Month: ເດືອນພະຈິກ 2025

1

ກອງປະຊຸມຄະນະຊີ້ນໍາລວມຂອງໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN)

1

     ໃນຕອນເຊົ້າ, ວັນທີ 25 ພະຈິກ 2025 ຜ່ານມາ ທີ່ຫ້ອງປະຊຸມຂອງໂຮງແຮມ ຄຮາວພຮາຊາ. ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ, ສວສສຊ ໄດ້ຈັດກອງປະຊຸມຄະນະຊີ້ນໍາລວມຂອງໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN) ປະຈໍາປີ 2025 ພາຍໃຕ້ການເປັນປະທານຂອງທ່ານ ປອ ນາງ ແກ້ວວິວອນ ອຸດທະຈັກ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ການເຂົ້າເປັນປະທານຮ່ວມຂອງທ່ານ ນາງ Karina Lopez, ຮັກສາການຫົວໜ້າພະແນກໂພຊະນາການ, ອົງການ UNICEF ປະຈໍາ ສປປ ລາວ. ມີບັນດາທ່ານທີ່ມາຈາກຫ້ອງການ, ກົມ, ສະຖາບັນ, ສູນຄົ້ນຄວ້າ, ທິມງານໃນຄະນະຊີ້ນໍາລວມໂຄງການ, ຜູ້ຕາງໜ້າຈາກອົງການ UNICEF ປະຈໍາ ສປປ ລາວ ພ້ອມທັງທິມງານຈາກ 6 ແຂວງເປົ້າໝາຍໂຄງການ ຄື: ແຂວງຜົ້ງສາລີ, ອຸດົມໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ເຊກອງ, ເຊິ່ງມີ 4 ຂະແໜງການຫຼັກ ປະກອບດ້ວຍ ພະແນກການເງິນ, ພະແນກສາທາລະນະສຸກ, ພະແນກສຶກສາທິການ ແລະ ກິລາ ແລະ ພະແນກກະສິກໍາ ແລະ ສິ່ງແວດລ້ອມ ທີ່ເຂົ້າຮ່ວມຜ່ານຊ່ອງທາງລະບົບອອນລາຍ. ມີຜູ່ເຂົ້າຮ່ວມທັງໝົດ 114 ທ່ານ.

     ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອຮຽກຮ້ອງໃຫ້ປະກອບຄໍາຄິດ-ເຫັນ ແລະ ຄຳແນະນຳຈາກຄະນະກຳມະການຊີ້ນໍາລວມໂຄງການ (NIPN), ກວດສອບຄວາມຖືກຕ້ອງ ແລະ ຮັບຮອງແຜນຄວາມຍືນຍົງຂອງ (NIPN) ພ້ອມທັງ ສະເໜີບາດກ້າວໃນຕໍ່ໜ້າ ສຳລັບການຈັດຕັ້ງປະຕິບັດແຜນການດັ່ງກ່າວ ຫຼັງຈາກການສະໜັບສະໜູນດ້ານງົບປະມານຂອງຜູ້ໃຫ້ທຶນທີ່ຈະສິ້ນສຸດລົງໃນທ້າຍປີ 2025. ເນື່ອງຈາກວ່າ ໂຄງການ (NIPN) ເປັນລະບົບຂໍ້ມູນຂ່າວສານດ້ານໂພຊະນາການແບບຫຼາຍຂະແໜງການ ຂອງ ສປປ ລາວ, ທີ່ສາມາດສະໜອງຂໍ້ມູນຂ່າວສານ ທີ່ມີຄຸນນະພາບ ແລະ ທັນເວລາ ເພື່ອສະໜັບສະໜູນບັນດານະໂຍບາຍ, ຍຸດທະສາດ ແລະ ແຜນງານດ້ານໂພຊະນາການຂອງຫຼາຍຂະແໜງການ ເພື່ອໃຫ້ສາມາດນໍາໄປປະຕິບັດໄດ້ ແລະ ສອດຄ່ອງກັບ ຍຸດທະສາດ ແລະ ແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ. ພ້ອມກັນນັ້ນ, ເພື່ອເສີມສ້າງຄວາມເປັນເຈົ້າການຂອງພາກລັດ ແລະ ຮັບປະກັນຄວາມຍືນຍົງຂອງວຽກງານດັ່ງກ່າວໃນໄລຍະຍາວ. ສະນັ້ນ, ລັດຖະບານແຫ່ງ ສປປ ລາວ ຈຶ່ງພະຍາຍາມທີ່ຈະຮັກສາຜົນສຳເລັດ ແລະ ໜ້າທີ່ຫຼັກຂອງໂຄງການ NIPN ໃຫ້ມີຄວາມຍືນຍົງ ໂດຍການນໍາພາ ແລະ ເປັນເຈົ້າການຂອງລັດຖະບານ.

     ກອງປະຊຸມໄດ້ຮັບຟັງການລາຍງານຜົນສໍາເລັດທີ່ສໍາຄັນຂອງໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN) ໃນໄລຍະຜ່ານມາ, ພ້ອມທັງຂໍ້ສະດວກ ແລະ ສິ່ງທ້າທາຍ, ບົດຮຽນທີ່ຖອດຖອນໄດ້; ແຜນຄວາມຍືນຍົງຂອງໂຄງການ (NIPN) ແລະ ການນໍາສະເໜີໜ້າທີ່ຫຼັກຂອງແຕ່ລະພາກສ່ວນລັດ ທີ່ຈະປະກອບສ່ວນຮ່ວມມື ແລະ ສືບຕໍ່ສະໜັບສະໜູນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ມີຄວາມຍືນຍົງ.

