ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ
LAO ACADEMY OF SOCIAL AND ECONOMIC SCIENCES
ໃນຕອນເຊົ້າຂອງວັນທີ 27 ພະຈິກ 2027 ທີ່ຜ່ານມາ; ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ທ່ານ ປອ ນ. ແກ້ວວິວອນ ອຸດທະຈັກ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກຂອງ ທ່ານ ສຈ. ທິງຫຸຍ (wang Tinghui), ປະທານສະຖາບັນວິທະຍາສາດສັງຄົມ ແຂວງ ກວາງຕຸ່ງ ພ້ອມດ້ວຍຄະນະ.
ໃນໂອກາດດັ່ງກ່າວ ທ່ານ ປອ. ນ. ແກ້ວວິວອນ ອຸດທະຈັກ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ໄດ້ສະແດງເຖິງຄວາມສາມັກຄີແບບພິເສດ, ເປັນສາຍເຊື່ອມມິດຕະພາບ, ຄວາມຕັ້ງໃຈຮ່ວມມື, ຮ່ວມພັດທະນາ ແລະ ຮ່ວມກັນສ້າງຄວາມຝັນ ລະຫວ່າງສອງສະຖາບັນ.
ພ້ອມນັ້ນ, ທັງສອງຝ່າຍໄດ້ ປຶກສາຫາລື ແລະ ແລກປ່ຽນບົດຮຽນທາງດ້ານວິຊາການກ່ຽວກັບ ສະຖານະພາບເສດຖະກິດ-ສັງຄົມ, ບົດຮຽນການປະຕິຮູບ ແລະ ແຜນບູລິມະສິດໃນອະນາຄົດ, ທີ່ມີ 5 ຫົວຂໍ້ຍ່ອຍ ຄື: 1. ການປະຕິຮູບຮອບດ້ານ ມີຫຼັກການ; 2. ຫັນເສດຖະກິດທໍາມະຊາດໄປສູ່ເສດຖະກິດສິນຄ້າ; 3. ນະໂຍບາຍ ແລະ ຮູບແບບການຄຸ້ມຄອງໃນການລົງທຶນຂອງຕ່າງປະເທດ; 4. ພັດທະນາເຂດພື້ນທີ່ຕາມແລວທາງລົດໄຟລາວ-ຈີນ; 5. ບາງບົດຮຽນໃນການປະຕິຮູບຮອບດ້ານ ມີຫຼັກການ ທີ່ຕິດພັນກັບສະຖາບັນ.
ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