ກອງປະຊຸມປາຖະກະຖາກ່ຽວກັບແນວຄິດຊີ້ນຳທາງດ້ານເສດຖະກິດ-ການເງິນ ແລະ ບົດຮຽນສາມບາດຄ້ອນຍຸດທະສາດ ຂອງທ່ານ ປະທານ ຄຳໄຕ ສີພັນດອນ

ໃນໂອກາດທີ່ທົ່ວພັກທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ຮ່ວມກັນສະເຫຼີມສະຫຼອງວັນຄ້າຍວັນເກີດຄົບຮອບ 100 ປີ (ວັນທີ 8 ກຸມພາ 1923 ວັນທີ 8 ກຸມພາ 2023) ຂອງທ່ານປະທານ ຄໍາໄຕ ສີພັນດອນ ຜູ້ນໍາທີ່ແສນເຄົາລົບຮັກ ພ້ອມທັງເປັນການຫວນຄືນຜົນງານການປະຕິວັດ ແລະ ຜົນງານທີ່ພົ້ນເດັ່ນຂອງເພີ່ນ; ສະຖາບັນວິທະຍາສາດວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຈຶ່ງໄດ້ຈັດກອງປະຊຸມປາຖະກະຖາຂຶ້ນ ໃນວັນທີ 20 ພະຈິກ 2023 ເຊິ່ງໄດ້ຮັບກຽດຂຶ້ນປາຖະກະຖາໂດຍ ທ່ານ ບົວສອນ ບຸບຜາວັນ ອາດີດກໍາມະການກົມການເມືອງສູນກາງພັກ, ອາດີດນາຍົກລັດຖະມົນຕີ ແຫ່ງ ສປປ. ລາວ ແລະ ອາດີດຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ.

ໃຫ້ກຽດເຂົ້າຮ່ວມພິທີໃນຄັ້ງນີ້ ມີທ່ານ ປອ. ສອນທະນູ ທໍາມະວົງ ກໍາມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ມີຄະນະພັກ-ຄະນະນໍາ, ບັນດາຫົວໜ້າສະຖາບັນ, ກົມ, ຫ້ອງການ, ສູນ ພ້ອມທັງພະນັກງານທົ່ວ ສວສສຊ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ ທ່ານ ບົວສອນ ບຸບຜາວັນ ໄດ້ເລົ່າເຖິງແນວຄິດຊີ້ນໍາ ຂອງ ປະທານ ຄໍາໄຕ ສີພັນດອນ ຕໍ່ກັບການແກ້ໄຂບັນຫາເສດຖະກິດ-ການເງິນ ເຊິ່ງເພີ່ນໄດ້ຍົກໃຫ້ເຫັນ ເຖິງບັນຫາເສດຖະກິດປະເທດເຮົາພວມປະເຊີນກັບພາວະໜີ້ສິນຕ່າງປະເທດ ພວກເຮົາຕ້ອງໄດ້ບຸກບືນ ແລະ ນໍາໃຊ້ກໍາລັງແຮງຂອງປະຊາຊົນ ເຂົ້າຮ່ວມໃນການແກ້ໄຂວິກິດ-ການເງິນ ຕາມທິດຊີ້ນໍາຂອງປະທານ ຄໍາໄຕ ສີພັນດອນ; ຢ່າງໄດກໍ່ດີ ເພື່ອເຊີດຊູຄັນທຸງ ເອກະລາດເປັນເຈົ້າຕົນເອງ ພັກເຮົາຕ້ອງຍຶດໝັ້ນ 6 ຫຼັກການປ່ຽນແປງໃໝ່ຢ່າງຮອບດ້ານຄື;

1.      ວຽກງານສຶກສາອົບຮົມ ແລະ ປັບປຸງການຈັດຕັ້ງ.

2.      ວຽກຈັດຕັ້ງພົວພັນການຜະລິດ ສັງຄົມນິຍົມຢູ່ຂັ້ນບ້ານ.

3.      ວຽກກໍ່ສ້າງກໍາລັງການຜະລິດ ສັງຄົມນິຍົມ.

4.      ວຽກພັດທະນາບ້ານເຮືອນ ແລະ ທີ່ຢູ່ອາໄສຂອງປະຊາຊົນ.

