ກອງປະຊຸມສຳມະນາສາກົນກ່ຽວກັບ ການຮ່ວມມືຄຸນນະພາບສູງ "ໜຶ່ງແລວໜຶ່ງເສັ້ນທາງ"

     ໃນລະຫວ່າງວັນທີ 27-29 ຕຸລາ 2023 ຄະນະຜູ້ແທນ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ນຳພາໂດຍທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ເຂົ້າຮ່ວມກອງປະຊຸມສຳມະນາສາກົນກ່ຽວກັບ ການຮ່ວມມືຄຸນນະພາບສູງ “ໜຶ່ງແລວໜຶ່ງເສັ້ນທາງ” ພາຍໃຕ້ຫົວຂໍ້: ຜົນສໍາເລັດ ແລະ ຄວາມຄາດຫວັງ, ຊຶ່ງໄດ້ຈັດຂຶ້ນທີ່ນະຄອນຫຼວງປັກກິ່ງ ສປ ຈີນ. ໂດຍການເປັນເຈົ້າພາບຂອງ ສະຖາບັນຄົ້ນຄວ້າຍຸດທະສາດອາຊີ-ປາຊີຟິກ ແລະ ສາກົນ, ສະຖາບັນວິທະຍາສາດສັງຄົມຈີນ (CASS). ກອງປະຊຸມໃນຄັ້ງນີ້ໄດ້ຈັດຂຶ້ນເປັນຄັ້ງທີ 3, ຊຶ່ງເປັນປີຄົບຮອບ 10 ປີ ຂອງການປະຕິບັດຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງທ່ານ ສີຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ, ໂດຍມີບັນດາ 10 ປະເທດອາຊຽນ, ອົງການຈັດຕັ້ງສາກົນປະຈໍານະຄອນປັກກິ່ງ ແລະ ຜູ້ແທນທີ່ຊ່ຽວຊານເຂົ້າຮ່ວມຫຼາຍກວ່າ 100 ທ່ານ.

     ກອງປະຊຸມໄດ້ຮັບຟັງການນຳສະເໜີບັນດາຫົວຂໍ້ຍ່ອຍດັ່ງນີ້: 1) ຮ່ວມກັນພັດທະນາ “ໜຶ່ງແລວໜຶ່ງເສັ້ນທາງ”: ການເຊື່ອມຈອດພື້ນຖານໂຄງລ່າງ ແລະ ການຮ່ວມມືທາງດ້ານເສດຖະກິດ ແລະ ການຄ້າ, 2) ຮ່ວມກັນພັດທະນາ “ໜຶ່ງແລວໜຶ່ງເສັ້ນທາງ”: ການວາງນະໂຍບາຍ ແລະ ການຄຸ້ມຄອງດ້ານນະວັດຕະກຳ, 3) ຮ່ວມກັນພັດທະນາ “ໜຶ່ງແລວໜຶ່ງເສັ້ນທາງ”: ການແລກປ່ຽນວັດທະນະທຳ ແລະ ການສ້າງຄວາມເຊື່ອໝັ້ນ.

