ສວສສຊ ຈັດພິທີປາຖະກະຖາວັນຊາດ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ

1

     ໃນຕອນບ່າຍຂອງວັນທີ 20 ພະຈິກ 2025 ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ເຊິ່ງໄດ້ຮັບກຽດຂຶ້ນປາຖະກະຖາໂດຍບັນດາ ທ່ານ ປອ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ບົວສອນ ບຸບຜາວັນ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຈັນສີ ໂພສີຄຳ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ທ່ານ ປອ. ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ປະທານ ສວສສຊ; ມີບັນດາຄະນະພັກ-ຄະນະນໍາ, ບັນດາຫົວໜ້າສະຖາບັນຄົ້ນຄວ້າ, ກົມ, ຫ້ອງການ, ສູນ ພ້ອມດ້ວຍພະນັກງານທົ່ວ ສວສສຊ ເຂົ້າຮ່ວມ.

2

     ໃນໂອກາດນີ້ ທ່ານ ປອ. ແກ້ວວິວອນ ອຸດທະຈັກ ຮອງປະທານ ສວສສຊ ໄດ້ຂື້ນກ່າວເປີດພິທີວ່າ: ການປາຖະກະຖາໃນຄັ້ງນີ້ ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ແລະ ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ພວມພ້ອມກັນສືບຕໍ່ຈັດຕັ້ງຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 9 ເວົ້າລວມ, ເວົ້າສະເພາະແມ່ນກະກຽມສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບ ຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ສໍາລັບ ສວສສຊ ພວກເຮົາ ກໍ່ພວມຂຸ້ນຂ້ຽວໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ຂອງອົງຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃຫ້ໄດ້ຮັບຜົນສຳເລັດດີຂຶ້ນເປັນກ້າວໆ; ຈຸດປະສົງການປາຖະກະຖາປະກອບມີສາມເນື້ອໃນສໍາຄັນຄື: ຈະໄດ້ເຊື່ອມຊຶມວັນສະຖາປະນາ ສປປ ລາວ, ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ແລະ ບົດຮຽນການນໍາພາວຽກງານກໍ່ສ້າງພັກ-ພະນັກງານ.

     ທ່ານ ປອ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ຂຶ້ນປາຖະກະຖາວັນສະຖາປະນາ ແຫ່ງ ສປປ ລາວ ຄົບຮອບ 50 ປີ ແລະ ການຈັດຕັ້ງການສະເຫຼີມສະຫຼອງ 3 ວັນປະຫວັດສາດ ເຊິ່ງບາງຕອນທ່ານໄດ້ຍົກໃຫ້ເຫັນເຖິງ ປະຫວັດສາດແຫ່ງການຕໍ່ສູ້ກູ້ຊາດທີ່ຍືດເຍື້ອຍາວນານ ແລະ ຄວາມຫຍຸ້ງຍາກລໍາບາກຂອງການນຳ ກໍ່ຄືນັກປະຕິວັດຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ທີ່ໄດ້ເສຍສະຫຼະເລືືອດເນື້ອເຫື່ອແຮງ ແລະ ສະຕິປັນຍາ ນຳພາປະຊາຊົນລາວຕໍ່ສູ້ກູ້ຊາດ ຈົນເຖິງ ການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975; ຕະຫຼອດ 50 ປີ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໄດ້ເຮັດໃຫ້ ສປປ ລາວ ມີໂສມໜ້າໃໝ່ຂອງປະເທດມີການປ່ຽນແປງໃຫຍ່ຫຼວງ ແລະ ຮອບດ້ານ ເຊິ່ງເຮັດໃຫ້ ສປປ ລາວ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດເຖິງຈະພົບຄວາມຫຍຸ້ງຍາກບາງໄລຍະ, ແຕ່ກໍ່ຍັງສືບຕໍ່ເຕີບໂຕຕໍ່ເນື່ອງ ແລະ ສາມາດຮັກສາໄດ້ບໍ່ໃຫ້ຕົກເຂົ້າສູ່ວິກິດການ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງສະມາ ຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນ ກໍ່ຄ່ອຍໆດີຂຶ້ນ, ຄວາມທຸກຍາກຖືກຕີຖອຍເປັນກ້າວໆ ແລະ ເຮັດໃຫ້ຕົວເມືອງ ແລະ ຊົນນະບົດ ຄ່ອຍໆຍັບໃກ້ເຂົ້າຫາກັນ.

