ສວສສຊ ຕ້ອນຮັບຄະນະຜູ້ແທນຈາກສະຖາບັນວິທະຍາສາດສັງຄົມຈີນ

       ໃນວັນທີ 14 ພະຈິກ 2023 ຢູ່ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຕ້ອນຮັບການມາ ຢ້ຽມຢາມຂອງຄະນະຜູ້ແທນຈາກສະຖາບັນຄົ້ນຄວ້າຍຸດທະສາດອາຊີ-ປາຊີຟິກ ແລະ ສາກົນ, ສະຖາບັນວິທະຍາສາດ ສັງຄົມແຫ່ງຊາດຈີນ ນຳພາໂດຍ ທ່ານ ສຈ. ປອ. ຫຼີ ຊຽງ ຢາງ ຫົວໜ້າ ສະຖາບັນຄົ້ນຄວ້າ ຍຸດທະສາດອາຊີ-ປາຊີຟິກ ແລະ ສາກົນ, ສະຖາບັນວິທະຍາສາດສັງຄົມແຫ່ງຊາດຈີນ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 13-14 ພະຈິກ 2023.

          ໂອກາດນີ້ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ກໍໄດ້ກ່າວຄວາມຂອບໃຈຕ້ອນຮັບ ທ່ານ ສຈ. ປອ. ຫຼີ ຊຽງ ຢາງ ພ້ອມດ້ວຍຄະນະ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້. ພ້ອມນັ້ນ, ທ່ານ ຮອງປະທານ ສວສສຊ ກໍໄດ້ແນະນຳໃຫ້ຊາບກ່ຽວກັບທີ່ຕັ້ງ ແລະ ພາລະບົດບາດຂອງສະຖາບັນວິ ທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຊຶ່ງມີພາລະບົດບາດເປັນເສນາ ທິການໃຫ້ແກ່ສູນກາງພັກ ແລະ ລັດຖະບານ ໃນການຄົ້ນຄວ້າ ແລະ ສະໜອງຂໍ້ມູນຂ່າວສານທາງດ້ານວິທະຍາສາດເສດຖະກິດ ແລະ ສັງຄົມ ເພື່ອຮັບໃຊ້ໃຫ້ແກ່ການວາງແນວທາງນະໂຍບາຍຂອງພັກວິໄສທັດແຜນຍຸດທະສາດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ແລະ ທ່ານຍັງໄດ້ຍົກໃຫ້ເຫັນຜົນງານການຄົ້ນຄວ້າໃນໄລຍະຜ່ານມາຂອງ ສວສສຊ ຊຶ່ງຜ່ານມາໄດ້ຄົ້ນຄວ້າໃນຫົວຂໍ້ກ່ຽວກັບເສດຖະກິດ ຈຳ ນວນ 76 ໂຄງການ ແລະ ຫົວຂໍ້ຄົ້ນຄວ້າກ່ຽວກັບສັງຄົມ ຈຳນວນ 59 ໂຄງການ.

         ທ່ານ ສຈ. ປອ. ຫຼີ ຊຽງຢາງ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຮອງປະທານ ສວສສຊ ທີ່ໃຫ້ກຽດຕ້ອນຮັບຢ່າງສະໜິດສະໜົມ ແລະ ອົບອຸ່ນ ພ້ອມທັງລາຍງານສະພາບການເຄື່ອນ ໄຫວຂອງຄະນະ, ໄດ້ແຈ້ງຈຸດປະສົງໃນການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ຊາບ ຄືດັ່ງນີ້: ເພື່ອສຳຫຼວດຮ່ວງໂສ້ການຕອບສະໜອງ ແລະ ຄວາມຕ້ອງການໃນອາຊຽນ ມີບົດບາດແນວໃດຕໍ່ການສະໜອງຂອງຈີນ ແລະ ເພື່ອຮັບຊາບ ແລະ ເຂົ້າໃຈບົດຮຽນ, ຂໍ້ຄົງຄ້າງຢູ່ໃນບັນດາປະເທດ ໃນແຖບອິນດູຈີນທີ່ໄດ້ເຂົ້າ ຮ່ວມໃນການສ້າງແລວລະບຽບເສດຖະກິດໃນໂຄງການ ໜຶ່ງແລວ ໜຶ່ງເສັ້ນທາງ.

     ຈາກນັ້ນ ຄະນະຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ LASES ແລະ (NIIS, CASS) ຊຶ່ງຝ່າຍລາວ ນຳພາໂດຍ ທ່ານ ພອນ ວິພົນຮຽນ ວ່າການແທນຫົວໜ້າຫ້ອງການ ສະຖາບັນວິທະຍາສາດເສດຖະກິດ  ແລະ ສັງຄົມແຫ່ງຊາດ ພ້ອມດ້ວຍຄະນະ; ຝ່າຍຈີນ ນຳພາໂດຍ ທ່ານ ສຈ. ປອ. ຫຼີ ຊຽງຢາງ ຫົວໜ້າສະຖາບັນຄົ້ນ ຄວ້າຍຸດທະສາດອາຊີ-ປາຊີຟິກ ແລະ ສາກົນ, ສະຖາບັນວິທະຍາສາດສັງຄົມຈີນ ພ້ອມດ້ວຍຄະນະ, ກອງປະຊຸມ ພົບປະສອງຝ່າຍວິຊາການຄັ້ງນີ້ ໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນສະພາບການ ຫຼັງຈາກທີ່ໄດ້ເປີດການນໍາໃຊ້ໂຄງການເສັ້ນທາງລົດໄຟລາວ-ຈີນ ໃນປັດຈຸບັນ; ຝ່າຍລາວໄດ້ຍົກບັນຫາຂໍ້ສະດວກ ແລະ ຂໍ້ຄົງຄ້າງໃນການນຳໃຊ້ເສັ້ນທາງລົດໄຟລາວ-ຈີນ   ໂດຍສະເພາະ ແມ່ນການນໍາໃຊ້ບໍລິການຕູ້ຂົນສົ່ງສິນຄ້າ ແລະ ການຂົນສົ່ງຜູ້ໂດຍສານ, ຫຼັງຈາກສອງສະຖາບັນໄດ້ປຶກສາແລກປ່ຽນບັນຫາດັ່ງກ່າວແລ້ວ ຝ່າຍຈີນເຫັນດີຈະໄດ້ຮ່ວມກັນຄົ້ນຄວ້າເພື່ອລາຍງານໃຫ້ລັດຖະບານໃນການແກ້ໄຂບັນຫາຮ່ວມກັນໃນຕໍ່ໜ້າ.

ຂ່າວ-ພາບ: ພູຄຽງ ໄຊສິລິ