2
4
5

     ກອງປະຊຸມໄດ້ມີການແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ແລະ ເຫັນດີເປັນເອກະພາບຮັບຮອງເອົາແຜນຄວາມຍືນຍົງສະບັບນີ້ ແລະ ພ້ອມກັນຊຸກຍູ້ໃຫ້ເຊື່ອມສານເອົາບັນດາຄໍາໝັ້ນສັນຍາທີ່ໄດ້ຕົກລົງກັນຄື: ທາງດ້ານວິຊາການ, ສະຖາບັນ ແລະ ການເງິນ ເຂົ້າໃນແຜນການ, ແຜນຂອງຂະແໜງການ ແລະ ແຜນງານ ປະຈຳປີຂອງຕົນ. ເຖິງແມ່ນວ່າຄວາມຍືນຍົງທາງດ້ານການເງິນຍັງຄົງເປັນສິ່ງທ້າທາຍ. ດັ່ງນັ້ນ, ພາກລັດຈະຮັບຮອງເອົາແນວທາງທີ່ຄ່ອຍຫັນໄປເທື່ອລະກ້າວ ແລະ ຄວາມເປັນຈິງຕາມທີ່ໄດ້ກໍານົດໄວ້ໃນເອກະສານທີ່ບັນດາຂະແໜງການໄດ້ໃຫ້ຄໍາໝັ້ນສັນຍາໄວ້. ນັບແຕ່ນີ້ເປັນຕົ້ນໄປ, ບັນດາກະຊວງຄວນເລີ່ມຕົ້ນດ້ວຍການຈັດສັນງົບປະມານເລັກນ້ອຍທີ່ເປັນໄປໄດ້ ແລະ ຄ່ອຍໆເພີ່ມຂຶ້ນຕາມທີ່ງົບປະມານເອື້ອອໍານວຍໃຫ້. ນອກຈາກນັ້ນ, ກອງປະຊຸມ ຍັງຮຽກຮ້ອງໃຫ້ຄູ່ຮ່ວມພັດທະນາສືບຕໍ່ໃຫ້ການສະໜັບສະໜູນດ້ານຍຸດທະສາດ ທີ່ມີກອບເວລາ, ໂດຍສະເພາະໃນການເສີມສ້າງຄວາມອາດສາມາດ, ການດໍາເນີນງານຂອງຂໍ້ມູນຂັ້ນສູງ ແລະ ການສະໜັບສະໜູນແຜນການ ແລະ ແຜນງານນະໂຍບາຍ ໃຫ້ສອດຄ່ອງກັບແຜນຄວາມຍືນຍົງ. ໄດ້ຮັບຄໍາເຫັນໃນທາງບວກຫຼາຍຈາກຜູ້ເຂົ້າຮ່ວມ ວ່າໜ້າທີ່ຫຼັກຂອງ (NIPN) ສາມາດເຊື່ອມສານເຂົ້າໃນແຜນວຽກງານຂອງຂະແໜງການໄດ້ ໂດຍອີງໃສ່ມູນຄ່າຄາດຄະເນຕົ້ນທຶນທີ່ນໍາສະເໜີນັ້ນ ມີຄວາມເປັນໄປໄດ້ສຳລັບແຕ່ລະຂະແໜງການ. ດັ່ງນັ້ນ, ຈິ່ງໄດ້ຊຸກຍູ້ໃຫ້ບັນດາຂະແໜງການຫຼັກເຊື່ອມສານວຽກງານດັ່ງກ່າວເຂົ້າໃນແຜນການຂອງຕົນ, ໄດ້ມີການຮຽກຮ້ອງໃຫ້ແຂວງເປົ້າໝາຍພິຈາລະນາຄຳໝັ້ນສັນຍາເຫຼົ່ານີ້ ແລະ ອາດຈະໄດ້ຜັນຂະຫຍາຍໄປສູ່ແຂວງອື່ນໆໃນອະນາຄົດ, ເຫັນວ່າໂພຊະນາການມີຄວາມສຳຄັນຫຼາຍ ແລະ ຖືວ່າເປັນບູລິມະສິດຂອງລັດຖະບານ ແລະ ເປັນໜຶ່ງໃນ 26 ຂົງເຂດການລົງທຶນໃນ NSEDP ໃນ 5 ປີຕໍ່ໜ້າ, ເຖິງຢ່າງໃດກໍຕາມ, ສະເໜີໃຫ້ຕິດຕາມກວດກາ, ຕິດຕາມຄວາມຄືບໜ້າ ແລະ ລາຍງານຂໍ້ມູນສຳຄັນໂດຍອີງໃສ່ຫຼັກຖານທີ່ຖືກຕ້ອງ, ຊັດເຈນ, ໜ້າເຊື່ອຖື ແລະ ທັນເວລາ ເພື່ອໃຫ້ສາມາດແກ້ໄຂບັນຫາໄດ້ຢ່າງວ່ອງໄວ. ພ້ອມກັນນັ້ນ, ຍັງສະເໜີໃຫ້ສະໜັບສະໜູນຢ່າງຕໍ່ເນື່ອງຈາກຄູ່ຮ່ວມພັດທະນາ ກ່ຽວກັບຂໍ້ມູນສະຖິຕິ ແລະ ການນຳໃຊ້ແຫຼ່ງຂໍ້ມູນດ້ານໂພຊະນາການຈາກແຫຼ່ງດຽວ ພ້ອມທັງ ຕິດຕາມກວດກາຢ່າງຕໍ່ເນື່ອງ.

6
7
3

ຂຽນຂ່າວ ແລະ ຖ່າຍພາບ: ສຄນສ

4

ສວສສຊ ຕ້ອນຮັບການມາຢ້ຽມຢາມຂອງຄະນະຜູ້ແທນ ສະຖາບັນວິທະຍາສາດສັງຄົມແຂວງຢູນນານ

4

     ໃນຕອນເຊົ້າຂອງວັນທີ 17 ພະຈິກ 2025 ທີ່ຜ່ານມາ; ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຕ້ອນຮັບການຢ້ຽມຢາມ ແລະ ເຮັດວຽກຂອງ ທ່ານ ໂຫ ເຊິງ (Hou Sheng), ຮອງປະທານສະຖາບັນວິທະຍາສາດສັງຄົມແຂວງຢູນນານ ພ້ອມດ້ວຍຄະນະ, ໂດຍມີທ່ານ ປອ. ນ. ແກ້ວວິວອນ ອຸດທະຈັກ ຮອງປະທານ ສວສສຊ ໄດ້ກ່າວຕ້ອນຮັບ ແລະ ສະແດງຄວາມຍິນດີຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສວສສຊ ເພື່ອພັດທະນາສາຍສໍາພັນຮ່ວມມືລະຫວ່າງທັງສອງສະຖາບັນພວກເຮົາ. ການເດີນທາງມາໃນຄັ້ງນີ້ໄດ້ສະແດງເຖິງຄວາມສາມັກຄີແບບພິເສດ, ເປັນສາຍເຊື່ອມມິດຕະພາບ, ຄວາມຕັ້ງໃຈຮ່ວມມື, ຮ່ວມພັດທະນາ ແລະ ຮ່ວມກັນສ້າງຄວາມຝັນ. ການປຶກສາຫາລືແລກປ່ຽນໃນຄັ້ງນີ້ຈະສ້າງຜົນປະໂຫຍດໃຫ້ແກ່ການພັດທະນາຂອງທັງສອງຝ່າຍໃຫ້ເກີດປະສິດທິຜົນ ແລະ ອວຍພອນໃຫ້ຄະນະຜູ້ແທນມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຈົ່ງມີຜົນສຳເລັດ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.

1
2
3

     ໂອກາດມາຢ້ຽມຍາມຄັ້ງນີ້ ທັງສອງສະຖາບັນໄດ້ແລກປ່ຽນບົດຮຽນກ່ຽວກັບພາລະບົດບາດ ແລະ ໜ້າທີ່ຂອງສະຖາບັນຕົນ ພ້ອມທັງໄດ້ ປຶກສາຫາລືກ່ຽວກັບຄວາມເປັນໄດ້ໃນການຜັນຂະຫຍາຍບົດບັນທຶກ (MoU) ທີ່ 2 ສະຖາບັນໄດ້ເຊັນຮ່ວມກັນໃນໄລຍະຜ່ານມາ ໂດຍສະເພາະແມ່ນການຮ່ວມມືກັນຈັດສຳມະນາ ແລະ ຈັດຕັ້ງປະຕິບັດໂຄງການຄົ້ນຄວ້າໃນຫົວຂໍ້່ຕ່າງໆທີ່ທັງ 2 ຝ່າຍມີຄວາມສົນໃຈຮ່ວມກັນ.

