ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ
LAO ACADEMY OF SOCIAL AND ECONOMIC SCIENCES
ໃນວັນທີ 30 ພຶດສະພາ 2025 ທີ່ຜ່ານມາ ສະຫະພັນກຳມະບານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ນຳພາໂດຍ ປອ. ແກ້ວວິຈິດ ໄຂຄໍາພິທູນ ປະທານສະຫະພັນກຳມະບານ ສວສສຊ ໄດ້ຮ່ວມກັບສະຫະພັນກໍາມະບານນະຄອນຫຼວງວຽງຈັນ, ສະຫະພັນກໍາມະບານ ກະຊວງການຕ່າງປະເທດ ແລະ ສູນກາງສະຫະພັນກໍາມະບານລາວ ຈັດກິດຈະກຳອອກແຮງງານປູກຕົ້ນໄມ້ປະດັບທີ່ສວນປະຕູໄຊ ໂດຍການເຂົ້າຮ່ວມຂອງ ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນ. ອາລິຍາວັນ ອັກຄະວົງ ຮອງປະທານສູນກາງສະຫະພັນກຳມະບານລາວ, ທ່ານ ກັນ ຍາ ຄຳມຸງຄຸນ ປະທານສະຫະ ພັນກຳມະບານ ກະຊວງການຕ່າງປະເທດ, ທ່ານ ດາວເພັດ ອາລຸນ ຄະນະບໍລິຫານງານສູນກາງກຳມະບານລາວ ນະຄອນຫຼວງວຽງຈັນ ພ້ອມດ້ວຍສະມາຊິກກຳມະບານຈາກ 4 ພາກສ່ວນເຂົ້າຮ່ວມ.
ການຈັດກິດຈະກຳປູກຕົ້ນໄມ້ ຮ່ວມກັນຂອງທັງ 4 ພາກສ່ວນຄັ້ງນີ້, ຈັດຂຶ້ນພາຍໃຕ້ຄຳຂັວນ “ປູກຕົ້ນໄມ້ເພື່ອສ້າງຕົວເມືອງນະຄອນຫຼວງວຽງຈັນໃຫ້ສວຍງາມ” ປະກອບສ່ວນເຂົ້າໃນຂະບວນການສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດລາວ, ວັນກຳມະກອນສາກົນ ຄົບຮອບ 139 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ, ສ້າງຄວາມສາມັກຄີ, ຮັກຫອມການອອກແຮງງານ ແລະ ຮັກສາສິ່ງແວດລ້ອມໃຫ້ຍືນຍົງ ເພື່ອສ້າງໃຫ້ຕົວເມືອງນະຄອນຫຼວງວຽງຈັນ ກາຍເປັນພື້ນສີຂຽວ, ສະອາດ ແລະ ສວຍງາມ ທັງເປັນການສ້າງຂະບວນການເຕົ້າໂຮມຄວາມສາມັກຄີຂອງບັນດາສະມາຊິກກຳມະ ບານຂອງ 4 ພາກສ່ວນ ເຊິ່ງຕົ້ນໄມ້ທີ່ນໍາມາປູກມີຕົ້ນຈໍາປາ ແລະ ຕົ້ນໄມ້ປະດັບອື່ນໆ.
ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