6
5

     ທ່ານ ບົວສອນ ບຸບຜາວັນ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຂຶ້ນປາຖະກະຖາກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງ ປະທານ ໄກສອນ ພົມວິຫານ ເຊິ່ງມີຈຸດພິເສດແຕກຕ່າງກັບຜູ້ນຳອື່ນໆໃນໂລກ ເພາະວ່າເພິ່ນເປັນຜູ້ນໍາທີ່ຍ່ງໃຫຍ່, ນັກຄົ້ນຄິດ ແລະ ເປັນນັກປະຕິວັດທີ່ເລີດເດັ່ນ  ເປັນວິລະບູລຸດທີ່ປະເທດຊາດຈາລຶກເອົາໄວ້ໃນປະຫວັດສາດ, ເປັນຜູ້ທີ່ເສຍສະຫຼະເພື່ອປະເທດຊາດ ເພື່ອຄວາມຢູ່ດີກີນດີຂອງປະຊາຊົນ; ເປັນຜູ້ທີ່ມີຄວາມສະຫຼາດສ່ອງໃສ, ມີໄຫວພິກ, ມີວາທະສິນໃນການເຈລະຈາ ແລະ ປຸກລະດົມຂົນຂວາຍປະຊາຊົນ ແລະ ຈັດຕັ້ງກໍາລັງປະກອບອາວຸດຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນຈົນໄດ້ຮັບໄຊຊະນະ; ເພີ່ນເປັນນັກຄົ້ນຄິດຕະຫຼອດເວລາ, ມັກອ່ານ, ມັກສົນທະນາກັບນັກຄົ້ນຄວ້າ, ຄູອາຈານ ຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອຊອກຫາແນວທາງນະໂຍບາຍໃນການວາງແຜນປ່ຽນແປງໃໝ່ທີ່ດີເໝາະສົມກັບບ້ານເຮົາ; ເພິ່ນເປັນຜູ້ນໍາທີ່ສະດຸ້ງໄວ ແລະ ມີສະຕິສູງຕໍ່ສະພາບການປ່ຽນແປງພາຍໃນ ແລະ ສາກົນ ໂດຍຈັດຕັ້ງນະໂຍບາຍປ່ຽນແປງໃໝ່ ເຊິ່ງໄດ້ກຳນົດ 6 ຫລັກການ, 7 ຄຸນລັກສະນະ ແລະ  9 ປະຖົມປັດໄຈກ້າວສູ່ສັງຄົມນຍົມຂອງພັກມາຮອດປັດຈຸບັນ.