       ໃນເວທີກອງປະຊຸມດັ່ງກ່າວ, ທ່ານ ປອ. ນາງ ຂັນລາສີ ແກ້ວບຸນພັນ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຂຶ້ນກ່າວຄຳປາໄສ ຫົວຂໍ້ “ການເຊື່ອມຈອດດ້ານພື້ນຖານໂຄງລ່າງ ແລະ ການຮ່ວມມືດ້ານເສດຖະກິດ-ການຄ້າ”. ທ່ານໄດ້ມີຄຳເຫັນວ່າ ທົ່ວໂລກກຳລັງກ້າວເຂົ້າສູ່ຍຸກໃຫມ່ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກອັນໜັກໜ່ວງນັບຕັ້ງແຕ່ການແຜ່ລະບາດຂອງພະຍາດໂຄວິດ-19, ຄວາມວຸ້ນວາຍທາງດ້ານການເມືອງ, ການແຕກແຍກຂອງຕ່ອງໂສ້ການສະໜອງ ແລະ ເສດຖະກິດຖົດຖອຍ. ສະນັ້ນ ການເຊື່ອມໂຍງ ແລະ ການຮ່ວມມື ຈຶ່ງເປັນກຸນແຈທີ່ຈະຊ່ວຍໃຫ້ພວກເຮົາຮັບມືກັບສິ່ງທ້າທາຍເຫຼົ່ານີ້ໄດ້ດີຂຶ້ນ ແລະ ແກ້ໄຂຄວາມບໍ່ແນ່ນອນໃນໂລກທີ່ແຕກແຍກໃນປະຈຸບັນ. ຊຶ່ງພວກເຮົາໄດ້ຮັບການພິສູດໃຫ້ເຫັນແລ້ວວ່າ “ໜຶ່ງແລວໜຶ່ງເສັ້ນທາງ” ແມ່ນຂໍ້ລິເລີ່ມການຮ່ວມມືທີ່ເປີດກ້ວາງ ແລະ ຮອບດ້ານ, ໂດຍສາມາດເວົ້າໄດ້ຢ່າງຫນັກແຫນ້ນວ່າ ການເປີດກວ້າງນັ້ນນໍາໄປສູ່ຄວາມກ້າວຫນ້າ ແລະ ປິດຕ້ານຄວາມຫຼ້າຫລັງ. ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ກາຍເປັນເວທີການຮ່ວມມືລະຫວ່າງປະເທດທີ່ໃຫຍ່ທີ່ສຸດໃນໂລກ ອີງຕາມການລາຍງານສະຖິຕິ ສປ ຈີນ ໄດ້ລົງນາມການຮ່ວມມືພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຫຼາຍກວ່າ 200 ສະບັບກັບ 150 ປະເທດ ແລະ ກັບອົງການສາກົນຫຼາຍກວ່າ 30 ອົງການໃນ 5 ທະວີບ, ໄດ້ເປີດໂຄງການຮ່ວມມືພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຫຼາຍກວ່າ 3,000 ໂຄງການ ເປັນມູນຄ່າຫຼາຍກວ່າ 1 ພັນຕື້ໂດລາສະຫະລັດ. ສຳລັບ ສປປ ລາວ ໜຶ່ງໃນໂຄງການຂໍລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ສຳເລັດແມ່ນໂຄງການລົດໄຟລາວ-ຈີນ ທີ່ໄດ້ເປີດນໍາໃຊ້ໃນວັນທີ 2 ທັນວາ 2021 ເປັນຕົ້ນມາ ຊຶ່ງມີແຜນຈະກາຍເປັນຈຸດເຊື່ອມຕໍ່ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຄືເສັ້ນທາງລົດໄຟ ປະເທດສິງກະໂປ – ຄຸນໝິງ ໂດຍຜ່ານ ສປປ ລາວ, ໄທ ແລະ ມາເລເຊີຍ ເອີ້ນເສັ້ນທາງນີ້ວ່າ PanAsia ຈາກຕາໜ່າງການເຊື່ອມຕໍ່ດັັ່ງກ່າວ ທາງລົດໄຟສາຍໜຶ່ງຈະເຊື່ອມຕໍ່ປະເທດໄທ ແລະ ຫວຽດນາມ ຜ່ານແຂວງສະຫວັນນະເຂດ, ສ່ວນເສັ້ນທາງທີສອງຈະແລ່ນຈາກແຂວງສະຫວັນນະເຂດ ໄປຮອດປາກເຊ. ສາຍທີສາມຈະແລ່ນໄປຕາມລຽບຊາຍແດນ ລາວ-ໄທ ຈາກວຽງຈັນ ຫາ ທ່າແຂກ ແລະ ສາຍສຸດທ້າຍຈະເຊື່ອມຕໍ່ ອີກສາຍໜຶ່ງ ຈາກທ່າແຂກ ຫາ ວັງແອງ ຂອງຫວຽດນາມ. ອີກໜຶ່ງ ຜົນສຳເລັດ ແລະ ໝາກຜົນຂອງໂຄງການໜຶ່ງແລວໜຶ່ງເສັ້ນທາງ ກໍ່ຄືການເປີດວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ໃນວັນທີ 12 ຕຸລາ 2023 ທີ່ຜ່ານມາ ໂດຍໄດ້ຮັບການຊ່ວຍເຫຼືອຈາກ ລັດຖະບານຂອງ ສປ ຈີນ ແລະ ເປັນກຽດໃນພິທີເປີດນໍາໃຊ້ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ໂດຍພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ, ເພື່ອສ້າງບຸກຄະລາກອນລາວ ເມື່ອຈົບການສຶກສາຢູ່ວິທະຍາໄລດັ່ງກ່າວສາມາດສະໝັກເຂົ້າເຮັດວຽກນໍາບໍລີສັດລົດໄຟ ລາວ-ຈີນໄດ້. ນອກນັ້ນທ່ານກໍ່ໄດ້ຍົກໃຫ້ເຫັນ ການຮ່ວມມືດ້ານເສດຖະກິດ-ການຄ້າ ຂອງ ຈີນ-ອາຊຽນ ເປັນຕົ້ນແມ່ນຄວນເອົາໃຈໃສ່ໃນການປະຕິບັດສັນຍາຄູ່ຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ Regional Comprehensive Economic Partnership (RCEP) ແລະ ສົ່ງເສີມການສ້າງສັນຍາການຄ້າເສລີອາຊຽນ-ສປ ຈີນ ສະບັບທີ 3 ຫຼື ASEANChina Free Trade (ACFTA) 3.0 ທີ່ເຫັນວ່າເປັນຜົນປະໂຫຍດໃຫ້ແກ່ພາກທຸລະກິດ, ຜູ້ປະກອບການ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ.

ໃນຕອນທ້າຍທ່ານ ສະຫຼຸບວ່າ ທາງລົດໄຟລາວ-ຈີນ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”ໄດ້ມີບົດບາດສຳຄັນທີ່ບໍ່ພຽງແຕ່ສາມາດຜ່ານຜ່າສິ່ງທ້າທາຍໃນການເຊື່ອມຕໍ່ພື້ນຖານໂຄງລ່າງເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນການຄົມມະນາຄົມໃນພາກພື້ນ ແລະ ກ້າວໄປສູ່ການກາຍເປັນສູນກາງຄົມມະນາຄົມຂອງພາກພື້ນໃນອະນາຄົດ ຊຶ່ງເປັນການປ່ຽນແປງຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລໃຫ້ເປັນປະເທດເຊື່ອມໂຍງເຊື່ອມຕໍ່ກັບສາກົນ ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ເຕີບໂຕເປັນກ້າວໆ.

ຂ່າວ-ພາບ: ພອນສຸກ ຄຳວັນທອງ