     ໃນເວລາດຽວກັນ, ຄະນະຜູ້ແທນ ແຂວງຢຸນນານ ໄດ້ເຮັດວຽກຮ່ວມກັບສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ ນຳໂດຍ ທ່ານ ນ. ລັດດາວັນ ຊົງວິໄລ, ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດມະຫາພາກ ໂດຍທັງສອງຝ່າຍ ໄດ້ສືບຕໍ່ແລກປ່ຽນບົດຮຽນທາງດ້ານວິຊາການຢ່າງກົງໄປກົງມາ ທີ່ຕິດພັນກັບການພັດທະນາຂອບເຂດພື້ນທີ່ຕາມແລວທາງລົດໄຟຈີນ-ລາວ ພາຍຫຼັງສຳເລັດການກໍ່ສ້າງ, ການຮ່ວມມືສອງຝ່າຍຕາມແລວທາງລົດໄຟ, ບົດບາດຂອງການຮ່ວມມືດ້ານສື່ມວນຊົນໃນການກ້າວໄປສູ່ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ແລະ ການປະກອບສ່ວນຂອງຊາວຈີນໃນຕ່າງປະເທດ ກໍ່ຄື ໃນ ສປປ ລາວ ຕໍ່ການຮ່ວມກັນສ້າງຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ. ໃນຕອນທ້າຍຂອງກອງປະຊຸມ ທັງສອງຝ່າຍກໍ່ໄດ້ພ້ອມກັນຍົກຫົວຂໍ້ທີ່ຍາກສຶກສາຄົ້ນຄວ້າຮ່ວມກັນໃນຕໍ່ໜ້າເປັນຕົ້ນແມ່ນ ຫົວຂໍ້ກ່ຽວກັບການຫຼຸດຜ່ອນຜົນກະທົບຂອງທຸລະກິດລາວ-ຈີນຈາກຄວາມຂັດແຍ້ງທາງພູມິລັດຖະສາດ, ກ່ຽວກັບພຸດທະສາດສະໜາ ແລະ ບຸນປະເພນີຕ່າງໆທີ່ເປັນເອກະລັກເພື່ອສະເໜີເປັນມໍລະດົກຂອງພາກພື້ນ ແລະ ສາກົນ.

05
06
07

ຂຽນຂ່າວ ແລະ ຖ່າຍພາບ: ນິນ ພົນສັກດາ

2

ສຂຝ ຈັດຝຶກອົບຮົມຫົວຂໍ້: ເຕັກນິກການວິເຄາະຂໍ້ມູນດ້ວຍການນຳໃຊ້ໂປຼແກຼມ Excel

2

     ໃນວັນທີ 13 ພະຈິກ 2025 ທີ່ຜ່ານມາ, ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຈັດຝຶກອົບຮົມໃນຫົວຂໍ້: ເຕັກ ນິກການວິເຄາະຂໍ້ມູນດ້ວຍການນຳໃຊ້ໂປຼແກຼມ Excel, ໃຫ້ກຽດເປັນປະທານໂດຍ ທ່ານ ສຸກນິລັນ ແສງພະຈັນ ຮອງຫົວໜ້າ ສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ເຊິ່ງຕາງໜ້າຈາກບັນດາສະຖາບັນ, ກົມ, ຫ້ອງ ທີ່ອ້ອມຂ້າງ ສວສສຊ ເຂົ້າຮ່ວມຈໍານວນ 25 ທ່ານ.

1
4

     ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອພັດທະນາທັກສະ ແລະ ເປັນການສືບຕໍ່ຍົກລະດັບຄວາມຮູ້ສິ່ງ   ໃໝ່ໆ ໃຫ້ແກ່ພະນັກງານພາຍໃນສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແນ່ໃສ່ການຫັນໃຫ້ເຂົ້າສູ່ທັນສະໄໝໃນຕໍ່ໜ້າ; ການນໍາໃຊ້ເຕັກໂນໂລຊີທີ່ກ້າວໜ້າ ແລະ ປ່ຽນແປງຢ່າງໄວວາ  ເຊິ່ງສ້າງຄວາມສະດວກໃນການດໍາລົງຊີວິດຂອງຄົນຍຸກໃໝ່ເວົ້າລວມ ເວົ້າສະເພາະມັນສາມາດຍົກລະດັບວຽກງານໃຫ້ສູງຂຶ້ນ. ການຫັນເປັນທັນສະໄໝໃນທຸກຂົງເຂດວຽກງານຄຸ້ມຄອງລັດ ແມ່ນສິ່ງຈຳເປັນ ແລະ ມີຄວາມສຳຄັນເປັນຢ່າງຍິ່ງ. ການຝຶກອົບຮົມຄັ້ງນີ້ແມ່ນເພື່ອຊຸກຍູ້, ສົ່ງເສີມ ຄວາມຮູ້ ແລະ ທັກສະການນໍາໃຊ້ເຄື່ອງມືເຕັກນິກການວິເຄາະຂໍ້ມູນດ້ວຍການໍາໃຊ້ໂປຼແກມ Excel ໃຫ້ມີປະສິດທິຜົນສູງຂຶ້ນ ໃນຍຸກທີ່ຂໍ້ມູນເປັນສີ່ງທີມີຄວາມສໍາຄັນຢ່າງຫຼວງຫລາຍ, ການມີຄວາມຮູ້ດ້ານການວິເຄາະຂໍ້ມູນຈະຊ່ວຍໃຫ້ເຮົາສາມາດຕັດສິນໃຈໃນການເຮັດວຽກ ແລະ ວາງແຜນໄດ້ຢ່າງຖືກຕ້ອງ ແລະ ທັນເວລາ, ດ້ວຍເຫດນີ້ພວກເຮົາຈຶ່ງໄດ້ເຊື້ອເຊີນບັນດາທ່ານມາຮ່ວມແລກປ່ຽນ, ຖອດຖອນບົດຮຽນ, ສ້າງຄວາມເຂົ້າໃຈຢ່າງເປັນເອກະພາບ ໃຫ້ພະນັກງານຫຼັກແຫຼ່ງພາຍໃນ ສວສສຊ ເພື່ອນໍາໄປໝູນໃຊ້ໃນວຽກງານຕົວຈິງຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

     ໃນຕອນທ້າຍພິທີ ທ່ານ ສຸກນິລັນ ແສງພະຈັນ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ບັນດາຜູ້ເຂົ້າຮ່ວມຝຶກອົບຮົມ, ທີ່ໄດ້ເສຍສະຫຼະເວລາເຂົ້າຮ່ວມ ແລະ ຫວັງວ່າບົດຮຽນທັງໝົດຂອງກອງປະຊຸມໃນຄັ້ງນີ້ ຈະເປັນປະໂຫຍດໃຫ້ແກ່ບັນດາທ່ານຜູ້ເຂົ້າຮ່ວມບໍ່ໜ້ອຍກໍ່ຫຼາຍ ແລະ ຫວັງວ່າບັນດາທ່ານຈະນໍາເອົາບົດຮຽນໃນຄັ້ງນີ້ໄປນໍາໃຊ້ເຂົ້າໃນວຽກງານຕົວຈິງຂອງພວກທ່ານໃນຕໍ່ໜ້າ.

