນແລ້ວແຕ່ສ່ອງແສງໃຫ້ເຫັນ ຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໃນການເປັນແບບຢ່າງທີ່ດີໃຫ້ແກ່ສະມາຊິກພັກ, ພະນັກງານແລະພໍ່ແມ່ປະຊາຊົນ ເພື່ອຮໍ່າຮຽນເອົາແບບແຜນດຳລົງຊີວິດ, ຄຸນສົມບັດສິນທຳປິຕິວັດ ຂອງເພີ່ນມາຫມູນໃຊ້ ເຂົ້າໃນຊີວິດຕົວຈິງ ແລະ ປະຕິບັດວຽກງານມີປະສິດທິພາບປະສິດທິຜົນ ມີຜົນສຳເລັດທີ່ດີ.

ໃນຕອນທ້າຍກອງປະຊຸມ ທ່ານ ຄຳພັນ ເຜີຍຍະວົງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດານັກວິທະຍາ ກອນທີ່ໄດ້ຍົກສູງຄວາມຮັບຜິດຊອບໃນການກະກຽມບັນດາຫົວຂໍ້ຕ່າງໆໄດ້ຢ່າງລະອຽດຈະແຈ້ງ ແລະ ມີເນື້ອໃນເລິກເຊິ່ງ, ການສະເໜີບົດມີລັກສະນະສັງລວມຈະແຈ້ງຍົກໃຫ້ເຫັນບັນຫາອັນເປັນພື້ນຖານ ແລະ ສຳຄັນຕົ້ນຕໍ, ແນວຄິດຍຸດທະສາດ, ແນວຄິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄືໃນໄລຍະປ່ຽນແປງໃໝ່ ຂອງປະທານ ຄຳໄຕ ສີພັນດອນ ຢ່າງເປັນລະບົບ ໃນບັນດາຫົວຂໍ້ທີ່ນັກວິທະຍາກອນໄດ້ນຳສະເໜີມານັ້ນລ້ວນແຕ່ຢືນຢັນໃຫ້ເຫັນວ່າແນວຄິດຊີ້ນຳຂອງເພີ່ນໃນດ້ານຕ່າງໆ ລ້ວນແຕ່ຖືກຕ້ອງ ແລະ ສອດຄ່ອງກັບເງື່ອນໄຂ ແລະ ສະພາບຈຸດພິເສດ, ຂອບເຂດ ແລະ ສັງຄົມລາວຂອງພວກເຮົາ.

ພາບ-ຂ່າວ: ພູຄຽງ ໄຊສິລິ