5.      ການພັດທະນາດ້ານສັງຄົມ-ວັດທະນະທໍາ.

6.      ດ້ານປັອງກັນຊາດປັອງກັນຄວາມສະຫງົບ.

 

ໃນໂອກາດດັ່ງກ່າວ ທ່ານ ບົວສອນ ບຸບຜາວັນ ຍັງໄດ້ເລົ່າຄືນເຖິງການລິເລີ່ມສົມທົບປຶກສາຫາລື ຂອງທ່ານ ຄໍາໄຕ ສີພັນດອນ ແລະ ທ່ານ ໄກສອນ ພົມວິຫານ ກ່ຽວກັບເນື້ອໃນສາມບາດຄ້ອນຍຸດທະສາດເພື່ອຍຶດອໍານາດເຊິ່ງ ພາຍຫຼັງທີ່ປະທານ ໄກສອນ ພົມວິຫານ ໄດ້ເດີນທາງໄປສົມທົບຊີ້ນໍາ-ນໍາຂະບວນການຕໍ່ສູ້ຢູ່ເຂດພາກໃຕ້ ທີ່ທ່ານ ຄໍາໄຕ ສີພັນດອນ ປະຈໍາການຢູ່ ແລະ ໄດ້ປຶກສາເນື້ອໃນໃຈຄວາມທີ່ສໍາຄັນຂອງສາມບາດຄ້ອນຄື: ບາດຄ້ອນທີໜຶ່ງ, ແມ່ນການຕໍ່ສູ້ທາງດ້ານການເມືອງ ດ້ວຍການຍົກສູງຄັນທຸງສັນຕິພາບ ແລະ ຄວາມຖືກຕ້ອງປອງດອງຂອງຊາດ ຕາມສັນຍາ ແລະ ອະນຸສັນຍາວຽງຈັນປີ 1973 ຖືເອົາຄັນທຸງນີ້ ເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າພາຍໃນຊາດ ແລະ ຍາດແຍ່ງການສະໜັບສະໜູນປັດໄຈຈາກເພື່ອນມິດສາກົນ; ບາດຄ້ອນທີສອງ, ແມ່ນນໍາໃຊ້ກໍາລັງທະຫານ ໂດຍສະເພາະສວຍໃຊ້ໃນໄລຍະທີ່ສັດຕູກໍາລັງເສຍຂວັນ ແລະ ກະວົນກະວາຍ ຍ້ອນຖືກປາລາໄຊໃນຫຼາຍບັ້ນຮົບຕິດຕໍ່ກັນ ແລະ ກໍາລັງສ່ວນໜຶ່ງຂອງຝ່າຍວຽງຈັນ ກໍ່ໄດ້ແຍກຕົວອອກມາຮ່ວມກັບລັດຖະບານປະສົມ, ຍ້ອນແນວນັ້ນຝ່າຍປະຕິວັດຈຶ່ງໄດ້ຮີບຮ້ອນເຄື່ອນທັບເຂົ້າຍຶດທີ່ຕັ້ງຍຸດທະສາດຢ່າງໄວວາ ນັບທັງຢູ່ນະຄອນຫຼວງວຽງຈັນ ແລະ ກ້າວໄປສູ່ການຍຶດອໍານາດໃນຂອບເຂດທົ່ວປະເທດ ແລະ ບາດຄ້ອນທີສາມ, ແມ່ນຊຸກຍູ້ຂະບວນລຸກຮື້ຂຶ້ນຂອງປະຊາຊົນ ເພື່ອຕ້ານພວກສັກດີນາປະຕິການ, ໂຄ່ນລົ້ມລະບອບເກົ່າ, ສ້າງຕັ້ງລະບອບໃໝ່ໃນທຸກຂັ້ນຢ່າງເຖິງຖອງ ແລະ ສະຖາປະນາປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຢ່າງມີໄຊ ໃນວັນທີ 2 ທັນວາ 1975. ພິທີດັ່ງກ່າວໄດ້ປິດລົງໃນເວລາ 11:30 ຂອງວັນດຽວກັນ.

ພາບ-ຂ່າວ: ພວງເພັດ ຈັນທະລີວົງ