3
4

ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ

01

ສວສສຊ ຕ້ອນຮັບການມາຢ້ຽມຢາມຂອງຄະນະຜູ້ແທນ ສະຖາບັນວິທະຍາສາດສັງຄົມ ແຂວງ ກວາງຕຸງ

01

     ໃນຕອນເຊົ້າຂອງວັນທີ 27 ພະຈິກ 2027 ທີ່ຜ່ານມາ; ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ທ່ານ ປອ ນ. ແກ້ວວິວອນ ອຸດທະຈັກ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກຂອງ ທ່ານ ສຈ. ທິງຫຸຍ (wang Tinghui), ປະທານສະຖາບັນວິທະຍາສາດສັງຄົມ ແຂວງ ກວາງຕຸ່ງ ພ້ອມດ້ວຍຄະນະ.

      ໃນໂອກາດດັ່ງກ່າວ ທ່ານ ປອ. ນ. ແກ້ວວິວອນ ອຸດທະຈັກ  ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ໄດ້ສະແດງເຖິງຄວາມສາມັກຄີແບບພິເສດ, ເປັນສາຍເຊື່ອມມິດຕະພາບ, ຄວາມຕັ້ງໃຈຮ່ວມມື, ຮ່ວມພັດທະນາ ແລະ ຮ່ວມກັນສ້າງຄວາມຝັນ ລະຫວ່າງສອງສະຖາບັນ.

02
03

     ພ້ອມນັ້ນ, ທັງສອງຝ່າຍໄດ້ ປຶກສາຫາລື ແລະ ແລກປ່ຽນບົດຮຽນທາງດ້ານວິຊາການກ່ຽວກັບ ສະຖານະພາບເສດຖະກິດ-ສັງຄົມ, ບົດຮຽນການປະຕິຮູບ ແລະ ແຜນບູລິມະສິດໃນອະນາຄົດ, ທີ່ມີ 5 ຫົວຂໍ້ຍ່ອຍ ຄື: 1. ການປະຕິຮູບຮອບດ້ານ ມີຫຼັກການ; 2. ຫັນເສດຖະກິດທໍາມະຊາດໄປສູ່ເສດຖະກິດສິນຄ້າ; 3. ນະໂຍບາຍ ແລະ ຮູບແບບການຄຸ້ມຄອງໃນການລົງທຶນຂອງຕ່າງປະເທດ; 4. ພັດທະນາເຂດພື້ນທີ່ຕາມແລວທາງລົດໄຟລາວ-ຈີນ; 5. ບາງບົດຮຽນໃນການປະຕິຮູບຮອບດ້ານ ມີຫຼັກການ ທີ່ຕິດພັນກັບສະຖາບັນ.

05
06
07
08

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ

1

ຄະນະຜູ້ແທນ ສວສສຊ ເຂົ້າຮ່ວມສຳມະນາສາກົນສັງຄົມນິຍົມ ຄັ້ງທີ XII ທີ່ ສສ. ຫວຽດນາມ

1

     ໃນວັນທີ 17 ພະຈິກ 2025 ທີ່ຜ່ານມາ, ທ່ານ ໄຊສົງຄາມ ມະໂນທັມ ຄະນະປະຈໍາພັກ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ນໍາພາຄະນະຜູ້ແທນສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ  ເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດສາກົນສັງຄົມນິຍົມ ຄັ້ງທີ XII ພາຍໃຕ້ຫົວຂໍ້ “ການບໍລິຫານລັດສັງຄົມນີຍົມໃນສະພາບການຍຸກໃໝ່” ທີ່ນະຄອນຫຼວງຮ່າໂນ້ຍ ສສ.ຫວຽດນາມ ໂດຍການເປັນເຈົ້າ ພາບຂອງສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ; ປະທານກອງປະຊຸມຮ່ວມຄັ້ງນີ້ມີ ທ່ານ ປອ. ດັ່ງ ຊວັ່ນແທ່ງ (Dang Xuan Thanh) ຮອງປະທານສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ (VASS), ທ່ານ ໄຊສົງຄາມ ມະໂນທັມ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES) ແລະ ທ່ານ ປອ. ໂລ້ ເວິນຕົ້ງ (Luo Wen Dong) ຮອງຫົວໜ້າສະຖາບັນຄົ້ນຄວ້າລັດທິມາກ, ສະຖາບັນບັນດິດວິທະຍາສາດສັງຄົມຈີນ (CASS) ພ້ອມດ້ວຍມີນັກວິທະຍາກອນ, ນັກສຳມະນາກອນຂອງສາມປະເທດເຂົ້າຮ່ວມ.

2

     ທ່ານ ໄຊສົງຄາມ ມະໂນທັມ ໄດ້ກ່າວມີຄຳເຫັນໃນພິທີເປີດບາງຕອນວ່າ: ຜົນສຳເລັດຂອງກອງປະຊຸມສຳມະນາວິທະຍາສາດສາກົນສັງຄົມນິຍົມ ແມ່ນບົດຮຽນທີ່ສໍາຄັນທາງດ້ານທິດສະດີ ແລະ ພຶດຕະກຳ ເປັນຂໍ້ມູນໃຫ້ພັກ ແລະ ລັດຖະບານ ໃນການວາງແນວທາງນະໂຍບາຍ ໂດຍສະເພາະ ໃນການຮ່າງມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ່ XII ຂອງ ພັກປະຊາຊົນປະຕິວັດລາວ ເວົ້າລວມ, ເວົ້າສະເພາະແມ່ນການປັບປຸງການຄຸ້ມຄອງລັດຢູ່ ສປປ ລາວ ທີ່ຈະສົນທະນາ ແລະ ແລກປ່ຽນບົດຮຽນໃນກອງປະຊຸມສໍາມະນາເທື່ອນີ້. ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ເຫັນໄດ້ຄວາມສໍາຄັນ ແລະ ມີແນວທາງປັບປຸງການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ໃຫ້ທັນສະໄໝ, ມີປະສິດທິພາບ ແລະ ມີປະສິດທິຜົນ ເພື່ອຫຼຸດຜ່ອນພາລະແບກຫາບ, ເສີມຂະຫຍາຍສິດເປັນເຈົ້າ ແລະ ການມີສ່ວນຮ່ວມຂອງປະຊາຊົນ ໃຫ້ນັບມື້ນັບຫຼາຍຂຶ້ນ. ການປັບປຸງການຄຸ້ມຄອງລັດ ແລະ ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານ ປະສົບຜົນສຳເລັດໃນຫຼາຍດ້ານ ເປັນຕົ້ນກົງຈັກການຈັດຕັ້ງຂອງພັກ ແລະ ລັດຖະບານໄດ້ຮັບການປັບປຸງໃຫ້ກະທັດຮັດ, ເຄື່ອນໄຫວຄ່ອງຕົວ, ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ; ຈຳນວນພະນັກງານ-ລັດຖະກອນຫຼຸດລົງທຽບກັບຈຳນວນປະຊາກອນ ແລະ ເງິນເດືອນຂອງພະນັກງານ-ລັດຖະກອນ ກັບຂະໜາດເສດຖະກິດ ແລະ ລາຍຮັບເຂົ້າງົບປະມານຂອງລັດ ອັນໄດ້ຫຼຸດຜ່ອນພາລະແບກຫາບຂອງປະຊາຊົນລົງ, ເຕັກນິກ ແລະ ເຕັກໂນໂລຊີດີຈີຕ້ອນ ໄດ້ຮັບການຂະຫຍາຍຕົວສູງຂຶ້ນ, ປະກອບສ່ວນເຮັດໃຫ້ ການຄຸ້ມຄອງລັດ ແລະ ສັງຄົມມີຄວາມວ່ອງໄວ ແລະ ໂປ່ງໃສຂຶ້ນ; ບົດບາດຂອງອໍານາດການປົກຄອງທ້ອງຖິ່ນ ແລະ ການມີສ່ວນຮ່ວມຂອງປະຊາຊົນ ໃນການຄຸ້ມຄອງລັດ ແລະ ສັງຄົມ ໄດ້ຮັບການປັບປຸງໃຫ້ດີຂຶ້ນ ແລະ ອື່ນໆ. ແຕ່ເຖິງຢ່າງໃດກໍຕາມ ສປປ ລາວ ກໍຍັງມີບັນຫາ, ຂໍ້ຫຍຸ້ງຍາກ, ຂໍ້ຈຳກັດ ແລະ ສິ່ງທ້າທາຍນຳມາປຶກສາຫາລື ແລະ ແລກປ່ຽນບົດຮຽນໃນກອງປະຊຸມສຳມະນາຄັ້ງນີ້ ເຊັ່ນ: ການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ, ລະຫວ່າງຂະແໜງການຍັງບໍ່ທັນຈະແຈ້ງ, ຍັງມີລັກສະນະຊໍ້າຊ້ອນກັນ; ການສຶກສາອົບຮົມທາງດ້ານການເມືອງແນວຄິດ, ຄຸນສົມບັດສິນທຳປະຕິວັດ ແລະ ຄວາມຮູ້-ຄວາມສາມາດຂອງພະນັກງານ-ລັດຖະກອນ ໃຫ້ທັນກັບການປ່ຽນແປງຂອງສະພາບການຂອງໂລ; ການເສີມຂະຫຍາຍສິດເປັນເຈົ້າ ແລະ ການມີສ່ວນຮ່ວມຂອງປະຊາຊົນ ໃນການຄຸ້ມຄອງລັດ ແລະ ສັງຄົມ, ການແກ້ໄຂປະກົດການຫຍໍ້ທໍ້, ການສໍ້ລາດບັງຫຼວງ ແລະ ພະຍາດອາດຍາສິດ ໃນຖັນແຖວສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ແລະ ອື່ນໆ.

