ກອງປະຊຸມຄະນະຊີ້ນໍາລວມຂອງໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN)

1

     ໃນຕອນເຊົ້າ, ວັນທີ 25 ພະຈິກ 2025 ຜ່ານມາ ທີ່ຫ້ອງປະຊຸມຂອງໂຮງແຮມ ຄຮາວພຮາຊາ. ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ, ສວສສຊ ໄດ້ຈັດກອງປະຊຸມຄະນະຊີ້ນໍາລວມຂອງໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN) ປະຈໍາປີ 2025 ພາຍໃຕ້ການເປັນປະທານຂອງທ່ານ ປອ ນາງ ແກ້ວວິວອນ ອຸດທະຈັກ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ການເຂົ້າເປັນປະທານຮ່ວມຂອງທ່ານ ນາງ Karina Lopez, ຮັກສາການຫົວໜ້າພະແນກໂພຊະນາການ, ອົງການ UNICEF ປະຈໍາ ສປປ ລາວ. ມີບັນດາທ່ານທີ່ມາຈາກຫ້ອງການ, ກົມ, ສະຖາບັນ, ສູນຄົ້ນຄວ້າ, ທິມງານໃນຄະນະຊີ້ນໍາລວມໂຄງການ, ຜູ້ຕາງໜ້າຈາກອົງການ UNICEF ປະຈໍາ ສປປ ລາວ ພ້ອມທັງທິມງານຈາກ 6 ແຂວງເປົ້າໝາຍໂຄງການ ຄື: ແຂວງຜົ້ງສາລີ, ອຸດົມໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ເຊກອງ, ເຊິ່ງມີ 4 ຂະແໜງການຫຼັກ ປະກອບດ້ວຍ ພະແນກການເງິນ, ພະແນກສາທາລະນະສຸກ, ພະແນກສຶກສາທິການ ແລະ ກິລາ ແລະ ພະແນກກະສິກໍາ ແລະ ສິ່ງແວດລ້ອມ ທີ່ເຂົ້າຮ່ວມຜ່ານຊ່ອງທາງລະບົບອອນລາຍ. ມີຜູ່ເຂົ້າຮ່ວມທັງໝົດ 114 ທ່ານ.

     ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອຮຽກຮ້ອງໃຫ້ປະກອບຄໍາຄິດ-ເຫັນ ແລະ ຄຳແນະນຳຈາກຄະນະກຳມະການຊີ້ນໍາລວມໂຄງການ (NIPN), ກວດສອບຄວາມຖືກຕ້ອງ ແລະ ຮັບຮອງແຜນຄວາມຍືນຍົງຂອງ (NIPN) ພ້ອມທັງ ສະເໜີບາດກ້າວໃນຕໍ່ໜ້າ ສຳລັບການຈັດຕັ້ງປະຕິບັດແຜນການດັ່ງກ່າວ ຫຼັງຈາກການສະໜັບສະໜູນດ້ານງົບປະມານຂອງຜູ້ໃຫ້ທຶນທີ່ຈະສິ້ນສຸດລົງໃນທ້າຍປີ 2025. ເນື່ອງຈາກວ່າ ໂຄງການ (NIPN) ເປັນລະບົບຂໍ້ມູນຂ່າວສານດ້ານໂພຊະນາການແບບຫຼາຍຂະແໜງການ ຂອງ ສປປ ລາວ, ທີ່ສາມາດສະໜອງຂໍ້ມູນຂ່າວສານ ທີ່ມີຄຸນນະພາບ ແລະ ທັນເວລາ ເພື່ອສະໜັບສະໜູນບັນດານະໂຍບາຍ, ຍຸດທະສາດ ແລະ ແຜນງານດ້ານໂພຊະນາການຂອງຫຼາຍຂະແໜງການ ເພື່ອໃຫ້ສາມາດນໍາໄປປະຕິບັດໄດ້ ແລະ ສອດຄ່ອງກັບ ຍຸດທະສາດ ແລະ ແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ. ພ້ອມກັນນັ້ນ, ເພື່ອເສີມສ້າງຄວາມເປັນເຈົ້າການຂອງພາກລັດ ແລະ ຮັບປະກັນຄວາມຍືນຍົງຂອງວຽກງານດັ່ງກ່າວໃນໄລຍະຍາວ. ສະນັ້ນ, ລັດຖະບານແຫ່ງ ສປປ ລາວ ຈຶ່ງພະຍາຍາມທີ່ຈະຮັກສາຜົນສຳເລັດ ແລະ ໜ້າທີ່ຫຼັກຂອງໂຄງການ NIPN ໃຫ້ມີຄວາມຍືນຍົງ ໂດຍການນໍາພາ ແລະ ເປັນເຈົ້າການຂອງລັດຖະບານ.

     ກອງປະຊຸມໄດ້ຮັບຟັງການລາຍງານຜົນສໍາເລັດທີ່ສໍາຄັນຂອງໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN) ໃນໄລຍະຜ່ານມາ, ພ້ອມທັງຂໍ້ສະດວກ ແລະ ສິ່ງທ້າທາຍ, ບົດຮຽນທີ່ຖອດຖອນໄດ້; ແຜນຄວາມຍືນຍົງຂອງໂຄງການ (NIPN) ແລະ ການນໍາສະເໜີໜ້າທີ່ຫຼັກຂອງແຕ່ລະພາກສ່ວນລັດ ທີ່ຈະປະກອບສ່ວນຮ່ວມມື ແລະ ສືບຕໍ່ສະໜັບສະໜູນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ມີຄວາມຍືນຍົງ.

