ສວສສຊ ຕ້ອນຮັບສະຖາບັນຄົ້ນຄວ້າວັນນະຄະດີຊົນເຜົ່າ, ສະຖາບັນວິທະຍາສາດສັງຄົມ ແຂວງ ຢູນນານ ສປ ຈີນ

1

     ໃນຕອນບ່າຍວັນທີ 30 ຕຸລາ 2025 ທີ່ຜ່ານມາ ທ່ານ ປອ. ເດັ້ງຢ່າງ ກົງຈີ ຫົວໜ້າສະຖາບັນຄົ້ນຄວ້າວັດທະນະທໍາ ຕາງໜ້າຄະນະນໍາ ສວສສຊ ໄດ້ຕ້ອນຮັບທ່ານ ສາດສະດາຈານ ຫວັງ ຈຸນ (Prof. Wang Jun) ຫົວໜ້າສະຖາບັນຄົ້ນຄວ້າວັນນະຄະດີຊົນເຜົ່າ, ສະຖາບັນວິທະຍາສາດສັງຄົມ ແຂວງຢຸນນານ ສປ.ຈີນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນຢູ່ ສປປ ລາວ.

4
3

     ທັງສອງຝ່າຍໄດ້ລາຍງານຜົນສຳເລັດຂອງການຮ່ວມມືລະຫວ່າງລາວ-ຈີນໃນຊຸມປີຜ່ານມາ ໂດຍສະເພາະໃນດ້ານວັດທະນະທຳ, ການສຶກສາ ແລະ ມໍລະດົກວັດທະນະທຳ; ຄວາມເຂົ້າໃຈທີ່ເປັນເອກະລັກຂອງລາວຕໍ່ຂໍ້ລິເລີ່ມອາລະຍະທຳຂອງໂລກ, ຂອງລາວ-ຈີນ ເພື່ອຫຼຸດຜ່ອນຄວາມທຸກຍາກ ລວມທັງທິດທາງ ແລະ ວິໄສທັດການຮ່ວມມືໃນອະນາຄົດ ລະຫວ່າງລາວ-ຈີນ. ນອກຈາກນັ້ນ  ຍັງໄດ້ປຶກສາຫາລືກັນໃນການຮ່ວມມືຄົ້ນຄວ້າແລກປ່ຽນບົດຮຽນດ້ານການຄຸ້ມຄອງວັດທະນະທໍາ, ວັນນະຄະດີຂອງຊົນເຜົ່າ ແລະ ບໍາລຸງກໍ່ສ້າງທາງດ້ານວິິຊາການລະຫວ່າງນັກຄົ້ນຄວ້າທັງສອງຝ່າຍ ເພື່ອຜັນຂະຫຍາຍຍຸດທະສາດ, ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ກໍຄືຂົງເຂດການຄົ້ນຄວ້າໃຫ້ມີຜົນສຳ ເລັດສູງຂຶ້ນຢ່າງຮອບດ້ານ.

2
5

ຂຽນຂ່າວ ແລະ ຖ່າຍພາບ: ມູນິນ ພົນສັກດາ