     ກອງປະຊຸມໄດ້ຮັບຟັງການສະເໜີບົດວິທະຍາສາດທີ່ກ່ຽວຂ້ອງ ທັງໝົດ 11 ຫົວຂໍ້ ເຊິ່ງຈັດເປັນສອງວາລະຄື: ວາລະທີໜຶ່ງແມ່ນບັນຫາລວມກ່ຽວກັບການບໍລິຫານລັດທິສັງຄົມນິຍົມ ແລະ ວາລະທີສອງ ແມ່ນການບໍລິຫານລັດສັງຄົມນິຍົມທັນສະໄໝ ແລະ ມີປະສິດທິຜົນໃນສະພາບການໃໝ່ຂອງຍຸກປະຈຸບັນ. ໃນນັ້ນ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ນຳສະເໜີບົດຈຳນວນ 03 ຫົວຂໍ້ຄື: ຮູບແບບກົງຈັກບໍລິຫານລັດ ທີ່ມີປະສິດທິ ພາບໃນ ສປປ ລາວ; ບົດຮຽນການຈັດຕັ້ງກົງຈັກຂອງການປົກຄອງທ້ອງຖີ່ນໃນ ສປປ ລາວ ແລະ ວິທີແກ້ໄຂເພື່ອປັບປຸງປະສິດທິຜົນຂອງການປະຕິຮູບກົງຈັກລັດ ຢູ່ ສປປ ລາວ ໃນຂະບວນການເຊື່ອມໂຍງສາກົນ ເພື່ອສົນທະນາ ແລະ ແລກ ປ່ຽນບົດຮຽນໃນກອງປະຊຸມ.

     ຜ່ານບັນດາບົດປະກອບຄໍາເຫັນ ແລະ ການສົນທະນາເຈາະຈີ້ມບັນຫາທີ່ກ່ຽວຂ້ອງສາມາດເຫັນໄດ້ວ່າ ບັນ ດານັກວິທະຍາສາດໄດ້ວິເຄາະ ແລະ ໄຂຄວາມກະຈ່າງແຈ້ງຫຼາຍບັນຫາລວມກ່ຽວກັບການບໍລິຫານລັດ, ເຊິ່ງເປັນພື້ນ ຖານການບໍລິຫານເອົາມະນຸດເປັນສູນກາງ, ພາຍໃຕ້ການນໍາພາຂອງພັກ, ການຄຸ້ມຄອງຂອງລັດ ແລະ ສິດເປັນເຈົ້າຕົນເອງຂອງປະຊາຊົນຈາກບົດຮຽນຂອງສາມປະເທດ, ຊີ້ໃຫ້ເຫັນຄວາມຫຼາກຫຼາຍໃນວິທີການເຂົ້າເຖິງການບໍລິຫານລັດສັງຄົມນິຍົມ, ຄວາມແຕກຕ່າງກັນໃນທິດທາງໃຫ້ບູລິມະສິດທີ່ກ່ຽວຂ້ອງເຖິງໜ້າທີ່ຈຸດສຸມຂອງແຕ່ລະປະເທດ. ກອງປະຊຸມໄດ້ພ້ອມກັນສະຫຼຸບ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງສຳມະນາວິທະຍາສາດສາກົນຄັ້ງນີ້ ເຊິ່ງໄດ້ສ້າງຄວາມກະຈ່າງແຈ້ງຫຼາຍບັນຫາຕໍ່ກັບທິດທາງການເຂົ້າເຖິງແບບໃໝ່ ແລະ ການຄົ້ນຄວ້າທິດສະດີກ່ຽວກັບການບໍລິຫານລັດສັງຄົມນິຍົມ ແລະ ເຮັດໃຫ້ຄະນະຜູ້ແທນຈາກ ສປປ ລາວ ໄດ້ມີຄວາມເຂົ້າໃຈ ແລະ ບົດຮຽນອັນໃໝ່ທີ່ມີຄຸນຄ່າທາງດ້ານທິດສະດີ ແລະ ພືດຕິກຳ ຈາກ ສສ. ຫວຽດນາມ ແລະ ສປ. ຈີນ ເປັນຕົ້ນແມ່ນບົດຮຽນໃນການບໍລິຫານລັດຕາມທິດຫັນເປັນທັນສະໄໝ, ການນຳໃຊ້ເຕັກໂນໂລຊີດີຈີຕ້ອນ, ການປັບປຸງກົງຈັກການຈັດຕັ້ງ ແລະ ການຄວບຄຸມອຳນາດລັດສັງ ຄົມນິຍົມ ເພື່ອເປັນບົດຮຽນໃນການໝູນໃຊ້ເຂົ້າໃນການປັບປຸງການປົກຄອງລັດຢູ່ ສປປ ລາວ. ທັງສາມຝ່າຍໄດ້ເຫັນດີເປັນເອກະພາບຈັດຕັ້ງກົນໄກປະສານງານ ເພື່ອປຶກສາຫາລືກຳນົດຫົວຂໍ້ກອງປະຊຸມສໍາມະນາວິທະຍາສາດສາກົນສັງ ຄົມນິຍົມ ຄັ້ງທີ XIII ທີ່ສະຖາບັນດິດວິທະຍາສາດສັງຄົມຈີນ ຈະເປັນເຈົ້າພາບໃນປີ 2026 ທີ່ຈະມາເຖິງນີ້.