     ທ່ານ ຈັນສີ ໂພສີຄຳ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນປາຖະກະຖາກ່ຽວກັບການນໍາພາວຽກງານກໍ່ສ້າງພັກ-ພະນັກງານ ເຊິ່ງເປັນວຽກງານໜຶ່ງທີ່ສໍາຄັນ ແລະ ມັນເປັນວຽກກ່ຽວກັບການກໍ່ສ້າງຄົນ, ການກໍ່ສ້າງພະນັກງານປະຕິວັດ ແລະ ກຳລັງປະກອບອາວຸດ ເພື່ອຮັບໃຊ້ເຂົ້າໃນການຜັນຂະຫຍາຍນະໂຍບາຍຂອງພັກ. ໃນສະພາບການໃໝ່ ການກໍ່ສ້າງພັກ-ພະນັກງານ ຕ້ອງໄດ້ຍຶດໝັ້ນປະຕິບັດກົດລະບຽບຂອງພັກໃຫ້ເຂັ້ມງວດ, ຖືກຕ້ອງ; ໃນນັ້ນ ຕ້ອງເອົາໃຈໃສ່ສາມດ້ານຄື 1) ຕ້ອງຖືເອົາຄຸນນະພາບເປັນກົກ ເພື່ອສ້າງການນໍາພາ; 2) ການຂະຫຍາຍພັກຕ້ອງໃຫ້ຖືກທິດທາງກັບການປະຕິບັດວຽກງານຂອງລັດ, ຕ້ອງໄດ້ມີຂະບວນການ ແລະ ວຽກງານມີຜົນສຳເລັດສູງຂຶ້ນ, ຂະຫຍາຍແລ້ວຕ້ອງຕິດຕາມກວດກາ ແລະ ເດັດຂາດເອົາອອກເມື່ອຜິດລະບຽບວິໄນ; 3) ສ້າງພັກຕ້ອງສ້າງໃນຂະບວນການມະຫາຊົນ ເພື່ອເລືອກຜູ້ທີ່ຫ້າວຫັນ ເຮັດແທ້ທໍາຈິງ. ພ້ອມນັ້ນ ຕ້ອງໄດ້ຮໍ່າຮຽນ ແລະ ຖອດຖອນຈາກຄໍາສັ່ງສອນຂອງຜູ້ນໍາ ເພື່ອຫຼີກເວັ້ນແນວຄິດຊົນຊັ້ນເກົ່າ, ແນວຄິດຫ່າງເຫີນມະຫາຊົນ, ຕົກສູ່ແນວຄິດຫັນປ່ຽນຂອງສັດຕູ ແລະ ຫລົງລືມແນວທາງນະໂຍບາຍ ເຊິ່ງອາດເຮັດໃຫ້ພັກເສຍບົດບາດ ແລະ ຄວາມເຊື່ອໝັ້ນຈາກມະຫາຊົນ.

     ໃນຕອນທ້າຍພິທີ ທ່ານ ປອ. ກອງແກ້ວ ໄຊສົງຄາມ ໄດ້ກ່າວສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອມາຍັງ ອະດີດການນໍາ ທີ່ໄດ້ເສຍສະຫຼະເວລາອັນມີຄ່າມາປາຖະກະຖາເລົ່າມູນເຊື້ອ, ເຖິງຈະເປັນເວລາສັ້ນ ແຕ່ເຕັມໄປດ້ວຍເນື້ອໃນທີ່ສໍາຄັນ ເຊິ່ງຕະຫຼອດໄລຍະ 50 ປີ ພາຍໃຕ້ການນໍາພາຂອງພັກ ສາມາດນໍາພາສ້າງສາ ແລະ ປົກປັກຮັກສາປະເທດຊາດໃຫ້ໝັ້ນຄົງຖາວອນ, ເສດຖະກິດມີການພັດທະນາເຂັ້ມແຂງ, ນໍາເອົາຊີວິດການເປັນຢູ່ທີ່ດີມາສູ່ປະຊາຊົນບັນດາເຜົ່າ; ປະເທດຊາດຮັ່ງມີ, ເຂັ້ມແຂງ ແລະ ສັງຄົມມີຄວາມສີວິໄລກ້າວໜ້າ ດັ່ງສັດຈະທຳທີ່ວ່າ “ໄດ້ກິນເຂົ້າ ບໍ່ລືມຄຸນນາ, ໄດ້ກິນປາບໍ່ລືມຄຸນຕ້ອນ” ຫຼື “ມີວັນນັ້ນ ຈຶ່ງມີວັນນີ້” ພວກເຮົາໃນນາມນັກວິທະຍາສາດ ຕ້ອງໄດ້ກໍາແໜ້ນ ແລະ ນໍາເອົາຄວາມຮູ້ໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ.

3

ຂຽນຂ່າວ ແລະ ຖ່າຍພາບ: ເພັດທະນູໄຊ ວົງຍະໄຊ