ສວສສຊ ປະກາດແຕ່ງຕັ້ງພະນັກງານນໍາພາຂັ້ນກົມ

11

ວັນທີ 04 ພະຈິກ 2025 ທີ່ຜ່ານມາ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ປະກາດການຈັດຕັ້ງແຕ່ງ ແລະ ຊັບຊ້ອນພະນັກງານຂັ້ນກົມ ໂດຍເປັນປະທານຂອງ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງເລຂາຄະນະພັກ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີຄະນະປະຈໍາພັກ,  ຄະນະພັກ, ແລະ ບັນດາຄະນະຫ້ອງການ, ກົມ, ສາຖາບັນຄົ້ນຄວ້າ ແລະ ສູນ ເຂົ້າຮ່ວມ.

ທ່ານ ຄຳສຸກ ພອນໄຊສະຫວັດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງປະທານ ສວສສຊ ວ່າດ້ວຍການແຕ່ງຕັ້ງຂັ້ນກົມ ຈຳນວນ 02 ສະຫາຍ ດັ່ງນີ້: 1) ແຕ່ງຕັ້ງ ທ່ານ ນ. ດອກຟ້າ ສີໂຍທາ ຫົວໜ້າພະແນກ ເປັນຮອງຫົວໜ້າສະຖາບັນຄົ້ນຄວ້າພັດທະນາວິສາຫະກິດ; 2) ແຕ່ງຕັ້ງ ທ່ານ ທຳມະໄລ ຄຳມຸງຄຸນ ຫົວໜ້າພະແນກ ເປັນຮອງຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ

02

ໃນໂອກາດດັ່ງກ່າວນີ້, ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ມີຄຳເຫັນໂອ້ລົມຕໍ່ພະນັກງານຂັ້ນນໍາໃໝ່ວ່າ: ການແຕ່ງຕັ້ງ, ຍົກຍ້າຍ, ສັບຊ້ອນໜ້າທີ່ໃໝ່ ແມ່ນເປັນວຽກປົກກະຕິ ແລະ ເປັນນະໂຍບາຍຂອງພັກ ແລະ ລັດເຮົາ ເພື່ອປັບປຸງ ແລະ ຍົກສູງບົດບາດການຊີ້ນໍາ-ນໍາພາຂອງພັກ, ການຄຸ້ມຄອງບໍລິຫານຂອງລັດ ແລະ ທັງເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ຂອງອົງຄະນະພັກ ສວສສຊ ໃຫ້ເຂົ້າສູ່ລວງເລິກ ໂດຍສະເພາະແມ່ນວຽກງານພັກ ແລະ ພະນັກງານ, ການປັບປຸງກົງຈັກການຈັດຕັ້ງ ແລະ ສັບຊ້ອນ, ຈັດວາງບຸກຄະລາກອນ ແມ່ນວຽກງານທີ່ສຳຄັນຂອງແນວທາງການຈັດຕັ້ງຂອງພັກເຮົາຊຶ່ງເນື້ອແທ້ກໍ່ແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ການຜັນຂະຫຍາຍມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດມາເປັນອັນລະອຽດ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດຕາມ ຄຳສັ່ງເລກທີ 190 ຂອງຄະນະເລຂາທິການສູນກາງພັກ ແລະ ຄໍາແນະນໍາ ເລກທີ 01 ຂອງລັດຖະບານ ວ່າດ້ວຍການປັບປຸງການຈັດຕັ້ງຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ຕາມທິດ: “ກະທັດຮັດ, ໂປ່ງໃສ ແລະ ສອດຄ່ອງກັບສະພາບຕົວຈິງ”, ໃນດ້ານໜຶ່ງ ກໍ່ເພື່ອເປັນການທົດສອບຄວາມຮູ້, ຄວາມສາມາດ ແລະ ຄວາມສູ້ຊົນອົດທົນຂອງພະນັກງານພ້ອມນັ້ນ ຮຽກຮ້ອງມາຍັງບັນດາສະຫາຍທີ່ໄດ້ຮັບການສັບຊ້ອນ ແລະ ແຕ່ງຕັ້ງຄັ້ງນີ້ ຈົ່ງໄດ້ຕັ້ງໃຈປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍໃຫ້ດີທີ່ສຸດ ແລະ ມີຜົນສຳເລັດ.

03

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