3
4

ຂຽນຂ່າວ ແລະ ຖ່າຍພາບ: ທະນົງສຸກ ບຸນປະເສີດ

1

ສວສສຊ ຈັດພິທີປາຖະກະຖາວັນຊາດ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ

1

     ໃນຕອນບ່າຍຂອງວັນທີ 20 ພະຈິກ 2025 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ເຊິ່ງໄດ້ຮັບກຽດຂຶ້ນປາຖະກະຖາໂດຍບັນດາ ທ່ານ ປອ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ບົວສອນ ບຸບຜາວັນ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຈັນສີ ໂພສີຄຳ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ທ່ານ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ປະທານ ສວສສຊ; ມີບັນດາຄະນະພັກ-ຄະນະນໍາ, ບັນດາຫົວໜ້າສະຖາບັນຄົ້ນຄວ້າ, ກົມ, ຫ້ອງການ, ສູນ ພ້ອມດ້ວຍພະນັກງານທົ່ວ ສວສສຊ ເຂົ້າຮ່ວມ.

2

     ໃນໂອກາດນີ້ ທ່ານ ປອ. ແກ້ວວິວອນ ອຸດທະຈັກ ຮອງປະທານ ສວສສຊ ໄດ້ຂື້ນກ່າວເປີດພິທີວ່າ: ການປາຖະກະຖາໃນຄັ້ງນີ້ ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ແລະ ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ພວມພ້ອມກັນສືບຕໍ່ຈັດຕັ້ງຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 9 ເວົ້າລວມ, ເວົ້າສະເພາະແມ່ນກະກຽມສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບ ຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ສໍາລັບ ສວສສຊ ພວກເຮົາ ກໍ່ພວມຂຸ້ນຂ້ຽວໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ຂອງອົງຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃຫ້ໄດ້ຮັບຜົນສຳເລັດດີຂຶ້ນເປັນກ້າວໆ; ຈຸດປະສົງການປາຖະກະຖາປະກອບມີສາມເນື້ອໃນສໍາຄັນຄື: ຈະໄດ້ເຊື່ອມຊຶມວັນສະຖາປະນາ ສປປ ລາວ, ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ແລະ ບົດຮຽນການນໍາພາວຽກງານກໍ່ສ້າງພັກ-ພະນັກງານ.

     ທ່ານ ປອ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ຂຶ້ນປາຖະກະຖາວັນສະຖາປະນາ ແຫ່ງ ສປປ ລາວ ຄົບຮອບ 50 ປີ ແລະ ການຈັດຕັ້ງການສະເຫຼີມສະຫຼອງ 3 ວັນປະຫວັດສາດ ເຊິ່ງບາງຕອນທ່ານໄດ້ຍົກໃຫ້ເຫັນເຖິງ ປະຫວັດສາດແຫ່ງການຕໍ່ສູ້ກູ້ຊາດທີ່ຍືດເຍື້ອຍາວນານ ແລະ ຄວາມຫຍຸ້ງຍາກລໍາບາກຂອງການນຳ ກໍ່ຄືນັກປະຕິວັດຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ທີ່ໄດ້ເສຍສະຫຼະເລືືອດເນື້ອເຫື່ອແຮງ ແລະ ສະຕິປັນຍາ ນຳພາປະຊາຊົນລາວຕໍ່ສູ້ກູ້ຊາດ ຈົນເຖິງ ການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975; ຕະຫຼອດ 50 ປີ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໄດ້ເຮັດໃຫ້ ສປປ ລາວ ມີໂສມໜ້າໃໝ່ຂອງປະເທດມີການປ່ຽນແປງໃຫຍ່ຫຼວງ ແລະ ຮອບດ້ານ ເຊິ່ງເຮັດໃຫ້ ສປປ ລາວ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດເຖິງຈະພົບຄວາມຫຍຸ້ງຍາກບາງໄລຍະ, ແຕ່ກໍ່ຍັງສືບຕໍ່ເຕີບໂຕຕໍ່ເນື່ອງ ແລະ ສາມາດຮັກສາໄດ້ບໍ່ໃຫ້ຕົກເຂົ້າສູ່ວິກິດການ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງສະມາ ຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນ ກໍ່ຄ່ອຍໆດີຂຶ້ນ, ຄວາມທຸກຍາກຖືກຕີຖອຍເປັນກ້າວໆ ແລະ ເຮັດໃຫ້ຕົວເມືອງ ແລະ ຊົນນະບົດ ຄ່ອຍໆຍັບໃກ້ເຂົ້າຫາກັນ.

6
5

     ທ່ານ ບົວສອນ ບຸບຜາວັນ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຂຶ້ນປາຖະກະຖາກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງ ປະທານ ໄກສອນ ພົມວິຫານ ເຊິ່ງມີຈຸດພິເສດແຕກຕ່າງກັບຜູ້ນຳອື່ນໆໃນໂລກ ເພາະວ່າເພິ່ນເປັນຜູ້ນໍາທີ່ຍ່ງໃຫຍ່, ນັກຄົ້ນຄິດ ແລະ ເປັນນັກປະຕິວັດທີ່ເລີດເດັ່ນ  ເປັນວິລະບູລຸດທີ່ປະເທດຊາດຈາລຶກເອົາໄວ້ໃນປະຫວັດສາດ, ເປັນຜູ້ທີ່ເສຍສະຫຼະເພື່ອປະເທດຊາດ ເພື່ອຄວາມຢູ່ດີກີນດີຂອງປະຊາຊົນ; ເປັນຜູ້ທີ່ມີຄວາມສະຫຼາດສ່ອງໃສ, ມີໄຫວພິກ, ມີວາທະສິນໃນການເຈລະຈາ ແລະ ປຸກລະດົມຂົນຂວາຍປະຊາຊົນ ແລະ ຈັດຕັ້ງກໍາລັງປະກອບອາວຸດຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນຈົນໄດ້ຮັບໄຊຊະນະ; ເພີ່ນເປັນນັກຄົ້ນຄິດຕະຫຼອດເວລາ, ມັກອ່ານ, ມັກສົນທະນາກັບນັກຄົ້ນຄວ້າ, ຄູອາຈານ ຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອຊອກຫາແນວທາງນະໂຍບາຍໃນການວາງແຜນປ່ຽນແປງໃໝ່ທີ່ດີເໝາະສົມກັບບ້ານເຮົາ; ເພິ່ນເປັນຜູ້ນໍາທີ່ສະດຸ້ງໄວ ແລະ ມີສະຕິສູງຕໍ່ສະພາບການປ່ຽນແປງພາຍໃນ ແລະ ສາກົນ ໂດຍຈັດຕັ້ງນະໂຍບາຍປ່ຽນແປງໃໝ່ ເຊິ່ງໄດ້ກຳນົດ 6 ຫລັກການ, 7 ຄຸນລັກສະນະ ແລະ  9 ປະຖົມປັດໄຈກ້າວສູ່ສັງຄົມນຍົມຂອງພັກມາຮອດປັດຈຸບັນ.