2
4
5

     ກອງປະຊຸມໄດ້ມີການແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ແລະ ເຫັນດີເປັນເອກະພາບຮັບຮອງເອົາແຜນຄວາມຍືນຍົງສະບັບນີ້ ແລະ ພ້ອມກັນຊຸກຍູ້ໃຫ້ເຊື່ອມສານເອົາບັນດາຄໍາໝັ້ນສັນຍາທີ່ໄດ້ຕົກລົງກັນຄື: ທາງດ້ານວິຊາການ, ສະຖາບັນ ແລະ ການເງິນ ເຂົ້າໃນແຜນການ, ແຜນຂອງຂະແໜງການ ແລະ ແຜນງານ ປະຈຳປີຂອງຕົນ. ເຖິງແມ່ນວ່າຄວາມຍືນຍົງທາງດ້ານການເງິນຍັງຄົງເປັນສິ່ງທ້າທາຍ. ດັ່ງນັ້ນ, ພາກລັດຈະຮັບຮອງເອົາແນວທາງທີ່ຄ່ອຍຫັນໄປເທື່ອລະກ້າວ ແລະ ຄວາມເປັນຈິງຕາມທີ່ໄດ້ກໍານົດໄວ້ໃນເອກະສານທີ່ບັນດາຂະແໜງການໄດ້ໃຫ້ຄໍາໝັ້ນສັນຍາໄວ້. ນັບແຕ່ນີ້ເປັນຕົ້ນໄປ, ບັນດາກະຊວງຄວນເລີ່ມຕົ້ນດ້ວຍການຈັດສັນງົບປະມານເລັກນ້ອຍທີ່ເປັນໄປໄດ້ ແລະ ຄ່ອຍໆເພີ່ມຂຶ້ນຕາມທີ່ງົບປະມານເອື້ອອໍານວຍໃຫ້. ນອກຈາກນັ້ນ, ກອງປະຊຸມ ຍັງຮຽກຮ້ອງໃຫ້ຄູ່ຮ່ວມພັດທະນາສືບຕໍ່ໃຫ້ການສະໜັບສະໜູນດ້ານຍຸດທະສາດ ທີ່ມີກອບເວລາ, ໂດຍສະເພາະໃນການເສີມສ້າງຄວາມອາດສາມາດ, ການດໍາເນີນງານຂອງຂໍ້ມູນຂັ້ນສູງ ແລະ ການສະໜັບສະໜູນແຜນການ ແລະ ແຜນງານນະໂຍບາຍ ໃຫ້ສອດຄ່ອງກັບແຜນຄວາມຍືນຍົງ. ໄດ້ຮັບຄໍາເຫັນໃນທາງບວກຫຼາຍຈາກຜູ້ເຂົ້າຮ່ວມ ວ່າໜ້າທີ່ຫຼັກຂອງ (NIPN) ສາມາດເຊື່ອມສານເຂົ້າໃນແຜນວຽກງານຂອງຂະແໜງການໄດ້ ໂດຍອີງໃສ່ມູນຄ່າຄາດຄະເນຕົ້ນທຶນທີ່ນໍາສະເໜີນັ້ນ ມີຄວາມເປັນໄປໄດ້ສຳລັບແຕ່ລະຂະແໜງການ. ດັ່ງນັ້ນ, ຈິ່ງໄດ້ຊຸກຍູ້ໃຫ້ບັນດາຂະແໜງການຫຼັກເຊື່ອມສານວຽກງານດັ່ງກ່າວເຂົ້າໃນແຜນການຂອງຕົນ, ໄດ້ມີການຮຽກຮ້ອງໃຫ້ແຂວງເປົ້າໝາຍພິຈາລະນາຄຳໝັ້ນສັນຍາເຫຼົ່ານີ້ ແລະ ອາດຈະໄດ້ຜັນຂະຫຍາຍໄປສູ່ແຂວງອື່ນໆໃນອະນາຄົດ, ເຫັນວ່າໂພຊະນາການມີຄວາມສຳຄັນຫຼາຍ ແລະ ຖືວ່າເປັນບູລິມະສິດຂອງລັດຖະບານ ແລະ ເປັນໜຶ່ງໃນ 26 ຂົງເຂດການລົງທຶນໃນ NSEDP ໃນ 5 ປີຕໍ່ໜ້າ, ເຖິງຢ່າງໃດກໍຕາມ, ສະເໜີໃຫ້ຕິດຕາມກວດກາ, ຕິດຕາມຄວາມຄືບໜ້າ ແລະ ລາຍງານຂໍ້ມູນສຳຄັນໂດຍອີງໃສ່ຫຼັກຖານທີ່ຖືກຕ້ອງ, ຊັດເຈນ, ໜ້າເຊື່ອຖື ແລະ ທັນເວລາ ເພື່ອໃຫ້ສາມາດແກ້ໄຂບັນຫາໄດ້ຢ່າງວ່ອງໄວ. ພ້ອມກັນນັ້ນ, ຍັງສະເໜີໃຫ້ສະໜັບສະໜູນຢ່າງຕໍ່ເນື່ອງຈາກຄູ່ຮ່ວມພັດທະນາ ກ່ຽວກັບຂໍ້ມູນສະຖິຕິ ແລະ ການນຳໃຊ້ແຫຼ່ງຂໍ້ມູນດ້ານໂພຊະນາການຈາກແຫຼ່ງດຽວ ພ້ອມທັງ ຕິດຕາມກວດກາຢ່າງຕໍ່ເນື່ອງ.

6
7
3

ຂຽນຂ່າວ ແລະ ຖ່າຍພາບ: ສຄນສ