     ທ່ານ ຈັນສີ ໂພສີຄຳ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນປາຖະກະຖາກ່ຽວກັບການນໍາພາວຽກງານກໍ່ສ້າງພັກ-ພະນັກງານ ເຊິ່ງເປັນວຽກງານໜຶ່ງທີ່ສໍາຄັນ ແລະ ມັນເປັນວຽກກ່ຽວກັບການກໍ່ສ້າງຄົນ, ການກໍ່ສ້າງພະນັກງານປະຕິວັດ ແລະ ກຳລັງປະກອບອາວຸດ ເພື່ອຮັບໃຊ້ເຂົ້າໃນການຜັນຂະຫຍາຍນະໂຍບາຍຂອງພັກ. ໃນສະພາບການໃໝ່ ການກໍ່ສ້າງພັກ-ພະນັກງານ ຕ້ອງໄດ້ຍຶດໝັ້ນປະຕິບັດກົດລະບຽບຂອງພັກໃຫ້ເຂັ້ມງວດ, ຖືກຕ້ອງ; ໃນນັ້ນ ຕ້ອງເອົາໃຈໃສ່ສາມດ້ານຄື 1) ຕ້ອງຖືເອົາຄຸນນະພາບເປັນກົກ ເພື່ອສ້າງການນໍາພາ; 2) ການຂະຫຍາຍພັກຕ້ອງໃຫ້ຖືກທິດທາງກັບການປະຕິບັດວຽກງານຂອງລັດ, ຕ້ອງໄດ້ມີຂະບວນການ ແລະ ວຽກງານມີຜົນສຳເລັດສູງຂຶ້ນ, ຂະຫຍາຍແລ້ວຕ້ອງຕິດຕາມກວດກາ ແລະ ເດັດຂາດເອົາອອກເມື່ອຜິດລະບຽບວິໄນ; 3) ສ້າງພັກຕ້ອງສ້າງໃນຂະບວນການມະຫາຊົນ ເພື່ອເລືອກຜູ້ທີ່ຫ້າວຫັນ ເຮັດແທ້ທໍາຈິງ. ພ້ອມນັ້ນ ຕ້ອງໄດ້ຮໍ່າຮຽນ ແລະ ຖອດຖອນຈາກຄໍາສັ່ງສອນຂອງຜູ້ນໍາ ເພື່ອຫຼີກເວັ້ນແນວຄິດຊົນຊັ້ນເກົ່າ, ແນວຄິດຫ່າງເຫີນມະຫາຊົນ, ຕົກສູ່ແນວຄິດຫັນປ່ຽນຂອງສັດຕູ ແລະ ຫລົງລືມແນວທາງນະໂຍບາຍ ເຊິ່ງອາດເຮັດໃຫ້ພັກເສຍບົດບາດ ແລະ ຄວາມເຊື່ອໝັ້ນຈາກມະຫາຊົນ.

     ໃນຕອນທ້າຍພິທີ ທ່ານ ປອ. ກອງແກ້ວ ໄຊສົງຄາມ ໄດ້ກ່າວສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອມາຍັງ ອະດີດການນໍາ ທີ່ໄດ້ເສຍສະຫຼະເວລາອັນມີຄ່າມາປາຖະກະຖາເລົ່າມູນເຊື້ອ, ເຖິງຈະເປັນເວລາສັ້ນ ແຕ່ເຕັມໄປດ້ວຍເນື້ອໃນທີ່ສໍາຄັນ ເຊິ່ງຕະຫຼອດໄລຍະ 50 ປີ ພາຍໃຕ້ການນໍາພາຂອງພັກ ສາມາດນໍາພາສ້າງສາ ແລະ ປົກປັກຮັກສາປະເທດຊາດໃຫ້ໝັ້ນຄົງຖາວອນ, ເສດຖະກິດມີການພັດທະນາເຂັ້ມແຂງ, ນໍາເອົາຊີວິດການເປັນຢູ່ທີ່ດີມາສູ່ປະຊາຊົນບັນດາເຜົ່າ; ປະເທດຊາດຮັ່ງມີ, ເຂັ້ມແຂງ ແລະ ສັງຄົມມີຄວາມສີວິໄລກ້າວໜ້າ ດັ່ງສັດຈະທຳທີ່ວ່າ “ໄດ້ກິນເຂົ້າ ບໍ່ລືມຄຸນນາ, ໄດ້ກິນປາບໍ່ລືມຄຸນຕ້ອນ” ຫຼື “ມີວັນນັ້ນ ຈຶ່ງມີວັນນີ້” ພວກເຮົາໃນນາມນັກວິທະຍາສາດ ຕ້ອງໄດ້ກໍາແໜ້ນ ແລະ ນໍາເອົາຄວາມຮູ້ໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ.

3

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ

3

ສະຫາຍ ຫຼີ ຊູ ເລີຍ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

3

     ຕອນເຊົ້າວັນທີ 10 ພະຈິກ 2025  ທີ່ນະຄອນຫຼວງວຽງຈັນ, ສະຫາຍ ຫຼີ ຊູ ເລີຍ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ ເພື່ອມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີສອງພັກລາວ – ຈີນ ຄັ້ງທີ XIII ທີ່ຈັດຂຶ້ນໃນລະຫວ່າງວັນທີ 10-11 ພະຈິກ 2025 ນີ້.

     ເປັນກຽດຕ້ອນຮັບຢູ່ສະໜາມບິນ ຄະນະຝ່າຍລາວ ນໍາໂດຍ ສະຫາຍ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ມີສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ນາງ ຝາງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈຳ ສປປ. ລາວ ພ້ອມດ້ວຍຄະນະທັງສອງຝ່າຍ.

     ກອງປະຊຸມສຳມະນາຄັ້ງນີ້ແມ່ນຈະຈັດຂຶ້ນທີ່ແຂວງຈຳປາສັກ ພາຍໃຕ້ຫົວຂໍ້ “ນໍາໃຊ້ແຜນການໄລຍະກາງ-ໄລຍະຍາວ ຊຸກຍູ້ການພັດທະ ນາເສດຖະກິດ-ສັງຄົມ: ບົດຮຽນຂອງລາວ ແລະ ຈີນ” ເຊິ່ງເປັນຫົວຂໍ້ທີ່ມີຄວາມໝາຍສໍາຄັນທາງດ້ານທິດສະດີແລະ ພຶດຕິກຳ ທີ່ມີລັກສະນະຍຸດທະສາດ, ສະແດງອອກເຖິງບົດບາດການນໍາພາຮອບດ້ານຂອງພັກຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະໃນໄລຍະທີ່ ສປປ ລາວ ກໍາລັງກະກຽມຮ່າງບົດສະຫຼຸບແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ວາງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030).

2
1

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ

11

ສວສສຊ ປະກາດແຕ່ງຕັ້ງພະນັກງານນໍາພາຂັ້ນກົມ

11

ວັນທີ 04 ພະຈິກ 2025 ທີ່ຜ່ານມາ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ປະກາດການຈັດຕັ້ງແຕ່ງ ແລະ ຊັບຊ້ອນພະນັກງານຂັ້ນກົມ ໂດຍເປັນປະທານຂອງ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງເລຂາຄະນະພັກ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີຄະນະປະຈໍາພັກ,  ຄະນະພັກ, ແລະ ບັນດາຄະນະຫ້ອງການ, ກົມ, ສາຖາບັນຄົ້ນຄວ້າ ແລະ ສູນ ເຂົ້າຮ່ວມ.

ທ່ານ ຄຳສຸກ ພອນໄຊສະຫວັດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງປະທານ ສວສສຊ ວ່າດ້ວຍການແຕ່ງຕັ້ງຂັ້ນກົມ ຈຳນວນ 02 ສະຫາຍ ດັ່ງນີ້: 1) ແຕ່ງຕັ້ງ ທ່ານ ນ. ດອກຟ້າ ສີໂຍທາ ຫົວໜ້າພະແນກ ເປັນຮອງຫົວໜ້າສະຖາບັນຄົ້ນຄວ້າພັດທະນາວິສາຫະກິດ; 2) ແຕ່ງຕັ້ງ ທ່ານ ທຳມະໄລ ຄຳມຸງຄຸນ ຫົວໜ້າພະແນກ ເປັນຮອງຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ

02

ໃນໂອກາດດັ່ງກ່າວນີ້, ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ມີຄຳເຫັນໂອ້ລົມຕໍ່ພະນັກງານຂັ້ນນໍາໃໝ່ວ່າ: ການແຕ່ງຕັ້ງ, ຍົກຍ້າຍ, ສັບຊ້ອນໜ້າທີ່ໃໝ່ ແມ່ນເປັນວຽກປົກກະຕິ ແລະ ເປັນນະໂຍບາຍຂອງພັກ ແລະ ລັດເຮົາ ເພື່ອປັບປຸງ ແລະ ຍົກສູງບົດບາດການຊີ້ນໍາ-ນໍາພາຂອງພັກ, ການຄຸ້ມຄອງບໍລິຫານຂອງລັດ ແລະ ທັງເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ຂອງອົງຄະນະພັກ ສວສສຊ ໃຫ້ເຂົ້າສູ່ລວງເລິກ ໂດຍສະເພາະແມ່ນວຽກງານພັກ ແລະ ພະນັກງານ, ການປັບປຸງກົງຈັກການຈັດຕັ້ງ ແລະ ສັບຊ້ອນ, ຈັດວາງບຸກຄະລາກອນ ແມ່ນວຽກງານທີ່ສຳຄັນຂອງແນວທາງການຈັດຕັ້ງຂອງພັກເຮົາຊຶ່ງເນື້ອແທ້ກໍ່ແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ການຜັນຂະຫຍາຍມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດມາເປັນອັນລະອຽດ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດຕາມ ຄຳສັ່ງເລກທີ 190 ຂອງຄະນະເລຂາທິການສູນກາງພັກ ແລະ ຄໍາແນະນໍາ ເລກທີ 01 ຂອງລັດຖະບານ ວ່າດ້ວຍການປັບປຸງການຈັດຕັ້ງຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ຕາມທິດ: “ກະທັດຮັດ, ໂປ່ງໃສ ແລະ ສອດຄ່ອງກັບສະພາບຕົວຈິງ”, ໃນດ້ານໜຶ່ງ ກໍ່ເພື່ອເປັນການທົດສອບຄວາມຮູ້, ຄວາມສາມາດ ແລະ ຄວາມສູ້ຊົນອົດທົນຂອງພະນັກງານພ້ອມນັ້ນ ຮຽກຮ້ອງມາຍັງບັນດາສະຫາຍທີ່ໄດ້ຮັບການສັບຊ້ອນ ແລະ ແຕ່ງຕັ້ງຄັ້ງນີ້ ຈົ່ງໄດ້ຕັ້ງໃຈປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍໃຫ້ດີທີ່ສຸດ ແລະ ມີຜົນສຳເລັດ.

03

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ

1

ສວສສຊ ຕ້ອນຮັບສະຖາບັນຄົ້ນຄວ້າວັນນະຄະດີຊົນເຜົ່າ, ສະຖາບັນວິທະຍາສາດສັງຄົມ ແຂວງ ຢູນນານ ສປ ຈີນ

1

     ໃນຕອນບ່າຍວັນທີ 30 ຕຸລາ 2025 ທີ່ຜ່ານມາ ທ່ານ ປອ. ເດັ້ງຢ່າງ ກົງຈີ ຫົວໜ້າສະຖາບັນຄົ້ນຄວ້າວັດທະນະທໍາ ຕາງໜ້າຄະນະນໍາ ສວສສຊ ໄດ້ຕ້ອນຮັບທ່ານ ສາດສະດາຈານ ຫວັງ ຈຸນ (Prof. Wang Jun) ຫົວໜ້າສະຖາບັນຄົ້ນຄວ້າວັນນະຄະດີຊົນເຜົ່າ, ສະຖາບັນວິທະຍາສາດສັງຄົມ ແຂວງຢຸນນານ ສປ.ຈີນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນຢູ່ ສປປ ລາວ.

4
3

     ທັງສອງຝ່າຍໄດ້ລາຍງານຜົນສຳເລັດຂອງການຮ່ວມມືລະຫວ່າງລາວ-ຈີນໃນຊຸມປີຜ່ານມາ ໂດຍສະເພາະໃນດ້ານວັດທະນະທຳ, ການສຶກສາ ແລະ ມໍລະດົກວັດທະນະທຳ; ຄວາມເຂົ້າໃຈທີ່ເປັນເອກະລັກຂອງລາວຕໍ່ຂໍ້ລິເລີ່ມອາລະຍະທຳຂອງໂລກ, ຂອງລາວ-ຈີນ ເພື່ອຫຼຸດຜ່ອນຄວາມທຸກຍາກ ລວມທັງທິດທາງ ແລະ ວິໄສທັດການຮ່ວມມືໃນອະນາຄົດ ລະຫວ່າງລາວ-ຈີນ. ນອກຈາກນັ້ນ  ຍັງໄດ້ປຶກສາຫາລືກັນໃນການຮ່ວມມືຄົ້ນຄວ້າແລກປ່ຽນບົດຮຽນດ້ານການຄຸ້ມຄອງວັດທະນະທໍາ, ວັນນະຄະດີຂອງຊົນເຜົ່າ ແລະ ບໍາລຸງກໍ່ສ້າງທາງດ້ານວິິຊາການລະຫວ່າງນັກຄົ້ນຄວ້າທັງສອງຝ່າຍ ເພື່ອຜັນຂະຫຍາຍຍຸດທະສາດ, ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ກໍຄືຂົງເຂດການຄົ້ນຄວ້າໃຫ້ມີຜົນສຳ ເລັດສູງຂຶ້ນຢ່າງຮອບດ້ານ.

2
5

ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